ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພົນລະເມືອງ ເກາະໃຫຍ່ ຮາວາຍ ຍັງລະແວງຢູ່ ຂະນະທີ່ພູໄຟ ຍັງມີການເຄືອນໄຫວ

ພາບຖ່າຍ ໃນວັນທີ 11 ພຶດສະພາ 2018, ທີ່ໄດ້ຖືກເປີດເຜີຍ ໂດຍ ອົງການສຳຫຼວດທໍລະນີສາດ ສະຫະລັດ ຫຼື USGS, ສະແດງໃຫ້ເຫັນຄວັນຂີ້ເຖົ່າ ຄ່ອຍໆພຸ້ງອອກມາຈາກ ຮູລະບາຍອາກາດ ທີ່ແນມເຫັນຈາກ ຂຸມ ຮາເລີມາ'ຢູມາ'ຢູ ຂອງພູໄຟ ຄີລາເວອາ ຢູ່ທີ່ເກາະໃຫຍ່ ຂອງລັດຮາວາຍ.

ຈຸດກ້ຳຕາເວັນອອກສຸດຂອງເກາະໃຫຍ່ ລັດຮາວາຍ ຍັງສືບຕໍ່ໄດ້ຮັບຜົນກະທົບຈາກ
ແຜ່ນດິນໄຫວຂະໜາດນ້ອຍຢູ່ເລື້ອຍ ຈາກພູໄຟ ຄີໂລເວອາ ໃນວັນເສົາວານນີ້ ຂະນະທີ່
ບັນດາເຈົ້າໜ້າທີ່ໃນທ້ອງຖິ່ນ ໄດ້ຊຸກຍູ້ ພົນລະເມືອງ ຢູ່ໃນເຂດເບື້ອງລຸ່ມຂອງເມືອງ ປູນາ
ໃຫ້ກຽມພ້ອມ ທີ່ຈະຍົກຍ້ານອອກ ເມື່ອມີການແຈ້ງໃນເວລາອັນສັ້ນ.

ອົງາກນສຳຫຼວດທໍລະນີສາດ ສະຫະລັດ ຫຼື USGS ໄດ້ບັນທຶກ ແຜ່ນດິນໄຫວຫຼາຍກວ່າ
20 ຄັ້ງແລ້ວ ພຽງມື້ດຽວເທົ່ານັ້ນ ຢູ່ໃນບໍລິເວນ ໃກ້ໆກັບຊາຍຝັ່ງກ້ຳຕາເວັນອອກຂອງ
ເກາະໃຫຍ່ ໃນວັນເສົາວານນີ້. ສ່ວນໃຫຍ່ແລ້ວ ຄວາມແຮງຂອງແຜ່ນດິນໄຫວ ແມ່ນ
ແທກໄດ້ ຂະໜາດ 2 ແລະ 3 ບໍ່ແຮງພໍ ທີ່ຈະກໍ່ໃຫ້ເກີດຄວາມເສຍຫາຍໄດ້.

ນັກວິທະຍາສາດ ຂອງອົງການ USGS ທ່ານນາງ ທີນາ ນີລ ຢູ່ທີ່ຫໍສັງເກດການພູໄຟ
ຂອງລັດຮາວາຍ ໄດ້ນຳເອົາວີດີໂອ ຫລ້າສຸດ ລົງເຜີຍແຜ່ຢ່າງຕໍ່ເນື່ອງ. ໃນການລາຍງານ
ຄັ້ງຫລ້າສຸດຂອງທ່ານນາງ ເພິ່ນກໍກ່າວວ່າ ການເຄື່ອນໄຫວຂອງພູໄຟນັ້ນ ແມ່ນຍັງມີຢູ່ໃນ
ລະດັບສູງ.

ນາງ ຮານນິກ ຣູເດີ ອາຍຸ 65 ປີ ພົນລະເມືອງເຂດຍ່ອຍ ຂອງພື້ນທີ່ ໄລລານີ ຢືນຢູ່ເທິງກອງລາວາ ທີ່ແຂກໂຕແລ້ວ ຢູ່ໃກ້ກັບເມືອງ ປາຫົວອາ ຂອງລັດຮາວາຍ, ວັນທີ 11 ພຶດສະພາ 2018.
ນາງ ຮານນິກ ຣູເດີ ອາຍຸ 65 ປີ ພົນລະເມືອງເຂດຍ່ອຍ ຂອງພື້ນທີ່ ໄລລານີ ຢືນຢູ່ເທິງກອງລາວາ ທີ່ແຂກໂຕແລ້ວ ຢູ່ໃກ້ກັບເມືອງ ປາຫົວອາ ຂອງລັດຮາວາຍ, ວັນທີ 11 ພຶດສະພາ 2018.

ທ່ານນາງໄດ້ເວົ້າວ່າ “ສະຖານະການ ຍັງຄົງບໍ່ທຸ່ນທ່ຽງ. ນອກຈາກນັ້ນແລ້ວ ການແຜ່
ລາມຂອງລາວາແຫຼວ ແມ່ນອາດຈະເກີດຂຶ້ນໄດ້.”
ທ່ານນາງໄດ້ກ່າວຕໍ່ໄປວ່າ ລາວາຢູ່
ໃນພູໄຟ ຈົມລົງວິດສາຍຕາ ຊຶ່ງໄດ້ຖືກປົກຄຸມໂດຍອາຍຄວັນ ທີ່ພຸ້ງຂຶ້ນສູ່ທ້ອງຟ້າ.

ແຕ່ພວກນັກຊ່ຽວຊານ ກ່າວວ່າ ຍັງມີໄພຂົ່ມຂູ່ຢ່າງຕໍ່ເນື່ອງ ທີ່ລາວາແຫຼວ ອາດຈະລົດລົງ
ໃຕ້ລະດັບນ້ຳ. ຖ້າມັນເປັນຈັ່ງຊັ້ນ ນ້ຳອາດກໍອາດຈະໄຫລໄປໃສ່ລາວາຮ້ອນ ແລະ ຈະ
ເກີດ ອາຍຮ້ອນລະເບີດອອກມາຈາກຈອມພູ ໃນແບບສະພາບຂອງຝົນຂີ້ເຖົ່າ ແລະຂີ້ຫີນ
ພູໄຟ. ພວກຫີນ “ຂະໜາດເທົ່າກັບພວກໂຕງົວ” ອາດຈະຖືກຊັດອອກມາໄກເຖິງ 800
ແມັດ ຈາກຈຸດຂອງການລະເບີດນັ້ນ ກໍເປັນໄດ້ ອີງຕາມ ນັກຊ່ຽວຊານທ່ານນຶ່ງ ຜູ້ທີ່ໄດ້
ກ່າວກັບບັນດາສື່ມວນຊົນ ໃນທ້ອງຖິ່ນ.

ເຂດຍ່ອຍຂອງພື້ນທີ່ໄລລານີ ແລະ ສວນອຸດທະຍານ ລານີປູນາ ຍັງຕົກຢູ່ພາຍໃຕ້ ການ
ບັງຄັບໃຫ້ຍົກຍ້າຍໜີ ໂດທີ່ພວກພົນລະເມືອງດັ່ງກ່າວ ເວົ້າວ່າ ສິ່ງທີ່ພູໄຟພົ່ນອອກມາສູ່
ຖະໜົນ ຍັງແມ່ນອາຍຮ້ອນ ແລະລາວາແຫລວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG