ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອາດມີຢາແກ້ໄຂ ບັນຫາທາງສະໝອງ ຂອງເດັກເປັນໄຂ້ ມາເລເຣຍແລ້ວ (ວີດິໂອກ່ຽວຂ້ອງ)


ເດັກນ້ອຍສອງຄົນ ທີ່ເປັນໄຂ້ມາເລເຣຍ ນອນພັກຢູ່ໂຮງໝໍ ທ້ອງຖິ່ນ ໃນບ້ານນ້ອຍແຫ່ງນຶ່ງທີ່ເມືອງ Walikale ປະເທດຄອງໂກ (file photo)
ເດັກນ້ອຍສອງຄົນ ທີ່ເປັນໄຂ້ມາເລເຣຍ ນອນພັກຢູ່ໂຮງໝໍ ທ້ອງຖິ່ນ ໃນບ້ານນ້ອຍແຫ່ງນຶ່ງທີ່ເມືອງ Walikale ປະເທດຄອງໂກ (file photo)
ໃນແຕ່ລະປີ, ເດັກນ້ອຍປະມານ 5 ແສນຄົນ ຢູ່ໃນເຂດໃຕ້ທະ
ເລຊາຍຊາຮາຣາ ໃນທະ ວີບອາຟຣິກາ ພາກັນເປັນພະຍາດ
ໄຂ້ມາເລເຣຍປະເພດທີ່ຮ້າຍແຮງທີ່ສຸດ ທີ່ເອີ້ນກັນວ່າ ພະ ຍາດໄຂ້ມາເລເຣຍຂຶ້ນສະໝອງ. ພວກນັກຊ່ຽວຊານເວົ້າວ່າ
ພວກທີ່ບໍ່ເສຍຊີວິດຍ້ອນ ການຕິດເຊື້ອພະຍາດກາຝາກນີ້
ມີຊີວິດຍືນຕໍ່ໄປ ແລະຫລາຍປີຕໍ່ມາ ແມ່ນມີບັນຫາໃນດ້ານ
ຄວາມຈໍາ ແລະພົບຄວາມຫຍຸ້ງຍາກໃນການຮຽນ. ດຽວນີ້
ພວກນັກຄົ້ນຄວ້າເວົ້າວ່າ ສະພາບຖືກທໍາລາຍຕໍ່ຄວາມສາ
ມາດໃນການໃຊ້ສະໝອງ ທີ່ເກີດຂຶ້ນຍ້ອນໄຂ້ມາເລເຣຍ
ອາດສາມາດຫລີກລ່ຽງໄດ້ ດ້ວຍການໃຊ້ຢາຫລຸດຜ່ອນລະ
ດັບຄໍແລັສໂທຣອນ ທີ່ໃຊ້ກັນ ໂດຍທົ່ວໄປ. ຜູ້ສື່ຂ່າວວີໂອເອ
ນາງ Jessica Berman ມີລາຍລະອຽດເລື້ອງນີ້ມາສະເໜີ
ທ່ານ ໃນລາຍງານກ່ຽວກັບສຸຂະພາບໃນປັດຈຸບັນ.

ຢູ່ໃນໜູທີ່ໃຊ້ເປັນຕົວຢ່າງໂຕນຶ່ງ ທີມງານນັກຄົ້ນຄວ້າສາກົນ ໄດ້ຄົ້ນພົບວ່າ ຢາທີ່ຊ່ວຍ ຫລຸດລະດັບຄໍແລັສໂທຣອນລົງທີ່ຊື່ວ່າ lovastatin ປ້ອງກັນບໍ່ໃຫ້ເກີດບັນຫາຕາມມາ ພາຍຫຼັງ ກ່ຽວກັບຄວາມສາມາດໃຊ້ສະໝອງທີ່ພົບເຫັນ ໃນເດັກນ້ອຍປະມານນຶ່ງແສນ ຊາວພັນຄົນ ຢູ່ທົ່ວເຂດໃຕ້ທະເລຊາຍຊາຮາຣາ ໃນທະວີບອາຟຣິກາ ທີ່ລອດຊີວິດຈາກ ການເປັນໄຂ້ມາເລເຣຍຂຶ້ນສະໝອງ ຊຶ່ງພາໃຫ້ເກີດມີການອັກເສບຢູ່ໃນສະໝອງ ແລະ ເນື້ອເຍື່ອໃນກະດູກສັນຫລັງນັ້ນ.

ຢູ່ໃນການສຶກສາຄົ້ນຄວ້າດັ່ງກ່າວ ພວກນັກຄົ້ນຄວ້າຈາກສະຫະລັດ ແລະເບຣຊິນ ໄດ້ ປິ່ນປົວໜູກຸ່ມນຶ່ງ ທີ່ຕິດເຊື້ອໄຂ້ມາເລເຣຍ ໂດຍໃຊ້ຢາປົວໄຂ້ມາເລເຣຍທໍາມະດາ ທີ່ຊື່
ວ່າ chloroquine. ເຄິ່ງນຶ່ງຂອງພວກໜູເຫຼົ່ານີ້ ນອກຈາກກິນຢານີ້ແລ້ວ ຍັງໄດ້ຮັບຢາ lovastatin ນໍາອີກ, ອິງຕາມຜູ້ນໍາພາການຄົ້ນຄວ້າ ທ່ານ Guy Zimmerman ຊຶ່ງເປັນ ນັກຄົ້ນຄວ້າທີ່ໂຮງຮຽນແພດສາດຂອງມະຫາວິທະຍາໄລລັດ Utah ຢູ່ເມືອງ Salt Lake.

ທ່ານ Zimmerman ອະທິບາຍວ່າ “ພວກໜູທີ່ໄດ້ຮັບຢາຕ້ານໄຂ້ມາເລເຣຍ ແລະ
ຢາ lovastatin ແມ່ນໄດ້ຫຼຸດບັນຫາ ກ່ຽວກັບການໃຊ້ສະໝອງທີ່ຈະຕິດຕາມມາ ພາຍຫຼັງນັ້ນ ລົງຢ່າງຫຼວງຫລາຍ.”


ຢາ lovastatin ແມ່ນສ່ວນນຶ່ງຂອງຄອບຄົວຢາ ທີ່ຫລຸດຜ່ອນປະຕິກິລິຍາຕອບໂຕ້ຢ່າງ ວ່ອງໄວຂອງຮ່າງກາຍຕໍ່ອາການອັກເສບ. ໂດຍທີ່ເກີດມາຈາກລະບົບພູມຕ້ານທານ, ອາ ການອັກເສບ ແມ່ນປະຕິກິລິຍາຕອບໂຕ້ແບບປົກກະຕິຕໍ່ພະຍາດ. ແຕ່ວ່າບາງຄັ້ງຄາວ ຮ່າງກາຍຈະກໍ່ໃຫ້ເກີດປະຕິກິລິຍາຕອບໂຕ້ຢ່າງວ່ອງໄວ ທີ່ໄປໂຈມຕີເນື້ອເຍື່ອຂອງຮ່າງ ກາຍເອງ.

ແຜນທີ່ເຂດທະເລຊາຍຊາຮາຣາ ທີ່ມີການແຜ່ລະບາດຂອງເຊື້ອໄຂ້ມາເລເຣຍຢ່າງແຜ່ຫລາຍ
ແຜນທີ່ເຂດທະເລຊາຍຊາຮາຣາ ທີ່ມີການແຜ່ລະບາດຂອງເຊື້ອໄຂ້ມາເລເຣຍຢ່າງແຜ່ຫລາຍ

ທ່ານ Zimmerman ເວົ້າວ່າ "ບັນຫາໃນການໃຊ້ຄວາມ
ຄິດສາມາດທີ່ຈະເປັນຄວາມຫຍຸ້ງ ຍາກຕະຫລອດຊີວິດ
ຂອງເດັກນ້ອຍ ທີ່ໄດ້ລອດຊີວິດຈາກໄຂ້ມາເລເຣຍຂຶ້ນ
ສະໝອງໄດ້."


ທ່ານ Zimmerman ເວົ້າວ່າ “ໂດຍພະຍາຍາມທີ່ຈະຮຽນ, ຖ້າ
ຫາກໃນຕົວຈິງ ພວກ ເຂົາມີໂຮງຮຽນໃຫ້ເຂົ້າແທ້. ການພະຍາ
ຍາມເຮັດແນວນັ້ນ ໃນຂະນະທີ່ພວກເຂົາຍັງຈົມເລິກຢູ່ກັບ
ຄວາມຍາກຈົນ ໃນຂະນະທີ່ພວກເຂົາຍັງມີຄວາມສ່ຽງຕໍ່ການ
ຕິດໂຣກເອດສ໌. ແລະຖ້າຫາກເຮົາເລີ້ມຄິດເຖິງວ່າ ມີສິ່ງໃດແດ່ ທີ່ຈະສາມາດເຮັດໃຫ້ສະມັດຖະພາບ ທາງປັນຍາໄລຍະຍາວຂອງພວກເຂົາ ແລະຄວາມ ສາມາດທີ່ຈະປະຕິບັດການຢູ່ໃນສັງ ຄົມທ້ອງຖິ່ນຂອງພວກເຂົາໄດ້, ແມ່ນເປັນສິ່ງຄິດເຫັນ ຍາກຫລາຍ.”

ທ່ານ Zimmerman ໄດ້ແນະນໍາໃຫ້ເອົາຢາ lovastatin ເຂົ້າໃນການປິ່ນປົວໂຣກໄຂ້ມາ ເລເຣຍຕື່ມ ຕະຫລອດທັງການມີເຊື້ອໂຣກໃນເລືອດ ຊຶ່ງເປັນອາການອັກເສບໃນເລືອດ ແບບເປັນລະບົບທີ່ຮູ້ກັນໂດຍທົ່ວໄປວ່າ ເລືອດເປັນພິດ ທີ່ເຮັດໃຫ້ຄົນເຈັບໄຂ້ໄດ້ປ່ວຍ ແລະເປັນໄພຂົ່ມຂູ່ຕໍ່ຊີວິດຂອງຄົນຫລາຍກວ່າພະຍາດມາເລເຣຍຂຶ້ນສະໝອງນັ້ນອີກດ້ວຍ.

ທ່ານ Zimmerman ໄດ້ຂໍໃຫ້ຜູ້ອອກກົດລະບຽບກ່ຽວກັບຢາຂອງລັດຖະບານ ໃຫ້ຮີບເຮັ່ງ ຂັ້ນຕອນໃນການທົບທວນການໃຊ້ຢານີ້ ແຕ່ທ່ານກໍເວົ້າວ່າ ທ່ານບໍ່ມີຄວາມຫວັງໃນແງ່ດີ ວ່າ ການທົດລອງກັບຄົນທີ່ເປັນສິ່ງຈໍາເປັນຕ້ອງໄດ້ເຮັດກ່ອນໝູ່ນັ້ນ ຈະເປັນການເຮັດໄດ້ ງ່າຍດາຍ ຢູ່ໃນເຂດຕ່າງໆໃນທະວີບອາຟຣິກາທີ່ຢູ່ຫ່າງໄກ ແລະເປັນບ່ອນທີ່ໄຂ້ມາເລ ເຣຍມີຢູ່ຢ່າງແຜ່ຫລາຍ.

ບົດຄວາມກ່ຽວກັບການໃຊ້ຢາຕ້ານຄໍແລັສໂທຣອນເຂົ້າໃນການປິ່ນປົວໂຣກໄຂ້ມາເລເຣຍ ແມ່ນພິມເຜີຍແຜ່ຢູ່ໃນວາລະສານ PloS Pathogens.

ວີດິໂອກ່ຽວຂ້ອງກັບໂຣກໄຂ້ມາເລເຣຍ:


XS
SM
MD
LG