ໂຣກໄຂ້ມາເລເຣຍ ຫລືໄຂ້ຍຸງ ສາມາດທີ່ຈະຖືກກຳຈັດໃຫ້ໝົດໄປໄດ້ໃນໄລຍະຊົ່ວຄົນລຸ້ນນຶ່ງໄດ້ ຖ້າຫາກມີການລົງທຶນເພີ້ມຂຶ້ນອີກ 2 ຕື້ໂດລາ ໃນແຕ່ລະປີ ເພື່ອສະກັດກັ້ນພະຍາດດັ່ງກ່າວ, ອີງຕາມລາຍງານສະບັບໃໝ່ທີ່ ອອກມາໃນວັນພຸດຜ່ານມານີ້. ແຕ່ກໍມີການຖົກຖຽງກັນຢູ່ກ່ຽວກັບເລື້ອງທີ່ວ່າປະຊາຄົມໂລກຈະຖືເອົາວຽກງານການກຳຈັດພະຍາດນີ້ ເປັນເປົ້າໝາຍຫລັກຫລືບໍ່- ຫລືວ່າ ອັນນີ້ເປັນເລື້ອງທີ່ຍົກຂຶ້ນມາເພື່ອໄປສູ່ຄວາມຫລົ້ມແຫຼວ,ໂດຍການສ່ຽງ ໃນການເຮັດພວກໃຫ້ທຶນຊ່ວຍເຫລືອ ໝົດກຳລັງໃຈ ໃນອະນາຄົດ. Henry Ridgwell ມີລາຍງານມາຈາກລອນດອນ ຊຶ່ງບົວສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
ໂຣກໄຂ້ມາເລເຣຍ ຫລືໄຂ້ຍຸງໄດ້ເອົາຊີວິດຂອງຄົນປະມານ 435,000 ຄົນໄປໃນແຕ່ລະປີ ຊຶ່ງສ່ວນໃຫຍ່ແລ້ວແມ່ນເດັກນ້ອຍ. ໄດ້ມີຄວາມກ້າວໜ້າຢ່າງຫລວງຫລາຍໃນສັດຕະວັດນີ້ ໃນການສູ້ກັບພະຍາດດັ່ງກ່າວ ໂດຍໄດ້ເຮັດໃຫ້ຈຳນວນຄົນເສຍຊີວິດຫລຸດລົງເຄິ່ງນຶ່ງນັບແຕ່ປີ 2000 ເປັນຕົ້ນມາ.
ລາຍງານໃໝ່ສະບັບນຶ່ງ ທີ່ໄດ້ພິມເຜີຍແຜ່ຢູ່ໃນວາລະສານການແພດແລນເຊັດ (Lancet) ແລະຂຽນໂດຍນັກຊ່ຽວຊານດ້ານໄຂ້ມາເລເຣຍລະດັບສູງຂອງໂລກ 41 ຄົນ ເວົ້າວ່າ ພະຍາດດັ່ງກ່າວສາມາດຖືກກຳຈັດໃຫ້ໝົດໄປໄດ້ພາຍໃນໄລຍະຊົ່ວຄົນລຸ້ນນຶ່ງ. ແຕ່ວ່າ ມັນກໍຈະບໍ່ເປັນເລື້ອງງ່າຍເລີຍ.
ທ່ານ ເຈກຄ໌ ບອມ (Jake Baum) ຈາກມະຫາວິທະຍາໄລ ອິມເພີຣີອອລ ລອນດອນ (Imperial College London) ກ່າວວ່າ:
"ສະນັ້ນ ທ່ານອາດຈະຄິດແນວນັ້ນ ຢູ່ໃນເວລານີ້, ຮູ້ບໍ່, ນັ້ນຄືວິຖີທາງໄປ. ບັນຫາ ທ້າທາຍຢູ່ໃນສອງ ສາມປີຜ່ານມາ ກໍແມ່ນວ່າ ສິ່ງຕ່າງໆ ໄດ້ຢູ່ໃນສະພາບຢຸດນິ້ງ ບໍ່ໄປ ບໍ່ມາ."
ມີພຽງແຕ່ 5 ປະເທດຢູ່ໃນຂົງເຂດທະວີບອາຟຣິກາເທົ່ານັ້ນ ທີ່ແບກຫາບພາລະທີ່ເກີດມາຈາກໂຣກໄຂ້ມາເລເຣຍ. ບູຣຸນດີ ແມ່ນຢູ່ໃນເຂດທີ່ມີການແຜ່ລະບາດຂອງໂຣກໄຂ້ມາເລເຣຍ. ບັນດາທ່ານໝໍເວົ້າວ່າ ມີຄວາມຕ້ອງການອັນຮີບດ່ວນ ໃນການລົງທຶນເຂົ້າໃນດ້ານການຮັກສາສຸຂະພາບ.
ທ່ານ ອາລເບດທ໌ ມບອນເນີຣານ (Albert Mbonerane) ຈາກສູນກາງຕ້ານໄຂ້ມະເລເຣຍ ແຊງ ດາຊີເສິ ຫລື Saint d'Assise Anti-Malaria Center ກ່າວເປັນພາສາຝຣັ່ງວ່າ:
"ທຸກຄົນຕ້ອງຮູ້ວ່າໄຂ້ມະເລເຣຍເປັນພະຍາດທີ່ຄົນທຸກຈົນມັກເປັນ ແລະສະນັ້ນແລ້ວ ດັ່ງທີ່ຂ້າພະເຈົ້າໄດ້ເວົ້າມາ ເມື່ອເວົ້າເຖິງນະໂຍບາຍສາທາລະນະສຸກແຫ່ງຊາດແລ້ວ ໄຂ້ມະເລເຣຍຍັງເປັນສາເຫດຕົ້ນຕໍທີ່ພາໃຫ້ຄົນເສຍຊີວິດຢູ່.”
ບັນດານັກຂຽນບົດລາຍງານນີ້ ຄຳນວນວ່າ ໄດ້ມີການໃຊ້ຈ່າຍເຂົ້າໃນການຕ້ານ ໄຂ້ມະເລເຣຍໃນທົ່ວໂລກຢູ່ປະມານ 4.3 ຕື້ໂດລາໃນແຕ່ລະປີ ແຕ່ກໍເວົ້າວ່າ ຍັງຕ້ອງການເງິນອີກຢູ່ 2 ຕື້ໂດລາ ໃນແຕ່ລະປີ ເພື່ອຈະກຳຈັດພະຍາດນີ້ໃຫ້ໝົດໄປພາຍໃນປີ 2050.
ນອກນັ້ນ ກໍຍັງຕ້ອງມີເຄື່ອງມືໃໝ່ ທີ່ອາດຈະລວມມີສິ່ງທີ່ເອີ້ນກັນວ່າ ກັນຜັກດັນດ້ວຍກຳມະພັນ ທີ່ສາມາດເຮັດໃຫ້ຝຸງຍຸງຫລຸດຈຳນວນລົງ ຫລືບໍ່ກໍເຮັດໃຫ້ພວກມັນບໍ່ສາມາດທີ່ຈະຕ້ານທານຕໍ່ເຊື້ອກາຝາກມະເລເຣຍໄດ້.
ທ່ານ ເຈກຄ໌ ບອມ (Jake Baum) ກ່າວເພີ້ມອີກວ່າ:
"ພວກເຮົາຕ້ອງມີທຸກສິ້ນສ່ວນທີ່ຕ້ອງການ ເອົາເຂົ້າມາຕິດຕໍ່ໃສ່ກັນໃຫ້ເປັນຮູບທີ່ສົມບູນ. ສະນັ້ນ ຈະເວົ້າວ່າ ພຽງແຕ່ຄວບຄຸມສັດທີ່ເປັນພາຫະນະນຳເອົາພະຍາດມາໃຫ້ໄດ້ເທົ່ານັ້ນ ມັນກໍຈະກາຍເປັນລູກປືນອະພິນິຫານ ຫລື ການພຽງແຕ່ຄົ້ນຄິດຢາໃໝ່ຂຶ້ນມາ ມັນກໍຈະກາຍເປັນລູກປືນອະພິນິຫານໄດ້ແລ້ວ, ຂ້າພະເຈົ້າຄິດວ່າ ເກືອບໝົດທຸກຄົນຄົງຈະເຫັນພ້ອມນຳກັນວ່າ ການເວົ້າແນວນັ້ນ ເປັນເລື້ອງໄຮ້ດຽງສາ. ຂ້າພະເຈົ້າຄິດວ່າ ພວກເຮົາຕ້ອງໃຫ້ມີຂອບເຂດຄວາມຮູ້ໃນເຄື່ອງມືໃໝ່ ທີ່ອາດຈະຍັງບໍ່ທັນມີຢູ່ດ້ວຍຊ້ຳກໍເປັນໄດ້ ໃນປັັດຈຸບັນນີ້.”
ໂຄງການກຳຈັດໄຂ້ມາເຣເລຍ ໄດ້ໃຊ້ພະຍາຍາມເຮັດໃຫ້ໄດ້ໃນຊຸມປີ 1950 ແຕ່ວ່າ ກໍໄດ້ລົ້ມເລີກມັນໄປໃນທົດສະວັດຕໍ່ມາ. ຈຸດເພັ່ງເລັງໃໝ່ ແລະການລົງທຶນຢູ່ໃນທົດສະວັດມໍ່ໆມານີ້ ໂດຍສະເພາະແມ່ນມູນນິທິ ບີລ ແລະເມລິນດາ ເກດສ໌ (Bill and Melinda Gates) ໄດ້ຮັບແຮງກະຕຸ້ນໃໝ່.
ທ່ານບອມ ໃຫ້ຄຳເຫັນວ່າ:
"ສິ່ງສຸດທ້າຍທີ່ພວກເຮົາຢາກໃຫ້ເວົ້າກໍຄື ການເວົ້າວ່າພວກເຮົາກຳລັງກ້າວໄປສູ່ການກຳຈັດພະຍາດນີ້ ແຕ່ວ່າ ແລ້ວຊ້ຳຜັດເຮັດໃຫ້ພວກບໍລິຈາກທຶນໝົດກຳລັງໃຈ ໄປ ແລະຄູ່ຮ່ວມປະຕິບັດງານຮູ້ສຶກອິດເມື່ອຍເຊື່ອຍຊາ ຍ້ອນພວກເຮົາບໍ່ໄປເຖິງ ຈຸດນັ້ນຈັກເທື່ອ, ພວກເຮົາກໍຕັ້ງວ່າ ບໍ່ໄດ້ມີຄວາມຄືບໜ້າຫຍັງເລີຍ, ເລື້ອງນີ້ແມ່ນເປັນຄວາມຫລົ້ມແຫລວ."
ອົງການສະຫະປະຊາຊາດເວົ້າວ່າ ການໃຫ້ມີການດູແລສຸຂະພາບທົ່ວໄປດີຂຶ້ນກວ່າເກົ່າ ເປັນເລື້ອງສຳຄັນທີ່ສຸດ.
ດຣ. ເປໂດຣ ອາໂລນໂຊ (Dr. Pedro Alonso) ຫົວໜ້າດ້ານໄຂ້ມະເລເຣຍໃນໂລກຂອງອົງການສາທາລະນະສຸກຂອງສະຫະປະຊາຊາດ ກ່າວວ່າ:
"ຖ້າປາດສະຈາກການດູແລສຸຂະພາບໃຫ້ດີຢ່າງພຽງພໍ ກໍຄືລະບົບທີ່ເອົາຄົນເປັນໃຈກາງ ແລະການໄດ້ຮັບເງິນທຶນຢ່າງເໝາະສົມແລ້ວ ພວກເຮົາກໍຈະບໍ່ສາມາດບັນລຸການກຳຈັດພະຍາດນີ້ໃຫ້ໝົດໄປໄດ້.”
ບັນດາຜູ້ຂຽນລາຍງານນີ້ ຢູ່ໃນວາລະສານແລນເຊັດ (Lancet) ເວົ້າວ່າ ການກຳຈັດພະຍາດໄຂ້ມະເລເຣຍ ຈະຕ້ອງມີຄວາມຢາກເຮັດຢາກທຳ ແລະມີໃຈມຸ້ງໝັ້ນຢ່າງຫລວງຫລາຍອີ່ຫລີ ແຕ່ວ່າ ຜົນຕອບແທນທາງສັງຄົມຂອງມັນກໍຈະກຸ້ມຄ່າ ໃນການລົງທຶນຢູ່.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ