ປັດຈຸບັນນີ້ ມີໂຮງໝໍຈໍານວນນຶ່ງ ໃນສະຫະລັດເຮັດການຜ່າຕັດ ເພື່ອປ່ຽນຕ່ອມນໍ້າເຫລືອງ
ທີ່ຖືກທໍາລາຍຍ້ອນການປິ່ນປົວໂຣກມະເຮັງ. ຕ່ອມນໍ້າເຫລືອງໃໝ່ເຫລົ່ານີ້ ແມ່ນແນໃສ່
ເພື່ອເຮັດໃຫ້ຫລຸດຜ່ອນຄວາມເຈັບປວດ ແລະຄວາມຮູ້ສຶກງຸດງິດ ໂດຍການຂັບໄລ່ທາດ
ແຫລວ ທີ່ເຮັດໃຫ້ແຂນຂາໄຄ່ນັ້ນ ອອກໄປຈາກຮ່າງກາຍ. ນັກຂ່າວວີໂອເອ Faith
Lapidus ມີລາຍງານກ່ຽວກັບເລື່ອງນີ້ ຊຶ່ງບົວສະຫວັນ ຈະນໍາເອົາລາຍລະອຽດມາສະເໜີ
ທ່ານໃນອັນດັບຕໍ່ໄປ.
ຄົນປ່ວຍທີ່ຜ່າຕັດເອົາເຕົ້ານົມອອກ ມັກຈະເສຍຕ່ອມນໍ້າເຫລືອງ ພ້ອມກັບການເສຍນົມ
ໄປແລະໃນຂະນະທີ່ການຜ່າຕັດເອົານົມໃສ່ ສາມາດນໍາເອົາຮູບຊົງຂອງນົມກັບຄືນມາ
ໃຫ້ຄົນປ່ວຍໄດ້ ແຕ່ວ່າການເອົາຕ່ອມນໍ້າເຫລືອງໃໝ່ ມາໃສ່ແທນອັນເກົ່າ ບໍ່ແມ່ນເລື່ອງ
ງ່າຍປານໃດ.
ຕ່ອມນໍ້າເຫລືອງ ປະຕິບັດງານເໝືອນກັນກັບເຄື່ອງສູບນໍ້າ ທີ່ປໍ້າເອົານໍ້າແຫລວໆ ທີ່ເອີ້ນ
ວ່າ ນໍ້າເຫລືອງ ທີ່ນໍາເອົາທາດບໍາລຸງມາລ້ຽງແຊລຕ່າງໆ ແລະເອົາແບັກທີເຣຍ ແລະ
ສິ່ງເສດເຫລືອໃນຮ່າງກາຍນັ້ນ ອອກໄປ.
ຖ້າຫາກບໍ່ມີຕ່ອມນໍ້າເຫລືອງແລ້ວ ທາດແຫລວກໍຈະອັ່ງຂຶ້ນ ເຮັດໃຫ້ມີການໄຄ່ພອງ ແລະ
ເຈັບປວດ.
ນາງ ຊູແຊນ ວອຟຟ໌-ແທັງຄ໌ (Susan Wolfe-Tank) ຄົນປ່ວຍຜູ້ນຶ່ງກ່າວວ່າ “ຂ້ອຍຍົກ
ສິ່ງຂອງຕ່າງໆຍາກຫລາຍ. ແຂນຂ້ອຍເໜັງໄດ້ຍາກ. ມັນເຮັດໃຫ້ການເຄື່ອນໄຫວເຮັດ
ກິດຈະວັດປະຈໍາວັນຕ່າງໆ ຍາກຫລາຍ.”
ນາງ ຊູແຊນ ວອຟຟ໌-ແທັງຄ໌ (Susan Wolfe-Tank) ເຄີຍໄດ້ທົນທຸກທໍລະມານ
ຕໍ່ອາການທີ່ເອີ້ນວ່າ ບວມນໍ້າເຫລືອງ.
ດຣ. ເດວິດ ຊອງ (David Song) ທ່ານໝໍປະຈໍາໂຄງການ ເມັດສະຕາ (Medstar) ຂອງ
ໂຮງໝໍມະຫາວິທະຍາໄລຈອຣຈ໌ທາວ (Georgetown) ໃຫ້ຄໍາເຫັນວ່າ “ມີການເມີນເສີຍ
ຕໍ່ບັນຫານີ້ຢູ່ໃນຫລາຍໆຮູບແບບ ແລະເຫດຜົນທີ່ພວກເຮົາບໍ່ໄດ້ຍິນກ່ຽວກັບເລື່ອງນີ້ກໍ
ຍ້ອນວ່າ ຍັງບໍ່ມີວິທີແກ້ໄຂທີ່ແທ້ຈິງທີ່ໃຫຍ່ໆ ຕໍ່ບັນຫານີ້ເທື່ອ. ມີຍຸດທະສາດໃນການຄຸ້ມ
ຄອງ ແລະມີການບໍາບັດມັນ ແລະກໍມີແຕ່ເທົ່ານັ້ນແທ້ໆ ກ່ຽວກັບບັນຫານີ້ ຈົນຮອດດຽວນີ້.”
ດຣ. ເດວິດ ຊອງ, ທ່ານໝໍຊ່ຽວຊານດ້ານສັນຍະກໍາ ແມ່ນທ່ານໝໍຜ່າຕັດທີ່ຫາຍາກທ່ານ
ນຶ່ງທີ່ເຮັດການຜ່າຕັດອັນລະອຽດອ່ອນແບບນີ້ ເພື່ອເອົາຕ່ອມນໍ້າເຫລືອງໃໝ່ມາໃສ່ແທນ
ຢູ່ກ້ອງແຂນນັ້ນ. ທ່ານໄດ້ຜ່າຕັດເອົາຕ່ອມນໍ້າເຫລືອງທີ່ແຂງແຮງຢູ່ທາງຫລັງ ແລະຢູ່ທາງ
ຂ້າງຂອງນາງ ຊູແຊນ ວອຟຟ໌-ແທັງຄ໌ ເພື່ອເອົາມາໃສ່ແຂນທີ່ໄດ້ຮັບຜົນກະທົບນັ້ນ.
ດຣ. ເດວິດ ຊອງ (David Song) ຍັງເວົ້າອີກວ່າ “ເມື່ອເຮົາຜ່າຕັດເອົາຕ່ອມນໍ້າເຫລືອງ
ມາໃສ່ແທນ ແມ່ນເຮົາເຮັດໃຫ້ເຄື່ອງປໍ້ານໍ້ານ້ອຍໆເຫລົ່ານີ້ ກັບຄືນມາ ໃຊ້ການໄດ້ອີກ
ຊຶ່ງຈາກນັ້ນ ມັນກໍຈະເຮັດໃຫ້ຊ່ອງລະບາຍນໍ້າເຫລືອງຂະຫຍາຍໂຕຂຶ້ນ ແລ້ວຈາກນັ້ນ
ມັນກໍຊ່ວຍເຮັດໃຫ້ນໍ້າເຫລືອງໄຫລໄດ້ຄືນອີກ ແລະເຮັດໃຫ້ການອາການໄຄ່ເບັງຢູ່ແຂນ
ຫລຸດລົງໄດ້.”
ແຕ່ຢ່າງໃດກໍຕາມ ການຜ່າຕັດນ້ອຍໆ ນີ້ ບໍ່ແມ່ນຈະສໍາເລັດຜົນສໍາລັບທຸກຄົນ, ມັນມີ
ຜົນສໍາເລັດສໍາລັບຄົນປ່ວຍບາງຄົນເທົ່ານັ້ນ. ນາງ ຊູແຊນ ວອຟຟ໌-ແທັງຄ໌ (Susan
Wolfe-Tank) ແມ່ນຜູ້ນຶ່ງໃນຈໍານວນຄົນທີ່ໂຊກດີ.
ນາງ ຊູແຊນ ວອຟຟ໌-ແທັງຄ໌ (Susan Wolfe-Tank)ເວົ້າວ່າ “ເມື່ອຂ້ອຍຕື່ນຂຶ້ນມາ
ແຂນຂອງຂ້ອຍເບົາກວ່າເກົ່າຫລາຍ ແລະຄວາມຮູ້ສຶກເຈັບປວດ ແລະ ໜັກແຂນໄດ້
ຫາຍໄປ ຊຶ່ງເປັນສິ່ງທີ່ ດຣ. ເດວິດ ຊອງ (David Song) ເວົ້າວ່າ ອັນນີ້ ເປັນສິ່ງ
ທໍາອິດທີ່ເຈົ້າຈະສັງເກດໄດ້ ແລະນັ້ນກໍເປັນສິ່ງທໍາອິດ ທີ່ຂ້ອຍຮູ້ສຶກອີ່ຫລີ.”
ການຜ່າຕັດດັ່ງກ່າວບໍ່ແມ່ນການປິ່ນປົວສໍາລັບອາການບວມນໍ້າເຫລືອງ ແຕ່ຍ້ອນວ່າ ມີ
ຫລາຍໂຮງໝໍເພີ້ມຂຶ້ນ ທີ່ເຮັດການຜ່າຕັດດັ່ງກ່າວ ມັນເຮັດໃຫ້ຄົນປ່ວຍໂຣກມະເຮັງ
ສາມາດເຫັນໄດ້ວ່າ ຄຸນນະພາບຊີວິດ ຂອງພວກເຂົາເຈົ້າດີຂຶ້ນ.