ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນ​ຫາກົດ​ໄຫລ​ຢ້ອນ ໃນ​ກະ​ເພາະ​ ອາດ​ພາ​ໃຫ້​ເກີດ ບັນ​ຫາທາງ​ເດີນ ຂອງການ​ຫາຍ​ໃຈ​ກໍ​ເປັນ​ໄດ້


ນັກ​ຄົນ​ຄວ້າ​ເວົ້າ​ວ່າ ບັນ​ຫາ​ທາງ​ການ​ຫາຍ​ໃຈ​ ຂອງ​ທ່ານ ອາດ​ຈະ​ເລີ້ມ​ມາ​ຈາກ​ບັນ​ຫາ ຢູ່​ໃນ​ກະ​ເພາະ​ຂອງ​ທ່ານ ກໍ​ເປັນ​ໄດ້

ໂຣກຫືດປົກ​ກະ​ຕິ​ແລ້ວ​ ແມ່ນ​ສາມາດ​ຄວບ​ຄຸມ​ໄດ້​ໂດຍ​ການ​ໃຊ້​ຢາສູດ​ດົມ ຫລື​ບາງ​ຄັ້ງ​ກໍ​ໃຊ້​ຢາ​ກິນ. ເມື່ອ​ທັງ​ສອງວິ​ທີນີ້ ​ໃຊ້ ບໍ່ໄດ້​ຜົນແລ້ວ ມັນ​ອາດ​ຈະ​ເປັນ​ໄປ​ໄດ້​ວ່າ ຄົນ​ປ່ວຍ​ຜູ້ນັ້ນບໍ່ໄດ້​ເປັນ​ໂຣກ​ຫືດເລີຍ. ນັກ​ຂ່າວ​ວີ​ໂອ​ເອ, Carol Pearson ລາ​ຍ​ງານ​ມາ​ວ່າ ບັນ​ດາ​ນັກ​ຄົ້ນ​ຄວ້າ ​ໄດ້​ພົບ​ພະ​ຍາດອື່ນ​ອີກ ທີ່​ມີ​ອາ​ການ​ຄື​ກັນ​ກັບ​ໂຣກ​ຫືດ ຊຶ່ງ​ທີ່​ຈິງ​ແລ້ວ​ແມ່ນ​ເລີ້ມ​ຕົ້ນ​ຂຶ້ນຢູ່​ໃນ​ກະ​ເພາະອາ​ຫານ, ​ບົວ​ສະ​ຫວັນ ຈະ​ນຳລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ເປັນ​ເວ​ລາ​ຫລາຍກວ່າທົດ​ສະ​ວັດ​ນຶ່ງ​ມາ​ແລ້ວ ທີ່​ນາງມີ​ແຊ​ລ ສ​ແຄລດອນ (Michelle Skeldon) ໄດ້​ກິນ​ຢາ​ໃນ​ຂະ​ໜາດທີ່​ແຮງ​ຂຶ້ນ ແລະ​ແຮງ​ຂຶ້ນໄປ ​ເພື່ອ​ປົວ​ໂຣກ​ຫືດເມື່ອ​ອາການ​ຫາຍ​ໃຈ​ຝືດຂອງ​ລາວ​ແຮງ​ຂຶ້ນ​ໄປ​ເລື້ອຍໆ.

ນາງມີ​ແຊ​ລ ສ​ແຄລດອນ ທີ່​ເປັນ​ຄົນ​ປ່ວຍ​ເລົ່າ​ສູ່​ຟັງ​ວ່າ:
"ພຽງ​ແຕ່​ກ້າວ​ຂາ​ຂຶ້ນ​ຂັ້ນ​ໃດ ຄື​ຈະໄດ້​ປະ​ມານ 5 ຂັ້ນ ເທົ່າ​ນັ້ນ ເຈົ້າ​ຮູ້ບໍ່, ມັນ​ຍາກ​ຫລາຍ​ທີ່​ສຸດສຳ​ລັບ​ຂ້ອຍ ແລະ​ມັນຍາກ​ຫລາຍ​ທີ່​ຈະ​ຫາຍ​ໃຈໄດ້. ແລະ​ຮອດ​ຈຸດ​ນຶ່ງທີ່​ຈິງ​ແລ້ວ​ຂ້ອຍ​ກໍໄດ້​ໃຊ້​ອາຍ​ອອກ​ຊີ​ເຈນ​ເພື່ອ​ຊ່ວຍ​ຫາຍ​ໃຈ."

ພາຍ​ຫລັງ​ທີ່​ນາງ​ໄດ້ເລີ້ມ​ເປັນ​ໂຣກ​ປອດບວ​ມ​ຂັ້ນ​ຮ້າຍ​ແຮງ ທ່ານໝໍ​ຂອງ​ນາງ ໄດ້​ສົ່ງ​ນາງ​ໄປ​ຫານັກ​ຊ່ຽວ​ຊານ​ດ້ານ​ກະ​ເພາະ​ລຳ​ໄສ້.

ດ​ຣ. ແຈັ​ຟ​ຟ​ຣີ ບີ ຄິງ, (Jeffrey B. King), ຈາກ​ສູນ​ກາງ​ການ​ແພດ​ແຫ່ງ​ຊາດ​ຂອງ​ຊາວ​ຢີວເວົ້າ​ວ່າ:
"ສິ່ງ​ທີ່​ພວກ​ເຮົາ​ພະ​ຍາ​ຍາມ​ຈະ​ເຮັດ​ກໍ​ຄື ຖອຍ​ຄືນ​ກ້າວ​ນຶ່ງ ແລະ​ເວົ້າ​ວ່າ 'ມັນ​ມີ​ ສາ​ເຫດທີ່​ເປັນກົກ​ເຄົ້າ​ທີ່ມາຂອງມີ​ອາ​ການ​ໂຣກ​ປອດ​ເຫລົ່າ​ນັ້ນ ຫລືບໍ່? ແລະ​ມັນ​ເປັນ​ໄປ​ໄດ້​ບໍ່​ວ່າ ນີ້ບໍ່​ແມ່ນ​ໂຣກ​ຫືດ?'.”

ຜົນ​ກວດ​ພະ​ຍາດ​ສະ​ແດງ​ໃຫ້​ເຫັນ​ວ່າ ກົດ​ໃນກະ​ເພາະ​ຂອງ​ນາງສ​ແຄລດອນ (Skeldon) ໄດ້​ໄຫລຢ້ອນກັບ​ໄປ​ຫາ​ຫລອດ​ອາ​ຫານ​ຂອງ​ລາວ ຊຶ່ງ​ເປັນ​ທໍ່​ທີ່​ຕໍ່​ໃສ່​ກັບ​ປາກ ແລະ​ກະ​ເພາະ. ລາວບໍ່ໄດ້​ເປັນ​ໂຣກ​ຫືດເລີຍ.

ດ​ຣ. ຄິງ, (King) ກ່າວ​ຕໍ່​ໄປອີກ​ວ່າ:
"ມັນ​ເປັນ​ເລື້ອງ​ທຳ​ມະ​ດາ​ທີ່​ສຸດ​ທີ່​ພວກ​ເຮົາເຫັນ​ຄົນມາ​ທີ່ນີ້ ໃນສູນ​ກາງ​ການ​ແພດ​ແຫ່ງ​ຊາດ​ຂອງ​ຊາວ​ຢີວນີ້ ​ເຂົ້າມາຫາ​ພວກ​ເຮົາໂດຍທີ່​ຖືກວິ​ໄຈ​ພະ​ຍາດ​ວ່າ ​ເປັນ​ໂຣກ​ຫືດ. ແລະ​ຄັ້ງ​ນຶ່ງພວກ​ເຮົາ​ກໍ​ໄດ້​ເອົາ​ເຂົາ​ເຈົ້າ​ໄປ​ຜ່ານ​ການກວດ​ພະ​ຍາດ​ປອດ​ຢ່າງ​ເປັນ​ທາງ​ການ ທີ່​ໃນ​ຕົວ​ຈິງ​ແລ້ວ ​ພວກ​ເຮົາ​ພົບ​ວ່າ ເຂົາ​ເຈົ້າ​ອາດ​ຈະ​ບໍ່​ໄດ້ເປັນໂຣກ​ຫືດ​ເລີຍ."

ສະ​ພາບກົດ​ໄຫລ​ຢ້ອນ ແມ່ນເປັນ​ເລື້ອງ​ທຳ​ມະ​ດາ. ແຕ່​ວ່າ ເມື່ອ​ສິ່ງ​ບັນ​ຈຸ​ຢູ່​ໃນ​ກະ​ເພາະແລ່ນຂຶ້ນ​ໄປ​ຫາ​ຫລອດ​ອາ​ຫານ ແລະ​ເຂົ້າ​ໄປ​ຫາ​ຮູ​ຄໍ​ຄືນ, ນ້ຳ​ແຫລວ​ທີ່​ວ່າ​ນັ້ນ ສາ​ມາດທີ່​ໄຫລ​ໄປ​ຫາ​ຊ່ອງຫາຍ​ໃຈ ແລະ​ເຂົ້າ​ໄປ​ຫາ​ປອດ​ໄດ້. ສິ່ງ​ທີ່​ນາງ ສ​ແຄລດອນ (Skeldon) ມີ​ແມ່ນ​ເປັນໂຣກ​ກົດ​ໄຫລ​ຢ້ອນ​ໃນ​ກະ​ເພາະ​ລຳ​ໄສ້ ຊຶ່ງ​ມັກ​ຈະ​ເອີ້ນ​ຊື່​ຂອງ​ມັນແບບຫຍໍ້ໆວ່າ ເກີດ "GERD."

ດ​ຣ. ຄິງ, (King) ອະ​ທິ​ບາຍອີກ​ວ່າ: "ອັນ​ນັ້ນ​ສາ​ມາດ​ທີ່​ຈະ​ພາ​ໃຫ້​ເກີດ​ອາ​ການ​ຈຳ​ນວນ​ນຶ່ງ ຊຶ່ງ​ລວມ​ມີ ການ​ໄອ, ຫັນ​ໃຈ​ຫອບ, ປອດບວມ ​ກໍ​ເປັນ​ໄດ້."

ປະ​ເດັນ​ສ່ຽງ​ທີ່​ພາ​ໃຫ້​ເປັນ​ໂຣກ ກົດ​ໄຫລ​ຢ້ອນຫລື ເກີດ "GERD" ​ສາ​ມາດ ລວມ​ມີໂຣກ​ອ້ວນ​ພີ​ເກີນ​ໄປ ຫລື​ການ​ຖື​ພາ ກໍ​ເປັນ​ໄດ້. ການ​ສູບ​ຢາ, ກິນ​ອາ​ຫານທີ່​ມີ​ນ້ຳ​ມັນ ຫລື​ຈືນ ແລະ​ການ​ດື່ມກາ​ເຟ ຫລື​ເຫລົ້າສາ​ມາດ​ພາ​ໃຫ້ມີ​ອາ​ການນີ້​ຫລາຍ​ຂຶ້ນ.

ການ​ຫລຸດ​ນ້ຳ​ໜັກ​ລົງ ຫລື​ເຮັດ​ໃຫ້​ແບບ​ແຜນ​ດຳ​ລົງ​ຊີ​ວິດຖືກ​ປ່ຽນ​ໄປ ​ສາ​ມາດ​ຊ່ວຍ​ໄດ້. ການ​ກິນ​ຢາ ຫລື​ແມ່ນ​ແຕ່​ການ​ຜ່າ​ຕັດ​ ເພື່ອ​ປ້ອງ​ກັນສິ່ງ​ບັນ​ຈຸ​ໃນ​ກະ​ເພາະ​ບໍ່​ໃຫ້​ໄປຫາ​ປອດ ກໍ​ຊ່ວຍ​ໄດ້ເຊັ່ນ​ກັນ.

ນາງສ​ແຄລດອນ​ເວົ້າ​ວ່າ: "ໃນ​ທັນ​ທີ​ທັນ​ໃດ ​ທີ່​ຂ້ອຍ​ໄດ້​ຮັບ​ການ​ຜ່າ​ຕັດ​ແລ້​ວ ມັນ​ເປັນ​ໂລກ​ໃໝ່​ທີ່​ແຕກ​ຕ່າງ ີກັນ​ຢ່າງສິ້ນ​ເຊີງເລີຍ. ເຈົ້າ​ຮູ້ບໍ່, ອາ​ການ​ໄອ​ໄດ້​ຢຸດ​ລົງ. ມັນ​ເປັນ​ໜ້າ​ອັດ​ສະ​ຈັນ​ຫລາຍ. ມັນ​ເປັນ​ຄື​ກັບ​ກາງ​ຄືນ ກັບ​ກາງ​ເວັນ."

ນາງສ​ແຄລດອນ (Skeldon) ເວົ້າ​ວ່າ ການ​ວິ​ນິ​ໄສ​ພະ​ຍາດ​ຂອງ​ລາວ ແມ່ນ​ເຮັດ​ໃຫ້​ລາວ​ຫັນ​ໃຈ​ໂລ່ງ​ໄດ້.

ນາງ​ກ່າວ​ວ່າ: "ມັນ​ຄ້າຍ​ກັບ​ວ່າ ຂ້ອຍ​ຖືກປົດ​ປ່ອຍໃຫ້​ຫລຸດ​ພົ້ນ​ຈາກ​ຄວາມ​ເຈັບ​ປ່ວຍ​ໄປ ເມື່ອພວກ​ເຂົາ​ເຈົ້າ​ຫລຽວ​ເບິ່ງ​ຂ້ອຍ ແລະ​ເວົ້າ​ວ່າ ອັນ​ນີ້ ບໍ່​ແມ່ນ​ໂຣກ​ຫືດ. ເຈົ້າ​ມີ​ໂຣກ​ກົດ​ໄຫລ​ຢ້ອນ."

ຖ້​າ​ຫາກ​ຖືກ​ປະ​ໄວ້ໂດຍບໍ່ໄດ້​ຮັບ​ການ​ປິ່ນ​ປົວ​ມັນ, ໂຣກ​ກົດ​ໄຫລ​ຢ້ອນ ຫລື GERD ນີ້ ສາ​ມາດ​ນຳ​ໄປ​ສູ່​ກາ​ນ​ເຮັດ​ໃຫ້​ປອດ​ຖືກ​ທຳ​ລາຍ​ໄດ້​ຢ່າງ​ຖາ​ວອນ ຫລື​ແມ່ນ​ແຕ່ເປັນ​ມະ​ເຮັງ​ໃນຫລອດອາ​ຫານກໍ​ເປັນ​ໄດ້.

ດ​ຣ. ຄິງ (King) ກ່າວ​ມ້ວນ​ທ້າຍ​ວ່າ:
"ຖ້າ​ຫາກ​ຄົນ​ເຈັບ​ມີ​ອາ​ການ​ແຮງ​ຂຶ້ນ​ນັບ​ມື້ ມັນ​ຕ້ອງ​ໄດ້​ກິນ​ຢາ​ຫລາຍ​ຂຶ້ນ​ນັບ​ມື້ ແລະ​/ຫລື ບໍ່​ມີ​ປະ​ຕິ​ກິ​ລິ​ຍາຕອບ​ໂຕ້ຕໍ່​ຢາ​ເຫລົ່າ​ນັ້ນ ໄດ້​ດີ​ເທົ່າ​ກັນກັບ​ໃນ​ເມື່ອ​ກ່ອນ, ສະ​ພາບນັ້ນຄວນເປັນ​ສຽງລະ​ຄັງ​ເຕືອນວ່າ ສະ​ພາບຂອງ​ຮ່າງ​ກາຍ​ອັນອື່ນອາດຈະເຮັດ​ໃຫ້​ເກີດ​ມີ​ອາ​ການ​ເຫລົ່າ​ນັ້ນ.”

ຊີ​ວິດ​ຂອງນາງສ​ແຄລດອນ (Skeldon) ແມ່ນ​ກັບ​ຄືນ​ມາ​ສູ່​ສະ​ພາບ​ປົກ​ກະ​ຕິ ຄືນ​ອີກ​ເທື່ອ​ນຶ່ງ ໂດຍ​ທີ່ບໍ່​ມີ​ການ​ຫັນ​ໃຈ​ຫອບ​ອີກ​ແລ້ວ.

ອ່ານ​ກ່ຽວ​ກັບ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດຢູ່​ລຸ່ມນີ້

Asthma can usually be controlled with an inhaler, or, sometimes, with medication. When neither works, it might be that the patient doesn't have asthma at all. VOA's Carol Pearson reports that researchers have found another disease with the same symptoms as asthma actually starts in the stomach.
For more than a decade, Michelle Skeldon kept getting stronger and stronger medications for asthma as breathing became more and more difficult.

Michelle Skeldon, Patient:
"Just to walk up maybe five steps, you know, it was extremely hard for me and it was hard to breathe. And at one point I was actually on oxygen."

After she developed a serious case of pneumonia, her doctor sent her to see a gastroenterologist.

Dr. Jeffrey B. King, National Jewish Health:
"What we try to do is take a step back and say, 'Is there a root cause of those lung symptoms? And is it possible that this isn't asthma?' "

Tests showed Skeldon's stomach acid was flowing back into her esophagus, the tube that connects the mouth and the stomach. She didn't have asthma.

Dr. Jeffrey B. King, National Jewish Health:
"It is very common for us to see people here at National Jewish who have come to us with a diagnosis of asthma. And once we put them through formal pulmonary testing, we actually find that they probably don't have asthma at all."

Some reflux is normal. But, when the contents of the stomach travel up the esophagus and into the back of the throat, the liquid can flow into the airway and enter the lungs. What Skeldon had was gastroesophageal reflux disease, often called by its acronym "GERD."

Dr. Jeffrey B. King, National Jewish Health:
"That can cause a slew of symptoms including cough, hoarseness, shortness of breath, pneumonias."

Risk factors for GERD can include obesity or pregnancy. Smoking, eating fatty or fried foods, and drinking coffee or alcohol can increase the symptoms.

Losing weight or making other lifestyle changes can help.
So can medication or even surgery to prevent stomach contents from reaching the lungs.

Michelle Skeldon, Patient:
"As soon as I had the surgery done, it was a totally different world. You know, the coughing stopped. // It was amazing. It was like night and day."

Skeldon says her new diagnosis came as a relief.

Michelle Skeldon, Patient:
"It was kind of like I was vindicated when they looked at me and they said, This is not asthma. You have acid reflux.'"

Left untreated, GERD can lead to permanent lung damage or even esophageal cancer.

Dr. Jeffrey B. King, National Jewish Health:
"If a patient is having more and more symptoms, is requiring more and more medications, and/or is not responding to those mediations as well as they previously did, that should set off alarm bells that some other condition may be causing their symptoms."

Skeldon's life is once again back to normal with no shortness of breath.

XS
SM
MD
LG