ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມື​ປືນ​ສັງ​ຫານ ຊາວ​ຈີນ 9 ຄົນ ຢູ່​ບໍ​່​ຄຳ​ແຫ່ງ​ນຶ່ງ ໃນ ສາ​ທາ​ລະ​ນະ​ລັດ​ອາ​ຟ​ຣິ​ກາ​ກາງ


​ບັງ​ກີ ສາ​ທາ​ລະ​ນະ​ລັດ​ອ​າ​ຟ​ຣິ​ກາ​ກາງ
​ບັງ​ກີ ສາ​ທາ​ລະ​ນະ​ລັດ​ອ​າ​ຟ​ຣິ​ກາ​ກາງ

ເຈົ້າ​ໜ້າ​ທີ່​ຄົນ​ນຶ່ງ​ໃນ​ສາ​ທາ​ລະ​ນະ​ລັດ​ອາ​ຟ​ຣິ​ກາ​ກາງ​ກ່າວ​ວ່າ ມີ​ຄົນ​ຈີນ 9 ຄົນ​ໄດ້​ຖືກ​ຂ້າ​ຕາຍໃນ​ການ​ໂຈມ​ຕີ​ຢູ່​ທີ່​ບໍ່​ຄຳ​ແຫ່ງ​ນຶ່ງ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວເອ​ພີ.

ການ​ດັກ​ສະ​ກັດ​ໂຈມ​ຕີ​ໃນ​ວັນ​ອາ​ທິດ​ວານນີ້ ມີ​ຂຶ້ນ​ທີ່​ບໍ່​ຄຳ​ຈິມ​ໂບ​ໂລ (Chimbolo) ໃກ້​ກັບ​ເມືອງ​ບາມ​ບາ​ຣີ (Bambari).

ເຈົ້າ​ເມືອງ​ບາ​ບາ​ຣີ ກ່າວ​ວ່າ ການ​ໂຈມ​ຕີ​ຂອງ​ພວກ​ມື​ປືນ​ມີ​ຂຶ້ນ​ປະ​ມານ 5 ໂມງ​ເຊົ້າ ແລະ​ເອົາ​ຊະ​ນະ​ພວກ​ຍາມ​ຢູ່​ທີ່​ບໍ່​ຄຳ​ດັ່ງ​ກ່າວ.

ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ເທື່ອ ແຕ່​ມີ​ການ​ສົງ​ໄສວ່າ​ເປັນ​ນ້ຳ​ມື​ຂອງ​ກຸ່ມ​ແນວ​ໂຮມ​ຮັກ​ຊາດ​ເພື່ອ​ການ​ປ່ຽນ​ແປງຫຼື CPC ຊຶ່ງ​ມີ​ການ​ປະ​ຕິ​ບັດ​ງານ​ຢູ່​ໃນ​ເຂດນັ້ນ.

ແຕ່​ໂຄ​ສົກ​ຂອງ​ກຸ່ມ CPC ໄດ້​ຖິ້ມ​ໂທດ​ໃສ່​ພວກ​ທະ​ຫານ​ຮັບ​ຈ້າງ​ຣັດ​ເຊຍ. ລາວ​ໄດ້​ກ່າວ​ຫາ​ກຸ່ມ​ທະ​ຫານ​ຮັບ​ຈ້​າງ​ແວັກ​ເນີ້ ໂດຍ​ບໍ່​ໄດ້​ໃຫ້​ຫຼັກ​ຖານ​ໃດໆ ເພື່ອ​ສ້າງ​ຄວາມ​ຢ້ານ​ກົວ​ໃຫ້​ແກ່​ບໍ​ລິ​ສັດ​ຈີນ ອອກ​ໄປ​ຈາກ​ເຂດ​ດັ່ງ​ກ່າວ.

BANGUI, Central African Republic (AP) — A local official in Central African Republic says nine Chinese nationals have been killed in attack at a gold mining site. The ambush on Sunday took place near the town of Bambari at the Chimbolo mine. The mayor of nearby Bambari said the gunmen attacked around 5 a.m. and overpowered the site's security guards. There was no immediate claim of responsibility, but suspicion fell on the Coalition of Patriots for Change which is active in the area. But a spokesman for the CPC instead blamed Russian mercenaries for the attack. He accused the Wagner Group without providing evidence of trying to scare Chinese companies away from the area.

XS
SM
MD
LG