ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ຫລ ປະ​ສົບ​ກັບ ກະ​ແສຟອງ​ ຄວາມ​ຮ້ອນສູງ​ສຸດ ​ເປັນ​ປະ​ຫວັດ​ການ ໃນ​ວັນ​ທ້າຍ​ສັບ​ປະ​ດານີ້


ທ່ານ ຣັ​ສ ວິ​ລ​ສັນ ເຊັດ​ນ້ຳ​ພຸ​ທີ່​ຟົ້ງ​ໃສ່​ໜ້າ​ຂອງ​ລາວ​ອອກ ໃນ​ຂະ​ນະ​ທີ່​ທ່ານ​ໄປ​ຊອກ​ຫາຢູ່ ໃນ​ບ່ອນ​ທີ່​ເຢັນໆ ​ໃນນະ​ຄອນ​ນິວຢອກ, ໃນ​ວັນ​ທີ 17 ກໍ​ລະ​ກົດ, 2019.
ທ່ານ ຣັ​ສ ວິ​ລ​ສັນ ເຊັດ​ນ້ຳ​ພຸ​ທີ່​ຟົ້ງ​ໃສ່​ໜ້າ​ຂອງ​ລາວ​ອອກ ໃນ​ຂະ​ນະ​ທີ່​ທ່ານ​ໄປ​ຊອກ​ຫາຢູ່ ໃນ​ບ່ອນ​ທີ່​ເຢັນໆ ​ໃນນະ​ຄອນ​ນິວຢອກ, ໃນ​ວັນ​ທີ 17 ກໍ​ລະ​ກົດ, 2019.

ພ​າກສ່ວນ​ໃຫຍ່​ຂອງແຜ່ນ​ດິນສະ​ຫະ​ລັດ ​ກຳ​ລັງ​ຢູ່​ທ້າມ​ກາງ​ກະ​ແສຟອງ​ຄວາມ​ຮ້ອນພັດ​ມາ​ກະ​ທົບ​ໃສ່.

ອຸນ​ຫະ​ພູມ​ຢູ່​ໃນ​ເຂດ​ຕາ​ເວັນ​ອອກ​ສຽງ​ເໜືອ ແລະ​ເຂດ​ຕາ​ເວັນ​ຕົກ​ຕອນ​ກາງຂອງ​ປະ​ເທດແມ່ນໄດ້​ສູງຂຶ້ນ​ແລ້ວ ແລະຍັງ​ຄາດ​ວ່າຈະ​ສູງ​ເພີ້ມ​ຂຶ້ນ​ເຖິງ​ຂັ້ນ​ທຳ​ລາຍ​ສະ​ຖິ​ຕິໄດ້ຢູ່​ໃນ​ໄລ​ຍະ​ວັນ​ທ້າຍ​ສັບ​ປະ​ດານີ້. ຜູ້​ຄົນ​ຖືກ​ເຕືອນ​ໃຫ້​ຢູ່​ໃນ​ບ້ານ​ໃນ​ເຮືອນ​ຂອງ​ຕົນ.

ພວກ​ພະ​ຍາ​ກອນ​ອາກາດເວົ້າ​ວ່າ ຊາວ​ອາ​ເມ​ຣິ​ກັນຫລາຍກວ່າ 87 ລ້ານ​ຄົນ ແມ່ນ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ຂົງ​ເຂດ​ທີ່​ອຸນ​ຫະ​ພູມ​ຂ້ອນ​ຂ້າງວ່າຈະ​ສູງ​ຂຶ້ນແບບ​ທຳ​ລາຍ​ສະ​ຖິ​ຕິໄດ້​ໃນ​ວັນ​ເສົາ​ມື້​ອື່ນນີ້.

ອຸນ​ຫະ​ພູມ​ຢູ່​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນຂອງ​ປະ​ເທດນັ້ນ ຄາດ​ວ່າຈະ​ຖີບ​ຂຶ້ນ​ເຖິງ 43.3 ອົງ​ສາ​ແຊລຊຽ​ສ. ເຈົ້າ​ໜ້າ​ທີ່ອຸ​ຕຸ​ນິ​ຍົມ​ເວົ້າ​ວ່າ ໃນ​ເວ​ລາ​ອັນ​ສັ້ນໆ ມັນ​ຈະ​ມີ​ຄວາມ​ຮູ້​ສຶກຮ້ອນຢູ່​ນະ​ຄອນ​ວໍ​ຊິງ​ຕັນ ແບບບໍ່​ຕ່າງ​ຫຍັງ​ກັນ​ກັບຢູ່​ໃນ​ເຂດຮ່ອມ​ພູ ມໍ​ລະ​ນະ ຫລື Death Valley ຂອງລັດ​ຄາ​ລິ​ຟໍ​ເນຍ.

ນັກ​ພະ​ຍາ​ກອນ ເກ​ຣກ ຄາ​ບິນ (Greg Carbin) ຈາກຫ້ອງ​ການ​ບໍ​ລິ​ການ​ດ້ານ​ອາ​ກາດເວົ້າ​ວ່າ ກະ​ແສ​ຟອງ​ຄວາມ​ຮ້ອນຈະ "ສັ້ນ ແລະຮ້ອນ​ແບບເຜົາ​ໄໝ້."

ຫ້ອງ​ການ​ບໍ​ລິ​ການ​ດ້ານ​ອາ​ກາດໄດ້​ເຕືອນ​ວ່າ "ອຸນ​ຫະ​ພູມ​ສູງ​ທີ່​ເປັນອັນ​ຕະ​ລາຍ​ຮ້າຍແຮງ ແລະ​ຄວາມ​ຊຸ່ມ ອາດ​ຈະ​ພາ​ໃຫ້​ເກີດ​ຄວາມ​ຮູ້​ສຶກ​ຕຶງ​ຄຽດ​ຍ້ອນ​ຄວາມ​ຮ້ອນ​ເອົ້າ ຫລື​ສະ​ຫລົບໄປ ​ຍ້ອນ​ຄວາມ​ຮ້ອນ ຖ້າບໍ່​ມີ​ຄວາມ​ລະ​ມັດ​ລະ​ວັງໃຫ້​ດີ. ເດັກ​ນ້ອຍ, ຜູ້​ເຖົ້າ​ຜູ້​ແກ່, ພວກ​ທີ່ບໍ່​ມີ​ແອ​ເຢັນ, ແລະ ​ພວກ​ທີ່​ເຂົ້າ​ຮ່ວມ​ກິດ​ຈະ​ກຳ ອອກ​ກຳ​ລັງ​ກາຍ​ຢ່າງໜັກ​ຢູ່ໃນເຂດ​ນອກ​ເຮືອນ​ຊານ​ຈະ​ເປັນ​ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຫລາຍ​ທີ່​ສຸດ. ນອກ​ຈາກນັ້ນ ອຸນ​ນະ​ພູມ​ຢູ່​ຂ້າ​ງ​ໃນ​ຂອງ​ລົດກໍສາ​ມາດເພີ້ມ​ຂຶ້ນ​ເຖິງ​ຂັ້ນ​ເປັນ​ອັນ​ຕະ​ລາຍ​ເຖິງ​ຊີ​ວິດ​ໄດ້ ​ພາຍ​ໃນ​ບໍ່​ເທົ່າ​ໃດ​ນາ​ທີ."

ຢູ່​ໃນການ​ອອກ​ອາ​ກາດ​ສົດ​ເມື່ອມໍ່ໆ​ມານີ້ ຂອງອົງ​ການປົກ​ປ້ອງ​ສິ່ງ​ແວດ​ລ້ອມທີ່​ຕິດ​ຕາມ​ເບິ່ງ​ຄຸນ​ນະ​ພາບ​ຂອງ​ອາ​ກາດ ລາຍ​ງານ​ວ່າ ມີອາ​ກາດທີ່ "ບໍ່​ດີ​ຕໍ່​ສຸ​ຂະພາບ" ຕໍ່​ກຸ່ມ​ທີ່​ຖືກ​ຜົນ​ກະ​ທົບ​ໄດ້​ງ່າຍ​ ຊຶ່ງ​ລວມ​ມີຄົນ​ຊະ​ລາ ແລະ​ເດັກ​ນ້ອຍໆ ທີ່​ຢູ່​ໃນ​ເຂດ​ຊາຍ​ຝັ່ງ​ທະ​ເລນັບ​ແຕ່​ນະ​ຄອນ​ບາ​ລ​ຕີ​ມໍ, ລັດ​ແມ​ຣີ​ແລນ ຈົນ​ເຖິງເມືອງ ບ​ຣີ​ສ​ປອດ (Bridgeport), ລັດ​ຄອນ​ເນັກ​ຕິ​ກັດ ຊຶ່ງ​ເປັນເຂດ​ທີ່​ເປັນ​ສາຍຍາວ ທີ່​ລວມ​ມີນະ​ຄອນ​ນິວຢອກ​ຢູ່​ນຳ.

“ອາ​ກາດ​ໃນ​ຕອນ​ກາງ​ເວັນ ຕອນ​ທີ່​ມີ​ແສງຕາ​ເວັນອອກ​ມານັ້ນ ແມ່ນ​ເປັນຊ່ວ​ງ​ໄລ​ຍະ​ທີ່​ມີ​ຄວາມ​ສ່ຽງ​ສູງທີ່​ສຸດ​ທີ່​ເຫັນ​ໄດ້ຢ່າງ​ຈະ​ແຈ້ງຂອງ​ພວກ​ເຮົາ,” ນັ້ນ​ຄື​ຄຳ​ເວົ້າ​ຂອງ ດ​ຣ. ໄມ​ໂຄ ຄອ​ຟ​ແມນ (Michael Kaufmann), ຫົວ​ໜ້າດ້ານ​ການ​ແພດ​ຂອງ​ຫ້ອງ​ການ EMS ຢູ່​ໃນ​ພະ​ແນກ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ​ຊາດ​ຂອງ​ລັດ​ອິນ​ດຽນ​ນາ ທີ່ກ່າວ​ຕໍ່​ອົງ​ການ​ຂ່າວ​ເອ​ພີຫລື Associated Press. ທ່ານ​ກ່າວ​ເພີ້ມ​ອີກວ່າ "ພວກ​ເຮົາ​ບໍ່​ຄາດ​ວ່າ ອຸ​ນຫະ​ພູມ​ຈະ​ຫລຸດ​ລົງ​ໃນ​ຕອນ​ກາງ​ຄືນ ຫລື ພວກເຮົາມັກຈະ​ມີຄວາມ​ຮູ້​ສຶກຮ້ອນເອົ້າ ເມື່ອ​ຕາ​ເວັນ​ລັບ​ຂອບ​ຟ້າ​ໄປ."

ພວກ​ທີ່​ມີ​ສັດ​ຖືກ​ເຕືອນ​ວ່າ ໃຫ້​ຫລີກ​ລ້ຽງ​ພາ​ສັດ​ຂອງ​ເຂົາ​ເຈົ້າ​ອອກ​ໄປ​ຍ່າງ ຕາມ​ຫົນ​ທາງ​ປູ​ຢາງ ຫລື​ປູ​ຊີ​ມັງ ເພາະ​ວ່າອຸນຫະ​ພູມ​ຂອງ​ພື້ນ​ຜິວຫົນ​ທາງອາດ​ຈະ​ສູງ​ຂຶ້ນ​ພໍ​ທີ່​ຈ​ະເຮັດ​ໃຫ້​ສັດ​ຮູ້​ສຶກ​ຖືກ​ເຜົາໄ​ໝ້​ໄດ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດຢູ່​ຂ້າງ​ລຸ່ມນີ້

A large portion of the United States is in the midst of a heat wave.

Temperatures in the Northeast and Midwest are already high and are expected to climb to record breaking numbers during the weekend. People have been warned to stay hydrated.

Forecasters say more than 87 million Americans live in areas where record temperatures will likely be set Saturday.

The temperature in Washington, DC, the nation's capital, is expected to reach 43.3 degrees Celsius. Meteorologists say for a short while, it will feel just as hot in Washington as Death Valley, California.

National Weather Service forecaster Greg Carbin said the heat wave will be "short and searing."

The NWS warned: "Dangerous high temperatures and humidity could quickly cause heat stress or heat stroke, if precautions are not taken. The very young, the elderly, those without air conditioning, and those participating in strenuous outdoor activities will be the most susceptible. Also, car interiors can reach lethal temperatures in a matter of minutes."

A recent Environmental Protection Agency live air quality tracker reported "unhealthy" air for sensitive groups, including the elderly and young children, along the East Coast from Baltimore, Maryland to Bridgeport, Connecticut, a stretch that includes New York City.

"Daytime hours when the sun is out is clearly our highest risk periods," Dr. Michael Kaufmann, EMS medical director with the Indiana Department of Homeland Security, told the Associated Press. "We're not expecting the drops in temperature at night or the humidity that we often realize when the sun goes down."

Pet owners have been cautioned to avoid walking their animals on paved or concrete areas because the temperature of the surfaces could rise high enough to burn paws.

XS
SM
MD
LG