ສະຖິຕິຕ່າງໆຢູ່ໃນສະຫະລັດ ໄດ້ເປັນການລົບກວນຈິດໃຈຫຼາຍພໍສົມຄວນຄື ທຸກໆ
ປີໃດ ປະຊາຊົນ 2 ລ້ານຄົນ ຈະຕິດເຊື້ອໂຣກທີ່ເປັນການຍາກ ຫຼືບໍ່ ກໍປົວບໍ່ໄດ້ດ້ວຍ
ຢາປະຕິຊີວະນະ. 23 ພັນຄົນໃນຈຳນວນດັ່ງກ່າວ ຈະເສຍຊີວິດ. ພວກທ່ານໝໍທີ່
ພວມເຕົ້າໂຮມກັນຢູ່ນະຄອນເບີລິນເວລານີ້ ພາກັນເຕືອນວ່າ ສະພາບດັ່ງກ່າວຍິ່ງ
ຈະຮ້າຍແຮງໄປກວ່ານີ້ ຊຶ່ງວັນນະສອນ ຈະມີລາຍງານຈາກ Kevin Enochs
ນັກຂ່າວຂອງ VOA ມາສະເໜີທ່ານ.
ທຸກໆຄັ້ງ ທີ່ທ່ານໃຊ້ສະບູປະຕິຊີວະນະ ຫຼື ໃຊ້ຢາປະຕິຊີວະນະ ເພື່ອຕໍ່ສູ້ກັບການຕິດ
ເຊື້ອໂຣກ, ເພາະວ່າເຊື້ອເເບັກເທຍເຣຍ ບາງຢ່າງຈະສາມາດມີຊີວິດຢູ່ລອດ.
ພວກເຈົ້າໜ້າການແພດໃນກອງປະຊຸມທີ່ນະຄອນເບີລິນ ພາກັນເຕືອນວ່າ ພວກເເບັກ
ເທຍເຣຍ ທີ່ລອດຊີວິດມາໄດ້ນັ້ນແມ່ນ ນຳໄປສູ່ຄວາມຫາຍຍະນະພາຍຫຼັງໃຊ້ ຢາປະຕິ
ຊີວະນະ.
ທ່ານ Dame Sally Davies ຫົວໜ້າເຈົ້າໜ້າທີ່ຝ່າຍການແພດຈາກອັງກິດ ກ່າວວ່າ
“ພວກເຮົາພາກັນລົມກັນວ່າ ຖ້າຫາກບັນຫານີ້ ຍັງດຳເນີນຢູ່ຕໍ່ໄປ - ການຈະເລີນ
ເຕີບໂຕຂອງເຊື້ອໂຣກທີ່ເອີ້ນວ່າ superbugs, ການອາວະສານຂອງຢຸກຢາ
ສະໄໝໃໝ່ ອາການວອດວາຍຂອງຄຸນນະພາບຂອງຢາປະຕິຊີວະນະ. ແລະເປັນ
ຫຍັງຂ້າພະເຈົ້າຈຶ່ງເວົ້າແບບນັ້ນ? ກໍເພາະວ່າ...ບໍ່ພຽງແຕ່ພວກເຮົາຈຳເປັນຕ້ອງໄດ້
ມີຢາປະຕິຊີວະນະໃນຊີວິດປະຈຳວັນຂອງພວກເຮົາເທົ່ານັ້ນ ເພື່ອຕໍ່ຕ້ານການ
ຕິດເຊື້ອໂຣກ ແລະແນ່ນອນ ບໍ່ແມ່ນອັນທີ່ຕິດແປດຈາກໄວຣັສ, ແຕ່ວ່າ ແທ້ຈິງແລ້ວ
ແມ່ນມີຫຼາຍຄົນ ມີແນວໂນ້ມທີ່ຈະຕິດແປດຈາກການປິ່ນປົວ ການປິ່ນປົວໂຣກມະເຮັງ
ການສັບປ່ຽນອະໄວຍະວະຂອງພວກເຂົາເຈົ້າ. ມີພວກຄົນປ່ວຍທີ່ເປັນໂຣກເບົາ
ຫວານ ພວກທີ່ຍິ່ງມີແນວໂນ້ມຕໍ່ການຕິດຕໍ່ທີ່ວ່ານີ້ ເພາະສະນັ້ນ ພວກເຮົາຈຶ່ງມີທ່າ
ອ່ຽງທີ່ຈະສູນເສຍສະມັດທະພາບທີ່ຈະປ້ອງກັນພວກຜູ້ປ່ວຍທັງຫຼາຍ.”
ຢູ່ໃນໂລກພາຍຫຼັງການໃຊ້ຢາປະຕິຊີວະນະ ພວກເຈົ້າໜ້າເຫຼົ່ານີ້ພາກັນທຳນາຍວ່າ
ທຸກໆຂັ້ນຕອນຂອງການດຳເນີນງານ ແມ່ນຈະກາຍເປັນອັນຕະລາຍຫຼາຍຂຶ້ນເລື້ອຍໆ
ຈາກການຜ່າຕັດທີ່ຈຳເປັນ ຈົນໄປເຖິງການປິ່ນປົວແບບທຳມະດາທີ່ຜູ້ປ່ວຍທຽວເຂົ້າ
ທຽວອອກໂຮງພະຍາບານເປັນປະຈຳນັ້ນ.
ທ່ານ Dame Sally Davies ກ່າວຕໍ່ໄປວ່າ “ແລ້ວໃຫ້ມາຄິດຫາການຜ່າຕັດທຳມະດາ
ທຳມະດາເບິ່ງ ການຜ່າຕັດເອົາລູກອອກ ການສັບປ່ຽນກະດູກກະໂພກ ຊຶ່ງໄດ້ກາຍ
ມາເປັນການສ່ຽງຫຼາຍກວ່າເກົ່າ ຖ້າພວກເຮົາບໍ່ມີຢາປະຕິຊີວະນະທີ່ມີປະສິດທິຜົນ.
ພວກ Superbugs ຈະສັງຫານຜູ້ຄົນ ແລະພວກມັນ ກໍກຳລັງຈະຂະຫຍາຍຕົວຂຶ້ນ.”
ນັ້ນຄືເຫດຜົນທີ່ພວກຜູ້ນຳທັງຫຼາຍເຫຼົ່ານີ້ ພາກັນຊຸກຍູ້ປະເທດຕ່າງໆ ບໍ່ພຽງແຕ່ໃຫ້
ຫຼຸດຜອ່ນການນຳໃຊ້ຢາປະຕິຊີວະນະໜ້ອຍລົງ ແຕ່ໃຫ້ຕຽມພ້ອມຮັບມືກັບສະຖານະ
ການທີ່ຮ້າຍແຮງກວ່ານີ້ ເວລາມື້ໃດມື້ນຶ່ງຢາປະຕິຊີວະນະບໍ່ມີປະສິດທິຜົນຫຽັງ.
ທ່ານ Ed Whiting ຈາກ ກອງທຶນ Wellcome Trust ກ່າວວ່າ “ພວກເຮົາຈຳເປັນ
ທີ່ຢາກຈະເຫັນຜົນງານທີ່ເປັນຮູບປະທຳແທ້ໆ ເພື່ອໃຫ້ເປັນທີ່ແນ່ນອນວ່າ ມັນໄດ້
ຜົນເວລາພວກເຮົາພຽງແຕ່ໃຊ້ຢາປະຕິຊີວະນະ ຕອນທີ່ພວກເຮົາຈຳເປັນທີ່ຈະໃຊ້
ມັນ, ເວລາພວກເຮົາຄິດຫາມັນ ວ່າເຮົາຈະເອົາຢາປະຕິຊີວະນະ ໄປໃຫ້ພວກຜູ້
ຄົນທີ່ຈຳເປັນແທ້ໆແບບໃດ ໃຫ້ພວກເຮົາຮັບຮູ້ວ່າ ໃນບັນດາປະເທດທີ່ທຸກຍາກ
ທັງຫຼາຍ ທີ່ພວກຜູ້ຄົນບໍ່ໄດ້ຮັບຢາ ປະຕິຊີວະນະແບບດຽວກັນກັບທີ່ຢູ່ໃນປະເທດ
ທີ່ຮັງມີ ຈຶ່ງເປັນເລື່ອງທີ່ເຮັດໃຫ້ຜູ້ຄົນລົ້ມຕາຍເປັນຫຼາຍໆຮ້ອຍພັນຄົນໃນແຕ່ລະປີ
ຄືກັນ ເພາະສະນັ້ນ ພວກເຮົາຈຶ່ງຈຳເປັນຈະຕ້ອງໄດ້ເຮັດທັງສອງແບບຄື ທັງໃຫ້
ມີຢາ ແລະໃຫ້ການເຮັດວຽກເຮັດການດີຂຶ້ນກວ່າເກົ່າ.”
ບັນຫາແລະສັນຍານທີ່ໄດ້ສົ່ງສຽງດັງຢູ່ໃນກອງປະຊຸມນີ້ກໍຄືວ່າ ພວກຢາປະຕິຊີວະນະ
ແມ່ນມີຫຼາຍ ແລະມີຢູ່ໃນທຸກໆສະຖານທີ່.
ທ່ານ Whiting ກ່າວຕໍ່ໄປວ່າ “ພວກເຮົາຈຳເປັນຈະຕ້ອງເຂົ້າໃຈວ່າ ມັນເຮັດວຽກ
ຮ່ວມກັນຢ່າງໃດ ເພື່ອທ່ານຈະໄດ້ຮັບພວກຢາປະຕິຊີວະນະ ຜ່ານສິ່ງເສດເຫຼືອ
ໂດຍສະເພາະໃນສະພາບແວດລ້ອມ. ທ່ານໃຊ້ຢາປະຕິຊີວະນະໃນຕ່ອງໂສ້ອາຫານ
ແລະມີ ການໃຊ້ຢາປະຕິຊີວະນະກັບມະນຸດເຮົາ. ພວກເຮົາຮູ້ກ່ຽວກັບການນຳໃຊ້
ຫຼາຍແນວໂພດ ໃນສິ່ງທີ່ບໍ່ດີທົ່ວໄປ ແຕ່ພວກເຮົາບໍ່ຮູ້ວ່າ ພວກມັນເຮັດວຽກຮ່ວມກັນ
ຢ່າງໃດ ແລະພວກເຮົາຈຶ່ງຈຳເປັນທີ່ຈະເຂົ້າໃຈມັນໃຫ້ດີກວ່ານີ້.”
ບັນດານັກຄົ້ນຄວ້າ ທີ່ເຂົ້າຮ່ວມກອງປະຊຸມໄດ້ເປີດເຜີຍ ວິທີທາງໃໝ່ ທີ່ຈະວາງຮູບ
ຮ່າງໃຫ້ເຫັນເຖິງການແຜ່ລາມຂອງພວກເຊື້ອໂຣກທີ່ດື້ຢາຕໍ່ເຫຼົ່ານີ້.
ພວກເຂົາເຈົ້າກະປະມານວ່າ ມີ 700 ພັນຄົນ ໃນທົ່ວໂລກ ເສຍຊີວິດໃນແຕ່ລະປີ ຈາກການຕິດເຊື້ອໂຣກທີ່ດື້ຢາເຫຼົ່ານີ້ ແລະຈຳນວນຜູ້ຄົນທີ່ລົ້ມຕາຍດັ່ງກ່າວກໍອາດ
ຈະເພີ່ມຂຶ້ນເປັນ 10 ລ້ານຄົນ ພາຍໃນປີ 2050.