ຄລິກບ່ອນນີ້ ເພື່ອເບິ່ງວີດິໂອພາສາລາວ
ການກິນອາຫານຂອງຊາວຕາເວັນຕົກນັ້ນ ສ່ວນໃຫຍ່ແລ້ວ ແມ່ນເນັ້ນໜັກໃສ່ການກິນ
ຊີ້ນ ແລະອາຫານທີ່ມີໄຂມັນ ແລະຄົນຜູ້ທີ່ເຮັດຕາມລະບົບການກິນອາຫານແບບນີ້
ກໍແມ່ນຈະມີການສະແດງອອກໃຫ້ເຫັນຢູ່ທີ່ແອວຂອງເຂົາເຈົ້າ ຄືເປັນຄົນອ້ວນພີນັ້ນເອງ.
ດຽວນີ້ ໄດ້ມີການເຄື່ອນໄຫວໄປສູ່ການກິນອາຫານ ທີ່ມີທາດບໍາລຸງທີ່ພາໃຫ້ມີສຸຂະ
ພາບແຂງແຮງຫລາຍຂຶ້ນ. ການເຄື່ອນໄຫວດັ່ງກ່າວນີ້ແມ່ນໄດ້ຮັບການສະໜັບສະໜູນ
ຈາກພວກທ່ານໝໍ, ພວກພະນັກງານສຸຂະພິບານ, ຜູ້ນໍາລັດຖະບານ ແລະສະຕີໝາຍ
ເລກນຶ່ງ ທ່ານນາງມີແຊລ ໂອບາມາ, ທີ່ໄດ້ຊຸກຍູ້ໃຫ້ພວກເດັກນັກຮຽນ ພາກັນອອກ
ກໍາລັງກາຍ ແລະກິນໝາກໄມ້ ແລະຜັກໃຫ້ຫລາຍຂຶ້ນ. ການກິນອາຫານທີ່ຖືກຕ້ອງ
ແລະການອອ ກໍາລັງແມ່ນສິ່ງສໍາຄັນຕົ້ນຕໍ ໃນການຮັກສາລະດັບຄໍແລັສເທີຣອລທີ່ດີ
ທີ່ພາໃຫ້ມີສຸຂະພາບແຂງແຮງນັ້ນ.
ຄໍແລັສເທີຣອນແມ່ນທາດໄຂມັນຊະໜິດນຶ່ງ. ມັນຊ່ວຍໃນການສ້າງແລະຮັກສາເເຊລໃນ
ຮ່າງກາຍ. ແຕ່ກໍມີທາດຄໍແລັສເທີຣອລຫລາຍປະເພດແຕກຕ່າງກັນ. ຄໍແລັສເທີຣອລ
ປະເພດທີ່ເອີ້ນວ່າ HDL ຊ່ວຍສົ່ງເສີມ ໃຫ້ຫົວໃຈມີສຸຂະພາບເຂັ້ມແຂງຂຶ້ນ ໃນຂະນະທີ່
ອີກປະເພດນຶ່ງທີ່ເອີ້ນ ວ່າ LDL ແມ່ນມີສ່ວນເຮັດໃຫ້ເປັນພະຍາດຫົວໃຈ. ຄໍາແນະນໍາທີ່
ມັກໃຫ້ກັນ ກໍຄື ໃຫ້ຫລຸດການກິນອາຫານທີ່ມີໄຂມັນສັດ ຫລືໄຂມັນທີ່ແຂງໂຕເມື່ອເກັບ
ໄວ້ໃນອຸນນະພູມລະດັບຢູ່ໃນຫ້ອງນັ້ນລົງ. ໄຂມັນພວກນີ້ແມ່ນແຫລ່ງຄໍແລັສເທີຣອລ
ປະເພດ LDL. ແຕ່ກໍເປັນທີ່ຮູ້ກັນດີວ່າ ມີອາຫານປະເພດບາງປະເພດທີ່ຊ່ວຍຫລຸດຜ່ອນ
ທາດຄໍແລັສເທີຣອລ ທີ່ບໍ່ດີຕໍ່ຮ່າງກາຍນັ້ນ ລົງໄດ້.
ທ່ານໝໍ ເດວິດ ເຈນຄິນສ໌
(David Jenkins) ຢູ່ໂຮງໝໍ
ແຊງໄມເກິລ ທີ່ໂຕຣອນໂຕ
ປະເທດການາດາ ໃຫ້ຂໍ້ສັງ
ເກດວ່າ:
"ພວກຜັກເຊັ່ນ ໝາກໂອຄຣາ
ແລະໝາກເຂືອນັ້ນ ຜັກພວກ
ນີ້ແມ່ນ ເມືອກໆ ແລະໜຽວ
ວາດໃດວາດນຶ່ງ ແຕ່ມັນຊ່ວຍ
ດູດຊັບເອົາທາດຄໍແລັສເທີ
ຣອລອອກຈາກຮ່າງກາຍຂອງ
ເຮົາ."
ທ່ານໝໍເຈນຄິນສ໌ຢາກສຶກສາຄົ້ນ
ຄວ້າພວກຄົນທີ່ໄດ້ປະຕິບັດຕາມ
ລະບົບກິນອາຫານທີ່ມີທາດໄຂມັນຕໍ່າ ທີ່ລວມເອົາທັງການກິນອາຫານປະເພດຜັກເຫລົ່ານີ້ນໍາ.
ທ່ານຢາກເບິ່ງວ່າ ລະດັບທາດຄໍແລັສເທີຣອລຂອງພວກເຂົາເຈົ້າ ຈະຫລຸດລົງຫລາຍກວ່າ ພວກທີ່ພຽງແຕ່ກິນອາຫານ ທີ່ມີທາດໄຂມັນຕໍ່າເທົ່ານັ້ນຫລືບໍ່. ນາງ Bonnie Wood ແມ່ນ
ຮວມຢູ່ໃນພວກທີ່ເຂົ້າຮ່ວມການສຶກສາຄົ້ນຄວ້າກຸ່ມທີນຶ່ງ. ລາວເວົ້າວ່າ:
"ການປ່ຽນແປງໃນຂັ້ນທໍາອິດ ກໍຄືພຽງແຕ່ກິນອາຫານທີ່ມີໄຟເບີ້ ຫລືມີໄຍໃຫ້
ຫລາຍຂຶ້ນເທົ່ານັ້ນ."
ມີຜູ້ຊາຍແລະຜູ້ຍິງທີ່ເຂົ້າຮ່ວມການຄົ້ນຄວ້ານີ້ ທັງໝົດ 350 ຄົນ. ໝົດທຸກຄົນໃນນັ້ນ ແມ່ນເກືອບວ່າຈະຕ້ອງໄດ້ກິນຢາເພື່ອລົດທາດຄໍແລັສເທີຣອນລົງແລ້ວ. ພວກທີ່ກິນອາ
ຫານຕາມລະບົບທີ່ເພີ້ມອາຫານ ປະເພດອື່ນນໍານັ້ນ ແມ່ນໄດ້ກິນອາຫານທີ່ຮູ້ກັນດີວ່າ
ຊ່ວຍລົດທາດຄໍແລັສເທີຣອລທີ່ບໍ່ດີ ຫລື LDL ລົງ ເຊັ່ນ ໝາກແອັບເປີ້ນ, ອະງຸ່ນ,
ແລະໝາກສະຕໍເບີຣີ, ອາຫານປະເພດເມັດບາງຢ່າງທີ່ບໍ່ຖືກສີເປືອກອອກຫລາຍ ຫລື
whole grains ແລະຜັກ, ເມັດຖົ່ວ ຫລື nuts ປະເພດຕ່າງໆ ເຊ່ນ almond ຫລື
ໝາກບົກ, ນໍ້າມັນໝາກໂອລິຟ ແລະນໍ້າມັນພືດສາລີ ຫລື canola oil, ຜັກປະເພດ
ຖົ່ວ ແລະຜະລິດຕະພັນຖົ່ວເຫລືອງ.
ຫົກເດືອນຕໍ່ມາ ພວກນັກຄົ້ນຄວ້າໄດ້ທົບທວນເບິ່ງຜົນຂອງການກິນອາຫານຕາມລະບົບ
ດັ່ງກ່າວນີ້ ແລະໄດ້ພົບວ່າ ພວກທີ່ກິນອາຫານເສີມ ທີ່ພາໃຫ້ທາດຄໍແລັສເທີຣອລຫລຸດລົງ ປະເພດທີ່ກ່າວມາຂ້າງເທິງນັ້ນ ແມ່ນມີທາດຄໍແລັສເທີຣອລປະເພດບໍ່ດີຫລື LDL ໃນຮ່າງ
ກາຍຫລຸດລົງ 13% ຫາ 14%. ສ່ວນພວກທີ່ກິນອາຫານປະເພດທີ່ຫລຸດຜ່ອນທາດຄໍ
ແລັສເທີຣອລລົງ ຄືປະເພດບໍ່ມີໄຂມັນແຕ່ພຽງຢ່າງດຽວນັ້ນ ແມ່ນໄດ້ພົບວ່າ ລະດັບທາດ
ຄໍແລັສເທີຣອລຂອງພວກເຂົາເຈົ້າຫລຸດລົງໄດ້ພຽງແຕ່ 3% ເທົ່ານັ້ນ.
ດຣ. ເຈັນກິນສ໌ ເວົ້າວ່າ ການສຶກສາຄົ້ນຄວ້ານີ້ ຄວນຈະເປັນການຊຸກຍູ້ສົ່ງເສີມໃຫ້ຜູ້ຄົນ
ທີ່ມີຄໍແລັສເທີຣອລສູງ ປະຕິບັດຕາມ. ທ່ານເຈັນຄິນສ ໃຫ້ຄໍາຄິດເຫັນວ່າ:
"ພວກເຂົາເຈົ້າສາມາດເຮັດໃຫ້ລະດັບຄໍແລັສເທີຣອລ ປະເພດ LDL ຂອງເຂົາ
ເຈົ້າລົດລົງຢ່າງຫລວງຫລາຍໄດ້ ໂດຍການປະຕິບັດຕາມ ລະບົບການກິນອາ
ຫານທີ່ດີ."
ສ່ວນນາງ Bonnie Wood ນັ້ນ ເວົ້າວ່າ:
“ແນ່ນອນ 100% ຂ້ອຍມັກການທີ່ຈະພະຍາຍາມຫລຸດທາດຄໍແລັສເທີຣອລລົງ ໂດຍການປະຕິບັດຕາມລະບົບກິນອາຫານທີ່ດີ ຫລາຍກວ່າກິນຢາລົດໄຂມັນ.”
ພວກນັກຄົ້ນຄວ້າເວົາວ່າ ຜົນປະໂຫຍດອີກອັນນຶ່ງຂອງການກິນອາຫານ ທີ່ມີທາດໄຂມັນຕໍ່າ
ແລະເສີມດ້ວຍອາຫານປະເພດຕ່າງໆທີ່ກ່າວມາຂ້າງເທິງນັ້ນ ກໍຄືພວກຄົນຢູ່ໃນການສຶກສາ
ຄົ້ນຄວ້າ ຍັງໄດ້ຫລຸດຜ່ອນຄວາມດັນຂອງເລືອດຂອງພວກເຂົາເຈົ້າ ລົງໄດ້ອີກ.
ການສຶກສາຄົ້ນຄວ້າ ນີ້ແມ່ນໄດ້ຖືກພິມເຜີຍແຜ່ຢູ່ໃນວາລະສານຂອງ ສະມາຄົມການແພດ
ອາເມຣິກັນ ຫລື Journal of the American Medical Association.
ເບິ່ງວີດີໂອ ພາສາອັງກິດ: