ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ເຈົ້າ​ໜ້າ​ທີ່​ ອົງ​ການ​ອະ​ນາ​ໄມ​ໂລກ ຮ​ຽກ​ຮ້ອງ​ໃຫ້​ ລັດ​ຖະ​ບານຕ່າງໆ ​ກຽມ​ພ້ອມ ເພື່ອ​ຮັບ​ມື ​ກັບໄວ​ຣັ​ສ​ໂຄ​ໂຣ​ນາ


​ທ່ານບ​ຣູ​ສ ເອ​ລ​​ເຫວີດ ​ຜູ້​ນຳ​ພາ​ການ​ປະ​ຕິ​ບັດ​ງານ​ຮ່ວມ ຂອງອົງ​ການອະ​ນາ​ໄມ​ໂລກ ​ກັບ​ຈີນ ກ່າວ​ຢູ່ກອງ​ປະ​ຊຸມ​ນັກ​ຂ່າວ​ ທີ່​ນະ​ຄອນ​ຫຼວງປັກ​ກິ່ງ ​ເມື່ອວັນ​ທີ 24 ກຸມ​ພາ 2020.
​ທ່ານບ​ຣູ​ສ ເອ​ລ​​ເຫວີດ ​ຜູ້​ນຳ​ພາ​ການ​ປະ​ຕິ​ບັດ​ງານ​ຮ່ວມ ຂອງອົງ​ການອະ​ນາ​ໄມ​ໂລກ ​ກັບ​ຈີນ ກ່າວ​ຢູ່ກອງ​ປະ​ຊຸມ​ນັກ​ຂ່າວ​ ທີ່​ນະ​ຄອນ​ຫຼວງປັກ​ກິ່ງ ​ເມື່ອວັນ​ທີ 24 ກຸມ​ພາ 2020.

ໃນ​ຂະ​ນະ​ທີ່​ຈີນ​ໄດ້​ລາຍ​ງານ​ວ່າ ມີ​ກໍ​ລະ​ນີຕິດ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ​ໃໝ່ ​ໜ້ອຍ​ລົງຢູ່ນັ້ນ
ພວ​ກເ​ຈົ້າ​ໜ້າ​ທີ່​ອົງ​ການ​ອະ​ນ​າ​ໄມ​ໂລກ (WHO) ໄດ້​ຍ້ອງ​ຍໍ​ການຮັບ​ມື​ຂອງຈີນ ໃນ​ຂະ​
ນະ​ທີ່​ໄດ້ເຕືອນໃຫ້​ລັດ​ຖະ​ບານ​ປະ​ເທດ​ອື່ນໆພາ​ກັນ​ກຽມ​ພ້ອມ​ເພື່ອເອົາມາດ​ຕະ​ການ
ຢ່າງ​ຮີບ​ດ່ວນ ເວ​ລາ​ກໍ​ລະ​ນີຂອງ​ເຊື້ອ​ໄວ​ຣັ​ສ ປາ​ກົດ​ໂຕ​ພາຍ​ໃນ​ເຂດ​ຊາຍ​ແດນ​ຂອງ
​ເຂົາ​ເຈົ້າ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ຈີນ ກ່າວ​ໃນ​ວັນ​ພຸດ​ມຶ້​ນີ້​ວ່າ ​ມີ 406 ກໍ​ລະ​ນີໃໝ່ ຊຶ່ງ
​ເກືອບທັງ​ໝົດ​ແມ່ນຢູ່​ໃນແຂວງ​ຮູ​ເບ ທີ່ເປັນ​ສູນ​ກາງ​ຂອງ​ການ​ລະ​ບາດ. ໃນ​ຈຳ​ນວນ​ຜູ້​
ເສ​ຍ​ຊີ​ວິດ 52 ຄົນ ທັງ​ໝົດ​ແມ່ນ​ຢູ່​ໃນ​ແຂວງ​ຮູ​ເບ ຊຶ່ງ​ເປັນ​ເຂດ​ທີ່​ຫ້າມ​ເຂົ້າ​ອອກ​ມາ
​ເປັນ​ເວ​ລາ​ຫຼາຍ​ອາ​ອິດແລ້ວ ເພື່ອ​ປ້ອງ​ກັນບໍ່​ໃຫ້​ເຊື້ອໄວ​ຣັ​ສແຜ່ລະ​ບາດ​ໄປ​ຫາ​ເຂດ​ອື່ນໆ.

​ທ່ານບ​ຣູ​ສ ເອ​ລເຫວີດ ຜູ້ນຳ​ພາການ​ປະ​ຕິ​ບັດ​ງານຮ່ວມ ​ຂອງອົງ​ການ​ອະ​ນາ​ໄມ​ໂລກ
ກັບ​ຈີນກ່ຽວ​ກັບ​ໄວ​ຣັ​ສນີ້ ກ່າວ​ຢູ່ກອງ​ປະ​ຊຸມ​ນັກ​ຂ່າວ​ວ່າ ທີມ​ງາມ​ຂອງ​ທ່ານ ສະ​ຫລຸບ​
ວ່າ ການ​ຮັບ​ມືຂອງຈີນ “ໄດ້​ຫັນ​ປ່ຽນ​ທິດ​ທາງ​ຂອງ​ການ​ລະ​ບ​າດ” ແລະ​ອາດ​ໄດ້​ປ້ອງ​
ກັນ​ຫຼາຍ​ຮ້ອຍ​ພັນ​ຄົນ​ຢູ່​ໃນ​ປະ​ເທດຈີນບໍ່​ໃຫ້​ຕິ​ດ​ເຊື້ອ​ໄວ​ຣັ​ສນີ້.

ທ່ານ​ ເອ​ລເຫວີດ ກ່າວວ່າ “ການ​ແຜ່​ລະ​ບາດ​ຢ່າງ​ວ່ອງ​ໄວໄດ້ຢູ່​ຕົວ ແລະ​ກໍ​ຫລຸດລົງ
ຢ່າງ​ໄວກວ່າ​ທີ່​ຫຼາຍ​ຄົນ​ຄາດ​ຄິດ​ໄວ້ ຖ້​າຫາກ​ເຮົາ​ເບິ່ງ​ເຖິງ​ຄວາມ​ວ່ອງ​ໄວ​ຂອງ​ທຳ​ມະ​
ຊາດໃນ​ການ​ແຜ່​ລະ​ບາດດັ່ງ​ກ່າວ.”

ພ້ອມ​ດ້ວຍ​ກໍ​ລະ​ນີ​ທີ່​ມີ​ການ​ລະ​ບາດ​ຢູ່​ໃນ​ຫາຍກວ່າ 30 ປະ​ເທດ ຮວມ​ທັງ​ປະ​ເທດ​ໃໝ່​
ໃນ​ຢູ​ໂຣບ ແລະ​ພາກ​ຕາ​ເວັນ​ອອກ​ກາງ​ໃນອາ​ທິດ​ນີ້ ທ່ານ​ເອ​ລເຫວີດ ກ່າວ​ວ່າ​ລັດ​ຖະ
​ບານ​ຕ້ອງ​ຄິດ​ ກ່ຽວ​ກັບການ​ລະ​ບຸ​ຢ່າງ​ວ່ອງ​ໄວ ໃນ​ການກວດ​ເບິ່ງກໍ​ລະ​ນີ​ຕ່າງໆ​ທີ່​ເກີດ​
ຂຶ້ນ​ມາ ຊອກ​ຫາ​ຄົນ​ຜູ້​ທີ່​ໄດ້​ຕິດ​ຕໍ່​ ກັບ​ພວກ​ຄົນ​ປ່ວຍ ແລະ​ໃຊ້​ການ​ແຍກ​ຜູ້​ປ່ວຍ ​ເພື່ອ​
ປ້ອງ​ກັນ​ການ​ແຜ່​ລະ​ບາດ​ຂອງ​ໄວ​ຣັ​ສ.

​ໃນ​ການ​ເຕືອນນັ້ນ ​ທ່ານ​ຕ້ອງ​ການ​ຢາກ​ໃຫ້​ບັນ​ດາ​ລັດ​ຖະ​ບານ​ທັງ​ຫຼາຍແຈ້ງ​ໃຫ້​ປະ​
ຊາ​ຊົນ​ໄດ້​ຊາບວ່າ “ເຂົາ​ເຈົ້າ​ຕ້ອງ​ລ້າງ​ມື​ດຽວ​ນີ້.”

ອົງ​ການ​ອະ​ນາ​ໄມ​ໂລກ (WHO) ໄດ້​ມີ​ຂໍ້​ສະ​ເໜີ​ອື່ນໆຫຼາຍ​ຢ່າງເພື່ອ​ໃຫ້​ຜູ້​ຄົນ​ມີ​ສຸ​ຂະ​
ພາບ​ດີ ຮວມ​ທັງ​ໃຫ້ຢູ່​ຫ່າງ​ໆ​ຢ່າງ​ໜ້ອຍ​ນຶ່ງ​ແມັດ​ຈາກ​ຜູ້​ໃດ​ຜູ້​ນຶ່ງ​ທີ່​ໄອ ຫຼື​ຈາມ ແລະ​ຫຼີກ
​ລ່ຽງການ​ຈັບຕາ ດັງ ຫຼື​ປາກ. ສຳ​ລັບ​ບັນ​ດາ​ຜູ້​ທີ່​ໄອຫຼື​ຈາ​ມ​ນັ້ນ ​ອົງ​ການ​ອະ​ນາໄມ​ໂລກ
ກ່າວ​ວ່າ ເຂົາ​ເຈົ້າ​ຕ້ອງ​ອັດ​ປາກ​ເຂົາ​ເຈົ້າ​ດ້ວຍ​ການ​ກົ່ງ​ໃສ່​ແຂນ​ສອກ ແທນ​ທີ່​ຈະ​ໃຊ້​ມື​
ເຂົາ​ເຈົ້າ ແລະ​ພວກ​ທີ່​ມີ​ປະ​ສົບ​ການ​ເປັນ​ໄຂ້ ໄອ​ ແລະ​ຫາຍ​ໃຈ​ຍາກ​ນັ້ນ ໃຫ້​ຊອກ​ຫາ
​ການ​ປິ່ນ​ປົວ.

ໃນ​ຂະ​ນະ​ທີ່​ປະ​ເທດ​ຈີນ​ໄດ້​ຮັບ​ການລະ​ບາດ​ທີ່​ຮ້​າຍ​ແຮງ​ສຸດ ໄດ້​ມີ​ຈຳ​ນວນ 2,700
ກໍ​ລະ​ນີ​ຢູ່​ໃນ​ປະ​ເທດ​ຕ່າງໆ​ ທີ່​ມີ​ການ​ເສຍ​ຊີ​ວິດ​ແລ້ວ​ຫຼາຍກວ່າ 40 ຄົນ.

As China reported a continued slowdown in new coronavirus cases, world health officials praised the country's response while alerting other governments to be ready to aggressively react when cases appear within their borders.

Chinese health officials said Wednesday there were 406 new cases, almost all of them in Hubei province which has been the center of the outbreak. Of the 52 new deaths, all were in Hubei, an area that has been on lockdown for weeks to prevent the virus from spreading to other areas.

Bruce Aylward, who led a joint World Health Organization-China mission on the virus, said at a news conference that his team concluded China's response "changed the course of this outbreak" and may have prevented hundreds of thousands of people in the country from becoming infected.

"What was a rapidly escalating outbreak has plateaued and then come down faster than one would have expected if we had looked at the natural dynamics of an outbreak like this," Aylward said.

With cases in more than 30 countries, including new ones in Europe and the Middle East this week, Aylward said governments must be thinking about rapidly identifying cases that emerge, searching out people who have been in contact with those patients, and using isolation to prevent virus spread.

The message he wants governments to send to citizens: "They should be washing their hands now."

The WHO has several other recommendations for people to stay healthy, including maintaining a distance of at least one meter from anyone who is coughing or sneezing and avoiding touching eyes, nose or mouth. For those who are coughing or sneezing, the WHO says they should cover their mouth with a bent elbow instead of their hands, and those who experience a fever, cough and difficulty breathing should seek medical care.

A woman wears a face mask as she rides a bicycle in a street in Beijing as the country is hit by an outbreak of the novel coronavirus, China, February 26, 2020.

While China has been hit hardest by far, there have been some 2,700 cases in other countries with more than 40 deaths.

XS
SM
MD
LG