ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ການກິນຈືນປາຫລາຍ ອາດພາໃຫ້ເປັນ ລົມສາລະບາດຫລື Stroke ໄດ້


ການ​ສຶກສາ​ບັ້ນນຶ່ງ​ຂອງລັດຖະບານ​ສະຫະລັດ​ ​ສະ​ເໜີແນະ​ວ່າ ການກິນປາຈືນ ພາ​ໃຫ້ຄົນຢູ່ໃນພາກ​ຕາ​ເວັນ​ອອກ
ສຽງ​ໃຕ້​ຂອງ​ສະຫະລັດ ມີຄວາມສ່ຽງຕໍ່ການເປັນ stroke ​ສູງ.
ການ​ສຶກສາ​ບັ້ນນຶ່ງ​ຂອງລັດຖະບານ​ສະຫະລັດ​ ​ສະ​ເໜີແນະ​ວ່າ ການກິນປາຈືນ ພາ​ໃຫ້ຄົນຢູ່ໃນພາກ​ຕາ​ເວັນ​ອອກ ສຽງ​ໃຕ້​ຂອງ​ສະຫະລັດ ມີຄວາມສ່ຽງຕໍ່ການເປັນ stroke ​ສູງ.

ການກິນປາແມ່ນດີຕໍ່ຫົວໃຈຂອງທ່ານເພາະວ່າປາເປັນແຫລ່ງທີ່ດີແຫລ່ງນຶ່ງຂອງນ້ຳມັນປາ Omaga 3 ທີ່ເປັນອາຊິດຫລືທາດກົດທີ່ມີຜົນດີຕໍ່ຫົວໃຈແຕ່ວ່າການສຶກສາໃໝ່ບັ້ນນຶ່ງຂອງ ສະຫະລັດໄດ້ສະເໜີວ່າບໍ່ແມ່ນແຕ່ປະລິມານປາທີ່ທ່ານກິນເທົ່ານັ້ນທີ່ສຳຄັນວິທີການປຸງແຕ່ງ ອາຫານແບບໃດນັ້ນກໍສຳຄັນເຊັ່ນກັນ ແລະວິທີການປຸງແຕ່ງທີ່ບໍ່ດີຕໍ່ສຸຂະພາບຂອງທ່ານ ກໍອາດສາມາດພາໃຫ້ທ່ານເປັນລົມສາລະບາດ ຫລື Stroke ໄດ້.

ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ສະຫະລັດນັ້ນ ​ເປັນ​ທີ່ຮູ້ກັນ​
ດີວ່າ​ເປັນ​ເຂດ “ວົງສາຍ​ພານ​ແຫ່ງລົມສາລະບາດ ຫລື
Stroke”. ຜູ້​ຄົນ​ອາ​ໃສ​ຢູ່​ໃນເຂດ​ນັ້ນມີ​ຄວາມ​ສ່ຽງ​ເພີ້ມຂຶ້ນ
ໃນອັດຕາລະຫວ່າງ 20 ຫາ 40% ​ຕໍ່ການ​ເສຍ​ຊີວິດຍ້ອນ
ເປັນ​ລົ້ມສາລະບາດ ຫລືເປັນ Stroke ​ຊຶ່ງກໍຄືອາການ​ທີ່
ເລືອດແລ່ນ​ໄປ​ລ້ຽງສະໝອງບໍ່ໄດ້ ຊຶ່ງຕາມ​ປົກກະຕິ​ແລ້ວ
ແມ່ນ​ເປັນ​ຍ້ອນເກີດອາການເລືອດກ້າມອຸດ​ຕັນ​ເສັ້ນ​ເລືອດ.

ອາການເລືອດກ້າມອຸດ ​ຕັນເສັ້ນ​ເລືອດ ຊຶ່ງເຮັດ ໃຫ້ເລືອດແລ່ນ​ໄປ​ລ້ຽງ ສະໝອງບໍ່ໄດ້ ຈຶ່ງພາ ໃຫ້ເປັນ stroke.
ອາການເລືອດກ້າມອຸດ ​ຕັນເສັ້ນ​ເລືອດ ຊຶ່ງເຮັດ ໃຫ້ເລືອດແລ່ນ​ໄປ​ລ້ຽງ ສະໝອງບໍ່ໄດ້ ຈຶ່ງພາ ໃຫ້ເປັນ stroke.

ມາ​ບັດ​ນີ້ ການ​ສຶກສາບັ້ນນຶ່ງ
ທີ່​ກໍາລັງ​ດໍາ​ເນີນ​ໄປ​ທີ່​ມີ​ຄົນ
ອາ​ເມຣິກັນ​ເກືອບຮອດ 22
ພັນ​ຄົນ​ເຂົ້າປະກອບສ່ວນ
ນັ້ນ​ ໄດ້ຊີ້ໃຫ້​ເຫັນສິ່ງ​ນຶ່ງ​ທີ່
ອາດເປັນໂຕການພາໃຫ້ເປັນ​ເຊັ່ນນັ້ນ​ ຊຶ່ງກໍ​ຄືຈືນ​ປານັ້ນ​ເອງ.

ການ​ສຶກສາດັ່ງກ່າວໄດ້ພົບເຫັນວ່າ ເຖິງແມ່ນວ່າ​ຫລາຍໆ​ຄົນ
ທີ່​ອາ​ໃສ​ຢູ່​ໃນ​ບັນດາ​ລັດ​ທີ່ຢູ່​ໃນ​ເຂດ “ວົງສາຍ​ພານ​ແຫ່ງລົມ
ສາລະບາດ ຫລື Stroke” ນັ້ນ ​ມັກ​ຈະ​ກິນ​ປາສອງຄາບ​ຂຶ້ນ​
ໄປ​ຕໍ່ອາທິດກໍຕາມ, ​ແຕ່​ປາທີ່ເຂົາເຈົ້າກິນນັ້ນ ກໍມັກຈະ​ເປັນປາ​ຈືນໂດຍ​ໃຊ້​ນ້ຳມັນ​ຫລາຍໆ ​
ຊຶ່ງ​ເປັນ​ການເພີ້ມພະລັງຄາ​ລໍ​ຣີ, ​ໄຂມັນ, ​ຊຶ່ງ​ເຮັດ​ໃຫ້ມີ​ຄໍ​ແລັສ​ຕໍຣອລ​ເພີ້ມຫລາຍຂຶ້ນ. ການ​
ບໍລິ​ໂພ​ກປາ​ຈືນ​ແມ່ນມີຫລາຍ​ເປັນ​ພິ​ເສດ​ໃນ​ກຸ່ມ​ຄົນອາ​ເມຣິກັນ​ເຊື້ອສາຍ​ອາ​ຟຣິກາຫລືພວກ
ຄົນດຳ ທີ່​ກິນ​ປາ​ຈືນຫລາຍ​ກວ່າ​ພວກ​ອາ​ເມຣິກັນຜິວຂາວ ຫລາຍກວ່າສາມ​ເທື່ອ​ເຄິ່ງ. ຊາວ​
ອາ​ເມຣິກັນຜິວ​ດຳ​ນັ້ນ ມີ​ຄວາມ​ສ່ຽງຕໍ່ການ​ເປັນ Stroke ສູງ​ກວ່າຊາ​ວຜີວ​ຂາວໂດຍ​ບໍ່ກ່ຽວ
ກັບວ່າ​ ພວກ​ເຂົາ​ເຈົ້າຈະ​ດໍາລົງຊີວິດ ຢູ່ແຫ່ງ​ໃດ.

​ປາ salmon ຊຶ່ງ​ປີ້ງຫລືອົບ​ເອົານັ້ນ ຖືວ່າ ຖືກປຸງແຕ່ງຢ່າງຖືກວິທີ
​ປາ salmon ຊຶ່ງ​ປີ້ງຫລືອົບ​ເອົານັ້ນ ຖືວ່າ ຖືກປຸງແຕ່ງຢ່າງຖືກວິທີ

ສະມາ​ຄົມ​ວ່າ​ດ້ວຍຫົວ​ໃຈ​ອາ​
ເມຣິກັນ ຫລື American
Heart Association ​ໄດ້​
ແນະນຳ​ໃຫ້​ຄົນ​ກິນ​ປາ​ທີ່​ມີ
ອາ​ຊິດ ຫລືທາດກົດຂອງນໍ້າ
ມັນປາ Omaga 3 ສູງນັ້ນ
ຢ່າງໜ້ອຍສອງ​ເທື່ອ​ຕໍ່ອາ
ທິດ ໂດຍ​ໃຫ້​ອົບ​ຫລື​ປີ້ງເອົາ
ແຕ່​ບໍ່​ໃຫ້​ຈືນ.

ອີງຕາມທ່ານ​ນາງ Virginia
Howard ​ແຫ່ງ​ມະຫາວິທະຍາ
ໄລ ລັດອາ​ລາ​ບາ​ມາ ທີ່ເມືອງ
Birmingham, ຜູ້​ນຶ່ງໃນບັນດາ
ຜູ້ຂຽນລາຍງານ​ການ​ສຶກສາຄົ້ນ
ຄວ້າລະດັບອາວຸໂສ ກໍແມ່ນວ່າ
ການ​ປຸງ​ແຕ່ງ​ປາ​ໂດຍ​ການ​ໃຊ້​
ນໍ້າມັນ​ແມ່ນ​ເຮັດໃຫ້ສິ່ງ​ທີ່​ເປັນປະ​ໂຫຍ​ດຕໍ່ຫົວໃຈຂອງຄົນ​ເຮົາຂອງ​ປານັ້ນຫລຸດໜ້ອຍລົງ ທ່ານ​ນາງ​ກ່າວ​ດັ່ງນີ້:

“ການ​ຈືນ​ປາແມ່ນ​ການ​ເອົາອາ​ຊິດ ຫລືທາດກົດຂອງນ້ຳມັນປາ Omaga 3 ອອກ
ໄປຈາກປາ ຊຶ່ງທາດທີ່ວ່ານີ້ ແມ່ນດີ​ທີ່​ສຸດຖ້າວ່າ​ພວກ​ເຮົາໄດ້ມາ​ຈາກ​ປາ, ສະນັ້ນ
ບາ​ງເທື່ອພວກ​ເຮົາຕ້ອງ​ໄດ້​ຊອກ​ຫາ​ວິທີ​ປຸງ​ແຕ່ງ​ປາແບບ​ອື່ນ”

ການ​ສຶກສາຄົ້ນຄວ້າດັ່ງກ່າວ​ນີ້ ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ​ສຶກສາ​ຂະໜາດໃຫຍ່ທີ່​ໄດ້ຮັບ
ທຶນ​ຈາກ​ລັດຖະບານສະຫະລັດທີ່​ມີ​ຊື່ວ່າ ​ເຫດຜົນຢູ່​ເບື້ອງຫລັງ​ຄວາມ​ແຕກ​ຕ່າງ​ກັນ​ໃນດ້ານ
ພູມີພາກ ​ແລະ​ເຊື້ອ​ຊາດຂອງ​ການ​ເປັນ Stroke ຫລື Reasons for Geographic
and Racial Differences in Stroke ຊຶ່ງ​ເອີ້ນຫຍໍ້​ວ່າ REGARDS ​ຊຶ່ງມີເປົ້າໝາຍ
ເພື່ອພະຍາຍາມ​ກຳໜົດຄວາມ​ແຕກ​ຕ່າງ​ກັນລະຫວ່າງ​ຂົງ​ເຂດ​ແລະເຊື້ອ​ຊາດຕ່າງໆ ​ໃນ
ການ​ເປັນ​ພະຍາດຫົວ​ໃຈ ​ແລະການເປັນ​ລົມສາລະບາດ ຫລື Stroke ນັ້ນ.

ພວກ​ເຂົ້າຮ່ວມ​ໃນ​ການ​ສຶກສາ REGARDS ​ໄດ້​ຕອບ​ລາຍການຄຳ​ຖາມຢູ່​ໃນ​ແບບ​ຟອມ
ທີ່​ຖາມພວກ​ເຂົາ​ເຈົ້າວ່າ ​ເຂົາ​ເຈົ້າກິນ​ຫອຍ​ນາງ​ລົມ​, ຫອຍອື່ນໆ, ປາທູ​ນາ, ປາ​ຈືນ ​ແລະປາ
ບໍ່ຈືນ ເລື້ອຍປານ​ໃດ.

ນອກ​ນັ້ນ​ແລ້ວ ທ່ານນາງ Howard ຍັງ​ເວົ້າວ່າ ຜູ້​ຄົນ​ທີ່​ອາ​ໃສ​ຢູ່​ໃນ​ເຂດ “ວົງສາຍ​ພານແຫ່ງ
ການເປັນ​ລົມສາລະບາດ ຫລືStroke” ອາດ​ຈະ​ບໍ່​ໄດ້​ກິນ​ປາ​ທີ່​ມີທາດກົດຂອງນ້ຳມັນປາ
Omaga 3 ສູງ ​ເຊັ່ນປາ salmon, ປາ​ສະຫລາມ ​ແລະປາສົບ​ຍາ​ວ ຫລື​ sword fish.

“ປາ​ບາງຊະນິດ​ແມ່ນ​ໃຊ້​ສຳລັບ​ຈືນດີກ​ວ່າປາຊະນິດ​ອື່ນ ​ແລະ ມັນ​ອາດ​ເປັນ​ໄປ​ໄດ້
ວ່າ ພວກ​ປາ​ທີ່​ເປັນ​ປະ​ໂຫຍ​ດຕໍ່ຮ່າງກາຍ​ຫລາຍ​ກວ່າ ບໍ່​ໃຫ້​ໃຊ້​ສຳລັບຈືນ”

ທ່ານນາງ Howard ຍັງ​ກ່າວ​ມ້ວນທ້າຍ​ວ່າ ທ່ານາາງ ແລະເພື່ອຮ່ວມງານ​ຈະ​ສືບຕໍ່​ຕິດຕາມ​
ເບິ່ງພວກ​ເຂົ້າຮ່ວມ​ໃນການ​ສຶກສາຄົ້ນຄວ້າ REGARDS ​ເພື່ອ​ເບິ່ງ​ວ່າພວກ​ເຂົາ​ເຈົ້າຈະເປັນ
Stroke ຫລືລົມສາລະບາດ ຫລືບໍ່ ​ແລະເບິ່ງ​ວ່າ​ມີ​ການ​ພົວພັນຂອງ​ການ​ກິນ​ອາຫານກັບ​ການ
ເປັນ Stroke ຂອງ​ພວກ​ເຂົາ​ເຈົ້າຫລືບໍ່.

ທ່ານ​ສາມາດ​ຫາ​ອ່ານຜົນການ​ສຶກສາຄົ້ນຄວ້າ ທີ່​ສະ​ແດງ​ໃຫ້​ເຫັນ​ການ​ພົວພັນກັນ​ລະຫວ່າງປາ​
ຈືນແລະການ​ເປັນ Stroke ​ໄດ້​ ໃນ​ວາລະສານ Neurology.

XS
SM
MD
LG