ພວກທ່ານໝໍໄດ້ຄົ້ນພົບບາງສິ່ງ
ບາງຢ່າງທີ່ດີຢ່າງໜ້າເຫລືອເຊື່ອ
ຄືພວກເຂົາເຈົ້າ ໄດ້ພົບວິທີທີ່ຈະ
ຕ່າວປີ້ນໂຣກເບົາຫວານປະເພດ
2. ການຜ່າຕັດທີ່ກ່ຽວຂ້ອງກັບ
ການລົດຄວາມອ້ວນ ຫລື
Bariatric surgery ເປັນຄໍາ
ສັບແບບກວາມລວມ ສໍາລັບ
ເວົ້າເຖິງການຜ່າຕັດປະເພດ
ຕ່າງໆ ທີ່ເຮັດໃຫ້ກະເພາະ
ນ້ອຍລົງ. ການຜ່າຕັດສະເພາະ
ປະເພດນຶ່ງ ຊຶ່ງເປັນການຜ່າ
ຕັດທາງຜ່ານຂອງລະບົບຍ່ອຍ
ອາຫານ ຫລື gastric
bypass ນັ້ນ ສາມາດຕ່າວປີ້ນ ໂຣກເບົາຫວານປະເພດ 2 ຂອງຄົນເຈັບໄດ້ຫລາຍເຖິງ 80% ຂອງຈໍານວນທັງໝົດ.
ດຣ. Phil Schauer ທີ່ຄລີນິກ Cleveland Clinic ເວົ້າວ່າ ຫລັງຈາກຜ່າຕັດແລ້ວ ພວກຄົນເຈັບແມ່ນເກືອບວ່າ ສາມາດທີ່ຈະໂຍນຢາອິນຊູຣິນ ທີ່ເຄີຍໃຊ້ນັ້ນຖິ້ມໄດ້ເລີຍ. ດຣ. Phil Schauer ກ່າວວ່າ:
“ກ່ອນທີ່ພວກເຂົາເຈົ້າຈະອອກຈາກໂຮງໝໍໄປ ພວກເຂົາເຈົ້າຈະບໍ່ຕ້ອງໄດ້ໃຊ້ຢາ ອິນຊູຣິນອີກເລີຍ”
ແຕ່ຕອນຍັງບໍ່ທັນໄດ້ຮັບການຜ່າຕັດນັ້ນ, ນາງ Katy Wiley ຕ້ອງທົນທຸກທໍລະມານນໍາ
ອາການແຊກຊ້ອນຈາກໂຣກເບົາຫວານ ມາເປັນເວລາ 16 ປີ.
ນາງ KATY WILEY ເວົ້າວ່າ: "ມັນທໍລະມານຫລາຍ. ໂຣກເບົາຫວານຄວບຄຸມຊີວິດຂ້ອຍໝົດ."
ດຽວນີ້ ທ່ານໝໍບາງຄົນສົ່ງເສີມການຜ່າຕັດທາງຜ່ານຂອງລະບົບຍ່ອຍອາຫານຫລື gastric bypass surgery ໃຫ້ເປັນວິທີການຄວບຄຸມໂຣກເບົາຫວານວິທີນຶ່ງ. ສາດສະດາຈານ Christopher Newgard ທີ່ມະຫາວິທະຍາໄລ Duke ກ່າວວ່າ:
“ການຜ່າຕັດທີ່ກ່ຽວຂ້ອງກັບການລົດຄວາມອ້ວນ ຫລື Bariatric surgery ໄດ້ສະແດງໃຫ້ເຫັນວ່າ ສາມາດພາໃຫ້ນໍ້າຕານໃນເລືອດ ຫລຸດລົງມາຢູ່ໃນລະດັບທີ່ສາມາດຄວບຄຸມໄດ້ ຢ່າງມີປະສິດທິພາບຫລາຍກວ່າວິທີການປິ່ນປົວປະເພດອື່ນ ເຊ່ນການຂະລໍາອາຫານ ແຕ່ພວກເຮົາກໍຍັງບໍ່ທັນມີຄໍາຕອບທີ່ຄົບຖ້ວນສໍາລັບປະກົດການອັນນີ້ເທື່ອ.”
ສາດສະດາຈານ Christopher Newgard ທີ່ມະຫາວິທະຍາໄລ Duke ແລະພວກນັກ
ຄົ້ນຄວ້າຜູ້ອື່ນໆ ທີ່ມະຫາວິທະຍາໄລ Columbia University ໄດ້ເລີ້ມຊອກເບິ່ງການ
ປ່ຽນແປງທາງເຄມີ ຢູ່ໃນລະບົບເຜົາໄໝ້ ຫລືສັງເຄາະອາຫານຂອງຮ່າງກາຍ.
ຄລິກບ່ອນນີ້ເພື່ອເບິ່ງວີດີໂອພາສາລາວ ຫລືຄລິກຢູ່ບ່ອນ mp4 ຫລືສື່ທາງວິນໂດວ໌ຂາງເທິງຂວາມື
ພວກເຂົາເຈົ້າສັງເກດເບິ່ງຄົນທີ່ເປັນໂຣກເບົາຫວານກຸ່ມນຶ່ງ ທີ່ໄດ້ຮັບການຜ່າຕັດກະເພາະ
ແລະອີກກຸ່ມນຶ່ງທີ່ລົດນໍ້າໜັກໂດຍການຂະລໍາອາຫານ ແລະອອກກໍາລັງກາຍ. ທັງສອງກຸ່ມ
ແມ່ນໄດ້ຫລຸດນໍ້າໜັກລົງເທົ່າກັນ. ແລະຫລັງຈາກນັ້ນ ພວກນັກຄົ້ນຄວ້າໄດ້ວິໃຈເບິ່ງຄວາມ
ແຕກຕ່າງທາງເຄມີ ຢູ່ໃນເລືອດຂອງຄົນເຈັບ.
ສາດສະດາຈານ Christopher Newgard ຊີ້ແຈງເພີ້ມອີກວ່າ “ແລະພວກເຮົາໄດ້ພົບວ່າ ມີຄວາມແຕກຕ່າງກັນຢ່າງຈະແຈ້ງເລີຍ ໃນການຕອບໂຕ້ທາງເຄມີຕໍ່ການຫລຸດລົງຂອງນໍ້າໜັກ ໃນການໃຊ້ວິທີປິ່ນປົວທັງສອງວິທີນັ້ນ.”
ພວກຄົນເຈັບທີ່ໄດ້ຮັບການຜ່າຕັດແມ່ນມີທາດອາຊິດ
amino ທີ່ຕໍ່ຕ້ານທາດອິນຊູລິນ
ຢູ່ໃນເລືອດຂອງພວກເຂົາເຈົ້ານັ້ນ
ໜ້ອຍລົງກວ່າ. ທາດອາຊິດ
amino ແມ່ນພື້ນຖານການສ້າງ
ທາດໂປຣທີນ. ແຕ່ວ່າທາດ
ອາຊິດບາງຢ່າງ ຂັດຂວາຮ່າງ
ກາຍບໍ່ໃຫ້ໃຊ້ທາດອິນຊູລິນ
ຄວບຄຸມລະດັບນໍ້າຕານໃນ
ເລືອດ. ທາດອາຊິດamino
ຊະນິດນີ້ເອີ້ນວ່າ ທາດອາຊິດ
ທີ່ເປັນຕ່ອງໂສ້ຕິດຕໍ່ສາຂາປີກ
ຍ່ອຍໃສ່ກັນ ຫລື branched-
chain amino acids.
ສາດສະດາຈານ Christopher Newgard ອະທິບາຍຕໍ່ໄປວ່າ: ສິ່ງທີ່ພວກເຮົາ ໄດ້ຄົ້ນ
ພົບກ່ຽວກັບທາດອາຊິດ ທີ່ເປັນຕ່ອງໂສ້ຕິດຕໍ່ສາຂາປີກຍ່ອຍໃສ່ກັນ ໃນໄລຍະສອງ
ສາມປີຜ່ານມາກໍຄື: ມັນມີສ່ວນໃນການຕ້ານຢັນທາດອິນຊູລິນຢ່າງແຂງແຮງ, ເປັນ
ທາດທີ່ບົ່ງຊີ້ຢ່າງຖືກຕ້ອງໃຫ້ຮູ້ວ່າ ຈະມີຄວາມສ່ຽງຕໍ່ການເປັນໂຣກເບົາຫວານເກີດ
ຂຶ້ນ ແລະນອກຈາກນັ້ນ ກໍມີການຕອບສະໜອງດີຕໍ່ການປິ່ນປົວທີ່ພວກເຮົາຮູ້ວ່າ
ມີປະສິດທິຜົນທີ່ສຸດໃນການປັບປຸງການຄວບຄຸມທາດກລຸຍໂກ ຫລືນໍ້າຕານຢູ່ໃນເລືອດ ຊຶ່ງກໍຄືການຜ່າຕັດ ກະເພາະໃຫ້ຫົດເຂົ້າ ຫລື Bariatric surgery ນັ້ນ.”
ໃນເວລານີ້ ການຜ່າຕັດກະເພາະໃຫ້ຫົດເຂົ້າ ຫລື Bariatric surgery ແມ່ນການຕ່າວປີ້ນພະຍາດເບົາຫວານປະເພດສອງທີ່ມີປະສິດທິຜົນດີທີ່ສຸດ. ແຕ່ວ່າທ່ານໝໍທັງຫລາຍຫວັງວ່າ ພ້ອມກັບການຄົ້ນຄວ້າເພີ້ມຕື່ມອີກນັ້ນ ກໍຈະມີການພັດທະນາຢາ ເພື່ອຄວບຄຸມທາດອາຊິດ amino ເຫລົ່ານີ້ ແລະກໍຕ່າວປີ້ນພະຍາດເບົາຫວານປະເພດ 2 ນັ້ນ ໃຫ້ຫາຍດີໄດ້.
ເບິ່ງວີດິໂອພາສາອັງກິດ