ການສຶກສາຄົ້ນຄວ້າໄດ້ໃຊ້ຂໍ້ມູນທີ່ໄດ້ຮັບຈາກການສໍາຫລວດໃນລະດັບຊາດຂອງ 7 ປະເທດ
ໃນພາກພື້ນຢູໂຣບ, ເອເຊຍ, ຕາເວັນອອກກາງ ແລະບັນດາປະເທດໃນທະວີບອາເມຣິກາ.
ທ່ານນາງ Emmanuela Gakidou ເວົ້າວ່າ: “ຢູ່ໃນເກືອບທັງໝົດ 7 ປະເທດນັ້ນ,
ພວກທີ່ເປັນໂຣກເບົາຫວານສ່ວນຫລາຍບໍ່ໄດ້ຮັບການວິນິດໄສຫຼື ກວດພໍ້”
ທ່ານນາງ Emmanuela Gakidou ຢູ່ສະຖາບັນວ່າດ້ວຍການວັດແທກ ແລະປະເມີນຜົນ
ແຫ່ງມະຫາວິທະຍາໄລວໍຊິງຕັນ ຊຶ່ງເປັນຜູ້ນຳພາການສຶກສາຄົ້ນຄວ້ານີ້ໄດ້ໃຫ້ຄຳເຫັນວ່າ
ບັນດາປະເທດທັງຫລາຍນັບແຕ່ໄທ ແລະອີຣ່ານໄປຈົນເຖິງອັງກິດ ແລະສະຫະລັດ ຜູ້ໃຫຍ່
ທີ່ເປັນໂຣກເບົາຫວານ ບໍ່ໄດ້ຮັບການປິ່ນປົວຢ່າງພຽງພໍ ເພື່ອເຮັດໃຫ້ລະດັບຄວາມດັນຂອງ
ເລືອດ, ລະ ດັບນໍ້າຕານໃນເລືອດ ແລະລະດັບໄຂມັນຫຼືຄໍແລສເຕີຣອລໃຫ້ຫລຸດລົງມາຢູ່ໃນ
ລະດັບທີ່ສາສມາດຄວບຄຸມໄດ້.
ທ່ານນາງ GAKIDOU ກ່າວເພີ້ມອີກວ່າ: “ສ່ວນຜູ້ທີ່ໄດ້
ເຂົ້າໄປປິ່ນປົວໃນລະບົບດູແລຮັກສາສຸຂະພາບ ແລະ
ໄດ້ຖືກວິນິດໄສວ່າ ເປັນໂຣກເບົາ ຫວານແທ້ນັ້ນ ທີ່
ຈິງແລ້ວ ສ່ວນຫລາຍແມ່ນບໍ່ໄດ້ຮັບການປິ່ນປົວທີ່
ເໝາະສົມກັບສະພາບອາການທັງໝົດທີ່ສາມາດມີຜົນ
ກະທົບຕໍ່ສຸຂະພາບຂອງພວກເຂົາເຈົ້າ.
ທ່ານນາງ GAKIDOU ເວົ້າວ່າ ສິ່ງທີ່ໜ້າສົນໃຈກໍຄືວ່າ
ການສຶກສາຄົ້ນຄວ້ານີ້ ບໍ່ໄດ້ພົບວ່າມີການພົວພັນກັນລະ
ຫວ່າງຄວາມຮັ່ງມີ ຫລືຖານະທາງສັງຄົມເສດຖະກິດ ແລະ
ຄວາມເປັນໄປໄດ້ໃນການວິນິດໄສ ຫລືປິ່ນປົວໂຣກດັ່ງ
ກ່າວນີ້.
ທ່ານນາງ GAKIDOU ກ່າວວ່າ“ແຕ່ວ່າແນວໃດກໍຕາມ
ສິ່ງທີ່ພວກເຮົາພົບຢູ່ໃນສະຫະລັດ, ໃນໂກລົມເບຍ
ແລະແມັກຊິກໂກ ບ່ອນທີ່ພວກເຮົາມີຂໍ້ມູນນັ້ນກໍຄືວ່າ
ການປະກັນໄພສຸຂະພາບແມ່ນມີຄວາມສຳພັນກັນກັບຄວາມເປັນໄປໄດ້ໃນການ
ໄດ້ຮັບການວິນິດໄສພະຍາດ ແລະຄວາມເປັນໄປໄດ້ໃນການໄດ້ຮັບການປິ່ນປົວ”
ການບໍລິຫານຫຼືຄຸ້ມຄອງການປິ່ນປົວຄົນເຈັບທີ່ເປັນເບົາຫວານແມ່ນສັບສົນ. ຍົກຕົວຢ່າງເຊັ່ນ
ພວກຜູ້ຂຽນບົດຄົ້ນຄວ້ານີ້ໃຫ້ຂໍ້ສັງເກດວ່າ ໃນເກືອບທຸກປະເທດທີ່ຢູ່ໃນການສຳຫລວດນີ້
ຄົນເຈັບຫລາຍຄົນໄດ້ກິນຢາເພື່ອຫລຸດຜ່ອນຄວາມດັນເລືອດສູງ ແຕ່ວ່າກໍບໍ່ໄດ້ກິນພຽງພໍເພື່ອ
ຈະເຮັດໃຫ້ລະດັບຄວາມດັນຂອງເລືອດຕໍ່າລົງ ສູ່ລະດັບທີ່ສາມາດຄວບຄຸມໄດ້. ພວກນັກຂຽນ
ບົດຄົ້ນຄວ້ານີ້ ສະເໜີວິທີຕ່າງໆ ທີ່ອາດເປັນໄປໄດ້ໃນການປັບປຸງການຮັກສາປິ່ນປົວໂຣກ
ເບົາຫວານ ຊຶ່ງລວມທັງປັບປຸງການຕິດຕາມວັດແທກເບິ່ງລະດັບນໍ້າຕານໃນເລືອດ ແລະ
ການສະໜອງສິ່ງກະຕຸກຊຸກຍູ້ຈິດໄຈໃຫ້ແກ່ຄົນເຈັບທີ່ປະຕິບັດໄດ້ຕາມເປົ້າໝາຍທີ່ວາງໄວ້.
ທ່ານສາມາດຊອກອ່ານລາຍງານບົດຄົ້ນຄວ້າຂອງທ່ານ Gakidou ໄດ້ໃນ ໃບແຈ້ງຂ່າວ
ຂອງອົງການອະນາໄມໂລກ ຫລື "Bulletin of the World Health Organization."