ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຕປະກັນຊາວໄທ ທີ່​ຖືກ​ປ່ອຍ ​ໂດຍ​ກຸ່ມ​ຮາ​ມາ​ສ ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ ກ່ຽວ​ກັບ​ສະ​ພາບ​ຂອງ​ແຮງ​ງານ​ຕ່າງ​ດ້າວ


ຊາວ​ໄທ 23 ຄົນ ທີ່​ຖືກກຸ່ມຮາມາສຈັບ​ເປັນ​ຕົວ​ປະກັນ ໄດ້​ກັບ​ຄືນເມືອ​ປະ​ເທດ​ແລ້ວໃນ​ເວລາ​ນີ້ ລຸນຫລັງຖືກ​ກັກ​ຂັງມາ​ເປັນ​ເວລາ 50 ມື້​ ຢູ່​ໃນ​ຂົງເຂດກາຊາທີ່​ຖືກ​ປິດ​ລ້ອມ. ແຕ່ເນື່ອງດ້ວຍຄ່າຈ້າງຕໍ່າມາເປັນເວລາດົນນານຢູ່ໃນບ້ານຂົງເຂດຊົນນະບົດຂອງພວກເຂົາເຈົ້າ ບາງຄົນກໍ່​ກະກຽມ ທີ່ຈະກັບຄືນໄປອິສຣາແອລອີກ ເຖິງແມ່ນວ່າພວກເຂົາເຈົ້າໄດ້​ມີ​ປະ​ສົບພະການ​ອັນ​ເຈັບ​ປວດ​ກໍ​ຕາມ. ວິຈິຕຣາ ດວງດີ ມີລາຍງານຈາກພາກຕາເວັນອອກສຽງ​ເໜືອຂອງໄທ, ເຊິ່ງ ທິບສຸດາ ມີລາຍລະອຽດ ມາສະເໜີທ່ານ.

ການ​ກັບ​ຄືນ​ສູ່​ບ້ານເກີດ ຂອງ​ຜູ້​ລອດ​ຊີ​ວິດ​ ຈາກ​ຄວາມ​ຢ້ານ​ກົວ ທີ່ຢູ່ໄກ​ຫຼາຍ​ພັນ​ກິ​ໂລ​ແມັດ. ​

ທ້າວວິຊຽນ ເຕັມທອງ (Wichian Temthong) ໄດ້ເລີ້ມຕົ້ນເຮັດວຽກ ຢູ່ໃນສວນປູກໝາກອາໂວກາໂດຂອງອິສຣາແອລພຽງແຕ່ 6 ມື້ເທົ່ານັ້ນ ກ່ອນທີ່ກຸ່ມຫົວຮຸນແຮງຮາມາສ ບຸກໂຈມຕີເຂົ້າໄປ​ໃນ​ນິ​ຄົມ​ຫຼື​ກິບ​ບຸ​ສ ຊາອາດ (Kibbutz Sa'ad), ເຊິ່ງໄດ້​ສັງ​ຫານຄົນງານໄທ 7 ຄົນ.

ລາວ​ຖືກ​ຈັບ​ເປັນ​ໂຕປະກັນ ​ແລະ​ຖືກ​ກັກ​ຂັງ​ໄວ້​ເປັນ​ເວລາ 7 ອາທິດ, ຄົນ​ງານ ຈາກພາກພື້ນທີ່ ທີ່ທຸກຍາກທີ່ສຸດຂອງໄທ ຖືກຈັບຢູ່ໃນສົງຄາມທີ່ຜູ້ອື່ນກະທໍາ.

ລາວໄດ້ກັບຄືນບ້ານພ້ອມກັບຊາວໄທອີກ 23 ຄົນ, ເຊິ່ງໄດ້ຖືກປ່ອຍໂຕ ໃນລະ ຫວ່າງການຢຸດຍິງທີ່​ໝົດ​ອາ​ຍຸ​ໄປ​ແລ້ວນັ້ນ.

ແຕ່ອີກ 9 ຄົນ ຍັງຖືກກັກໂຕຢູ່.

ທ້າວວິຊຽນ ເຕັມທອງ, ອະດີດໂຕປະກັນຂອງກຸ່ມຮາມາສ ກ່າວວ່າ:

“ຂ້ອຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທຸກໆຄົນ. ພວກເຂົາເຈົ້າມາຫາຂ້ອຍທຸກໆມື້ນັບຕັ້ງແຕ່ຂ້ອຍກັບຄືນມາ. ມັນເຮັດໃຫ້ຂ້ອຍຮ້ອງໄຫ້. ເມຍຂອງຂ້ອຍບອກຂ້ອຍວ່າ ທຸກຄົນພາກັນຕິດຕາມຂ່າວ. ຂ້ອຍບໍ່​ມີ​ຄວາມ​ຄິດເຫັນໃດໆ​ ເນື່ອງຈາກ​ຂ້ອຍ​ບໍ່​ໄດ້​ເຫັນ​ແສງ​ສະ​ຫວ່າງ​ຂອງ​ມື້ ເກືອບ​ສອງ​ເດືອນ​. ຂ້ອຍດີໃຈຫຼາຍທີ່ໄດ້ກັບຄືນມາ.”

ມີຊາວ​ໄທເຮັດວຽກຢູ່ໃນອິສຣາແອລຫຼາຍກວ່າ 30,000 ຄົນ​ ກ່ອນ​ການ​ບຸກໂຈມ​ຕີ​ຂອງ​ກຸ່ມຮາມາສ.

ຊາວໄທ 39 ຄົນ ເສຍຊີວິດຢູ່ໃນການໂຈມຕີດັ່ງກ່າວ, ໂດຍມີ 32 ຄົນ ຖືກຈັບເປັນໂຕປະກັນ ໃນຄວາມວຸ້ນວາຍ ທີ່ນອງເລືອດຄັ້ງນີ້.

ທ້າວວິຊຽນ ຄື​ກັບ​ຄົນ​ອື່ນໆ​ທີ່​ໄດ້​ກັບ​ຄືນ​ມາ ເຊິ່ງລາວຈະບໍ່ຈະໂອ້ລົມ​ໃດໆ​ກ່ຽວ​ກັບ​ເງື່ອນ​ໄຂ​ຂອງ​ການ​ຈັບ​ໂຕ​ລາວ ​ໃນ​ຂະ​ນະ​ທີ່​ໂຕ​ປະ​ກັນຄົນ​ອື່ນໆ​ຍັງ​ຄົງ​ຢູ່​ໃນເຂດກາຊາ.

ແນວໃດກໍຕາມ, ເຊັ່ນດຽວກັນກັບຄົນອື່ນໆ, ລາວຕັ້ງໃຈທີ່ຈະກັບຄືນໄປອິສຣາແອລ ເພື່ອເຮັດວຽກ ແລະປ່ຽນແປງໂຊກຊະຕາຂອງຄອບຄົວລາວ.
ລາວກ່າວວ່າ:

“ເຂົາ​ເຈົ້າ​ໃຫ້​ຂ້ອຍ​ພັກ​ຜ່ອນ​ຫົກ​ເດືອນ ຈົນ​ກວ່າຈິດໃຈຂອງ​ຂ້ອຍ​ ຈະໄດ້ຮັບການຟື້ນຟູ. ເມື່ອ​ເວລາ​ນັ້ນ, ຖ້າພວກ​ເຂົາຢຸດ​ການ​ຕໍ່ສູ້ກັນ, ຂ້ອຍກໍຈະ​ຂໍ​ກັບ​ຄືນ​ໄປ​ເຮັດ​ວຽກ. ຂ້ອຍເຮັດວຽກພຽງແຕ່ຫົກມື້ ຂ້ອຍຍັງບໍ່ທັນໄດ້ຫຍັງເລີຍ. ຂ້ອຍຮອດຍັງບໍ່ທັນໄດ້ຈ່າຍຫນີ້ສິນຂອງຂ້ອຍຊໍ້າ."

ທ້າວວິຊຽນ ມາຈາກເຂດພາກຕາເວັນອອກ​ສຽງ​ເໜືອທີ່ຜະລິດເຂົ້າຂອງໄທ, ເຊິ່ງຄ່າແຮງງານຊາວນາສະເລ່ຍ​ແລ້ວແມ່ນ 10 ໂດລາຕໍ່ມື້. ສ່ວນໃນປະເທດອິສຣາແອລ, ຊາວໄທສາມາດຫາເງິນໄດ້ເຖິງ 1,700 ໂດລາຕໍ່ເດືອນ.

ການເຮັດວຽກຢູ່ຕ່າງປະເທດ ສາມາດປ່ຽນແປງຊີວິດຂອງຄົນອີສານໄດ້, ເຊິ່ງໄດ້​ເປີດ​ໂອ​ກາດ​ໃຫ້​ຄົນ​ງານ​ຊາວ​ໄທ ທີ່ມີການສຶກສາຫນ້ອຍ ສາມາດປຸກເຮືອນ ຫຼືສົ່ງລູກໆຂອງພວກເຂົາເຈົ້າເຂົ້າຮຽນໃນວິທະຍາໄລໄດ້.

ການ​ລັກ​ພາ​ໂຕ​ພວກຄົນ​ງານຊາວ​ໄທ​ຂອງ​ກຸ່ມຮາມາສ ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ທຸກ​ຍາກ​ຂອງ​ປະຊາຊົນ​ຫຼາຍ​ລ້ານ​ຄົນໃນ​ປະ​ເທດ​ເອເຊຍ​ຕາ​ເວັນ​ອອກ ສຽງ​ໃຕ້ແຫ່ງນີ້.

ໃນຂະນະ​ທີ່​ນາງ​ລໍຖ້າ​ລູກພີ່​ນ້ອງລູກຂອງນາງ ທ້າວຄົມກຣິດ ຊົມບົວ (Khomkrit Chombua)​ ກັບ​ຄືນ​ມາ​ຈາກ​ອິສຣາ​ແອລ ຢູ່​ທີ່ສະໜາມ​ບິນ, ນາງປີຍານັດ ພູ​ຈັດຕຸ (Piyanus Phujuttu) ກ່າວ​ວ່າ ຄ່າ​ແຮງ​ງານທີ່​ຕໍ່າ​ຂອງ​ໄທ ​ເຮັດ​ໃຫ້​ວຽກ​ງານ​ຢູ່​ຕ່າງປະ​ເທດ​ເປັນ​ສິ່ງຈໍາເປັນ​ທີ່​ບໍ່​ສາມາດ​ຫຼີກ​ລ່ຽງ​ໄດ້​ສຳລັບ​ຄົນ​ອິສານ.
ນາງປິຍານຸສ ພູຈັດຕຸ, ລູກພີ່ລູກນ້ອງຂອງອະດີດຕົວປະກັນ ກ່າວວ່າ:

"ພີ່ນ້ອງຂອງຂ້ອຍພຽງແຕ່ຕ້ອງການໃຫ້ຄອບຄົວຂອງລາວ ມີຊີວິດທີ່ດີຂຶ້ນ ໃຫ້ພວກເຂົາມີເຮືອນ ມີເງິນ."

ປັດຈຸບັນນີ້ ແມ່ນປອດໄພ ແລະ ຢູ່ບ້ານ​ເກີດແລ້ວ, ​ແຕ່ທ້າວຄົມກຣິດ ກໍ່ຍັງໄດ້ເປີດໂອກາດໄວ້​ຢູ່ ເພື່ອ​ຈະກັບຄືນໄປເຮັດວຽກ ຢູ່ຕ່າງປະເທດອີກຄັ້ງ.

ທ້າວຄຳກຣິດ ຊົມບົວ, ອະດີດໂຕປະກັນຂອງກຸ່ມຮາມາສ ກ່າວວ່າ:

"ຂ້ອຍດີໃຈຫຼາຍທີ່ໄດ້ກັບຄືນມາ. ມັນຮູ້ສຶກຄືວ່າ ຂ້ອຍໄດ້ເກີດໃຫມ່ອີກຄັ້ງ. ໝົດທຸດຄົນໃນຫມູ່ບ້ານ ໄດ້ຕ້ອນຮັບການກັບຄືນມາຂອງຂ້ອຍ."

​ຍັງ​ເປັນທາງເລືອກທີ່ຫຍຸ້ງຍາກ​ຢູ່ ສໍາລັບຄົນທຸກທີ່ສຸດ​ໃນປະເທດໄທ: ຄືພວກເຂົາເຈົ້າຈະ​ສືບ​ຕໍ່ ຢູ່​ທີ່​ບ້ານ​ເກີດ​ ດ້ວຍການ​ມີ​ຊີ​ວິດ​ທີ່ທຸກຍາກ​ຕໍ່​ໄປ ຫຼືສ່ຽງຊີວິດຂອງພວກເຂົາຢູ່ຕ່າງປະເທດ ເພື່ອ​ຄວາມ​ຢູ່​ດີ​ກິນ​ດີ​ ໃນ​ອະ​ນາ​ຄົດ.

Twenty-three Thai people taken hostage by Hamas have returned home so far after being held captive for 50 days inside besieged Gaza. But with chronically low wages in their rural homes, some are prepared to return to Israel despite their ordeal. Vijitra Duangdee has more from Thailand's Isan region.

A homecoming for a survivor of horrors thousands of kilometers away.

Wichian Temthong started working on an Israeli avocado farm just six days before Hamas militants stormed kibbutz Sa’ad, killing seven other Thai migrant workers.

He was taken hostage and held for seven weeks — a migrant worker from Thailand’s poorest region caught in someone else’s war.

He returned with 23 other Thais, freed during the now-lapsed cease-fire.
But nine more remain captive.

Wichian says that he's received the warmest welcome from everyone, and that they've been coming to see him since he has returned. His wife told him that everyone had been following the news. He had no idea because he had not seen the light of day for nearly two months. He's so happy to be back.

Wichian Temthong, Former Hamas Hostage, male, Thai

“I’ve had the warmest welcome from everyone. They’ve been coming to see me every day since I returned. It brought me to tears. My wife told me everyone’s been following the news. I had no idea as I didn’t see the light of the day for nearly two months. I’m just so happy to be back.”

Over 30,000 Thais worked in Israel before the Hamas assault.

Thirty-nine Thais died in the raid, with 32 taken hostage in the bloody chaos.

Wichian — like the others who have returned — will not discuss the conditions of his capture while the other hostages remain inside Gaza.

Yet, like many others, he is determined to go back to Israel to work and change the fortunes of his family.

He says that the Israeli's let him take a six-month break until he's mentally recovered, and that if they have stopped fighting by then, he will request to return to work. He says he only worked for six days and hadn't earned anything. He hasn't paid off his debt yet.]]
Wichian Temthong, Former Hamas Hostage, male, Thai

“They are letting me take a six-month break until I’m mentally recovered. By then, if they stop fighting, I will request to return to work. I only worked for six days. I haven’t earned anything yet. I haven’t even paid off my debt."

Wichian is from Thailand's rice-producing Isan region, where average farm wages are $10 a day. In Israel, Thais can earn up to $1,700 a month.

Overseas work can be life-changing for Isan people, allowing migrants with little education to build a home or send their kids to college.

Hamas's kidnapping of Thai migrants has cast a spotlight on the poverty of millions of people in the Southeast Asian country.

As she waited at the airport for her cousin Khomkrit Chombua to return from Israel, Piyanus Phujuttu said Thailand’s low wages make overseas work inevitable for Isan’s people.

Piyanus Phujuttu, Cousin of Former Hostage, female, Thai

“My cousin just wanted to give his family a better life…give them a home…money.”

Now safe and at home, Khomkirt has also left the door open to return to the overseas workforce.

Khomkrit Chombua, Former Hamas Hostage, male, Thai

"I’m so happy to be back. It feels like I’ve been reborn. The whole village has welcomed me back."

Hard choices remain for Thailand's poorest people: Stay poor at home or risk their lives overseas.

XS
SM
MD
LG