ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີກໍາປູເຈຍ ທ່ານຮຸນ ເຊນ ກໍາລັງກ້າວລົງຈາກຕໍາແໜ່ງ ລຸນຫຼັງປົກຄອງປະເທດມາເກືອບ 4 ທົດສະວັດ


ນາຍົກລັດຖະມົນຕີ ພ້ອມທັງເປັນປະທານພັກປະຊາຊົນກໍາປູເຈຍ ແລະພັນລະຍາຂອງທ່ານ ທ່ານນາງບຸນ ຣານີ ເຂົ້າຮ່ວມການໂຄສະນາຫາສຽງໃນການເລືອກຕັ້ງ, ນະຄອນຫຼວງພະນົມເປັນ, ກໍາປູເຈຍ, ວັນທີ 7 ກໍລະກົດ 2018.
ນາຍົກລັດຖະມົນຕີ ພ້ອມທັງເປັນປະທານພັກປະຊາຊົນກໍາປູເຈຍ ແລະພັນລະຍາຂອງທ່ານ ທ່ານນາງບຸນ ຣານີ ເຂົ້າຮ່ວມການໂຄສະນາຫາສຽງໃນການເລືອກຕັ້ງ, ນະຄອນຫຼວງພະນົມເປັນ, ກໍາປູເຈຍ, ວັນທີ 7 ກໍລະກົດ 2018.

ນາຍົກລັດຖະມົນຕີກໍາປູເຈຍ ທ່ານຮຸນ ເຊນ, ເຊິ່ງເປັນນຶ່ງໃນຜູ້ນໍາຂອງໂລກທີ່ຢູ່ໃນຕໍາແໜ່ງຍາວນານທີ່ສຸດ ກ່າວໃນມື້ວັນພຸດນີ້ວ່າ ທ່ານຈະລົງຈາກຕໍາແໜ່ງໃນອີກສາມອາທິດ ແລະກໍໂອນອໍານາດໃຫ້ແກ່ລູກຊາຍກົກຂອງທ່ານລຸນຫຼັງທີ່ທ່ານ ໄດ້ປົກຄອງປະ​ເທດມາເກືອບ 4 ທົດສະວັດ, ອີງຕາມລາຍງານຂອງອົງການຂ່າວ AFP.

ອະດີດນາຍທະຫານຂອງຂະເໝນແດງ ໄດ້ປົກຄອງລາດຊະອານາຈັກມາຕັ້ງແຕ່ປີ 1985, ໂດຍທ່ານໄດ້ກໍາຈັດຝ່າຍກົງກັນຂ້າມທັງໝົດອອກຈາກອໍານາດຂອງທ່ານ ດ້ວຍການຫ້າມທຸກໆພັກ​ຝ່າຍ​ຄ້ານ, ເຊິ່ງຜູ້ທ້າຊິງທັງຫຼາຍ ໄດ້ຖືກບັງຄັບໃຫ້ໜີອອກນອກປະເທດ ແລະຈໍາກັດອິດສະຫຼະພາບ ໃນການສະແດງອອກຄວາມ​ຄິດ​ຄວາມ​ເຫັນ.

ພັກປະຊາຊົນ​ກຳ​ປູ​ເຈຍ ຫຼື CPP ຂອງທ່ານ ໄດ້ຮັບໄຊຊະນະຢ່າງຖ້ວມລົ້ນໃນ ການເລືອກຕັ້ງເມື່ອວັນອາທິດແລ້ວນີ້ ໂດຍບໍ່ມີຝ່າຍຄ້ານທີ່ມີຄວາມໝາຍສໍາຄັນ ໃດໆ, ເຊິ່ງພັກ CPP ໄດ້ຮັບຄະ​ແນນ 82 ເປີເຊັນໃນການປ່ອນບັດ​ເລືອກ​ຕັ້ງ, ​ເຊິ່ງເປັນການແ​ຜ້ວທາງສໍາລັບການມອບ​ໂອນ​ອຳ​ນາດ ​ໃຫ້​ແກ່ລູກຊາຍກົກຂອງທ່ານ, ເຊິ່ງນັກວິຈານຫຼາຍໆຄົນ ໄດ້ພາກັນສົມທຽບໃສ່ເກົາຫຼີເໜືອ.

“ຂ້າພະເຈົ້າຢາກຖາມ ຄວາມເຂົ້າໃຈຈາກປະຊາຊົນ ໃນຂະນະທີ່ຂ້າພະເຈົ້າປະ ກາດວ່າ ຂ້າພະເຈົ້າຈະບໍ່ດໍາລົງຕໍາແໜ່ງນາຍົກລັດຖະມົນຕີອີກຕໍ່ໄປ, ນາຍົກລັດ ຖະມົນຕີອາຍຸ 70 ປີ ກ່າວໃນລະຫວ່າງການຖ່າຍທອດສົດ ທາງໂທລະພາບຂອງອົງການຂ່າວລັດຖະບານ.”

ເຈົ້າໜ້າທີ່ເລືອກຕັ້ງ ໄດ້ຕັດສິດ​ພັກທີ່ໄດ້ທ້າທາຍຢ່າງ​ຈິງ​ຈັງ​ພຽງພັກດຽວເທົ່ານັ້ນ, ​ຄືພັກແສງທຽນ ໃນຄວາມເປັນຈິງແລ້ວ ເປັນພັກທີ່ມີຄວາມກ້າວໜ້າຫຼາຍ ຢູ່ໃນການເລືອກຕັ້ງ, ແລະ ພັກ CPP ກໍໄດ້ຄາດວ່າຈະເອົາຊະນະທັງໝົດ ຍົກ​ເວັ້ນ ແຕ່ 5 ບ່ອນນັ່ງ ໃນສະພາຕໍ່າ.

Phnom Penh, July 26, 2023 (AFP) -

Cambodian Prime Minister Hun Sen, one of the world's longest-serving leaders, said Wednesday he will resign in three weeks and hand power to his eldest son after almost four decades of hardline rule.

The former Khmer Rouge cadre has run the kingdom since 1985, eliminating all opposition to his power, with opposition parties banned, challengers forced to flee, and freedom of expression stifled.

His Cambodian People's Party (CPP) won a landslide victory in an election Sunday with no meaningful opposition, taking 82% of the vote, paving the way for a dynastic succession to his eldest son that some critics have compared to North Korea.

"I would like to ask for understanding from the people as I announce that I will not continue as prime minister," the 70-year-old said in a special broadcast on state television.

Election authorities disqualified the only serious challenger, the Candlelight Party, on a technicality in advance of the election, and the CPP is expected to win all but five lower house seats.

XS
SM
MD
LG