ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ເດັກນ້ອຍທີ່ອ້ວນພີເກີນໄປ ບໍ່ສາມາດເຕີບໃຫຍ່ ໄດ້ເຕັມທີ່ ແລະອາດສະຫລາດນ້ອຍ (ວີດິໂອ ລາວ/ອັງກິດ)


ທ້າວ Jose Ortiz ຊ່ວຍຝຶກເດັກຊາຍ ທີ່ມີນໍ້າໜັກຫລາຍເກີນໄປ ຮຽນຖີບລົດຖີບ ໃຫ້ຖືກວິທີ ໃນສະຖານທີ່ອອກກໍາລັງກາຍແຫ່ງນຶ່ງ ໃນສະຫະລັດ
ທ້າວ Jose Ortiz ຊ່ວຍຝຶກເດັກຊາຍ ທີ່ມີນໍ້າໜັກຫລາຍເກີນໄປ ຮຽນຖີບລົດຖີບ ໃຫ້ຖືກວິທີ ໃນສະຖານທີ່ອອກກໍາລັງກາຍແຫ່ງນຶ່ງ ໃນສະຫະລັດ
ເດັກນ້ອຍທີ່ອ້ວນພີເກີນໄປ ແມ່ນມີຢູ່ທົ່ວທຸກບ່ອນ ແມ່ນແຕ່
ຢູ່ໃນປະເທດກໍາລັງພັດທະນາ ​ແລະມີຢູ່​ໃນ​ກຸ່ມຄົນໃນທຸກລະ
ດັບລາຍ​ໄດ້​ແລະ​ຊົນ​ຊັ້ນ ໃນບັນດາປະເທດທີ່ພັດທະນາແລ້ວ ແຕ່ວ່າການສຶກສາຄົ້ນຄວ້າຫລາຍບັ້ນ ສະແດງໃຫ້ເຫັນວ່າ
ເດັກນ້ອຍທີ່ອ້ວນພີເກີນໄປ ​ແມ່ນມີຢູ່ໃນເຂດຄຸ້ມບ້ານຂອງ
ຄົນທຸກ ແລະໃນເຂດຕົວເມືອງຫລາຍກວ່າເຂດອື່ນ. Carol
Pearson ຜູ້ສື່ຂ່າວວີໂອເອ ມີລາຍງານກ່ຽວກັບຜົນການຄົ້ນ
ພົບຫລ້າສຸດ ກ່ຽວ​ກັບສາເຫດ ທີ່ພາໃຫ້ເດັກນ້ອຍອ້ວນພີຈົນ
ເກີນໄປ ແລະວິທີແກ້ໄຂບັນຫາ​ນີ້ ຊຶ່ງບົວສະຫວັນ ຈະນໍາມາ
ສະເໜີ ທ່ານໃນອັນດັບຕໍ່ໄປ.

ເບິ່ງວີດິໂອພາສາລາວກ່ຽວກັບລາຍງານນີ້:


ອີງຕາມ ສູນກາງຄວບຄຸມແລະປ້ອງກັນພະຍາດຂອງ​ສະຫະລັດ ອັດຕາການ ອ້ວນພີເກີນ
ໄປໃນໝູ່ເດັກນ້ອຍ ຢູ່ໃນສະຫະລັດ ແມ່ນ​ໄດ້ເພີ້ມຂຶ້ນຫລາຍ​ກ່ວາ ສອງເທົ່າຢູ່​ໃນ​ສະຫະລັດ
ໃນໄລຍະສາມທົດສະວັດຜ່ານມານີ້. ພວກນັກຄົ້ນຄວ້າເວົ້າວ່າ ບັນຫາ​ນີ້ເປັນໜ້າຕົກໃຈ
ເປັນພິເສດ ຢູ່ໃນເຂດຄຸ້ມຢູ່ອາໄສຂອງ ພວກຄົນທຸກຈົນ. ການສຶກສາຄົ້ນຄວ້າ ທີ່ມະຫາວິທະ
ຍາໄລ Rice ໄດ້ຄົ້ນພົບວ່າ ມີການເຊື່ອມໂຍງໃສ່ກັນລະຫວ່າງຄວາມທຸກຈົນ ແລະອາການ
ອ້ວນພີຈົນເກີນໄປ. ທ່ານນາງ Rachel Tolbert Kimbro ​ເປັນ​ຜູ້ນໍາພາການຄົ້ນຄວ້າ ທີ່
ມະຫາວິທະຍາໄລ Rice ເວົ້າວ່າ:

“ສິ່ງທີ່ພວກເຮົາຄົ້ນພົບກໍຄື ສໍາລັບເດັກນ້ອຍຢູ່ໃນເຂດຄຸ້ມຄົນທຸກຈົນນັ້ນ ພວກ
ເຂົາ​ແມ່ນມີຄວາມສ່ຽງຕໍ່ການເປັນໂຣກອ້ວນພີເກີນໄປຫລາຍ ເມື່ອທຽບກັບເດັກ
ນ້ອຍທີ່ຢູ່ໃນເຂດຄຸ້ມທີ່ຮັ່ງມີກວ່າ. ”


ມີການຄົ້ນຄວ້າບັ້ນອື່ນອີກ ທີ່ໄດ້ເຊື່ອມໂຍງເດັກນ້ອຍ ທີ່ບໍ່ໄດ້ກິນອາຫານທີ່ມີທາດບໍາລຸງ
ພຽງພໍ ໃສ່ກັບໂຣກອ້ວນພີເກີນໄປ. ຍ້ອນບໍ່ໄດ້ກິນອາຫານທີ່ມີທາດບໍາລຸງພຽງພໍ ການເຕີບ
ໂຕຂອງເດັກກໍ​ສາມາດຢຸດສະງັກ​ໄດ້ ແລະມີພັດທະນາການຊ້າລົງໃນດ້ານ​ອື່ນໆ​ອີກ ແລະ
ແມ່ນກະທັ້ງ ມີຄວາມສະຫລາດ​ນ້ອຍລົງ. ​ຖ້າ​ຫາກ​ວ່າ ເດັກນ້ອຍຜູ້ນຶ່ງມີອາການອ້ວນພີຈົນ
ເກີນໄປ ລາວກໍສາມາດເປັນເດັກທີ່ຂາດ ທາດບໍາລຸງຮ່າງກາຍ​ໄດ້ ແລະຕ້ອງໄດ້ແບກຫາບ
ພາລະສອງເທົ່າໃນການເປັນພະຍາດ ແລະມີ​ພັດທະນາການ​ເຕີບໂຕຊ້າ. ດຣ. Robert Black
ທີ່ມະຫາວິທະ ຍາໄລ Johns Hopkins ມີ​ຄວາມ​ເຫັນ​ຕໍ່ວີໂອເອ ຜ່ານທາງ Skype ວ່າ:

“ແບກຫາບພາລະສອງເທົ່າ ກໍຄືວ່າ ປະເທດ ແລະທີ່ຈິງ ແມ່ນຄອບຄົວ ອາດມີ
ທັງການຂາດທາດບໍາລຸງ ສະນັ້ນ ຄອບຄົວເຫລົ່ານັ້ນ ອາດຈະມີເດັກນ້ອຍ ຫລືຜູ້
ໃຫຍ່ ທີ່ມີຄວາມສູງຫລຸດລົງ ແຕ່​ໃນ​ຂະນະ​ດຽວ​ກັນ ເຂົາເຈົ້າກໍ​ອາດ​ຈະມີນໍ້າໜັກ
ເກີນ ຫລືອ້ວນພີຈົນເກີນໄປອີກ ແລະນັ້ນ ກໍພາໃຫ້ມີຜົນຕາມມາທີ່ບໍ່ດີ ສໍາລັບ
ພະຍາດເບົາຫວານ, ໂຣກຫົວໃຈ ແລະ ໂຣກຊໍາເຮື້ອອື່ນໆອີກ.”


ແມ່ນແຕ່ເດັກນ້ອຍທີ່ມີອາຫານການກິນຢ່າງພຽງພໍ ກໍອາດຈະປະເຊີນກັບໂຣກ ຂາດທາດ
ບໍາລຸງ ແລະຮ່າງກາຍ​ບໍ່​ເຕີບໂຕຢ່າງ​ເຕັມທີ່ ໄດ້ເຊັ່ນກັນ ຖ້າຫາກເຂົາ ເຈົ້າບໍ່ໄດ້ກິນອາຫານ
ທີ່ຖືກຕ້ອງຕາ​ມຫລັກ​ໂພຊະ​ນາ​ການ.

ກອງທຶນສໍາລັບເດັກນ້ອຍຂອງສະຫະປະຊາດ ຫລື The United Unations Children’s
Fund ແລະອົງການອື່ນໆ ກໍາລັງພະຍາຍາມຊອກຫາທຶນ ເພື່ອສະໜອງອາຫານທີ່ຖືກ ຕ້ອງ
ໃຫ້ແກ່ເດັກນ້ອຍ 165 ລ້ານຄົນທີ່ຮ່າງກາຍບໍ່ເຕີບໂຕຂຶ້ນ ຍ້ອນຂາດອາຫານທີ່ມີທາດບໍາ
ລຸງ. ແລະກໍມີໂຄງການອື່ນໆທີ່ພະຍາຍາມຈະແກ້ໄຂ ແລະປ້ອງກັນໂຣກອ້ວນພີເກີນໄປ
ໃນບ່ອນທີ່ມີອາຫານຢ່າງຫລວງຫລາຍ ແລະມີທາດບໍາລຸງດີ.

ຢູ່ໃນສະຫະລັດ ມູນນິທິສໍາລັບຊາວໜຸ່ມທີ່ມີສຸຂະພາບດີແຫ່ງລັດເວີຈີເນຍ ​ໄດ້​ທໍາ​ງານເພື່ອ​
ພະຍາຍາມກໍາຈັດ​ໂຣກອ້ວນ​ພີ​ເກີນ​ໄປ​ໃນ​ໝູ່​ເດັກນ້ອຍ ຢູ່​ໃນຄຸ້ມ​ຕ່າງໆ​ໃນ​ຫົ​ວເມືອງ​ໃຫຍ່ ​
ໂດຍ​ການຈັດ​ໃຫ້​ມີ​ການ​ອອກ​ກໍາລັງ​ກາຍ ຫລັງ​ເລີກ​ໂຮງຮຽນ​ແລ້ວ​ ​ເປັນ​ເວລາ​ນຶ່ງ​ຊົ່ວ​ໂມງ
ຢູ່​ໃນ​ສະຖານ​ທີ່​ທີ່​ປອດ​ໄພ.

ທ່ານ Richard Foster ຈາກມູນນິທິສໍາລັບຊາວໜຸ່ມທີ່ມີສຸຂະພາບດີ ແຫ່ງລັດ ເວີຈີເນຍ
ເວົ້າວ່າ ໂຄງການນີ້ແມ່ນອອກແບບມາ ເພື່ອຊ່ວຍໃຫ້ເດັກນ້ອຍພັດທະນານິໄສ ທີ່ດີໄປ
ຕະຫລອດຊີວິດ. ທ່ານ ເວົ້າ​ວ່າ:

"ເປົ້າໝາຍຂອງພວກເຮົາກໍຄື ເຮັດໃຫ້ເດັກນ້ອຍເຄື່ອນໄຫວໄປມາ, ເຮັດໃຫ້
ພວກເຂົາຫ້າວຫັນ, ສອນພວກເຂົາ​ໃຫ້ ກິນອາຫານທີ່ພາໃຫ້ມີສຸຂະພາບແຂງ
ແຮງດີ ແລະ​ໃຫ້ດູແລສຸຂະພາບສ່ວນຕົວຂອງເຂົາເອງໃຫ້ດີກວ່າເກົ່າ ແລະ ດໍາລົງຊີວິດຢ່າງຍືນນານ ແລະມີສຸຂະພາບດີຂຶ້ນ.”


ການອອກກໍາລັງກາຍຍັງຊ່ວຍໃຫ້ເດັກນ້ອຍຮຽນໄດ້ດີຂຶ້ນ. ລາຍງານເມື່ອມໍ່ໆມານີ້ ຈາກ
ສະຖາບັນການແພດແຫ່ງຊາດສະແດງໃຫ້ເຫັນວ່າ ການເພີ້ມກິດຈະກໍາທາງຮ່າງກາຍ
ຂອງນັກຮຽນ ແລະການມີຮ່າງກາຍ​ແຂງ​ແຮງ ບໍ່ພຽງແຕ່ຈະຫລຸດຜ່ອນຄວາມອ້ວນພີ
ເກີນໄປລົງ​ໄດ້​ເທົ່າ​ນັ້ນ ແຕ່ຍັງອາດຈະເຮັດໃຫ້ຜົນການຮໍ່າຮຽນເລກ ແລະການອ່ານດີ
ຂຶ້ນອີກດ້ວຍ.

ສະ​ນັ້ນ ​ເຮົາ​ຂໍ​ເຊີນຊວນ​ໃຫ້​ພວກ​ນ້ອງ​ໆ ຈົ່ງ​ພາກັນ​ອອກ​ກໍາລັງ​ກາຍ ຫລິ້ນ​ກິລາ ຍ່າງຫລື
​ແລ່ນ​ເປັນ​ປະ​ຈໍາ ​ເພື່ອ​ຮ່າງກາຍ​ຈະ​ໄດ້​ສົມບູນ ບໍ່​ອ້ວນ​ພີ​ຈົນ​ເກີນ​ໄປ ​ແລະ​ແຂງ​ແຮງ​ທັງ​
ຮ່າງກາຍ​ແລະ​ສະໝອງ ຊຶ່ງ​ຈະ​ຊ່ວຍ​ໃຫ້​ພວກ​ນ້ອງໆ​ ຮຽນ​ເກ່ງ​ນໍາ​ດ້ວຍ.

ເບິ່ງວີດິໂອກ່ຽວກັບລາຍງານນີ້ ເປັນພາສາອັງກິດ:

XS
SM
MD
LG