ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ມີການຜະລິດ ເຄື່ອງກວດ ຫາແຜໄຄ່ພອງ ທີ່ເກີດຈາກ ໂຣກເບົາຫວານ ແລ້ວ


ເຄື່ອງກວດ ດີເຟິສ (DFirst) ເປັນອຸປະກອນເພື່ອໃຊ້ຊອກຫາຈຸດທີ່ມີຄວາມຮ້ອນ ຢູ່ໃນຕີນຂອງຄົນທີ່ເປັນພະຍາດເບົາຫວານ.
ເຄື່ອງກວດ ດີເຟິສ (DFirst) ເປັນອຸປະກອນເພື່ອໃຊ້ຊອກຫາຈຸດທີ່ມີຄວາມຮ້ອນ ຢູ່ໃນຕີນຂອງຄົນທີ່ເປັນພະຍາດເບົາຫວານ.

ການ​ສຶກສາຄົ້ນຄວ້າ​ທີ່​ດໍາ​ເນີນ​ໄປໂດຍ​ອົງການ​ອະນາ​ໄມ​ໂລກ​ໃນ​ປີ 2014 ໄດ້​ສະ
ຫລຸບ​ວ່າ ມີ​ຄົນ 400 ລ້ານ​ຄົນ ​ຢູ່​ທົ່ວ​ໂລກທີ່​ດໍາລົງ​ຊີວິດ​ຢູ່​ກັບ​ພະຍາດ​ເບົາຫວານ.
ອາການ​ສັບສົນ​ອັນ​ນຶ່ງ​ໃນ​ຫລາຍໆອັນ​ກໍ​ຄື ​ການມີຕຸ່ມ​ໄຄ່ພອງ​ຢູ່​ຕີນ ຊຶ່ງ​ຖ້າ​ຫາກ​ບໍ່ປິ່ນ
ປົວ​ມັນ​ແລ້ວ ມັນ​ກໍ​ສາມາດ​ເຮັດໃຫ້​ຕ້ອງໄດ້ຕັດ​ຂາ​ອອກ ​ແລະ​ໃນ​ຫລາຍໆ​ກໍລະນີ ກໍ​
ຈະເຮັດ​ໃຫ້​ເສຍ​ຊີວິດ​ໄດ້. ​ແຕ່​ວ່າ ​ເຄື່ອງ​ກວດ​ແບບ​ງ່າຍໆ ທີ່​ສ້າງ​ຂຶ້ນ​ໂດຍອັງກິດສາ
ມາດ​ພາ​ໃຫ້​ມີ​ການ​ເຕືອນ​ລ່ວງໜ້າ ທີ່​ສໍາຄັນ​ ແກ່​ພວກ​ທ່ານໝໍ ທີ່​ຢາກ​ປ້ອງ​ກັນ​ບໍ່​ໃຫ້​ມີ​
ບາດ​ຕຸ່ມ​ໄຄ່​ພອງ​ດັ່ງກ່າວ ເກີດ​ຂຶ້ນໄດ້. Kevin Enochs ນັກ​ຂ່າວ VOA ມີ​ລາຍ​ງານ
ກ່ຽວກັບ​ເລື່ອງ​ນີ້​ ຊຶ່ງ​ບົວ​ສະຫວັນ ຈະ​ນໍາ​ມາສະ​ເໜີທ່ານໃນ​ອັນ​ດັບ​ຕໍ່​ໄປ.

ອຸບປະກອນກວດກາອັນນີ້ ມີຊື່ວ່າ ດີເຟິສ (DFirst), ຈະຊອກຫາຈຸດທີ່ມີຄວາມຮ້ອນ ຢູ່ໃນຕີນຂອງຄົນທີ່ເປັນພະຍາດເບົາຫວານ.

ບ່ອນທີ່ໄຄ່ພອງເຫລົ່ານີ້ອາດສາມາດພາໃຫ້ເປັນ... ບາດແຜຢູ່ຕີນກໍເປັນໄດ້. ຖ້າຫາກບໍ່
ໄດ້ຮັບການປິ່ນປົວ ຕຸ່ມໄຄ່ພອງເຫລົ່ານີ້ ກໍຈະພາໃຫ້ຕ້ອງໄດ້ຕັດແຂ່ງຂາ ຍ້ອນສາເຫດ
ທີ່ກ່ຽວຂ້ອງກັບໂຣກເບົາຫວານໄດ້.

ທ່ານ ໂຣເບີດ ຊິມຊັນ (Robert Simpson) ຢູ່ຫ້ອງທົດລອງສໍາລັບກວດສຸຂະພາບແຫ່ງ
ຊາດອະທິບາຍວ່າ "ຖ້າຫາກທ່ານຖືກຕັດຂາ ແລ້ວກໍໜ້າເສຍໃຈ ເພາະທ່າອ່ຽງກໍຄື
ວ່າມີຫລາຍຮອດ 50 ເປີເຊັນຂອງຄົນທີ່ຖືກຕັດຂາ ແມ່ນຈະເສຍຊີວິດໃນເວລາສອງ
ປີຕໍ່ມາ ແລະກໍມີຫລາຍຮອດ 80 ເປີເຊັນຂອງຄົນພວກນີ້ ແມ່ນຈະເສຍຊີວິດພາຍ
ໃນຫ້າປີ.”


ການທໍາລາຍເສັ້ນປະສາດດ້ວຍໂຣກເບົາຫວານ ສາມາດມີຜົນກະທົບຕໍ່ຄວາມສາມາດ
ຂອງຄົນໃນການຮູ້ສຶກເຈັບປວດ ເພາະສະນັ້ນ ຄົນປ່ວຍຫລາຍຄົນ ຈະບໍ່ສາມາດຮູ້ສຶກ
ເລີຍວ່າ ມີຕຸ່ມ​ໄຄ່ພອງເກີດຂຶ້ນ ໃນໄລຍະຕົ້ນໆ.

ໂດຍການໃຊ້ເຄື່ອງກວດ ບ່ອນທີ່ມີການໄຄ່ພອງທີ່ອຸ່ນໆ ກໍຈະສະແດງອອກມາໃຫ້ເຫັນ
ຮຸ່ງໆເປັນສີແດງ.

ທ່ານ ໂຣເບີດ ຊິມຊັນ (Robert Simpson) ເວົ້າອີກວ່າ "ສະນັ້ນ ສິ່ງທີ່ພວກເຮົາມີຢູ່ໜີ້ ແມ່ນໜ່ວຍຄວາມຈໍາຂອງກ້ອງຖ່າຍຮູບທີ່ສະແດງໃຫ້ເຫັນພາບຂອງຄວາມຮ້ອນ.
ໜ່ວຍຄວາມຈໍາອັນນີ້ແມ່ນມີຄວາມຮູ້ສຶກໄວຫຼາຍຕໍ່ ຣັງສີຄວາມຮ້ອນ ທີ່ມີສ່ວນກ່ຽວ
ພັນກັບອຸນຫະພູມຢ່າງແໜ້ນແກ່ນ; ສະນັ້ນ ສິ່ງນີ້ແມ່ນເຮັດໃຫ້ທ່ານເຫັນແຜນພາບ
ຂອງອຸນຫະພູມໄດ້."


ມີການຄຳນວນກັນວ່າ 25 ເປີເຊັນຂອງຄົນທີ່ເປັນໂຣກເບົາຫວານຈະມີຕຸ່ມໄຄ່ພອງຢູ່ຕີນ. ມັນເປັນບັນຫາໜັກຢູ່ທົ່ວໂລກ ແລະຢູ່ໃນອັງກິດນີ້ແມ່ນມີການຕັດຂາເພີ້ມຂຶ້ນຢ່າງວ່ອງໄວ.

ທ່ານ ໂຣເບີດ ຊິມຊັນ (Robert Simpson) ເວົ້າເພີ້ມອີກວ່າ "ໃນແຕ່ລະອາທິດໃດ ມີ
ຄົນຕັດຂາຢູ່ 140 ຄົນ, ຊຶ່ງນັ້ນກໍແມ່ນ ເກືອບວ່າໃນນຶ່ງຊົ່ວໂມງໃດ ຈະມີຄົນນຶ່ງ ຖືກ
ຕັດຂາ ຊຶ່ງ 80 ເປີເຊັນຂອງຄົນຈໍານວນນັ້ນ ແມ່ນມີສາເຫດຜັກດັນມາຈາກບັນຫາ
ຢູ່ຕີນ. ແລະ ສະນັ້ນແຫລະ ຖ້າຫາກເຈົ້າເບິ່ງບັນຫານີ້ ຈາກມຸມມອງຂອງສ່ວນຕົວ
ແລ້ວ ຖ້າຫາກວ່າ ເຈົ້າຈະມີຕຸ່ມໄຄ່ຂຶ້ນ ແລະຖືກໃຫ້ພັກຜ່ອນຢູ່ຕຽງເກົ້າເດືອນ ຫລືບໍ່
ກໍຄືການຕັດຂາ ມັນກໍຈະມີຜົນກະທົບຢ່າງໜັກຕໍ່ຊີວິດຂອງເຈົ້າ."


ຈົນຕົກມາເຖິງເມື່ອບໍ່ດົນນີ້ ພວກທ່ານໝໍ ໄດ້ພາກັນຊອກຫາຈຸດທີ່ຮ້ອນໆ ເຫລົ່ານີ້ ໂດຍໃຊ້ເຄື່ອງກວດທີ່ບໍ່ສາມາດກວດເບິ່ງໄດ້ໝົດຝາຕີນ ສະນັ້ນ ມັນຈຶ່ງເຮັດໃຫ້ເບິ່ງ
ຂ້າມໄດ້ ບ່ອນທີ່ມີບັນຫານັ້ນບາງບ່ອນຢ່າງງ່າຍໆ.

ທ່ານ ໂຣເບີດ ຊິມຊັນ (Robert Simpson) ກ່າວມ້ວນທ້າຍວ່າ "ມີປະມານ 1 ແສນ
ຄົນ ຢູ່ໃນປະເທດອັງກິດ ຊຶ່ງປັດຈຸບັນນີ້ ມີຕຸ່ມໄຄ່ພອງອັນນຶ່ງແລ້ວ. ມັນເປັນໄປໄດ້
ສູງທີ່ສຸດ ທີ່ພວກເຂົາເຈົ້າອາດມີຕຸ່ມໄຄ່ພອງຕື່ມອີກອັນນຶ່ງ. ມີສິ່ງໃດທີ່ພວກເຮົາ
ສາມາດເຮັດໄດ້ ເພື່ອຄວບຄຸມມັນ ໃຫ້ໄດ້ດີກວ່າເກົ່າ ທີ່ຈະເຮັດໃຫ້ຊີວິດຂອງເຂົາ
ເຈົ້າມີການປ່ຽນແປງ ນັ້ນແມ່ນ ເປັນສິ່ງສໍາຄັນທີ່ສຸດທີ່ພວກເຮົາຈະເຮັດ.”


ເຄື່ອງກວດ Dfirst ລຸ້ນນີ້ພວມໄດ້ຮັບການໃຊ້ທົດລອງມາໄດ້ສອງປີແລ້ວ ແລະພວກ
ອອກແບບເຄື່ອງກວດນີ້ ຫວັງວ່າ ໃນທີ່ສຸດເຂົາເຈົ້າຈະເຮັດໃຫ້ຜະລິດຕະພັນນີ້ ມີຂະໜາດນ້ອຍເຖິງຂັ້ນເທົ່າກັບໂທລະສັບມືຖືສະຫລາດ ຫລື smart phone ໄດ້.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເປັນພາສາອັງກິດ

XS
SM
MD
LG