ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ພຶດສະພາ ໒໐໒໓

ນັກວິທະຍາສາດ ຊອກຫາທາງ ຍຸດຕິ ການລະບາດຂອງ ໂຣກຕີນຊ້າງ (ວີດີໂອ ຮຽນພາສາອັງກິດ)


ໂຣກ ຕີນຊ້າງ ຫລື Elephantiasis ກະທົບຕໍ່ 120 ລ້ານຄົນ ຢູ່ໃນອາຟຣິກາ ແລະເອເຊຍ.
ໃນ​ສາລະ​ຄະດີ​ການ​ແພດ​ຂອງ​ເຮົາ​ມື້​ນີ້ ​ ສິງ​ຈະ​ນຳ​ເອົາ​ເລື້ອງ
ວິທີປ້ອງ​ກັນໂຣກຊໍາ​ເຮື້ອ​ຊະນິດ​ນຶ່ງ ​ທີ່​ເອີ້ນເປັນ​ພາສາ​ອັງກິດ
​ວ່າ Elephantiasis ​ຫລືໂຣກຕີນຊ້າງ ມາສະ​ເໜີທ່ານ.

ລິງໂດຍກົງ

ເບິ່ງວີດີໂອ ກັບຮຽນພາສາອັງກິດໄປພ້ອມ:

Elephantiasis Affects Millions Worldwide
please wait

No media source currently available

0:00 0:03:12 0:00
ລິງໂດຍກົງ

ບັນດາ​ນັກວິທະຍາສາດກຳລັງ​ດຳ​ເນີນ​ງານ ​ເພື່ອ​ຊອກ​ຫາ​ຊ່ອງທາງ​ຍຸຕິການລະບາດຂອງ​
ພະຍາດ​ທີ່​ເປັນ​ໄພ​ຂົ່ມຂູ່​ຕໍ່ 1 ສ່ວນ 5ຂອງ​ປະຊາກອນ​ທັງ​ໝົດໃນໂລກ. ມີ​ປະຊາຊົນໃນຈຳ
ນວນ​ຫຼາຍ​ກວ່າ 120 ລ້ານ​ຄົນ ​ຕິດ​ໂຣກ​ຕີນ​ຊ້າງ ທີ່​ເອີ້ນກັນ​ອີກ​ຊື່​ນຶ່ງ​ວ່າ ພະຍາດໜັງ​ຊ້າງ​
ຫຼື elephantiasis. ພະຍາດ​ດັ່ງກ່າວ​ໄດ້​ຖືກ​ພົບເຫັນ​ສ່ວນ​ໃຫຍ່ ​ໃນເຂດ​ເອເຊຍຕາ​ເວັນ
​ອອກສຽງ​ໃຕ້ແລະ​ໃນທະວີບອາ​ຟຣິກາ. ມັນມີ​ຜົນ​ກະທົບກະ​ເທືອ​ນຕໍ່​ລະບົບ​ຕ່ອມ​ນ້ຳເຫຼືອງ
ຊຶ່ງ​ພາກສ່ວນ​ສຳຄັນໃນການ​ປ້ອງ​ກັນ​ທາງທຳ​ມະ​ຊາດ​ຂອງ​ຮ່າງກາຍ​ ເພື່ອ​ຕໍ່ສູ້​ກັບ​ພະຍາດ.

ພະຍາດ​ຕີນ​ຊ້າງນີ້ ​ສາມາດ​ເຮັດ​ໃຫ້​ຜິວໜັງ​ ແລະ​ເນື້ອ​ເຍື່ອພອງ​ຂຶ້ນ ຫຼື​ຂະຫຍາຍຕົວ​ຂຶ້ນ.
ສາ​ເຫດ​ກໍ​ແມ່ນ​ວ່າ​ເຊື້ອ​ພະຍາດເຂົ້າ​ໄປ​ໃນ ​ແລະ​ອາ​ໄສ​ຢູ່​ໃນ​ທໍ່​ຕ່ອມ​ນ້ຳ​ເຫຼືອງ ເປັນ​ເວລາ
6 ຫາ 8 ປີ.

ບັນດາ​ນັກວິທະຍາສາດ​ກ່າວ​ວ່າ ​ເຂົາ​ເຈົ້າ​ສາມາດ​ສະ​ແດງ​ໃຫ້​ເຫັນ​ວ່າ ​ສາ​ເຫດ​ທີ່​ພາ​ໃຫ້​
ເກີດພະຍາດ​ຕີນ​ຊ້າງ​ນີ້​ ສາມາດ​ຢຸດ​ໄດ້. ​ເຂົາ​ເຈົ້າ​ຮຽກຮ້ອງ​ໃຫ້​ພວກ​ທີ່ມີ​ຄວາມ​ສ່ຽງນັ້ນ ​
ພາກັນ​ນອນ​ໃນ​ມຸ້ງ ​ທີ່ອາບຢາ​ເຄມີຂ້າ​ໂຕ​ຍຸງ​.

ດຣ. Lisa Reimer ທີ່​ເປັນອາຈານ​ສອນ​ຢູ່​ສະ​ຖາ​ບັນ​ການແພດເຂດ​ຮ້ອນ Liverpool
ຊຶ່ງ​ເຄີຍ​ຮັບ​ໃຊ້​ ໃນ​ປະ​ເທດ Papua New Guinea ຮ່ວມ​ຢູ່​ໃນ​ທີ​ມງານ​ນຶ່ງ ທີ່​ທຳ​ການ ​
ສຶກສາ​ກ່ຽວ​ກັບ​ພະຍາດ​ດັ່ງກ່າວ. ທີ​ມງານ​ທີ່​ວ່າ​ນີ້ ​ປະກອບ​ດ້ວຍ​ບັນດາ​ນັກ​ຄົ້ນຄວ້າທີ່
ມາ​ຈາກ Papua New Guinea ອັງກິດ ອອສ​ເຕຣ​ເລຍ ​ແລະ​ສະຫະລັດ​ອາ​ເມຣິກາ.

ດຣ​. Reimer ກ່າວວ່າ ທ່ານນາງມີຄວາມປະຫຼາດໃຈ ນຳປະສິດທິຜົນຂອງມຸ້ງອາບຢາ ຂ້າແມງໄມ້ ເພື່ອຕໍ່ຕ້ານໂຣກໄຂ້ຍຸງ ທີ່ສາມາດຕໍ່ຕ້ານກັບພະຍາດດັ່ງກ່າວນີ້ໄດ້.

ດຣ​. Reimer ​ເວົ້າວ່າ “ພະຍາດໜັງຊ້າງ ຫຼື Filariasis ເກີດຈາກຍຸງກັດໃນຍາມ
ມື້ຄືນເທົ່ານັ້ນ ດັ່ງນີ້ມັນເວລາທີ່ເບິ່ງຄືວ່າຜູ້ຄົນສາມາດປົກປ້ອງຈາກການຕິດເຊື້ອ
ພະຍາດດັ່ງກ່າວ ໄດ້ໂດຍພາກັນນອນ ຢູ່ໃນມຸ້ງອາບຢາ. ດັ່ງນີ້ ພວກເຮົາເຫັນວ່າ
ການໃຊ້ມຸ້ງອາບຢາເຄມີ ຄວາມຈິງແລ້ວ ເປັນສິ່ງກີດກັນທີ່ສຳຄັນໃນການຕໍ່ຕ້ານ
ການຕິດເຊື້ອພະຍາດໜັງຊ້າງ ໃນບ່ອນທີ່ການຕິດພະຍາດໄຂ້ຍຸງອາດຈະຍັງມີຢູ່
ນອກເວລາທີ່ຜູ້ຄົນຢູ່ໃນມຸ້ງ
."

ຕາມທຳມະດານັ້ນ ພວກນາຍແພດພາກັນໃຊ້ຢາຊະນິດຕ່າງໆ ເພື່ອຕໍ່ສູ້ກັບພະຍາດດັ່ງ
ກ່າວນີ້. ດຣ.Reimer ກ່າວວ່າ ພວກນາຍແພດໃນປະເທດ Papua New Guineaໄດ້
ເອົາຢາໃຫ້ປະຊາຊົນໃຊ້ໃນ 5 ໝູ່ບ້ານ ແລະທ່ານນາງກ່າວຕື່ມວ່າ ການປິ່ນປົວເກືອບ
ເຮັດໃຫ້ ໄພຂົ່ມຂູ່ ຈາກການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ ຕໍ່ມະນຸດໝົດໄປ ແຕ່
ຢານີ້ບໍ່ສາມາດ​ຍຸຕິໄພຄຸກຄາມຈາກຍຸງ​ໄດ້. ມຸ້ງທີ່ອາບຢາ ກີດກັນບໍ່ໃຫ້ພວກຍຸງຕົວແມ່
ໄປດູດເອົາເລືອດ ຊຶ່ງເປັນສິ່ງຈຳເປັນສຳລັບຍຸງ ທີ່ຈະແຜ່ພັນ​ໄດ້. ນອກນັ້ນ ຢາຂ້າຍຸງດັ່ງ
ກ່າວ ຍັງຕັດຊີວິດຂອງພວກຍຸງ ລົງໄດ້ເຄິ່ງນຶ່ງ ຊຶ່ງ ດຣ.Reimer ກ່າວວ່າ:

“ຖ້າພວກເຮົາສາມາດລົດອັດຕາຍຸງກັດລົງໄດ້ ຫຼັງຈາກນັ້ນ ພວກເຮົາຈະສາມາດ
ເພີ່ມທາງກີດກັນການແຜ່ຜາຍຂອງພະຍາດດັ່ງກ່າວໃຫ້ໝົດໄປໄດ້. ດັ່ງນີ້ ໃນການ
ຄວບຄຸມຕົວຍຸງ​ໄດ້ໝາຍຄວາມວ່າ ພວກເຮົາວາງເປົ້າໝາຍ ສຳລັບຄຸ້ມ​ຄອງ​ໃນ
​ການ​ໃຊ້ຢາໄດ້ຜົນຫຼາຍຂຶ້ນ.”


ເບິ່ງວີດີໂອ ກ່ຽວກັບເລື້ອງນີ້:



ອົງການອະນາໄມໂລກໄດ້ວາງເປົ້າໝາຍ ທີ່ຈະຢຸດການແຜ່ລາມຂອງໂຣກຕີນຊ້າງນີ້
ໃນຖານະເປັນບັນຫາດ້ານ​ສາທາ​ລະນະ​ສຸກຂອງປະຊາຊົນອັນນຶ່ງ ໃຫ້ໄດ້ພາຍໃນປີ
2020. ອົງການອະນາໄມໂລກກະປະມານວ່າ ປະຊາຊົນໃນຈຳນວນ 1400 ລ້ານຄົນ
ໃນ 73 ປະເທດ ​ແມ່ນສ່ຽງຕໍ່ການຕິດເຊື້ອພະຍາດດັ່ງກ່າວ.

ພວກເດັກນ້ອຍມັກຕິດເຊື້ອພະຍາດນີ້ ແຕ່ບໍ່ມີຮ່ອງຮອຍໃດໆສະແດງໃຫ້ເຫັນການ​ເປັນ ພະຍາດດັ່ງກ່າວ ຈົນກວ່າເຂົາເຈົ້າເຕີບໃຫຍ່ຂຶ້ນມາ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG