ປະຊາຊົນ ສະຫະລັດ ມີສິດພົກພາປືນເພື່ອການປ້ອງກັນໂຕ, ແຕ່ສິດທິດັ່ງກ່າວນັ້ນຫຼາຍຄັ້ງມັນໄດ້ນຳໄປສູ່ການສູນເສຍ ແລະ ໂສກນາດຕະກຳ ເພາະວ່າຜູ້ທີ່ໃຊ້ປືນໄດ້ນຳໃຊ້ມັນໃນທາງທີ່ຜິດ. ພຸດທະສອນ ມີລາຍງານນີ້ມາສະເໜີທ່ານໃນອັນດັບຕໍ່ໄປ.
ໃນ ສະຫະລັດ ທຸກມື້ຈະມີລາຍງານຂ່າວຢ່າງໜ້ອຍຂ່າວນຶ່ງ ກ່ຽວກັບ ການຍິງກັນ. ເຫດການດັ່ງກ່າວນັ້ນມັກເກີດຂຶ້ນຈາກຜູ້ພົກພາປືນນຳໃຊ້ປືນໃນທາງທີ່ຜິດເຊັ່ນການນຳມັນໄປຍິງຄົນເພື່ອທຳຮ້າຍຮ່າງກາຍ, ການປຸ້ນສະດົມ, ການຕໍ່ສູ້ລະຫວ່າງແກັ່ງນັກເລກ ແລະ ອື່ນໆ.
ການນຳໃຊ້ປືນໃນ ສະຫະລັດ ແມ່ນຖືກປົກປ້ອງໂດຍລັດຖະທຳມະນູນ ຂໍ້ທີສອງທີ່ເວົ້າວ່າ “ທະຫານບ້ານທີ່ຖືກກຳນົດເປັນຢ່າງດີວ່າ ມີຄວາມຈຳເປັນເພື່ອຮັກສາຄວາມປອດໄພຂອງລັດທີ່ເສລີ, ສິດທິຂອງປະຊາຊົນເພື່ອການຮັກສາ ແລະ ພົກພາປືນບໍ່ຄວນຖືກລ່ວງລ້ຳ.”
ໃນນີ້ພັກການເມືອງຂອງ ສະຫະລັດ ແມ່ນມີບົດບາດສູງຫຼາຍ ກ່ຽວກັບ ການຮັກສາສິດ ໃນການໃຊ້ປືນຂອງປະຊາຊົນ ສະຫະລັດ, ໂດຍສະເພາະພັກຣີພັບບລີກັນຫົວອະນຸລັກນິຍົມ, ເຊິ່ງສະມາຊິກພັກດັ່ງກ່າວໃຫ້ການສະໜັບສະໜູນປືນ 44 ເປີເຊັນ ແລະ ສະມາຊິກພັກເດໂມແຄຣັດໃຫ້ການສະໜັບສະໜູນປືນ 20 ເປີເຊັນ, ອີງຕາມສູນກາງການຄົ້ນຄວ້າ ພີວ.
ພ້ອມກັນນັ້ນ, ລັດທີ່ສະໜັບສະໜູນພັກຣີພັບບລີກັນ ກໍມີຄົນພົກພາປືນຫຼາຍກວ່າໝູ່, ໃນນັ້ນກໍລວມມີລັດ ມັອນທານາ, ໄວໂອມິງ, ອາລາສກາ ແລະ ອື່ນໆ. ທ່ານ ບຸນມີ ສຸເທັບມະນີ ຜູ້ອາໄສຢູ່ລັດເທັກຊັສ, ໄດ້ກ່າວຕໍ່ພວກເຮົາ ກ່ຽວກັບ ຄວາມນິຍົມໃນການພົກພາປືນໃນລັດດັ່ງກ່າວ. ທ່ານເວົ້າວ່າຄົນລາວໃນລັດນັ້ນກໍພາກັນໃຊ້ປືນຫຼາຍ.
ທ່ານ ບຸນມີ ກ່າວວ່າ “ເຂົາກະປະກາດຢູ່ໂບດ ຢູ່ເຊີດອີຫຍັງຜູ້ໃດຢາກໄປເອົາ gun conceal (ປືນທີ່ຖືກພົກພາໂດຍບໍ່ໃຫ້ຄົນເຫັນ) ພວກນັກເທດຄົນລາວເຮົາເບາະ, ພາສເຕີ ອີງຫຍັງນີ້ກະບອກກັນວ່າ ໄປເອົາແມ ມີແຕ່ຮຽນບຶດດຽວນຶ່ງໜາ, ບອກລົມກັນເລັກໆນ້ອຍໆ ເຂົາກະຖາມວ່າຮູ້ຈັກວິທີໃຊ້ບໍ່ຄັນບໍ່ຮູ້ເຂົາກະສອນໃຫ້ຫັ້ນນະ. ມີລາຍເຊັນຄືໃບຂັບລົດຫັ້ນລະ. ຄັນຊິເວົ້າແລ້ວ gun conceal ນີ້ຄັນເຈົ້າມີລາຍເຊັນແລ້ວ ເຈົ້າຖືໄປໃສກະໄດ້, ຂອງເຂົາຂັດໃສ່ແອວ ຕຳຫຼວດກະບໍ່ໄດ້ວ່າຫຍັງເພາະວ່າເຂົາມີສິດຊື້ເດະ ເຂົາມີໜັງສືຊື້ມີລາຍເຊັນ. ຢູ່ເທັກຊັສນີ້ເຂົາກະ ມີຫຼາຍຄົນ, ຄົນລາວເຮົາກະພົກປືນຫັ້ນແຫຼະ ມີປືນຮູ້ຄົນນະ. ບໍ່ມັກແຕ່ໃດ ແຕ່ຄາວຮຽນໜັງສືຢູ່ບ້ານພຸ້ນ. ຄັນມັກປືນລະມັນມັກມີສັດຕູຫັ້ນນະ ຄັນເວລາເຮົາຮ້າຍເຮົາກະຢາກໂຊຢາກຫຍັງ ຈົກອອກມາໜ້ອຍນຶ່ງມັນຊິລືມຫັ້ນນະ ຢາກຄວບຄຸມໂຕເອງໄວ້ ບໍ່ໃຫ້ໄປວົນກັບມີດກັບຫຍັງກັບປືນ ບໍ່ຄ່ອຍມັກວ່າຊັ້ນສາ.”
ໃນ ສະຫະລັດ, ເຖິງແມ່ນປະຊາຊົນຈະສາມາດພົກພາປືນໄດ້ກໍ່ຕາມ, ແຕ່ກົດໝາຍອາວຸດປືນແຫ່ງຊາດປີ 1934 ແລະ ກົດໝາຍການປົກປ້ອງເຈົ້າຂອງອາວຸດປືນປີ 1986 ໄດ້ຫ້າມການນຳໃຊ້ອາວຸດປືນແບບອັດຕະໂນມັດ ຫຼື ປືນກົນ, ປືນລູກຊອງລຳສັ້ນ ແລະ ປືນຍາວລຳສັ້ນ. ສາເຫດທີ່ປືນດັ່ງກ່າວຖືກຫ້າມນັ້ນແມ່ນຍ້ອນມັນສາມາດເຊື່ອງໄດ້ງ່າຍກວ່າປືນຍາວ ແລະ ມັນກໍມີພະລັງໃນການທຳລາຍລ້າງຫຼາຍກວ່າປືນສັ້ນທົ່ວໄປ.
ການສຳຫຼວດຂອງສູນກາງ ພີວ ພົວວ່າຜູ້ໃຫຍ່ 4 ໃນ 10ຄົນໃນ ສະຫະລັດ ເວົ້າວ່າເຂົາເຈົ້າອາໄສຢູ່ໃນເຮືອນທີ່ມີປືນ, ລວມທັງ 30 ເປີເຊັນທີ່ເວົ້າວ່າເຂົາເຈົ້າເປັນເຈົ້າຂອງປືນ. ຄົນທີ່ພົກພາປືນຫຼາຍກວ່າໝູ່ເຫັນໄດ້ຊັດວ່າແມ່ນຜູ້ຊາຍ, ຄົນຜິວຂາວເປັນອັນດັບນຶ່ງ, ຕາມດ້ວຍຄົນອາເມຣິກາ ເຊື້ອສາຍອາຟຣິກາ, ຄົນອາເມຣິກາກາງ ແລະ ເອເຊຍ.
ສິ່ງສຳຄັນທີ່ຜູ້ເປັນເຈົ້າຂອງປືນຕ້ອງມີແມ່ນຈັນຍາບັນທີ່ສູງ, ເຊິ່ງທ່ານນາງ ບີ ລີ, ເຈົ້າໜ້າທີ່ຢູ່ຄຸກແຫ່ງນຶ່ງໃນລັດ ເວີຈິເນຍ ກ່າວວ່າ
“ເຈົ້າມີແຕ່ຕ້ອງຮັບປະກັນວ່າທຸກຄົນຈະປອດໄພຕະຫຼອດເວລາ, ຕ້ອງຮູ້ວິທີໃຊ້ ມັນ, ເວລາໃດທີ່ຕ້ອງໃຊ້ມັນ ແລະ ເວລາໃດທີ່ປອດໄພທີ່ຈະໃຊ້ມັນ, ເພາະວ່າ ແນ່ນອນຖ້າມັນກໍ່ໃຫ້ເກີດອັນຕະລາຍຢ່າງຫຼວງຫຼາຍ. ສ່ວນຫຼາຍພວກເຮົາທີ່ເປັນ ເຈົ້າໜ້າທີ່, ແມ່ນຖືກຮຽກຮ້ອງໃຫ້ພົກພາມັນທຸກວັນ, ພວກເຮົາຖືມັນເວລາເຮັດ ວຽກ, ພວກເຮົາຖືກສະ ໜັບສະໜູນໃຫ້ຖືມັນທຸກວັນນອກໂມງການເຊັ່ນກັນ. ແມ່ນກະທັ້ງຂັບລົດກັບບ້ານ, ໄປຊື້ຂອງກິນ. ເວລາທີ່ເຈົ້າກັບຮອດບ້ານ ແນ່ນອນເຈົ້າຕ້ອງຮັກສາໃຫ້ມັນປອດໄພ, ເກັບມ້ຽນລັອກຢູ່ໃນກ່ອງ ສະນັ້ນລູກ ຂອງເຈົ້າ ຫຼື ແມ່ນກະທັ້ງຜູ້ໃຫຍ່ ແລະ ສະມາຊິກໃນຄອບຄົວຈຶ່ງເຂົ້າຫາມັນ ບໍ່ໄດ້.”
ການຍິງກັນທີ່ຮ້າຍແຮງກວ່າໝູ່ຄັ້ງຫຼ້າສຸດກໍແມ່ນການຍິງກັນຢູ່ໂຮງຮຽນປະຖົມ ຣອບ, ໃນເມືອງ ຢູວາລເດ, ລັດເທັກຊັສ, ມີຜູ້ເສຍຊີວິດ 21 ຄົນ ແລະ ບາດເຈັບ 17 ຄົນ. ແຕ່ການຍິງສັງຫານໝູ່ທີ່ຮ້າຍແຮງທີ່ສຸດໃນ ສະຫະລັດ ແມ່ນເກີດຂຶ້ນຢູ່ ລາສ ເວກັສ, ມີຜູ້ເສຍຊີວິດ 58 ຄົນ ແລະ ບາດເຈັບ 546 ຄົນ.
ທຸກຄັ້ງຫຼັງຈາກທີ່ມີການຍິງສັງຫານໝູ່ບັນດາສະມາຊິກສະພາ ສະຫະລັດ ມັກຈະທຳການໂຕ້ຖຽງກັນເພື່ອທຳການຄວບຄຸມ ຫຼື ຍົກເລີກສິດທິໃນການນຳໃຊ້ປືນ. ແຕ່ຂະບວນການດັ່ງກ່າວມັກຈະຖືກຄັດຄ້ານໂດຍພັກຣີພັບບລີກັນ ແລະ ພວກຜູ້ສະໜັບສະໜູນປືນ, ເຮັດໃຫ້ການເອົາມາດຕະການດັ່ງກ່າວບໍ່ເກີດຂຶ້ນຈັກເທື່ອ.