ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝົນຕົກໜັກ ແລະນໍ້າໄຫລມາຈາກຊາຍແດນ ເຮັດໃຫ້ນໍ້າຖ້ວມເຄິ່ງນຶ່ງຂອງແຂວງສະຫວັນ ນະເຂດ


ສະພາບນໍ້າຖ້ວມບ້ານວັງຄົດໃນເມືອງເຊໂປນ, ແຂວງສະຫວັນນະເຂດ

ຂະນະທີ່ພາຍຸກະທົບໃສ່ພາກກາງຫວຽດນາມທີ່ນໍາເອົາຝົນຕົກໜັກ ມາສູ່ແຂວງ ສະຫວັນນະເຂດນັ້ນ ກໍໄດ້ເຮັດໃຫ້ 7 ຕົວເມືອງໃນພາກຕາເວັນອອກທີ່ກວາມເອົາເຄິ່ງນຶ່ງຂອງເນື້ອທີ່ທັງໝົດແຂວງດັ່ງກ່າວຖືກນໍ້າຖ້ວມມາໄດ້ອາທິດກວ່າແລ້ວ, ອີງຕາມການໃຫ້ສໍາພາດຂອງປະຊາຊົນຜູ້ນຶ່ງໃນເມືອງສອງຄອນທີ່ບໍ່ປະ ສົງບອກນາມ ຊຶ່ງເປັນຜູ້ນຶ່ງເຮັດວຽກ ຮ່ວມກັບອໍານາດການປົກຄອງທ້ອງຖິ່ນ ແລະທະຫານ ລົງຕິດຕາມເກັບກໍາສະພາບນໍ້າຖ້ວມທັງປີກາຍ ແລະປີນີ້. ໃນນັ້ນ ລວມມີ ເມືອງເຊໂປນ ຊຶ່ງລວມທັງດ່ານສາກົນແດນສະຫວັນຂອງລາວ ກັບ ລາວບາວຂອງຫວຽດນາມ, ເມືອງພິນ, ເມືອງຈໍາພອນ, ເມືອງນອງ, ເມືອງວິ ລະບູລີ, ເມືອງຊົນນະບູລີ, ແລະເມືອງສອງຄອນ.

ເຮືອນຢູ່ເທິງແຮແພທີ່ໃຊ້ເປັນຮ້ານອາຫານຢູ່ເມືອງເຊໂປນຖືກນໍ້າຊຸໃຫ້ໄຫລລົງໄປຫາແມ່ນໍ້າຂອງ
ເຮືອນຢູ່ເທິງແຮແພທີ່ໃຊ້ເປັນຮ້ານອາຫານຢູ່ເມືອງເຊໂປນຖືກນໍ້າຊຸໃຫ້ໄຫລລົງໄປຫາແມ່ນໍ້າຂອງ

ເນື່ອງຈາກມີປາຍຂອງພາຍຸຫລາຍລູກພັດຜ່ານຈາກພາກກາງຂອງຫວຽດນາມເຂົ້າມາ, ຜູ້ ກ່ຽວບອກວ່າ “ຕົ້ນນ້ຳໄຫລມາຈາກຊາຍແດນຫວຽດນາມສູ່ເມືອງເຊໂປນ ໄປຫາປາຍນ້ຳໄຫລລົງສູ່ແມ່ຂອງທີ່ເມືອງສອງຄອນ.” ສະນັ້ນ ເມືອງທີ່ຖືກນໍ້າຖ້ວມ ຫລາຍທີ່ສຸດແມ່ນເມືອງເຊໂປນທີ່ຢູ່ສູງກວ່າໝູ່ເພາະນໍ້າໄຫລແຮງມາຈາກ ສາຍພູຫລວງ ແລະເມືອງສອງຄອນທີ່ຢູ່ປາຍນໍ້າຊຶ່ງເປັນບ່ອນທີ່ນໍ້າເຊສາຍ ຕ່າງໆໄຫລລົງສູ່ແມ່ນໍ້າຂອງ. ອີງຕາມການບອກເລົ່າຂອງປະຊາຊົນທ່ານນັ້ນ ສະພາບນໍ້າຖ້ວມປີນີ້ ໜັກກວ່າປີກາຍ ຍ້ອນມີຝົນຕົກບໍ່ຂາດໄລຍະບວກ ກັບ ນໍ້າທີ່ໄຫລມາຖ້ວມ. ສໍາລັບລາຍລະອຽດຂອງການເສຍຫາຍຕົວຈິງນັ້ນ ທ່ານບອກວ່າຍັງບໍ່ທັນເກັບກໍາໄດ້ເທື່ອ ມີແຕ່ຮູ້ວ່າບ້ານເຮືອນຫລາຍຮ້ອຍຫລັງ, ສັດລ້ຽງໂດຍສະເພາະແມ່ນຢູ່ໃນເຂດເມືອງເຊໂປນ ແລະເມືອງສອງຄອນນັ້ນ ພ້ອມກັບໄຮ່ນາທີ່ເຕັມໄປດ້ວຍເຂົ້າສຸກງອມຫລາຍພັນເຮັກຕາຈົມຢູ່ໃຕ້ນໍ້າ ດັ່ງທ່ານເປີດເຜີຍສູ່ຟັງວ່າ:

ລິງໂດຍກົງ
ພາບນໍ້າຖ້ວມໃນເຂດເມືອງເຊໂປນທີ່ຕິດກັບຊາຍແດນຫວຽດນາມ ໃນແຂວງສະຫວັນນະເຂດ
ພາບນໍ້າຖ້ວມໃນເຂດເມືອງເຊໂປນທີ່ຕິດກັບຊາຍແດນຫວຽດນາມ ໃນແຂວງສະຫວັນນະເຂດ

ພ້ອມກັນນັ້ນ ປະຊາຊົນຫລາຍພັນຄອບຄົວຕ້ອງໄດ້ອົບພະຍົບໄປຢູ່ບ່ອນຫລົບ ໄພຕ່າງໆ ແລະຖະໜົນຫົນທາງຕິດຕໍ່ລະຫວ່າງຫລາຍບ້ານ ຖືກຕັດຂາດແລະ ໃນບາງເຂດເຊັ່ນຢູ່ໃນເມືອງເຊໂປນນັ້ນ ກໍບາງຄອບຄົວ ກໍຄ້າງຢູ່ເທິງ ຫລັງຄາ ຍ້ອນວ່າຄາເກັບເອົາເຄື່ອງຂອງ ແລ້ວໜີຜ່າຍນໍ້າບໍ່ທັນ.

ສ່ວນຕົ້ນນໍ້າທີ່ໄຫລມາຈາກພາກກາງຂອງຫວຽດນາມເຂົ້າມາລາວນັ້ນ ປະຊາ ຊົນທ່ານນີ້ ທີ່ມີຄວາມຄຸ້ນເຄີຍກັບເຂດຊາຍແດນເທິງເຂດພູຫລວງທີ່ແບ່ງສອງ ປະເທດລາວແລະຫວຽດນາມອອກຈາກກັນນັ້ນເລົ່າສູ່ຟັງວ່າ:

ລິງໂດຍກົງ


ຜູ້ກ່ຽວເລົ່າສູ່ຟັງອີກວ່າ ມາຮອດຕອນ ແລງຂອງວັນຈັນວານນີ້ລະດັບເຊບັງຫຽງ ເພີ່ມຂຶ້ຢ່າງຕໍ່ເນື່ອງ ວັດແທກໄດ້ 17.37 ແມັດ ແລະມີແຈ້ງການວ່າ ເຂື່ອນເຊລະ ນອງຢູ່ໃນເຂດເມືອງເຊໂປນນັ້ນ ໄດ້ເລີ້ມເປີດປະຕູລະບາຍນໍ້າອອກໝົດທັງ 4 ປະ ຕູແລ້ວຊຶ່ງອາດເຮັດໃຫ້ປະຊາຊົນອາໄສຢູ່ເຂດລຸ່ມຂອງເຂື່ອນຖືກນໍ້າຖ້ວມກໍ ເປັນໄດ້.

ເບິ່ງວີດິໂອຕອນນຶ່ງກ່ຽວກັບຂ່າວນີ້

XS
SM
MD
LG