ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ແລະ ກຸ່ມຮາມາສ ສົ່ງສັນຍານ ໃນຂໍ້ຕົກລົງ ກ່ຽວກັບພວກໂຕປະກັນ ແມ່ນໃກ້ຈະສຳເລັດ


ພວກຄົນຈຳນວນນຶ່ງ ເຂົ້າຮ່ວມໃນການເດີນຂະບວນ ເພື່ອຮຽກຮ້ອງໃຫ້ປ່ອຍພວກໂຕປະກັນ ທີ່ຖືກຄຸມຂັງຢູ່ໃນເຂດກາຊາ ຫຼັງຈາກທີ່ພວກເຂົາເຈົ້າຖືກລັກພາໂຕໄປໂດຍພວກມືປືນຂອງກຸ່ມຮາມາສໃນວັນທີ 7 ຕຸລາ, ຢູ່ໃນນະຄອນ ແທລ ອາວີບ ຂອງອິສຣາແອລ, ວັນທີ 21 ພະຈິກ 2023.
ພວກຄົນຈຳນວນນຶ່ງ ເຂົ້າຮ່ວມໃນການເດີນຂະບວນ ເພື່ອຮຽກຮ້ອງໃຫ້ປ່ອຍພວກໂຕປະກັນ ທີ່ຖືກຄຸມຂັງຢູ່ໃນເຂດກາຊາ ຫຼັງຈາກທີ່ພວກເຂົາເຈົ້າຖືກລັກພາໂຕໄປໂດຍພວກມືປືນຂອງກຸ່ມຮາມາສໃນວັນທີ 7 ຕຸລາ, ຢູ່ໃນນະຄອນ ແທລ ອາວີບ ຂອງອິສຣາແອລ, ວັນທີ 21 ພະຈິກ 2023.

ອິສຣາແອລ ແລະ ກຸ່ມຮາມາສ ໄດ້ສົ່ງສັນຍານ ໃນວັນອັງຄານວານນີ້ວ່າ ຂໍ້ຕົກລົງທີ່ຈະປ່ອຍໂຕປະກັນທີ່ຖືກຈັບໄປໂດຍພວກຫົວຮຸນແຮງໃນເຂດກາຊາ ແມ່ນໃກ້ຈະສຳເລັດ ເຖິງແມ່ນວ່າ ລາຍລະອຽດຕ່າງໆຂອງຂໍ້ຕົກລົງ ຍັງບໍ່ທັນແນ່ນອນເທື່ອ.

ນາຍົກລັດຖະມົນຕີອິສຣາແອລ ເບັນຈາມິນ ເນທັນຢາຮູ ໄດ້ກ່າວຕໍ່ພວກທະຫານກອງໜຸນວ່າ “ພວກເຮົາກຳລັງທຳຄວາມໜ້າ. ຂ້າພະເຈົ້າບໍ່ຄຶດວ່າ ມັນກຸ້ມຄ່າທີ່ຈະກ່າວຫຼາຍເກີນໄປກວ່ານີ້, ບໍ່ແມ່ນແຕ່ໃນຊ່ວງເວລານີ້ ແຕ່ວ່າ ຂ້າພະເຈົ້າຫວັງວ່າ ຈະມີຂ່າວດີໃນໄວໆນີ້.”

ຫົວໜ້າຮັບຜິດຊອບນັກໂທດຂອງອຳນາດການປົກຄອງປາແລັສໄຕນ໌ ທ່ານຄາດດູຣາ ຟາເຣສ ໄດ້ກ່າວວ່າ “ຂໍ້ຕົກລົງໃນການແລກປ່ຽນນັກໂທດ ລວມມີການປ່ອຍໂຕພວກເດັກນ້ອຍ 350 ຄົນ ແລະພວກແມ່ຍິງປາແລັສໄຕນ໌ 82 ຄົນ ທີ່ໄດ້ຖືກຈັບໄປໂດຍອິສຣາແອລ.

ປະທານາທິບໍດີສະຫະລັດ ໂຈ ໄບເດັນ ໄດ້ກ່າວວ່າ “ພວກເຮົາໃກ້ທີ່ຈະນຳເອົາພວກໂຕປະກັນທັງຫຼາຍຄືນມາບ້ານໃນໄວໆນີ້” ແຕ່ທ່ານກ່າວຕື່ມວ່າ “ຂ້າພະ ເຈົ້າບໍ່ຢາກໃຫ້ລາຍລະອຽດໃດໆເນື່ອງຈາກວ່າ ບໍ່ມີຫຍັງໄດ້ເຮັດລົງໄປ ຈົນກວ່າວ່າ ມັນສຳເລັດ.”

ເປັນເວລາຫຼາຍວັນ ອົງການຂ່າວສະຫະລັດຕ່າງໆ ໄດ້ກ່າວວ່າ ພວກແມ່ຍິງປະມານ 50 ຄົນ ແລະພວກເດັກນ້ອຍ 240 ຄົນ ທີ່ໄດ້ຖືກລັກພາໂຕໄປໂດຍພວກຫົວຮຸນແຮງຮາມາສ ໃນລະຫວ່າງການໂຈມຕີແບບບໍ່ຄາດຄິດ ໃນວັນທີ 7 ຕຸລາ ຂອງຕົນ ຕໍ່ອິສຣາແອລ ນັ້ນ ອາດຈະຖືກປ່ອຍໂຕ. ນອກຈາກນັ້ນແລ້ວ ການໂຈະຊົ່ວຄາວໃນການສູ້ລົບກັນໄລຍະຫ້າມື້ ອາດຖືກຈັດຕັ້ງປະຕິບັດ, ແຕ່ບໍ່ມີການຢຸດຍິງທີ່ແນ່ນອນເທື່ອ ຊຶ່ງບັນດາຜູ້ນຳຂອງໂລກບາງສ່ວນໄດ້ຮຽກຮ້ອງໃຫ້ເຮັດ.

ໜັງສືພິມ ຮາອາເຣຕສ໌ (Haaretz) ຂອງອິສຣາແອລ ອ້າງເຖິງແຫລ່ງຂ່າວທີ່ກ່ຽວຂ້ອງໃນການເຈລະຈາ ທີ່ກ່າວວ່າ ກາຕາ ຊຶ່ງໄດ້ທຳໜ້າທີ່ເປັນຜູ້​ໄກ່​ເກ່ຍໃນການເຈລະຈາຕໍ່ລອງການປ່ອຍໂຕປະກັນນັ້ນ ຈະພິມອອກເຜີຍແຜ່ລາຍລະອຽດຕ່າງໆຂອງຂໍ້ຕົກລົງໃນວັນອັງຄານວານນີ້.

ກະຊວງການຕ່າງປະເທດຂອງກາຕາ ໄດ້ກ່າວວ່າ ການເຈລະຈາ ໄດ້ບັນລຸ “ຈຸດສຳຄັນ” ແລະ “ຂັ້ນຕອນສຸດທ້າຍ.”

ຫົວໜ້າກຸ່ມຮາມາສ ອິສແມລ ຮານີເຢ (Ismail Haniyeh) ໄດ້ອະທິບາຍວ່າ ຂໍ້ຕົກລົງຢຸດຍິງ ກັບອິສຣາແອລ ກ່ຽວກັບພວກໂຕປະກັນ ແມ່ນ “ໃກ້ແລ້ວ” ເຖິງແມ່ນວ່າ ອິສຣາແອລ ສືບຕໍ່ບຸກໂຈມຕີຕໍ່ເຂດກາຊາຢູ່ຕໍ່ໄປ ໃນການຕອບໂຕ້ຕໍ່ການໂຈມຕີພາກໃຕ້ຂອງອິສຣາແອລ ໃນເດືອນຕຸລາໂດຍກຫົວຮຸນແຮງ.

Israel and Hamas signaled on Tuesday that an agreement is nearing completion to release hostages held by the militants in Gaza, although details of the deal are uncertain.

Israeli Prime Minister Benjamin Netanyahu told reservists, "We are making progress. I don't think it's worth saying too much, not at even this moment, but I hope there will be good news soon."

The head of the Palestinian Prisoners’ Affairs Authority, Qaddoura Fares, said, "The prisoner exchange deal includes the release of 350 children and 82 Palestinian women" held by Israel.

U.S. President Joe Biden said, "We are very close to bringing these hostages home very soon," but added, "I don’t want to get into the details because nothing is done until it’s done."

For days, U.S. news accounts have said that about 50 women and children of the 240 people seized by Hamas militants during its surprise October 7 attack on Israel could be freed. In addition, a five-day pause in the fighting could be implemented but not a more definitive cease-fire that some world leaders have called for.

Israel’s Haaretz newspaper, citing a source involved in the negotiations, says Qatar, which has acted as an intermediary in the hostage release negotiations, will publish details of the deal on Tuesday.

The Qatari Foreign Ministry said talks have reached a "critical" and "final stage."

Hamas chief Ismail Haniyeh described a truce deal with Israel on hostages as "close," even as Israel continued its assault on Gaza in response to the militant group’s October attack on southern Israel.

XS
SM
MD
LG