ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນັກວິທະຍາສາດ ຜະລິດຜິວໜັງ ຂອງ​ຄົນ ​ທີ່​ໃຊ້​ງານ​ໄດ້ແລ້ວ


​ແມ່ນ​ຫຍັງ​ຄື​ອະ​ໄວ​ຍະ​ວະ​ທີ່​ໃຫຍ່​ທີ່​ສຸດ ​ໃນ​ຮ່າງກາຍ​ຂອງ​ຄົນ​ເຮົາ? ​ນັ້ນແມ່ນຄໍາ​
ຖາມປິດ​ສະໜາ​ເກົ່າ ​ແລະ​ແນ່ນອນຄໍາ​ຕອບ​ກໍ​ຕ້ອງ​ແມ່ນ​ຜິວໜັງຢູ່​ແລ້ວ. ມັນ​ເປັນ​ສິ່ງ​ທີ່ໜ້າອັດສະຈັນຫຼາຍ​, ຈະຖາມ​ທ່ານໝໍ ທ່ານ​ໃດ​ກໍ​ໄດ້ກ່ຽວກັບ​ບົດບາດ​ຂອງມັນ​ໃນ
​ການ​ປົກ​ປ້ອງ​ສິ່ງ​ທີ່ຢູ່​ທາງ​ໃນ​ຂອງ​ພວກ​ເຮົາ ບໍ່​ໃຫ້ເກີດ​ບັນຫາ​ຕ່າງໆ. ​ເພາະສະນັ້ນ
ມັນ​ຈຶ່ງ​ເປັນ​ເລື່ອງ​ສໍາຄັນ ທີ່​ບັນດານັກວິທະຍາ​ສາ​ດຢູ່​ມະຫາວິທະຍາ​ໄລ​ ​ໃນປະເທດ
​ສະ​ເປ​ນ ພາກັນຮຽນວິທີ​ຜະລິດ​ສິ່ງ​ທີ່​ເຂົາ​ເຈົ້າ​ເອີ້ນວ່າ ໜັງຂອງ​ຄົນ​ທີ່​ໃຊ້​ງານ​ໄດ້ ​ຢ່າງ
​ສົມບູນ ດ້ວຍ​ເຄື່ອງພິມ 3D ຫລື 3 ມິ​ຕິ ທີ່​ມີ​ເປັນ​ເຄື່ອງພິມ ​ທີ່​ມີແປ້ນ​ພິມ​ໃຫຍ່. Kevin
Enochs ນັກ​ຂ່າວ​ຂອງວີ​ໂອ​ເອ ມີລາຍງານກ່ຽວກັບເລື່ອງນີ້​ ຊຶ່ງ​ບົວ​ສະຫວັນ ຈະ​ນໍາ​
ມາສະ​ເໜີທ່ານໃນ​ອັນ​ດັບ​ຕໍ່​ໄປ:

ພວກນັກວິທະຍາ​ສາ​ດ​ໄດ້​ສ້າງ​ຜິວໜັງຢູ່​ໃນ​ຫ້ອງ​ທົດ​ລອງມາ​ເປັນເວລາຂ້ອນ​ຂ້າງດົນ​
ນານມາ​ແລ້ວ ​ແຕ່​ວ່າການ​ໃຊ້​ເຄື່ອງ​ພິມຊີວະພາບ ພິມໜັງອອກ​ມານັ້ນ ທາງນັກວິທະ
ຍາ​ສາ​ດທັງຫລາຍເວົ້າວ່າ ​ເປັນ​ການຄົ້ນພົບ​ໃໝ່ ທີ່​ຍິ່ງ​ໃຫຍ່​ຫລາຍ. ດັ່ງ​ທີ່​ທ່ານ Jose Luis Jorcano, ຈາກ​ພະ​ແນ​ກວິສະວະ​ກໍາ​ດ້ານຊີວະ​ພາບ UC3M ທີ່​ປະເທດສະ​ເປ​ນ​ເວົ້າວ່າ:

“ການ​ທີ່​ເຮົາ​ມີ​ຄວາມ​ສາມາດ​ໃນ​ການ​ໃຊ້​ເຄື່ອງພິມ​ຊີວະ​ພາບ ​ເພື່ອ​ຄວບ​ຄຸມ​ຈໍານວນ​ຂອງ​ຜິວໜັງ ​ໃນແຕ່ລະ​ໄລຍະ ​ແລະ​ຄວບ​ຄຸມ​ເນື້ອທີ່​ໄດ້ ​ເຮັດ​ໃຫ້​ພວກ​ເຮົາ​ມີ​ຄວາມ​ສາມາດ​ອັນ​ໃໝ່ ທີ່​ບໍ່ຄາດ​ຝັນ​ມາ​ກ່ອນ ​ໃນ​ເວລາທີ່​ພວກ​ເຮົາເຮັດຜິວໜັງດ້ວຍ​ການ​ໃຊ້​ມື.

ຈຸດ​ຫລັກ​ຂອງຂັ້ນຕອນ​ດັ່ງກ່າວ​ແມ່ນ ນໍ້າ​ມຶກ​ຊີວະ​ພາບ ຊຶ່ງ​ເປັນການ​ປະດິດເຍື້ອຫຸ້ມ​ແຊ​ລທີ່​ມີ​ແຊ​ລຂອງ​ຜິວໜັງຂອງຄົນ ທີ່​ເປັນ​ແຊ​ລເນື້ອເຍື້ອ ​ໜຽວຕິດ​ກັນທີ່​ເອີ້ນວ່າ ​ແຊ​ລສ້າງ​ເສັ້ນໃຍ ຫຼື fibroblast ​ແລະ​ວັດຖຸ​ຊີວະ​ພາບ​ອັນ​ອື່ນໆ.

ບໍລິສັດ Biodan ຊຶ່ງ​ເປັນ​ບໍລິສັດວິສະວະ​ກໍາ​ດ້ານຊີວະ​ພາບ ກໍາລັງ​ໃຫ້​ຄວາມ​ຮ່ວມ​ມືກັບພວກ​ນັກຄົ້ນຄວ້າ. ພວກ​ຫົວໜ້າທີ​ມຄົ້ນຄວ້າ​ເວົ້າວ່າ ຂັ້ນຕອນການ​ປູກຜິວໜັງ​ພົວພັນກັບ​ການ​ພົ່ນ “ນໍ້າ​ມຶກ​ຊີວະ​ພາບ” ​ໃສ່ແຜ່ນແປ້ນ​ພິມ ທີ່​ຜິວໜັງກໍ່ຕົວ​ຂຶ້ນ. ດັ່ງ​ທີ່​ທ່ານ Alfredo Brisac, ຈາກ​ກຸ່ມ Biodan ອະທິບາຍ​ວ່າ:

“ພວກ​ເຮົາ​ຜະລິດ​ຜິວໜັງຂອງ​ຄົນໄດ້ 100 ​ເປີ​ເຊັນ ດ້ວຍການ​ໃຊ້​ຊັ້ນໜັງຫລັກ​ ຂອງ​ມັນ​ເອງສອງຢ່າງ: ຄືຜິວໜັງຊັ້ນ​ໃນ ​ແລະ​ຜິວໜັງຊັ້ນນອກ​ສຸດ ທີ່ສາມາດ​ສ້າງທາດ​ໂຄ​ລາ​ເຈນເອົາ​ເອງ​ໄດ້. ມັນ​ສາມາດ​ນໍາໄປໃຊ້ຢູ່​ໃນ​ຂະ​ແໜງການແພດ ​ຫລື ອຸດສາຫະກໍາ ສໍາລັບ​ປິ່ນປົວການ​ຖືກ​ບາດ​ເຈັບ ຫລື​ຖືກ​ໄຟ​ໄໝ້ ຫລື​ນໍ້າຮ້ອນລວກ. ນອກນັ້ນ ມັນ​ຍັງ​ສາມາດ​ຖືກ​ນໍາ​ໃຊ້​ເຂົ້າ​ໃນການ​ທົດ​ລອງ ​ໃນ​ຂະ​ແໜງອຸດ​ສາ​ຫະກໍາ​ທາງດ້ານ​ເຄມີ, ດ້ານເພຊັດສະກຳ ຫລື ​ເຄື່ອງ​ສໍາອາງຕ່າງໆ”

ຜິວໜັງຊີວະ​ພາບ​ສາມາດສ້າງຂຶ້ນ​ໄດ້​ດ້ວຍ​ການ​ໃຊ້ ​ແຊ​ລຜິວໜັງຂອງ​ຄົນ ​ເພື່ອ​ນໍາໄປ​ໃຊ້​ໃນ​ຂະ​ແໜງການ​ແພດ ​ເຊັ່ນ​ການ​ປິ່ນປົວ​ການ​ຖືກ​ເຜົາ​ໄໝ້ຢ່າງ​ຮ້າຍ​ແຮງ.

​ເຄື່ອງພິມ​ດັ່ງກ່າວ​ສາມາດ​ຜະລິດ​ໜັງທີ່​ພິມ​ອອກ​ໄດ້ປະມານ 100 ຊັງ​ຕີ​ແມັດ​ມົນທົນ ​ໃນເວລາປະມານເຄິ່ງຊົ່ວ​ໂມງ.

ພວກ​ນັກຄົ້ນຄວ້າ​ເວົ້າວ່າ ​ເລີ້ມຈາກ​ນີ້​ໄປ ບາດກ້າວ​ທີ່​ຖືກ​ຕ້ອງຕໍ່​ໄປກໍ​ຄື ດໍາ​ເນີນການ​ດ້ານ​ວິສະວະ​ກໍາ​ຊີວະ​ພາບສຳລັບອະ​ໄວ​ຍະ​ວະ​ທຸກ​ປະ​ເພ​ດ​. ດັ່ງ​ທີ່​ທ່ານJose Luis Jorcano, ຈາກ​ພະ​ແນ​ກວິສະວະ​ກໍາ​ດ້ານຊີວະ​ພາບ UC3M ທີ່​ສະ​ເປ​ນກ່າວ​ສະຫລຸບວ່າ:

“ຄວາມ​ຄິດ​ສໍາລັບ​ອະນາຄົດ​ກໍຄື​ ຄວາມ​ສາມາດ​ໃນ​ການພິມ​ອະ​ໄວ​ຍະ​ວະ​ທີ່​ມີ​
ຄວາມ​ສັບສົນ ​ເຊັ່ນ ໝາກຫົວ​ໃຈ ຫລືໝາກ​ໄຂ່ຫລັງ ​ແຕ່​ວ່າ ດັ່ງ​ທີ່ຂ້າພະ​ເຈົ້າໄດ້ເວົ້າໄປນັ້ນກໍແມ່ນວ່າ ​ແລ້ວ ອັນນັ້ນ​ຄື​ຄວາມ​ປາດ​ຖະໜາ ​ແລະ​ຄວາມ​ຝັນ​
ຂອງ​ພວກ​ເຮົາທຸກ​ຄົນ ທີ່​ເຮັດ​ວຽກຢູ່​ໃນ​ຂົງ​ເຂດ​ວຽກງານ​ນີ້ ແຕ່​ແນວ​ໃດ​ກໍ​ຕາມ
ມັນ​ກໍຍັງ​ບໍ່ທັນມີກໍານົດເທື່ອວ່າ​ຈະ​ເປັນ​ໄປໄດ້ມື້​ໃດ​.”

ປັດຈຸບັນຜິວໜັງຊີວະ​ພາບ ກໍາລັງ​ໄດ້ຮັບ​ການ​ສຶກສາຄົ້ນຄວ້າຢູ່ ​ໂດຍ​ອົງການ​ວາງ​ລະບຽບຂອງຢູ​ໂຣບ ​ເພື່ອ​ຮັບປະກັນ​ວ່າ​ມັນ​ປອດ​ໄພ ຫາກ​ແຕ່​ວ່າ ກໍ​ຈະສາມາດ​ມີ​ໄວ້​
ໃຫ້​ໃຊ້​ໃນ​ຂະ​ແໜງການ​ແພດ ​ແລະ​ເພສັດຊະກຳໃນ​ໄວໆນີ້.

ອ່ານເລື່ອງນີ້ເປັນພາສາອັງກິດເພີ້ມອີກ
XS
SM
MD
LG