ໂຣກມະເຮັງມ້າມເປັນໂຣກມະເຮັງທີ່ເປັນອັນຕະລາຍຮ້າຍແຮງທີ່ສຸດປະເພດນຶ່ງ ເພາະວ່າສ່ວນຫລາຍແລ້ວມັນເກືອບວ່າຖືກຄົ້ນພົບຊ້າເກີນໄປ. ໂຣກມະເຮັງຊະນິດນີ້ແມ່ນຍາກທີ່ຈະກວດພົບ ແລະອາການຂອງມັນຈະປາກົດອອກກໍຕໍ່ເມື່ອໂຣກມະເຮັງໄດ້ເຖິງຂັ້ນຮ້າຍແຮງແລ້ວ. ແຕ່ວ່າດັ່ງທີ່ Carol Pearson, ນັກຂ່າວຂອງວີໂອເອລາຍງານມາ, ບັນດານັກຄົ້ນຄວ້າ ກຳລັງເລີ້ມສ້າງຄວາມກ້າວໜ້າກ່ຽວກັບພະຍາດທີ່ຖືກວິນິໄສຍາກທີ່ສຸດປະເພດນີ້ຢູ່. ບົວສະຫວັນຈະນຳລາຍລະອຽດກ່ຽວກັບເລື້ອງ ນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.
ປະທານາສານສູງສຸດສະຫະລັດ, ທ່ານນາງ ຣຸດ ແບດເດີ ກິນສ໌ເບີກ (Ruth Bader Ginsburg) ບາງທີອາດຈະເປັນຄົນທີ່ມີຊື່ສຽງຫລາຍທີ່ສຸດ ທີ່ລອດຊີວິດມາຈາກການເປັນໂຣກມະເຮັງມ້າມ. ທີ່ຈິງແລ້ວທ່ານນາງໄດ້ເປັນພະຍາດນີ້ສອງຄັ້ງ. ໂຣກມະເຮັງຂອງທ່ານນາງກິນສ໌ເບີກ (Ginsburg) ໄດ້ຖືກຄົ້ນພົບແຕ່ຫົວທີ ຊຶ່ງເປັນກໍລະນີທີ່ຫາຍາກຫລາຍ.
ການເຮັດເຄມີບຳບັດເປັນວິທີປິ່ນປົວອັນນຶ່ງ ສຳລັບໂຣກມະເຮັງມ້າມ ແຕ່ວ່າ ມີພຽງແຕ່ 9 ເປີເຊັນ ຂອງຄົນທີ່ຖືກວິນິໄສວ່າເປັນພະຍາດນີ້ເທົ່ານັ້ນ ທີ່ຍັງມີຊີວິດລອດຢູ່ໄດ້ໃນ 5 ປີຕໍ່ມາ. ບ່ອນທີ່ມ້າມຢູ່ນັ້ນ ເຮັດໃຫ້ມັນຍາກທີ່ຈະກວດພົບໂຣກມະເຮັງໄດ້.
ມ້າມແມ່ນຢູ່ທາງຫລັງຂອງຊ່ອງທ້ອງ. ມັນຖືກກະເພາະແລະຕັບບັງໄວ້ເພາະສະນັ້ນຈຶ່ງບໍ່ສາມາດເຫັນ ຫລື ມີຄວາມຮູ້ສຶກໄດ້ວ່າມັນມີເນື້ອງອກ ຫລືພົກນ້ຳຂອງໂຣກມະເຮັງຢູ່ໃນນັ້ນ. ແລະນອກນັ້ນ ມັນຍັງມີເຫດຜົນອັນອື່ນອີກ...
ດຣ. ໂຊມາສເຊຄາ ກຣິສນາ (Dr. Somashekar Krishna) ທີ່ສູນກາງການແພດເວັກສ໌ເນີ (Wexner) ຂອງມະຫາວິທະຍາໄລລັດໂອຮາຍໂອບອກວ່າ:
"ໂຣກມະເຮັງບໍ່ໄດ້ສະແດງອາການໃດໆອອກມາໃຫ້ຮູ້ແຕ່ຫົວທີ."
ນາງ ປາທຣີຊາ ບີດທີ (Patricia Beatty) ເຈັບປວດຢູ່ທ້ອງຂອງລາວ ແລະໃນໄລຍະທີ່ມີການຖ່າຍພາບໂດຍໃຊ້ອູລຕຣາຊາວດ໌ ຢູ່ນັ້ນ ທ່ານໝໍໄດ້ພົບພົກນ້ຳອັນນຶ່ງ.
ນາງ ບີດທີ (Beatty), ຄົນປ່ວຍທີ່ເປັນໂຣກມະເຮັງເວົ້າວ່າ:
"ເພິ່ນບອກຂ້ອຍວ່າ ມັນມີພົກນ້ຳຢູ່ໃນຫັ້ນ ແລະເວົ້າວ່າມັນເປັນສິ່ງທີ່ເກີດຂຶ້ນກ່ອນຈະເປັນໂຣກມະເຮັງ."
ບັນດາທ່ານໝໍ ສາມາດທົດລອງທາດແຫລວຢູ່ໃນພົກນ້ຳນັ້ນໄດ້. ແຕ່ວ່າ ມັນເປັນການຍາກຫລາຍທີ່ຈະບອກໄດ້ວ່າເປັນພົກນ້ຳໃດຈະກາຍເປັນພົກນ້ຳທີ່ຈະພາໃຫ້ເປັນໂຣກມະເຮັງ.
ດຣ. ກຣິສນາ (Krishna) ທີ່ສູນກາງການແພດເວັກສ໌ເນີ (Wexner) ຂອງມະຫາວິທະຍາໄລລັດໂອຮາຍໂອ ໄດ້ນຳພາການສຶກສາຄົ້ນຄວ້າບັ້ນນຶ່ງ ກ່ຽວກັບວິທີການວິໄຈໃໝ່ ທີ່ເຮັດໃຫ້ບັນດາທ່ານໝໍສາມາດຊ່ອງເຫັນຝາຜະໜັງຂອງພົກນ້ຳໄດ້… ການຕັດເອົາເນື້ອເຍື່ອຂອງພົກນ້ຳນີ້ ໄປກວດຢ່າງແທ້ຈິງແລ້ວ ໄດ້ກັບກາຍມາເປັນວິທີ ທີ່ບອກຜົນກວດໄດ້ຢ່າງຊັດເຈນຫລາຍທີ່ສຸດ.
ດຣ. ກຣິສນາ (Krishna) ອະທິບາຍວ່າ:
“ພວກເຮົາສາມາດວິນິໄສພົກນ້ຳທີ່ມັນສາມາດບົ່ງບອກຄວາມຊັດເຈນໄດ້ປະມານ 96 ຫາ 97 ເປີເຊັນ."
ຂັ້ນຕອນດັ່ງກ່າວແມ່ນໃຊ້ກ້ອງຊ່ອງນ້ອຍໆ ທີ່ເຮັດໃຫ້ພວກທ່ານໝໍສາມາດເບິ່ງຂ້າງໃນພົກນ້ຳນັ້ນໄດ້.
ດຣ. ກຣິສນາ (Krishna) ກ່າວເພີ້ມອີກວ່າ: "ເມື່ອເບິ່ງພາບຂອງຝາຜະໜັງຂອງພົກນ້ຳທີ່ສາຍອອກມາທາງວີດິໂອໂດຍກົງໃຫ້ເຮົາເຫັນຢູ່ໃນເວລານັ້ນເລີຍແລ້ວ ພວກເຮົາກໍສາມາດສະຫລຸບໄດ້ວ່າ ສິ່ງວິໄຈອອກມາແມ່ນຫຍັງແທ້."
ໂດຍໃຊ້ເຄື່ອງມືໃໝ່ຊະນິດນີ້ ບັນດາທ່ານໝໍສາມາດຊ່ວຍຊີວິດຂອງຄົນໄວ້ໄດ້ ແຕ່ວ່າ ມັນຍັງຈະຕ້ອງໄດ້ກວດພົບພົກນ້ຳ ຫລືເນື້ອງອກຢູ່ໃນມ້າມ ໂດຍໃຊ້ການທົດລອງທີ່ໃຊ້ການຖ່າຍພາບທີ່ຖືກສັ່ງໃຫ້ເຮັດສຳລັບອັນອື່ນເສຍກ່ອນ. ການທົດລອງເຫລົ່ານີ້ແມ່ນແພງ ແລະບໍ່ສາມາດທີ່ຈະໃຊ້ສຳລັບການກວດທີ່ເຮັດເປັນປະຈຳໄດ້, ສະນັ້ນ ການເຮັດແນວນີ້ບໍ່ສາມາດຊ່ວຍຄົນສ່ວນໃຫຍ່ທີ່ຖືກວິນິໄສວ່າເປັນໂຣກມະເຮັງມ້າມໄດ້.
ດຣ. ຄຣິສນາເວົ້າອີກວ່າ ວິທີການວິນິໄສໂຣກມະເຮັງມ້າມໃຫ້ຮູ້ແຕ່ຫົວທີທີ່ເໝາະສົມຫລາຍທີ່ສຸດກໍຄືການກວດເລືອດ. ພວກນັກຄົ້ນຄວ້າກຳລັງພາກັນດຳເນີນການພັດທະນາວິທີໃໝ່ອັນນຶ່ງຢູ່ ແຕ່ວ່າ ພວກເຂົາເຈົ້າກໍຍັງບໍ່ທັນກ້າວໄປເຖິງຈຸດນັ້ນໄດ້ເທື່ອ.
ຂະນະດຽວກັນ ນາງບີດທີ ກໍບໍ່ໄດ້ເປັນໂຣກມະເຮັງອີກແລ້ວ ເພາະວ່າເຄື່ອງມື ວິນິໄສໃໝ່ນີ້ ໄດ້ພົບພົກນ້ຳໃນມ້າມຂອງລາວ ກ່ອນມັນຈະກັບກາຍເປັນສິ່ງອັນຕະລາຍຮ້າຍແຮງໄປ.
ອ່ານ ແລະເບິ່ງວີດິໂອກ່ຽວກັບບົດລາຍງານນີ້ເພີ້ມເປັນພາສາອັງກິດ