ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການຢ້ຽມຢາມແທນຊາເນຍ ຂອງທ່ານນາງແຮຣິສ ມີຂຶ້ນທ່າມກາງການປັບປຸງຄວາມສໍາພັນ ພາຍໃຕ້ລັດຖະບານຂອງທ່ານນາງຮາສຊານ


Harris Visit to Tanzania Comes Amid Improved Relations Under Hassan
please wait

No media source currently available

0:00 0:02:31 0:00

ການຢ້ຽມຢາມແທນຊາເນຍ ຂອງທ່ານນາງແຮຣິສ ພາຍໃຕ້ສະໄໝ ຂອງທ່ານນາງຮາສຊານ.

ການເດີນທາງໄປຢ້ຽມຢາມປະເທດແທນຊາເນຍ ຂອງຮອງປະທານາທິບໍ ດີສະຫະລັດ ໃນອາທິດນີ້ ມີຂຶ້ນໃນ​ຂະ​ນະ​ທີ່ ຄວາມສໍາພັນຂອງທັງສອງປະເທດ ພາຍໃຕ້ປະທານາທິບໍດີຊາເມຍ ຊູລູຮູ ຮາສຊານ (Samia Suluhu Hassan) ໄດ້ຮັບການປັບ​ປຸງໃຫ້ດີຂຶ້ນຢ່າງຫຼວງຫຼາຍ. ໃນຂະນະທີ່ ມື້​ລາງປະທານາທິບໍດີຈອນ ມາກູຟູລີ ໃຫ້ຄວາມສໍາຄັນ ແກ່ບັນດາໂຄງການຂະໜາດໃຫຍ່ ທີ່ຈີນເປັນຜູ້ສະໜັບສະໜຸນ ພ້ອມທັງປາບປາມບັນດານັກວິຈານນັ້ນຫຼາຍກວ່າ, ທ່ານຮາສຊານ ໄດ້ໃຫ້ສັນຍາວ່າ ຈະເຮັດໃຫ້ລະບອບປະຊາທິປະໄຕ ມີຄວາມຈະເລີນຮຸ່ງ ເຮືອງຂຶ້ນ. ຊາລສ໌ ໂຄມເບ ມີລາຍງານ ຈາກນະຄອນຫຼວງ ດາແອັສຊາລໍາ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານໂອເນສໂມ ໂອເລັງກູຣຸມວາ (Onesmo Olengurumwa) ໄດ້ຕໍ່ສູ້ເພື່ອສິດທິມະນຸດ ແລະປະຊາທິປະໄຕຢູ່ໃນປະເທດແທນຊາເນຍ ມາເປັນເວລາຍາວນານ. ທ່ານກ່າວວ່າ ມັນເປັນການຕໍ່ສູ້ທີ່ພົບກັບຄວາມຫຍຸ້ງຍາກຫຼາຍໃນຂະນະທີ່ຢູ່ພາຍໃຕ້ການປົກຄອງຂອງມື້​ລາງປະທານາທິບໍດີ ທ່ານຈອນ ມາກູຟູລີ ຜູ້ທີ່ເສຍຊີວິດຈາກພາວະແຊກຊ້ອນຕ່າງໆທາງຫົວໃຈໃນບໍ່ເທົ່າໃດປີທີ່ຜ່ານມາ.

ທ່ານໂອເນສໂມ ໂອເລັງກູຣຸມວາ, ຈາກໜ່ວຍງານກາມຮ່ວມມື ເພື່ອປົກປ້ອງສິດທິມະນຸດ ກ່າວເປັນພາສາຊະວາຮີລີວ່າ:

“ໃນຖານະທີ່ເປັນກຸ່ມນັກເຄື່ອນໄຫວດ້ານຕ່າງໆ ພວກເຮົາໄດ້ປະເຊີນໜ້າກັບຄວາມທ້າທາຍຫຼາຍຢ່າງ. ພວກເຮົາໄດ້ຮັບຈົດໝາຍຫຼາຍໆສະບັບຈາກບັນດາເຈົ້າໜ້າທີ່ທາງການ ເພື່ອໃຫ້ພວກເຮົາຍຸຕິການດໍາເນີນງານຂອງພວກເຮົາ ກ່ຽວກັບການປົກປ້ອງສິດທິມະນຸດ, ພວກເຮົາໄດ້ຖືກຕັ້ງຄໍາຖາມຊໍ້າແລ້ວຊໍ້າອີກຈາກບັນດາເຈົ້າໜ້າທີ່ທາງການ, ແລະການປະຊຸມພາຍໃນຂອງພວກເຮົາກໍຖືກແຊກແຊງເລື້ອຍໆ ແບບບໍ່ມີເຫດຜົນທີ່ສະເພາະເຈາະຈົງ.”

ທ່ານມາກູຟູລີ ໄດ້ເພັ່ງເລັງຄວາມສົນໃຈໃສ່ໂຄງການພື້ນຖານໂຄງລ່າງຂະໜາດໃຫຍ່ຕ່າງໆ ທີ່ຈີນເປັນຜູ້ສະໜັບສະໜຸນເຊັ່ນ ເສັ້ນທາງລົດໄຟທີ່ມີຂະໜາດມາດ ຕະຖານ. ລັດຖະບານປັກກິ່ງ ຍັງໄດ້ສ້າງໂຮງຮຽນການນໍາ ມວາລີມູ ນາຍເອີເຣຍ (Mwalimu Nyerere), ເຊິ່ງເປັນໂຮງຮຽນຝຶກອົບຮົມຂອງພັກຄອມມູນິສ ທີ່ນັກວິຈານພາກັນກ່າວວ່າ ເປັນໂຮງຮຽນທີ່ສົ່ງເສີມອຸດົມການຈີນດຽວ.

ລຸນຫຼັງທີ່ທ່ານມາກູຟູລີ ເສຍຊີວິດ, ຮອງປະທານາທິບໍດີ ທ່ານນາງຊາເມຍ ຊູລູຮູ ຮາສຊານ ກໍຂຶ້ນກໍາອໍານາດ ແລະນັບຕັ້ງແຕ່ນັ້ນເປັນຕົ້ນມາ ທ່ານນາງ ກໍໄດ້ ດໍາເນີນບາດກ້າວເພື່ອເຮັດໃຫ້ລະບອບປະຊາທິປະໄຕກ້າວໜ້າຂຶ້ນ ພ້ອມທັງຂະ ຫຍາຍການພົວພັນຕ່າງໆທາງການທູດ.

ທ່ານນາງຊາເມຍ ຊູລູຮູ ຮາສຊານ ກ່າວເປັນພາສາຊະວາຮີລີວ່າ:

“ທຸກໆການເດີນທາງ ຂອງການພັດທະນາ ເລີ້ມຕົ້ນດ້ວຍນຶ່ງບາດກ້າວ, ເຊິ່ງຄວາມກ້າວໜ້າຈະຄ່ອຍໆເກີດຂຶ້ນເປັນກົດໝາຍ ແລະເປັນແນວທາງທີ່ຈັດຕັ້ງໄວ້ສໍາລັບປະເທດແທນຊາເນຍ. ຂ້າພະເຈົ້າຂໍສັນຍາຕໍ່ບັນດາທ່ານ ທີ່ເປັນເພື່ອນຮ່ວມຊາດຂອງຂ້າພະເຈົ້າວ່າ ການປະຕິຮູບຕ່າງໆຢູ່ທີ່ນັ້ນ ແລະພວກເຮົາຈະສ້າງປະເທດຊາດໃໝ່, ສ້າງປະເທດຊາດຂອງແທນຊາເນຍດ້ວຍການແຂ່ງຂັນທາງການເມືອງ ໂດຍປາສະຈາກຄວາມຮຸນແຮງ.”

ສະຫະລັດຮັບຮູ້ຕໍ່ການເຄື່ອນໄຫວ ເພື່ອສົ່ງເສີມລະບອບປະຊາທິປະໄຕ ແລະປັບປຸງຕໍ່ດ້ານສິດທິມະນຸດ ຂອງປະທານາທິບໍດີແທນຊາເນຍ. ການຢ້ຽມຢາມປະເທດແທນຊາເນຍເປັນເວລາສາມມື້ຂອງຮອງປະທານາທິບໍດີສະຫະລັດ ທ່ານນາງຄາມາລາ ແຮຣິສ ເຊິ່ງເລີ້ມຕົ້ນໃນວັນທີ 29 ມີນານີ້ ເບິ່ງຄືວ່າ ເປັນການເສີມສ້າງສາຍສໍາພັນຂອງທັງສອງປະເທດ ໃຫ້ເຂັ້ມແຂງຂຶ້ນ.

ທ່ານຮາຈີ ເຊັມໂບຈາ (Haji Semboja), ນັກວິເຄາະ ແລະເປັນນັກບັນຍາຍທາງດ້ານການເມືອງ ຢູ່ທີ່ພາກວິຊາວິທິຍາສາດການເມືອງ ຂອງມະຫາວິທະຍາ ໄລ ດາແອັສຊາລໍາ ກ່າວເປັນພາສາຊະວາຮີລີວ່າ:

“ປັດຈຸບັນ, ປະທານາທິບໍດີກໍາລັງສະແດງສັນຍານວ່າ ທ່ານກໍາລັງຕ້ອງການສ້າງປະເທດປະຊາທິປະໄຕ, ນັ້ນຈຶ່ງເປັນເຫດຜົນວ່າ ດ້ວຍເຫດໃດສະຫະລັດ ຈຶ່ງເຫັນວ່າ ພວກເຮົາເປັນປະເທດພັນທະມິດ, ແລະເຊື່ອວ່າ ພວກເຮົາສາມາດ ດໍາເນີນງານຮ່ວມກັນໄດ້. ຢູ່ໃນການຮ່ວມມືທີ່ພວກເຮົາກໍາລັງເວົ້າເຖິງນີ້ ທໍາອິດແລະສໍາຄັນທີ່ສຸດແມ່ນ ສະຫະລັດຈະຊ່ວຍເຫຼືອພວກເຮົາໃນການສົ່ງເສີມປະຊາ ທິປະໄຕ ແລະຄວາມຍຸຕິທໍາ, ພ້ອມທັງເສີມສ້າງອິດສະຫຼະພາບ ຢູ່ໃນປະເທດຂອງພວກເຮົາໃຫ້ເຂັ້ມແຂງຂຶ້ນ. ສະນັ້ນ, ປະທານາທິບໍດີຂອງພວກເຮົາ ຍິນດີທີ່ຈະເບິ່ງຄືນທຸກໆສະຖາບັນທີ່ກ່ຽວພັນກັບບັນຫາຕ່າງໆທາງດ້ານປະຊາທິປະໄຕ.”

ທ່ານໂອເລັງກູຣຸມວາ ກ່າວວ່າ ເຖິງແມ່ນຈະມີຄວາມທ້າທາຍຫຼາຍໆຢ່າງ ແຕ່ທ່ານເອງກໍຫວັງທີ່ສຸດວ່າ ປະເທດແທນຊາເນຍກໍຍັງຈະຄົງກ້າວເດີນເພື່ອຄວາມຍຸຕິທໍາ ແລະປະຊາທິປະໄຕຕໍ່ໄປ.

U.S. Vice President Kamala Harris's visit to Tanzania this week comes as relations have greatly improved under President Samia Suluhu Hassan. While late President John Magufuli pursued China-backed megaprojects and cracked down on critics, Hassan has promised to let democracy flourish. Charles Kombe reports from Dar es Salaam, Tanzania.

Onesmo Olengurumwa has long fought for democracy and human rights in Tanzania.

He says it was a harder struggle under the rule of late President John Magufuli, who died two years ago from heart complications.

Onesmo Olengurumwa, Tanzania Human Rights Defenders Coalition – Swahili

“We faced a lot of challenges as an activist group. We received numerous letters from the authorities, asking us to stop our work as human rights defenders. We were repeatedly questioned by the authorities, and our internal meetings were often disrupted without any specific reason.”

Magufuli focused on large-scale Chinese-backed infrastructure projects, like the standard gauge railway. Beijing also built the Mwalimu Nyerere Leadership School, a Communist Party training school that critics say promotes the Chinese single-party ideology.

After his death, then vice president Samia Suluhu Hassan rose to power and has since then taken steps to advance democracy and expand diplomatic ties.

Samia Suluhu Hassan, President of Tanzania, Swahili

“Every journey of development begins with a step. and that progress will come gradually according to the laws and guidelines set for Tanzania. I promise you, my fellow countrymen, that reforms are there, and we will build a new nation, a nation of Tanzania with competitive politics and without violence.”

The U.S. has taken note of President Hassan’s actions to promote democracy and improve human rights. A three-day visit to Tanzania by U.S. Vice President Kamala Harris starting on March 29 is seen as an effort to strengthen ties.

Haji Semboja, University of Dar es Salaam Political Analyst, Swahili

Currently, the president is showing signs of wanting to build a democratic country, that is why the United States sees us as allies and believes we can work together. In this partnership we are speaking about, first and foremost, the U.S. will assist us in strengthening democracy, justice, and freedom in our country. Therefore, our president will be willing to look at all institutions related to democratic issues.”

Despite challenges, Olengurumwa says he’s hopeful Tanzania will continue to move further toward justice and democracy.

XS
SM
MD
LG