ເມື່ອຮອດທ້າຍປີນີ້ ພວກນັກວິທະຍາສາດອາດສາມາດສ້າງຈີໂນມທຽມ ຫລື
DNA ທີ່ເຕັມສຸດທີ່ມີກໍາມະພັນທຸກອັນຂອງເຊື້ອຢີສທົ່ວໄປໄດ້ຢ່າງເຕັມສ່ວນ. ການ
ພັດທະນາຢ່າງວ່ອງໄວໃນດ້ານວິສະວະກໍາພັນທຸກໍາ ໃນມື້ນຶ່ງຂ້າງໜ້າ ອາດຈະນໍາໄປ
ສູ່ການສ້າງສິ່ງທີ່ມີຊີວິດທີ່ສັບສົນທີ່ສຸດ, ແມ່ນແຕ່ສ້າງຄົນກໍເປັນໄດ້. ພວກນັກວິທະ
ຍາສາດເວົ້າວ່າ ພວກເຂົາເຈົ້າຮູ້ແຈ້ງກ່ຽວກັບຄວາມສ່ຽງຂອງການເຮັດແນວນັ້ນຢ່າງ
ເຕັມປ່ຽມ ແຕ່ວ່າກໍຮູ້ຈັກຜົນປະໂຫຍດອັນໃຫຍ່ຫລວງຂອງມັນເຊັ່ນກັນ. George Putic,
ນັກຂ່າວຂອງວີໂອເອ ມີລາຍລະອຽດກ່ຽວກັບເລື່ອງນີ້ ຊຶ່ງບົວສະຫວັນ ຈະນໍາມາສະເໜີ
ທ່ານ ໃນອັນດັບຕໍ່ໄປ.
ເປັນເວລາປະມານ 4 ພັນປີມາແລ້ວ ທີ່ມະນຸດເຮົາໄດ້ໃຊ້ເຊື້ອຢິສມາເຮັດເຂົ້າຈີ່ ແລະ
ເຄື່ອງດື່ມທີ່ມີທາດເຫລົ້າ ແຕ່ຫລາຍຄົນບໍ່ເຄີຍຄິດເລີຍວ່າ ເຊື້ອຢິສ ແມ່ນສິ່ງທີ່ມີຊີວິດ.
ຄ້າຍຄືກັນຫລາຍກັບແຊລຂອງມະນຸດ, ແຊລຂອງເຊື້ອຢີສ ມີອົງປະກອບນຶ່ງຂອງແຊລ
ທີ່ມີສາຍຂອງ DNA ຍາວ ຊຶ່ງບັນຈຸຂໍ້ມູນທັງໝົດທີ່ຕ້ອງການສໍາລັບການຂະຫຍາຍໂຕ
ແລະແຜ່ພັນ. ເທັກໂນໂລຈີທີ່ທັນສະໄໝເຮັດໃຫ້ພວກນັກວິ ທະຍາສາດສາມາດຕັດ
ແລະຕິດໂມລະກູນຂອງຊີວະພາບສີ່ອັນທີ່ມີ DNA ຊຶ່ງມັກ ເອີ້ນກັນວ່າ A, C, G, ແລະ T.
ແຕ່ວ່າ ໃນການທົດລອງຂອງເຂົາເຈົ້າຕໍ່ເຊື້ອຢີສ ທີ່ຫ້ອງທົດລອງ Boeke ຂອງມະຫາ
ວິທະຍາໄລນີວຢອກນັ້ນ ພວກນັກວິທະຍາສາດແມ່ນໃຊ້ວິທີການຕ່າງຈາກນັ້ນ.
ທ່ານນາງ Leslie Mitchell, ຈາກຫ້ອງທົດລອງ Boeke ເວົ້າວ່າ:
“ແທນທີ່ຈະເລີ້ມຕົ້ນດ້ວຍສິ່ງທີ່ມີຢູ່ແລ້ວຢູ່ໃນທໍາມະຊາດ ແລະທໍາການປ່ຽນແປງ
ເພື່ອເບິ່ງວ່າຈະມີຫຍັງເກີດຂຶ້ນ ພວກເຮົາສາມາດເຮັດວິທີທີ່ເລີ້ມແຕ່ຈຸດລຸ່ມຂຶ້ນໄປ
ຫາເທິງ ທີ່ພວກເຮົາໄດ້ອອກແບບທັງໝົດລະບົບແຕ່ຕອນຕົ້ນໆ ຂຶ້ນໄປແລ້ວເບິ່ງ
ວ່າມັນຈະເປັນຄືກັນກັບສິ່ງທີ່ພວກເຮົາໄດ້ຄາດຄິດໄວ້ຫລືບໍ່.”
ໂດຍທີ່ໃຊ້ເຄື່ອງຄອມພີວເຕີຊ່ວຍ ກ້ອນຂອງສາຍ DNA ທີ່ບັນຈຸລໍາດັບການປະຕິບັດ
ງານຊຸດນຶ່ງ ເຊັ່ນ T-A-G ໄດ້ຖືກຕັດອອກ ແລະເອົາລໍາດັບທຽມໃນການປະຕິບັດງານ
ທີ່ສ້າງຂຶ້ນ ເຊັ່ນ T-A-A ມາໃສ່ແທນ.
ທີ່ຜ່ານມາ ພວກນັກວິທະຍາສາດ ໄດ້ສ້າງ ແລະປ່ຽນໂຄຣໂມໂຊມຂອງຢີສ 16 ອັນ
ອອກໄປ ແລະພວກເຂົາເຈົ້າເຫັນວ່າມັນຍັງໃຊ້ການໄດ້ດີຢູ່.
ພວກນັ້ກຄົ້ນຄວ້າເວົ້າວ່າ ພວກເຂົາເຈົ້າຮູ້ດີກ່ຽວກັບຂໍ້ຂ້ອງໃຈໃນເລື່ອງຈັນຍາບັນ ທີ່
ເກີດມາຈາກການທົດລອງດັ່ງກ່າວຕໍ່ DNA ແລະພວກເຂົາເຈົ້າພ້ອມແລ້ວທີ່ຈະອະທິ
ບາຍກ່ຽວກັບເລື່ອງນີ້.
ທ່ານນາງ Leslie Mitchell ເວົ້າອີກວ່າ:
“ແລະສິ່ງນັ້ນ ແມ່ນກ່ຽວຂ້ອງກັບການໂອ້ລົມກັບນັກຈາຣິຍະທໍາ, ພວກສ້າງນະໂຍ
ບາຍ,ພວກສ້າງກົດລະບຽບ, ນັກວິທະຍາສາດ, ປວງຊົນທົ່ວໄປ. ຂ້າພະເຈົ້າຢາກໃຫ້
ແມ່ຂອງຂ້າພະເຈົ້າເຫັນວ່າເລື່ອງນີ້ເປັນເລື່ອງທີ່ຮັບໄດ້.”
ແຕ່ວ່າ ພວກນັກຄົ້ນຄວ້າຜູ້ອື່ນໆ ທີ່ທໍາການທົດລອງຕໍ່ DNA ແມ່ນພາກກັນລໍຖ້າຜົນ
ການທົດລອງດ້ວຍໃຈຈົດຈໍ່.
ທ່ານ June Medford ຈາກມະຫາວິທະຍາໄລ Colorado ໃຫ້ຄໍາເຫັນວ່າ:
“ຂ້າພະເຈົ້າເອົາໃຈໃສ່ຢ່າງລະມັດລະວັງຕໍ່ເລື່ອງນີ້ ເມື່ອເຂົາເຈົ້າເວົ້າວ່າ ‘ນີ້ຄືບົດຮຽນ
ທີ່ຖອດຖອນມາໄດ້’ ເພາະວ່າ ຖ້າຫາກເຂົາເຈົ້າບໍ່ສາມາດເຮັດການທົດລອງແບບນີ້ຕໍ່
ສິ່ງງ່າຍໆ ເຊັ່ນເຊື້ອຢີສແລ້ວ ຂ້າພະເຈົ້າກໍຈະບໍ່ສາມາດເຮັດເຊັ່ນນັ້ນຕໍ່ຕົ້ນໄມ້ໄດ້ຈັກ
ເທື່ອເລີຍ.”
ເປົ້າໝາຍທ້າຍສຸດກໍຄື ການສ້າງຢີສທຽມທີ່ສາມາດເໝາະສົມສໍາລັບການຜະລິດຢາ ຫລື
ເຊື້ອໄຟຫລາຍກວ່າເກົ່າ. ພວກນັກຄົ້ນຄວ້າຄົນອື່ນໆ ເວົ້າວ່າ ການຕັດຕໍ່ຢີນ ຫລືພັນທຸວິ
ສາວະກໍາ ອາດນໍາໄປສູ່ການປູກຕົ້ນໄມ້ທີ່ສາມາດກວດຈັບເອົາອາກາດເປັນພິດ ແລະ
ແມ່ນກະທັ້ງກວດເບິ່ງວ່າມີວັດຖຸລະເບີດຫລືບໍ່ ໄດ້.