ບັນຫາໂຣກອ້ວນພີເກີນໄປຢູ່ທົ່ວໂລກ ໄດ້ເພີ້ມຂຶ້ນເປັນສາມເທົ່າໂຕນັບແຕ່ປີ 1975
ເປັນຕົ້ນມາ, ອີງຕາມອົງການອະນາໄມໂລກ. ໂຣກນີ້ບໍ່ແມ່ນເປັນບັນຫາຢູ່ແຕ່ພຽງໃນ
ປະເທດທີ່ມີລາຍຮັບສູງ ເຊັ່ນສະຫະລັດເທົ່ານັ້ນ. ຄົນທີ່ມີນໍ້າໜັກເກີນ ແລະເປັນໂຣກ
ອ້ວນພີເກີນໄປມີຈໍານວນນັບມື້ນັບເພີ້ມຂຶ້ນຢູ່ໃນບັນດາປະເທດທີ່ມີລາຍຮັບປານກາງ
ແລະລາຍຮັບຕໍ່າ.
ການມີນໍ້າໜັກຫລາຍເກີນໄປແມ່ນມີສ່ວນກ່ຽວພັນ ພາໃຫ້ມີການເສຍຊີວິດຫລາຍກວ່າ
ນໍ້າໜັກໜ້ອຍກວ່າປົກກະຕິ. ເອລິຊາເບັດ ລີ (Elizabeth Lee) ນັກຂ່າວຂອງ VOA ໄດ້ພິຈາລະນາເບິ່ງສາເຫດ ແລະການແກ້ໄຂບັນຫາດັ່ງກ່າວ ທີ່ເລີ້ມຕົ້ນຂຶ້ນຢູ່ທີ່ຄວາມ
ຄິດຂອງຄົນ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.
ນາງ ແຄັດທລິນ ມັລເຄຮີ (Kathleen Mulcahy) ຊຶ່ງເປັນຄົນຢູ່ໃນເມືອງລັອສແອນ
ເຈີລີສ ໄດ້ຕໍ່ສູ້ກັບນໍ້າໜັກເກີນຂອງຕົນ ມາໄດ້55 ປີແລ້ວ ຊຶ່ງນາງກ່າວວ່າ “ພໍ່ແມ່ຂອງຂ້ອຍມີລູກຊາຍຜູ້ນ່ຶງ ແລະເສຍຊີວິດໃນຕອນອອກມາ. ຕອນນັ້ນຂ້ອຍ
ມີອາຍຸໄດ້ 7 ປີ ແລະຂ້ອຍຄິດວ່າຂ້ອຍເລີ້ມຕົ້ນເປັນຄົນຕຸ້ຍ ນັບແຕ່ຕອນນັ້ນມາ.”
ນາງກ່າວເພີ້ມອີກວ່າ “ແມ່ຂອງຂ້ອຍໄດ້ເສຍຊີວີດໄປຢ່າງກະທັນຫັນ ຕອນທີ່ຂ້ອຍ
ໄດ້ 12 ປີ ແລ້ວຫລັງຈາກນັ້ນ ນໍ້າໜັກຂອງຂ້ອຍກໍໄດ້ເພີ້ມຂຶ້ນຢ່າງວ່ອງ ໄວ.”
ບໍ່ມີພຽງແຕ່ລາວເທົ່ານັ້ນດອກທີ່ເປັນແນວນັ້ນ. ມີຄົນທີ່ມີນໍ້າໜັກເກີນ ຫລືອ້ວນພີຈົນ
ເກີນໄປຈໍານວນເພີ້ມຂຶ້ນນັບມື້, ໂດຍສະເພາະແມ່ນພວກທີ່ຢູ່ໃນຕົວເມືອງໃຫຍ່ຢູ່ໃນ
ທົ່ວໂລກ, ລວມທັງພວກທີ່ຢູ່ໃນປະເທດທີ່ກໍາລັງພັດທະນານໍາ.
ທ່ານນາງ ເດນາ ຮັນເເນສ (Dana Hunnes), ຜູ້ຊ່ວຍສາດສະດາຈານທີ່ມະຫາວິທະຍາ
ໄລຄາລິຟໍເນຍ ທີ່ເມືອງລັອສແອນເຈລີສ ເວົ້າວ່າ “ອາຫານກິນດ່ວນ, ພວກບໍລິສັດລະ
ຫວ່າງຊາດ, ບໍລິສັດນໍ້າຫວານທີ່ເຂົ້າໄປໃນປະເທດກໍາລັງພັດທະນາເຫລົ່ານີ້ແມ່ນມີອິດ
ທິພົນຢ່າງໃຫຍ່ຫລວງ ຕໍ່ການລະບາດຂອງໂຣກນໍ້າໜັກເກີນ ແລະໂຣກອ້ວນພີເກີນໄປ ເພາະພວກບໍລິສັດເຫຼົ່ານີ້ ໄດ້ເອົາກາລໍໍຣີ ແລະອາຫານທີ່ປຸງແຕ່ງສໍາເລັດຮູບ, ເກືອ ແລະ
ນໍ້າຕານໃສ່ໃນອາຫານຊຶ່ງຕາມປົກກະຕິແລ້ວ ຄົນຈຳພວກນີ້ບໍ່ກິນ.”
ນອກຈາກນັ້ນແລ້ວ ແບບແຜນຂອງການດໍາລົງຊີວິດຂອງຄົນຢູ່ໃນປະເທດກໍາລັງພັດທະ
ນາກໍປ່ຽນໄປເຊັ່ນກັນ.
ທ່ານນາງ ເດນາ ຮັນເເນສ ເວົ້າອີກວ່າ “ເນື່ອງຈາກວ່າsຫຼາຍຄົນໄດ້ກາຍມາເປັນຄົນ
ໃນເມືອງແລະຫາເງິນຫາຄໍາໄດ້ຫລາຍຂຶ້ນ ແລະກໍດໍາລົງຊີວິດແບບນັ່ງຢູ່ບ່ອນເກົ່າ
ຫລາຍຂຶ້ນພວກເຂົາເຈົ້າຈຶ່ງມີນໍ້າໜັກຫລາຍຂຶ້ນນັບມື້ ແລະເປັນແບບດຽວກັນກັບຄົນ
ຢູ່ໃນສະຫະລັດ.”
ນັກຈິດຕະບໍາບັດ ດີນາ ໂຊໂລມັນ (Deena Solomon) ເວົ້າວ່າ ຍັງມີເຫດຜົນອັນນຶ່ງ
ອີກວ່າ ເປັນຫຍັງຄົນຢູ່ທົ່ວໂລກ ຈຶ່ງມີນໍ້າໜັກເພີ້ມຂຶ້ນ. ທ່ານນາງບອກວ່າ “ຜູ້ຄົນພາກັນຍົກຍ້າຍໜີໄປຈາກຄອບຄົວທີ່ຕົນເກີດມາ. ພວກເຂົາເຈົ້າບໍ່ມີລະບົບ
ໃນການຊ່ວຍເຫລືອສະໜັບສະໜຸນແກ່ຕົນ ໃນການຈັດການເລື່ອງຕ່າງໆອີກດ້ວຍ ແລະບໍ່ມີສາຍພົວພັນນໍາອັນ ທີ່ເປັນທາງອອກ ໃນການຈັດການກັບຄວາມຕຶງຄຽດ
ໄດ້ ສະນັ້ນ ຜູ້ຄົນທັງຫລາຍ ຈຶ່ງພາກັນຫັນໄປເພິ່ງພາອາໄສອາຫານ.”
ໃນຂະນະທີ່ການກິນອາຫານທີ່ຄົນນິຍົມກັນຫລາຍ ອາດຈະຊ່ວຍໃນການເຮັດໃຫ້ນໍ້າ
ໜັກຫລຸດລົງຢ່າງວ່ອງໄວ ແຕ່ວ່າການຮັກສາບໍ່ໃຫ້ນໍ້າໜັກເພີ້ມຂຶ້ນຈຶ່ງເປັນເລື່ອງທີ່ຫຍຸ້ງ
ຍາກກວ່າ.
ທ່ານນາງ ຮັນເເນສໃຫ້ຄໍາເຫັນເພີ້ມວ່າ “ສໍາລັບການຮັກສານໍ້າໜັກບໍ່ໃຫ້ເພີ້ມ
ຂຶ້ນແບບຍາວນານ, ການສຶກສາຄົ້ນຄວ້າໄດ້ສະແດງໃຫ້ເຫັນຢ່າງຖ້ວມລົ້ນວ່າ ອາຫານທີ່ໃຊ້ຜັກ ຫລືຕົ້ນໄມ້ເປັນຫລັກແມ່ນດີສໍາລັບໄລຍະຍາວ.”
ແຕ່ຢ່າງໃດກໍຕາມ, ຖ້າຫາກຈະເປັນຄົນທີ່ກິນຜັກເປັນອາຫານທັງໝົດເລີຍມັນກໍຈະ
ເປັນການເຮັດແບບໂລດໂຜນໄປໂພດ ການກິນຊີ້ນໃຫ້ໜ້ອຍລົງກໍຈະຊ່ວຍໄດ້ເຊັ່ນກັນ.
ແທນທີ່ຈະສຸມຈິດໃຈໃສ່ສິ່ງທີ່ພວກເຮົາກິນ ທ່ານນາງ ໂຊໂລມັນ ຊ່ວຍໃຫ້ຄົນຮັກສານໍ້າ
ໜັກບໍ່ໃຫ້ເພີ້ມຂຶ້ນໄດ້ ໂດຍການຄວບຄຸມຄວາມຄິດເພື່ອເຮັດໃຫ້ນິໄສ ໃນການກິນອາ
ຫານຂອງຄົນປ່ຽນແປງໄປ.
ທ່ານນາງ ໂຊໂລມັນອະທິບາຍອີກວ່າ “ສະນັ້ນ, ການຮູ້ສຶກຕົວແບບນັ້ນ, ຄວາມຮູ້ສຶກ
ຕື່ນຕົວອັນນັ້ນ ກັບກາຍມາເປັນສິ່ງທີ່ມີອໍານາດເໜືອກວ່າຄວາມພໍໃຈ ທີ່ໄດ້ກິນອາຫານ. ແຕ່ວ່າເຮົາຕ້ອງໄດ້ຮຽນເຮັດເຊັ່ນນັ້ນຈຶ່ງຈະມີຜົນໄດ້. ມັນຕ້ອງກາຍມາເປັນນິໄສອັນນຶ່ງ
ຂອງເຮົາ.” .
ການເຮັດແນວນັ້ນ ແມ່ນໃຊ້ການໄດ້ສໍາລັບນາງມັລເຄຮີ (Mulcahy) ທີ່ສາມາດຮັກສາ
ນໍ້າໜັກທີ່ມີຢູ່ໃນປັດຈຸບັນຂອງຕົນໄດ້ເກືບ 3 ປີມາແລ້ວ.
ນາງໃຫ້ຄໍາເຫັນວ່າ “ເຈົ້າມີຄວາມຮູ້ສຶກວ່າມີຄວາມສໍາເລັດຜົນເຊັ່ນນັ້ນ, ມີຄວາມ
ຮູ້ສຶກ ວ່າມີພະລັງອໍານາດ ແລະມີສະມັດຕະພາບ ທີ່ທ່ານສາມາດນໍາໄປໃຊ້ໄດ້
ຢູ່ໃນທຸກຂົງເຂດ.”
ການຮັກສານໍ້າໜັກໃຫ້ມີສຸຂະພາບແຂງແຮງດີ ບໍ່ພຽງແຕ່ຊ່ວຍເຮັດໃຫ້ມີຄວາມຮູ້ສຶກທີ່
ດີຕໍ່ຕົນເອງເທົ່ານັ້ນ ມັນຍັງເຮັດໃຫ້ສາມາດປ້ອງກັນບັນຫາສຸຂະພາບ ເຊັ່ນໂຣກຫົວໃຈ, ໂຣກເບົາຫວານ, ແລະແມ່ນແຕ່ໂຣກມະເຮັງບາງປະເພດອີກດ້ວຍ.