ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ນັກຊ່ຽວຊານ ກ່າວວ່າ ຮາໂນ່ຍ ​ຮັບເອົາການ​ມີ​ຊະ​ຕາ​ກຳ​ຮ່ວມ​ກັບຈີນ ເພື່ອໃຫ້ການຄ້ຳປະກັນ ແກ່ປັກກິ່ງ 


ປະທານປະເທດຂອງຫວຽດນາມ ໂວ ວັນ ເທືອງ, ຜູ້ທີຫົກຈາກຊ້າຍ, ແລະປະທານປະເທດຂອງຈີນ ສີ ຈິ້ນຜິງ, ຜູ້ທີແປດຈາກຂວາ, ພົບປະກັນ ຢູ່ທີ່ວັງປະທານປະເທດ ໃນນະຄອນຫຼວງຮາໂນ່ຍ ຂອງຫວຽດນາມ, ວັນທີ 13 ທັນວາ 2023. (Pool/AP)
ປະທານປະເທດຂອງຫວຽດນາມ ໂວ ວັນ ເທືອງ, ຜູ້ທີຫົກຈາກຊ້າຍ, ແລະປະທານປະເທດຂອງຈີນ ສີ ຈິ້ນຜິງ, ຜູ້ທີແປດຈາກຂວາ, ພົບປະກັນ ຢູ່ທີ່ວັງປະທານປະເທດ ໃນນະຄອນຫຼວງຮາໂນ່ຍ ຂອງຫວຽດນາມ, ວັນທີ 13 ທັນວາ 2023. (Pool/AP)

ບັນດານັກຊ່ຽວຊານດ້ານນະໂຍບາຍການຕ່າງປະເທດ ພວມແນມເບິ່ງການຍົກລະດັບສາຍສຳພັນລະຫວ່າງ ຈີນ ແລະຫວຽດນາມ ທີ່ໄດ້ດຶງດູດຄວາມສົນໃຈສູງໃນອາທິດນີ້ ດ້ວຍຄວາມສົງໄສ ໂດຍກ່າວວ່າ ເປັນໄປບໍ່ໄດ້ທີ່ ຮາໂນ່ຍ ຈະຫັນປ່ຽນໄປຈາກນະໂຍບາຍການຕ່າງປະເທດ ທີ່ທຸ່ນທ່່ຽງ ຢ່າງລະມັດລະວັງນີ້ ທີ່ລວມມີການເສີມຂະຫຍາຍການພົວພັນກັບສະຫະລັດ ແລະຍີ່ປຸ່ນເມື່ອມໍ່ໆມານີ້.

ຫວຽດນາມ ໄດ້ຕົກ​ລົງ ທີ່ຈະເຂົ້າຮ່ວມ “ປະຊາຄົມທີ່​ມີ​ຊະ​ຕາ​ກຳຮ່ວມກັນ” ກັບປັກກິ່ງ ໃນລະຫວ່າງການໄປຢ້ຽມຢາມຮາໂນ່ຍ ໂດຍປະທານປະເທດຈີນ ທ່ານສີ ຈິ້ນຜິງ. ເຫັນໄດ້ຢ່າງຊັດເຈນວ່າ ປະຊາຄົມດັ່ງກ່າວ ໄດ້ຮັບການຍົກລະດັບຈາກ “ຄູ່ຮ່ວມງານຍຸດທະສາດຮອບດ້ານ” ຢູ່ແລ້ວນີ້ ຂຶ້ນສູ່ລະດັບສູງສຸດໂດຍມີຂໍ້ຜູກໝັດລະຫວ່າງທັງສອງປະເທດ ອີງຕາມລາຍງານຂອງອົງການຂ່າວຊິນຫົວ ຂອງທາງການຈີນ.

ສາຍສຳພັນດ້ານການທູດໃນລະດັບສູງ ລະຫວ່າງ ຫວຽດນາມ ແລະ ຈີນ ໄດ້ດຳເນີນມາ ນັບຕັ້ງແຕ່ປີ 2008 ແຕ່ ວໍໍຊິງຕັນ ແລະໂຕກຽວ ຫາກໍໄດ້ບັນລຸສະ ຖານະພາບແບບດຽວກັນນັ້ນ ກັບຫວຽດນາມ ໃນລະຫວ່າງ ການເດີນທາງໄປຢ້ຽມຢາມຮາໂນ່ຍ ຂອງປະທານາທິບໍດີສະຫະລັດ ໂຈ ໄບເດັນ ໃນເດືອນກັນ ຍາ ແລະການເດີນທາງໄປຍັງໂຕກຽວ ຂອງປະທານປະເທດຫວຽດນາມ ຫວໍ ວັນ ເທືອງ ເມື່ອທ້າຍເດືອນແລ້ວນີ້.

ໃນບົດລາຍງານທີ່ໄດ້ພິມອອກເຜີຍແຜ່ຢູ່ໃນອົງການຂ່າວ Nhan Dan ທີ່ເປັນກະບອກສຽງຂອງພັກຄອມມິວນິສຫວຽດນາມ ຊຶ່ງທ່ານສີ ອະທິບາຍເຖິງວິໄສທັດຂອງປະຊາຄົມນັ້ນ​ວ່າ ເປັນການເຊື່ອມຕໍ່ ໃນການພັດທະນາຂອງຈີນແບບດຽວກັນ ກັບບັນດາປະເທດເພື່ອນບ້ານຂອງຕົນ ເພື່ອໃຫ້ແຕ່ລະປະເທດດີຂຶ້ນກວ່າເກົ່າ. ທ່ານສີ ຍັງໄດ້ເນັ້ນຢ້ຳວ່າ ອະນາຄົດຂອງເອເຊຍ ແມ່ນຢູ່ໃນກຳມືຂອງຊາວເອເຊຍເອງ.

Foreign policy experts are casting a skeptical eye on this week's highly publicized upgrade of relations between China and Vietnam, saying Hanoi is unlikely to shift from a carefully balanced foreign policy that includes recently strengthened ties with the U.S. and Japan.

Vietnam agreed to join Beijing's "community of shared future" during a two-day visit to Hanoi by Chinese President Xi Jinping. The community is ostensibly an upgrade from the already top-level "comprehensive strategic partnership" binding the two nations, according to the official Chinese news outlet, Xinhua.

Top-tier diplomatic ties have been in place between Vietnam and China since 2008, but Washington and Tokyo just achieved the same status with Vietnam during U.S. President Joe Biden's visit to Hanoi in September and Vietnamese President Vo Van Thuong's trip to Tokyo last month.

In an article published in Nhan Dan, the official newspaper of the Vietnamese Communist Party, Xi laid out his vision of the community as one linking China's development to that of its neighbors so that each country is better off. Xi also stressed that Asia's future is in the hands of Asians.

XS
SM
MD
LG