ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄພນ້ຳຖ້ວມ ຈາກເຂື່ອນແຕກ ເຮັດໃຫ້ ປຊຊ ຫາຍໄປ 131 ຄົນ ແລະ 3,060 ຄົນ ບໍ່ມີທີ່ຢູ່


ໄພນ້ຳຖ້ວມ ທີ່ອັດຕະປື
ໄພນ້ຳຖ້ວມ ທີ່ອັດຕະປື

ໄພນ້ຳຖ້ວມຢ່າງໜັກ ທີ່ເກີດຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກນັ້ນ ເຮັດໃຫ້ມີປະຊາ
ຊົນລາວ ທີ່ຍັງສູນຫາຍ ເຖິງ 131 ຄົນ ແລະພົບສົບຜູ້ເສຍຊີວິດແລ້ວ 1 ຄົນ ສ່ວນປະ
ຊາຊົນ 3,060 ຄົນ ບໍ່ມີທີ່ຢູ່ອາໄສ.

ທ່ານນາງບຸນນານ ບຸນນະແສງ ຫົວໜ້າຫ້ອງການຖະແຫລງຂ່າວ-ວັດທະນະທຳ ແລະ
ທ່ອງທ່ຽວ ໃນແຂວງອັດຕະປື ຖະແຫລງລາຍງານວ່າ ໄພນ້ຳຖ້ວມຢ່າງໜັກ ທີ່ເກີດຈາກ
ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກນັບແຕ່ຕອນກາງຄືນຂອງ ວັນທີ 23 ກໍລະກົດ 2018
ເປັນຕົ້ນມາ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນລາວ ທີ່ຢູ່ໃນເຂດ 13 ບ້ານ ຂອງເມືອງ
ສະໜາມໄຊ ແຂວງອັດຕະປື ຈຳນວນຫຼາຍກວ່າ 6,600 ຄົນ ໂດຍໃນຈຳນວນນີ້ ກໍມີ
ເຖິງ 3,060 ຄົນ ທີ່ຍັງຂາດທີ່ຢູ່ອາໄສ ແລະການກູ້ໄພ ກໍຍັງຄົງສືບຕໍ່ຢູ່ເລື້ອຍມາ ໂດຍ
ພົບສົບຜູ້ເສຍຊີວິດແລ້ວ 1 ຄົນ ແຕ່ກໍຍັງມີປະຊາຊົນ ທີ່ສູນຫາຍ ເຖິງ 131 ຄົນ ໃນ
ເວລານີ້ ດັ່ງທີ່ທ່ານນາງບຸນນານ ຢືນຢັນວ່າ:

“ພວກເຮົາໄດ້ພົບແລ້ວດຽວນີ້ 1 ສົບ ຍອດຂອງຜູ້ສູນຫາຍນີ້ ມັນເພີ້ມຂຶ້ນຮອດ 131
ຄົນ ແລະສຳລັບລະດັບນ້ຳຢູ່ເຂດພື້ນທີ່ທັງໝົດຫັ້ນ ມັນກະຫລຸດລົງປະມານແມັດ
ກວ່າ ສ່ວນສຳລັບການຄົ້ນຫາ ກະຍັງໄດ້ສືບຕໍ່ຈາກອົງການຕ່າງໆ ທີ່ກ່ຽວຂ້ອງໄດ້ລົງ
ໄປ ເພື່ອໄດ້ສືບຕໍ່ຄົ້ນຫາຜູ້ເສຍຊີວິດຫັ້ນ ແລະວຽກອື່ນໆ ແລະ ສຳລັບຄະນະກຳມະ
ການ ຂັ້ນແຂວງ ກະໄດ້ມີການຕ້ອນຮັບການມາບໍລິຈາກ ຂອງທຸກພາກສ່ວນຂອງ
ພາຍໃນ ແລະຕ່າງປະເທດ.”

ປະຊາຊົນ ແຂວງອັດຕະປື ກຳລັງຂຸ້ນຂ້ຽວ ໜີໄພນ້ຳຖ້ວມ ເກີດຈາກເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ແຕກເມື່ອວັນຈັນ ທີ 23 ກໍລະກົດ 2018.
ປະຊາຊົນ ແຂວງອັດຕະປື ກຳລັງຂຸ້ນຂ້ຽວ ໜີໄພນ້ຳຖ້ວມ ເກີດຈາກເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ແຕກເມື່ອວັນຈັນ ທີ 23 ກໍລະກົດ 2018.

ໄພນ້ຳຖ້ວມໄດ້ເກີດຂຶ້ນຢ່າງກະທັນຫັນ ໃນຕອນກາງຄືນຂອງວັນທີ 23 ກໍລະກົດ ທີ່
ຜ່ານມາ ໂດຍເປັນຜົນກະທົບຈາກພາຍຸເຊິ່ນຕິງ ຈຶ່ງເຮັດໃຫ້ປະລິມານນ້ຳຝົນ ລົ້ນອ່າງ
ໂຕ່ງຂອງໂຄງການເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ແລະໄຫລລົງມາຖ້ວມເມືອງ
ສະໜາມໄຊ ຢ່າງໜັກໜ່ວງ ແລະດ້ວຍຜົນກະທົບທີ່ເກີດຂຶ້ນຢ່າງກວ້າງຂວາງ ກໍຍັງເຮັດ
ໃຫ້ລັດຖະບານລາວ ຕ້ອງປະກາດໃຫ້ເຂດດັ່ງກ່າວ ເປັນພື້ນທີ່ປະສົບໄພພິບັດສຸກເສີນ
ລະດັບຊາດຢ່າງເປັນທາງການ ນັບແຕ່ ວັນທີ 24 ກໍລະກົດ ເປັນຕົ້ນມາ.

ໂດຍກ່ອນໜ້ານີ້ ບໍລິສັດຜູ້ລົງທຶນໃນໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ກໍໄດ້
ອອກແຈ້ງການເຕືອນວ່າ ປະລິມານນ້ຳຝົນທີ່ຕົກລົງມາ ຢ່າງຫລວງຫລາຍ ອາດຈະເຮັດ
ໃຫ້ສັນເຂື່ອນແຕກກໍເປັນໄປໄດ້ ຊຶ່ງກໍໄດ້ກາຍເປັນຄວາມຈິງ ຕັ້ງແຕ່ເວລາ 23 ໂມງ ຂອງ
ວັນທີ 23 ກໍລະກົດເປັນຕົ້ນມາ ແລະໄດ້ເປັນຜົນເຮັດໃຫ້ປະລິມານນ້ຳຫຼາຍກວ່າ 5,000
ລ້ານໂຕນ ໄຫລຈາກອ່າງໂຕ່ງຂອງເຂື່ອນລົງສູ່ເມືອງສະໜາມໄຊ ກາຍເປັນໄພນ້ຳຖ້ວມ
ຢ່າງໜັກໜ່ວງດັ່ງກ່າວ ແລະຍັງບໍ່ສາມາດປະເມີນຄວາມເສຍຫາຍໄດ້ ແຕ່ຢ່າງໃດ.

ໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ເປັນການຮ່ວມທຶນລະຫວ່າງ ບໍລິສັດ SK
ວິສະວະກຳ ແລະກໍ່ສ້າງ ຂອງເອກກະຊົນລາວ ກັບລັດວິສາຫະກິດຖືຮຸ້ນລາວ (Lao
Holding) ພ້ອມດ້ວຍບໍລິສັດ Western Power ຈາກເກົາຫຼີໃຕ້ ແລະ ກຸ່ມບໍລິສັດ
ໄຟຟ້າຣາຊະບຸຣີ ຈຳກັດ (ມະຫາຊົນ) ຂອງໄທ ດ້ວຍສັດສ່ວນການຮ່ວມທຶນ 26
ເປີເຊັນ- 24 ເປີເຊັນ- 25 ເປີເຊັນ ແລະ 25 ເປີເຊັນ ຂອງມູນຄ່າການລົງທຶນທັງໝົດ
1,020 ລ້ານໂດລາ ໂດຍມີກຳນົດການກໍ່ສ້າງໃຫ້ແລ້ວເສັດ ໃນປີ 2019 ມີກຳລັງຕິດຕັ້ງ
410 ເມກາວັດ ຫຼື ຜະລິດພະລັງງານໄຟຟ້າໄດ້ເຖິງ 1,879 ລ້ານກິໂລວັດ/ໂມງຕໍ່ປີ ຊຶ່ງ
ໃນນີ້ 90 ເປີເຊັນ ຈະສົ່ງອອກໄປໄທ ຕະຫຼອດອາຍຸສຳປະທານ 27 ປີ ແລະ 10 ເປີເຊັນ
ທີ່ເຫຼືອຈະຂາຍໃຫ້ລັດວິສາຫະກິດໄຟຟ້າລາວ ເພື່ອຕອບສະໜອງການຊົມໃຊ້ພາຍໃນ
ລາວ ທີ່ເພີ້ມຂຶ້ນທຸກປີ.

ທັງນີ້ ໂດຍພາຍໃນປີ 2021 ລາວຈະມີແຫລ່ງຜະລິດພະລັງງານໄຟຟ້າເຖິງ 100
ໂຄງການ ທີ່ມີກຳລັງຕິດຕັ້ງລວມ ຫຼາຍກວ່າ 13,000 ເມກາວັດ ທີ່ສາມາດຜະລິດກະແສ
ໄຟຟ້າໄດ້ 67,000 ລ້ານກິໂລວັດ/ໂມງ/ປີ ໃນນີ້ແບ່ງເປັນແຫລ່ງຜະລິດພະລັງງານໄຟຟ້າ
ທີ່ມີຢູ່ແລ້ວ 54 ໂຄງການ ມີກຳລັງຕິດຕັ້ງ 7,162 ເມກາວັດ ທີ່ສາມາດຜະລິດກະແສໄຟ
ຟ້າໄດ້ເຖິງ 37,086 ລ້ານກິໂລວັດ/ໂມງ ແລະກຳລັງກໍ່ສ້າງ 46 ໂຄງການ ມີກຳລັງຕິດຕັ້ງ
ລວມ 5,900 ເມກາວັດ ສາມາດຜະລິດກະແສໄຟຟ້າໄດ້ເຖິງ 29,858 ລ້ານກິໂລວັດ/ໂມງ
ຊຶ່ງສ່ວນໃຫຍ່ ມີກຳນົດການກໍ່ສ້າງໃຫ້ແລ້ວເສັດ ພາຍໃນປີ 2021 ດັ່ງກ່າວ.

ທາງດ້ານ ທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະບໍ່ແຮ່
ໄດ້ອອກຄຳສັ່ງໄປເຖິງບັນດາບໍລິສັດ ຜູ້ລົງທຶນກໍ່ສ້າງເຂື່ອນໄຟຟ້າໃນລາວ ທີ່ກຳລັງດຳ
ເນີນການກໍ່ສ້າງຢູ່ ໃນເວລານີ້ ເພື່ອໃຫ້ເພີ້ມຄວາມລະມັດລະວັງ ໃຫ້ຫຼາຍຂຶ້ນ ທັງໃນ
ການຄວບຄຸມມາດຕະຖານການກໍ່ສ້າງ ການກວດກາ ປະລິມານນ້ຳໃນອ່າງໂຕ່ງ ແລະ
ການຕິດຕາມຂໍ້ມູນ-ຂ່າວສານ ກ່ຽວກັບການພະຍາກອນອາກາດຢ່າງໃກ້ຊິດ ຮວມເຖິງ
ການຕຽມຄວາມພ້ອມ ຂອງລະບົບການເຕືອນໄພ ແລະການກູ້ໄພສຸກເສີນ ໂດຍສະເພາະ
ແມ່ນ ການເຕືອນໄພນັ້ນ ຈະຕ້ອງມີຂຶ້ນກ່ອນທີ່ໄພຈະເກີດຂຶ້ນ ເວລາບໍ່ໜ້ອຍກວ່າ 7 ວັນ
ອີກດ້ວຍ.

XS
SM
MD
LG