ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ນັກ​ສຶກສາ ​ວິທະຍາ​ໄລ ສັງຫານ 6 ຄົນ ແລ້ວຍິງ ໂຕເອງ ຕາຍ (ວີດີໂອ)


ສະພາບລົດຂອງຄາດຕະກອນມືປືນ ທີ່ໄດ້ຂັບ​ລົດ​​ໄປ​ຕາມ​ຖະໜົນ​ ແລ້ວ​ເປີດ​ສາກ​ຍິງ ເຂົ້າ​ໃສ່​ຄົນ​ທົ່ວ​ໄປ​ ທີ່​ກຳ​ລັງ​ຍ່າງຢູ່​ຕາມ​ຖະໜົນ ໃນເຂດເມືອງ Santa Barbara.
ສະພາບລົດຂອງຄາດຕະກອນມືປືນ ທີ່ໄດ້ຂັບ​ລົດ​​ໄປ​ຕາມ​ຖະໜົນ​ ແລ້ວ​ເປີດ​ສາກ​ຍິງ ເຂົ້າ​ໃສ່​ຄົນ​ທົ່ວ​ໄປ​ ທີ່​ກຳ​ລັງ​ຍ່າງຢູ່​ຕາມ​ຖະໜົນ ໃນເຂດເມືອງ Santa Barbara.
ລູກ​ຊາຍ​ຂອງ​ຜູ້​ກຳກັບຮູບ​ເງົາ​ Hollywood ​ໄດ້ສັງຫານ​ 6 ຄົນ
ຢ່າງມີແບບແຜນ ໃນສະຖານ​ທີ່​ 3 ​ແຫ່ງ​ ທີ່ລັດກາລີ​ຟໍ​ເນຍທາງ
ພາກຕາເວັນຕົກ ຂອງສະຫະລັດ ​ໃນຄ່ຳຄືນ​ ຂອງວັນ​ສຸກ​ຜ່ານ
​ມາ​ນີ້ ​ແລະ ຫຼັງຈາກ​ນັ້ນ ຜູ້ກ່ຽວ​ໄດ້​ຂ້າ​ໂຕ​ຕາຍ.

​ເຈົ້າໜ້າ​ທີ່​ຕຳຫລວດກ່າວ​ວ່າ ທ້າວ Elliot Rodger ​ໄວ 22 ປີ
ຊຶ່ງ​ເປັນ​ລູກ​ຊາຍ​ ຂອງ​ຜູ້​ຊ່ວຍ ​ຜູ້​ກຳກັບຮູບ​ເງົາ​ເລື່ອ​ງ The
Hunger Games ​ເລີ້ມ​ການ​ສັງຫານ​ໂຫດຮ້າຍ ຢູ່​ທີ່​ບ້ານ​ພັກ
ຂອງ​ລາວ​ເອງ ທີ່​ຢູ່ໃກ້​ກັບ​ບໍລິ​ເວນ​ ມະຫາວິທະຍາ​ໄລກາ​ລິ​ຟໍ​ເນຍ
​ວິທະຍາເຂດເມືອງ Santa Barbara ບ່ອນ​ທີ່ລາວ​ໄດ້ໃຊ້ມີດ
ແທງຜູ້​ຊາຍ 3 ຄົນ​ຈົນ​ເສຍ​ຊີວິດ.

ຫຼັງຈາກ​ນັ້ນ ລາວ​ກໍໃຊ້​ປືນ​ຍິງ​ໃສ່ ຜູ້ຍິງ 2 ຄົນ​ຢູ່​ທາງນອກສະໂມສອນ ​ນັກ​ສຶກສາ​ຍິງ ​ກ່ອນ
​ໜ້າ​ທີ່ລາວສັງຫານຜູ້​ຊາຍ​ຄົນ​ໜຶ່ງ ​ຢູ່ທາງນອກ​ຮ້ານ​ອາ​ຫານ.

​ເຈົ້າໜ້າ​ທີ່​ຕຳຫລວດ​ກ່າວ​ຕື່ມ​ວ່າ ທ້າວ Rodger ຊຶ່ງ​ໄດ້​ເປັນ​ສັກ​ສຶກສາ​ວິທະຍາ​ໄລ ​ໃນ​ເມືອງ Santa Barbara ໄດ້​ຂັບ​ລົດ​ຂອງ​ລາວ​ໄປ​ຕາມ​ຖະໜົນ​ແລ້ວ​ເປີດ​ສາກ​ຍິງເຂົ້າ​ໃສ່​ຄົນ​ທົ່ວ​ໄປ​ທີ່​ກຳ​ລັງ​ຍ່າງຢູ່​ຕາມ​ຖະໜົນ ​ນັ້ນ ຊຶ່ງເຮັດ​ໃຫ້​ມີ 13 ຄົນ​ໄດ້​ຮັບບາດ​ເຈັບ​ ໃນ​ການ​ກະທຳ​ດັ່ງກ່າວ.

​ຕໍ່​ມາເຈົ້າໜ້າ​ທີ່​ຕຳລຫລວດ ​ໄດ້​ພົບ​ສົບ​ຂອງທ້າວ Rodger ຢູ່​ໃນ​ລົດ​ຂອງ​ລາວ​ເອງ ​ແລະ​ເຫັນ​ວ່າ​ຜູ້​ກ່ຽວ​ໄດ້ຍິງຕົນເອງທີ່ຫົວ.
ເບິ່ງວີດີໂອເລື້ອງນີ້.
please wait

No media source currently available

0:00 0:01:24 0:00
XS
SM
MD
LG