ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝົນທີ່ຕົກລົງມາຢ່າງຫຼວງຫຼາຍ ໄດ້ປັບປຸງຊີວິດການເປັນຢູ່ ຕາມລໍາແມ່ນໍ້າຂອງໃຫ້​ດີ​ຂຶ້ນ ແຕ່ກໍຍັງມີຄວາມກັງວົນຢູ່


Heavy Rains Improve Mekong Life but Concerns Remain
please wait

No media source currently available

0:00 0:04:58 0:00

ບົດລາຍງານກ່ຽວກັບ ຄວາມກັງວົນທີ່ຍັງຄົງມີຢູ່ ເຖິງແມ່ນຝົນທີ່ຕົກລົງມາຫຼາຍ ຈະເຮັດໃຫ້ຊີວິດການເປັນຢູ່ຕາມລໍາແມ່ນໍ້າຂອງດີຂຶ້ນ.

ຝົນທີ່ຕົກລົງມາຢ່າງຫຼວງຫຼາຍ ແລະການຫາປາທີ່ອຸດົມສົມບູນ ໄດ້ເຮັດ​ໃຫ້ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ທີ່ອາໄສຢູ່ຕາມລໍາແມ່ນໍ້າຂອງ ດີ​ຂຶ້ນ ລຸນຫຼັງທີ່​ເກີດຄວາມແຫ້ງແລ້ງ ມາເປັນເວລາເກືອບ 4 ປີ, ຜົນເກັບກ່ຽວ ທີ່ບໍ່ດີ ແລະການລະບາດໃຫຍ່ ຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງ ໜັກໜ່ວງຕໍ່ປະຊາກອນເກືອບ 65 ລ້ານຄົນຜູ້ທີ່ເພິ່ງພາອາໄສຕໍ່ສາຍນໍ້າສໍາລັບການລ້ຽງຊີບຂອງຕົນ. ລຸກ ຮັນຕ໌ ມີລາຍງານກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ກໍາປູເຈຍ ມີຝົນຕົກລົງມາຢ່າງຫຼວງຫຼາຍ, ການຈັບປາໄດ້ເພີ້ມຈໍານວນຫຼາຍຂຶ້ນ, ແລະຄະນະກໍາມາທິການແມ່ນໍ້າຂອງກ່າວວ່າ ໄພແຫ້ງແລ້ງເປັນເວລາເກືອບ 4 ປີໃນລຸ່ມແມ່ນໍ້າຂອງ ແມ່ນສິ້ນສຸດລົງແລ້ວ, ໃນຂະນະທີ່ເຈົ້າໜ້າທີ່ກໍາປູເຈຍກ່າວແນະນໍາເພີ້ມເຕີມຢູ່ໃນບົດລາຍງານໃນກ່ອນໜ້ານີ້ວ່າ ການຫາປາໃນປີນີ້ໄດ້ເພີ້ມຂຶ້ນຮອດ 40 ເປີເຊັນທຽບໃສ່ປີທີ່ຜ່ານມາ.

ຢ່າງໃດກໍຕາມ, ບັນດານັກວິເຄາະກ່າວວ່າ ປະຊາຊົນຜູ້ມີອາຊີບຫາປາ ຢູ່ໃນທ້ອງຖິ່ນໄດ້ຮ້ອງທຸກວ່າ ການຫາປາປະຈໍາປີຂອງພວກເຂົາເຈົ້າ ຍັງຄົງມີຈໍານວນໜ້ອຍຢູ່ ເມື່ອສົມທຽບກັບຊ່ວງ 10 ປີທີ່ຜ່ານມາ, ແລະໄດ້ຕິຕຽນກ່ຽວກັບສິ່ງທີ່ເກີດຂຶ້ນນີ້ວ່າເປັນຍ້ອນການກໍ່ສ້າງເຂື່ອນຢູ່ໃນປະເທດຈີນ ແລະປະເທດລາວ, ບວກກັບການປ່ຽນແປງຂອງສະພາບອາກາດ.

ທ່ານໄບຣອັນ ເອເລີ (Brian Eyler), ຜູ້ອໍານວຍການ ໂຄງການເອເຊຍຕາ ເວັນອອກສຽງໃຕ້ຂອງສູນສຕີມສັນ (Stimson) ເຊິ່ງຕິດຕາມການພັດທະນາ ໃນເຂດລຸ່ມແມ່ນໍ້າຂອງ ທີ່ວໍຊິງຕັນ ກ່າວວ່າ ຝົນຕົກໜັກໃນຊ່ວງລົມມໍລະສຸມທີ່ຜ່ານມາ ຖືກຈໍາກັດຢູ່ແຕ່ໃນບໍລິເວນແມ່ນໍ້າຂອງຕອນລຸ່ມ, ແລະທາງພາກເໜືອຂອງລະບົບແມ່ນໍ້າຂອງ ຍັງຄົງແຫ້ງແລ້ງຢູ່ ເນື່ອງຈາກການກັກນໍ້າຂອງເຂື່ອນຕ່າງໆ, ເຊິ່ງ ທ່ານ ໄບຣອັນ ເອເລີ ກ່າວວ່າ:

“ນໍ້າຖ້ວມໃນລະດູຝົນຂອງປີ 2022 ຍັງຄົງມີຄວາມແຫ້ງແລ້ງຫຼາຍຢູ່ທາງພາກ
ເໜືອຂອງປະເທດໄທ, ນັບຕັ້ງແຕ່ສາມຫຼ່ຽມຄໍາ ຂຶ້ນໄປຮອດພາກຕາເວັນຕົກສຽງໃຕ້ຂອງປະເທດຈີນ. ແມ່ນແລ້ວ, ພວກເຮົາຍັງຄົງເຫັນການເພີ້ມຂຶ້ນຂອງ ຕົງເລສາບ ເນື່ອງຈາກນໍ້າຝົນທີ່ຕົກລົງມາ ເປັນຈໍານວນຫຼາຍເໜືອ ຕົງເລສາບ ເຊິ່ງເປັນສ່ວນນຶ່ງຂອງກໍາປູເຈຍ. ສະນັ້ນ, ຕິດຕາມເບິ່ງອີກຈັກສອງຫາສາມລະ ດູຝົນໃນຕໍ່ໜ້າ ເພື່ອກໍານົດວ່າ ໄພແຫ້ງແລ້ງດັ່ງກ່າວມານັ້ນໄດ້ຜ່ານໄປແລ້ວຫຼືບໍ່.”

ເຂື່ອນຈໍານວນນຶ່ງ ແມ່ນຢູ່ໃນ ສປປ ລາວ, ເຊິ່ງມີຈຸດປະສົງເພື່ອຍົກລະດັບຊີ ວິດການເປັນຢູ່ຂັ້ນພື້ນຖານຂອງປະຊາຊົນ ໂດຍກາຍມາເປັນ “ໝໍ້ໄຟຂອງເອເຊຍຕາເວັນອອກສຽງໃຕ້,” ດ້ວຍການຂາຍໄຟຟ້າພະລັງນໍ້າທົ່ວພູມິພາກແຫ່ງນີ້ ຜ່ານປະເທດໄທ, ເພື່ອສະໜອງຄວາມເຊື່ອໝັ້ນທາງດ້ານພະລັງງານສໍາລັບອຸດສາຫະກໍາ, ການຄວບຄຸມນໍ້າຖ້ວມ, ລະບົບຊົນລະປະທານແລະການສະໜອງນໍ້າດື່ມທີ່ສະອາດ.

ແຟ້ມພາບ - ພວກຊາວປະມົງ ແມ່ນເຫັນເປັນເງົາ ຂະນະທີ່ພວກເຂົາ ຂີ່ເຮືອໄມ້ຂອງພວກເຂົາ ໄປຮອດແຄມຝັ່ງແມ່ນ້ຳ ຫຼັງຈາກທີ່ພວກເຂົາ ໄດ້ໄປເກັບເອົາປາຢູ່ໃນແມ່ນ້ຳຂອງ ໃນລະຫວ່າງລະດູການເກັບກ່ຽວປາ ໃກ້ກັບນະຄອນຫຼວງພະນົມເປັນ ຂອງກຳປູເຈຍ, ວັນທີ 28 ພະຈິກ 2018.
ແຟ້ມພາບ - ພວກຊາວປະມົງ ແມ່ນເຫັນເປັນເງົາ ຂະນະທີ່ພວກເຂົາ ຂີ່ເຮືອໄມ້ຂອງພວກເຂົາ ໄປຮອດແຄມຝັ່ງແມ່ນ້ຳ ຫຼັງຈາກທີ່ພວກເຂົາ ໄດ້ໄປເກັບເອົາປາຢູ່ໃນແມ່ນ້ຳຂອງ ໃນລະຫວ່າງລະດູການເກັບກ່ຽວປາ ໃກ້ກັບນະຄອນຫຼວງພະນົມເປັນ ຂອງກຳປູເຈຍ, ວັນທີ 28 ພະຈິກ 2018.

ສປປ ລາວ ແລະ ຈີນ ຍັງໄດ້ພາກັນກ່າວວ່າ ການກໍ່ສ້າງຂັ້ນໄດປາ ລະຫວ່າງເຂື່ອນ ຈະຫຼຸດຜົນກະທົບ ແລະຈໍານວນຂອງປາທີ່ຍົກຍ້າຍຖິ່ນຖານລົງ, ແລະມີໄດ້ຮັບຮອງກ່ຽວກັບລະບົບການໄຫຼວຽນຂອງນໍ້າ ທີ່ມີຄວາມສະໝໍ່າສະເໝີ ໃນ ລະ​ຫວ່າງ​ລະ​ດູແລ້ງ.

ຜູ້ຜະລິດຮູບເງົາ ທ່ານທອມ ຟາວໂທຣປ (Tom Fawthrop), ຫາກໍໄດ້ເຜີຍ ແຜ່ຮູບເງົາເລື້ອງ A River Scream for Mercy, ເຊິ່ງເປັນສາລະຄະດີທີ່ຕິດຕາມກ່ຽວກັບນັກເຄື່ອນໄຫວທ້ອງຖິ່ນ ທີ່ພາກັນຮຽກຮ້ອງໃຫ້ຍຸຕິການສ້າງເຂື່ອນຕ່າງໆໄວ້ຊົ່ວຄາວ.

ທ່ານຟາວໂທຣບ ກ່າວວ່າ ບົດລາຍງານຂອງນັກວິທະຍາສາດ ກ່ຽວກັບລາຍລະອຽດຂອງຜົນກະທົບຈາກເຂື່ອນ ໄດ້ຮັບການເມີນເສີຍຈາກບັນດາເຈົ້າໜ້າທີ່ ທີ່ຢືນຢັນຕໍ່ຜົນປະໂຫຍດທີ່ຈະໄດ້ຮັບຈາກການກໍ່ສ້າງເຂື່ອນ, ແລະໄດ້ມີແຜນທີ່ຈະສ້າງເຂື່ອນຂະໜາດໃຫຍ່ອີກສາມແຫ່ງ ຢູ່ບໍລິເວນອ້ອມຮອບເຂື່ອນໄຊຍະບູລີ ໃນພາກເໜືອຂອງປະເທດລາວ, ເຊິ່ງທ່ານ ທອມ ຟາວໂທຣບ ກ່າວວ່າ:

“ມີບົດລາຍງານຈາກບັນດານັກວິທະຍາສາດທີ່ໄດ້ເຕືອນທຸກໆຄົນວ່າ ຈະມີຜົນກະທົບແນວໃດ, ແລະເວລານີ້ ເມື່ອພວກເຮົາເບິ່ງແມ່ນໍ້າຂອງ ໃນປັດຈຸບັນນີ້, ບັນດາເຂື່ອນຕ່າງໆ ເຊັ່ນເຂື່ອນໄຊຍະບູລີ, ຊາວກະສິກອນ, ຜູ້ມີອາຊີບຫາປາ, ແລະບັນດາຊຸມຊົນຕ່າງໆ ກໍາລັງພາກັນຮຽກຮ້ອງວ່າ ການຫາປາສ່ວນຫຼາຍ ແມ່ນໄດ້ຖືກທໍາລາຍໄປແລ້ວ.”

ທ່ານຟາວໂທຣປ ກ່າວວ່າ ການຮຽກຮ້ອງໃຫ້ຍຸຕິດໍາເນີນການກໍ່ສ້າງເຂື່ອນ ຈະຕ້ອງໄດ້ຮັບຄວາມເອົາໃຈໃສ່ ເມື່ອບັນດາຜູ້ນໍາຈາກ 4 ປະເທດໃນລຸ່ມແມ່ນໍ້າຂອງເຊັ່ນ ກໍາປູເຈຍ, ໄທ, ຫວຽດນາມ ແລະລາວ ຈະຈັດການປະຊຸມໃນທຸກໆ 4 ປີຂອງພວກເຂົາເຈົ້າ ເພື່ອແລກປ່ຽນຄວາມຄິດເຫັນກ່ຽວກັບຊະຕາກໍາຂອງແມ່ນໍ້າໃນເດືອນເມສາທີ່ຈະມາເຖິງນີ້.

Heavy rains and a bumper fish crop have improved life along the Mekong River after a nearly four-year drought, poor harvests and the pandemic that took a heavy toll on some 65 million people who rely on the waterway for their livelihoods.

Cambodia has had lots of rain. Fish catches are up, and the Mekong River Commission says a nearly four-year drought in the Lower Mekong Basin is over, while Cambodian authorities add that early reports suggest fish catches are up 40% from last year.

However, analysts say many village fishermen complain their annual harvest is still small when compared with 10 years ago and blame this on dam construction in China and Laos, compounded by climate change.

Brian Eyler in Washington tracks Mekong developments as director of the Stimson Center’s Southeast Asia Program. He says heavy rains during the last monsoon were restricted to the Lower Mekong Basin and that the northern part of the river system remains dry, with water held back by dams.

BRIAN EYLER

“The flood of the 2022 wet season was still extremely dry in northern Thailand, in the Golden Triangle and all points upward in southwest China. Yet we still saw robust Tonle Sap expansion due to so much water falling over the Tonle Sap part of Cambodia. So, watch the next few wet seasons to determine whether the drought’s passed.”

Many of the dams are in Laos, which intends to raise living standards by becoming the “battery of Southeast Asia” – selling hydroelectricity across the region through Thailand, to provide reliable energy for industry, flood control, irrigation and clean drinking water.

Laos and China have also said fish ladders constructed within the dams have mitigated any impact on fish migration and numbers and ensured a steady flow of water during drought.

Filmmaker Tom Fawthrop has just released A River Screams for Mercy, a documentary that follows local activists who are demanding a moratorium on dam construction.

He says scientific reports detailing the damage caused by dams have been ignored by authorities who stand to profit from dam construction, and that a further three dams are planned around the massive Xayaburi dam in northern Laos.

TOM FAWTHROP
“There was a scientific report that warned everybody what the impacts would be and now when we look at the Mekong today, the dams like the Xayaburi Dam; farmers and fishermen and communities are complaining most of the fish catch has been destroyed.”

Fawthrop says calls for a moratorium on dam construction should be heeded when four leaders from the Lower Mekong countries – Cambodia, Thailand, Vietnam and Laos – hold their quadrennial meeting to deliberate on the fate of the river in April.

XS
SM
MD
LG