ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກາະກວາມ ໄດ້ຮັບການກໍ່ສ້າງທາງທະຫານ ໂດຍປາສະຈາກຊັບພະຍາກອນ ສໍາລັບດ້ານການປ້ອງກັນຊາຍແດນ


ເມື່ອປີ​ກາຍ​ນີ້, ລັດຖະສະພາ​ຮຽກຮ້ອງ​ໃຫ້​ມີ​ການ​ສືບສວນສອບສວນ​ ກ່ຽວ​ກັບ​ລາຍ​ງານຂອງເຫດການ ​100 ກໍລະນີຂອງຊາວ​ຈີນຈໍານວນນຶ່ງ ພະຍາຍາມ​ເຂົ້າ​ໄປ​ໃນ​ຖານ​ທັບ​ແຫ່ງຕ່າງໆຂອງສະຫະລັດ ແລະ​ສະຖານ​ທີ່​ລະອຽດອ່ອນ​ອື່ນໆ​ຂອງສະຫະລັດຢູ່ໃນ​ທົ່ວ​ໂລກ. ບັນດາເຈົ້າ​ໜ້າ​ທີ່​ຂອງເກາະກວາມ ເຊິ່ງ​ເປັນ​ຖານ​ທີ່​ໝັ້ນ​ຍຸດ​ທະ​ສາດສຳ​ຄັນ​ທີ່​ສຸດ​ຂອງ​ກອງທັບສະ​ຫະ​ລັດຢູ່​ໃນ​ຂົງເຂດປາ​ຊີ​ຟິກ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ກໍ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ​ນັ້ນ ເຊັ່ນ​ກັນ ແລະກໍາລັງຮຽກຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ໃນ​ການ​ປົກ​ປ້ອງ​ຝັ່ງ​ທະ​ເລ​ຂອງພວກ​ເຂົາ​ເຈົ້າ. ເຈສຊິກ້າ ສໂຕນ (Jessica Stone) ນັກ​ຂ່າວ​ VOA ມີ​ລາຍ​ງານ, ທິບສຸດາ ມີລາຍລະອຽດ

ພະນັກງານກໍ່ສ້າງ ພາກັນເຮັດວຽກຢ່າງໜັກຢູ່ໃນດິນແດນຍຸດທະສາດກວາມຂອງສະຫະລັດ. ພາຍໃນປີ 2028, ວໍ​ຊິງ​ຕັນ ​ຈະ​ໃຊ້​ຈ່າຍເງິນຈໍານວນ 9 ຕື້​ໂດ​ລາ ​ເພື່ອ​ຍົກ​ຍ້າຍ​ກອງທະຫານມາຣີນຂອງສະຫະລັດ ​ອອກ​ຈາກ​ຍີ່​ປຸ່ນ, ສ້າງ​ລະ​ບົບ​ປ້ອງ​ກັນ​ລູກ​ສອນ​ໄຟແບບກວມລວມ, ແລະ​ເພີ້ມ​ທະ​ວີການປະຕິບັດງານດ້ານການບັນຊາສໍາລັບ ກອງທັບບົກ​, ກອງທັບ​ເຮືອ ແລະກອງທັບອາກາດ.

ກວາມ ເປັນດິນແດນຂອງສະຫະລັດທີ່ໃກ້ກັບເອເຊຍທີ່ສຸດ, ແລະການສ້າງຕັ້ງທາງທະຫານຂອງຕົນ ຈຶ່ງເປັນອົງປະກອບອັນສໍາຄັນຂອງຍຸດທະສາດການປ້ອງກັນປະເທດອາເມຣິກາ ຢູ່ໃນຂົງເຂດປາຊີຟິກ.

ອະດີດຜູ້ຊ່ວຍລັດຖະມົນຕີປ້ອງກັນປະເທດ ຮັບຜິດຊອບວຽກງານຢູ່ໃນຂົງເຂດ ອິນໂດ-ປາຊີຟິກ, ທ່ານ ແຣນດີ ຊຣາຍເວີ (Randy Schriver) ກ່າວວ່າ ດັ່ງນັ້ນ ໄດ້ເຮັດໃຫ້ເກາະກວາມ ກາຍມາເປັນເປົ້າໝາຍຂອງປັກກິ່ງ.

ທ່ານ ຊຣາຍເວີ ກ່າວຜ່ານຊູມວ່າ:

“ສະນັ້ນ, ໃນຂະນະທີ່ການກໍ່ສ້າງຂອງພວກເຮົາເກີດຂື້ນ, ຈີນ ກໍກໍາລັງພະຍາຍາມເຮັດໃຫ້ເກາະແຫ່ງນີ້ຢູ່ໃນຄວາມສ່ຽງ ໂດຍຜ່ານຄວາມອາດສາມາດອັນໃຫມ່ ແລະພວກເຮົາກໍກໍາລັງຕອບສະຫນອງດ້ວຍລະບົບປ້ອງກັນລູກສອນໄຟຫຼາຍຂຶ້ນ.”

ມີການປ້ອງກັນລູກສອນໄຟເພີ້ມຂຶ້ນ, ແຕ່ບໍ່ແມ່ນການປ້ອງກັນເຂດຊາຍແດນເພີ້ມຂຶ້ນ. ໂຄສົກດ່ານພາສີອາກອນຂອງເກາະກວາມ ກ່າວຕໍ່ອົງການຂ່າວ VOA ວ່າ ອົງການດັ່ງກ່າວນີ້ ມີເຈົ້າໜ້າທີ່ 140 ຄົນ ສໍາລັບວຽກງານກວດກາຄົນເຂົ້າເມືອງ ແລະດ່ານພາສີອາກອນ, ໂດຍບໍ່ມີພະນັກງານຕື່ມອີກ ເພື່ອດໍາເນີນການລາດຕະເວນຕາມແຄມຝັ່ງທະເລທີ່ມີໄລຍະ 125 ກິໂລແມັດນັ້ນ.

ນັບ​ຕັ້ງ​ແຕ່​ປີ 2022, ມີ​ຜູ້​ອົບ​ພະຍົບຊາວ​ຈີນ​ທີ່​ບໍ່​ມີ​ເອກະສານຖືກຕ້ອງ ​ຢ່າງ​ໜ້ອຍ 118 ຄົນ ຖືກ​ຈັບໂ​ຕໃນເວລາເດີນທາງ​ເຂົ້າ​ໄປ​ໃນ​ເກາະກວາມຢ່າງ​ຜິດ​ກົດໝາຍ. ໃນຂະນະທີ່ເກືອບໝົດທຸກຄົນທີ່ເດີນທາງມາທີ່ນີ້ ກໍເພື່ອຊອກຫາວຽກເຮັດ ຫຼື ຍື່ນໜັງສືເພື່ອຂໍລີ້ໄພ, ຜູ້ແທນຂອງເກາະກວາມ ທ່ານເຈມສ໌ ມອຍລານ (James Moylan) ກ່າວວ່າ ຄວາມຈິງແລ້ວ ການເຂົ້າມາໄດ້ຂອງພວກເຂົານັ້ນ ແມ່ນສາເຫດທີ່ສ້າງຄວາມກັງວົນ.

ທ່ານ ມອຍລານ ກ່າວຜ່ານຊູມວ່າ:

“ເກາະກວາມ ແມ່ນເກາະທີ່ມີຄວາມສໍາຄັນທາງດ້ານຍຸດທະສາດ. ເກາະດັ່ງກ່າວມີຂະໜາດນ້ອຍຫຼາຍ, ພວກເຮົາຄວນຈະສາມາດຄວບຄຸມຊາຍແດນຂອງພວກເຮົາ ແລະຜູ້ອົບພະຍົບຊາວຈີນທີ່ຜິດກົດໝາຍ ບໍ່ໃຫ້ເຂົ້າມາໃນເກາະແຫ່ງນີ້.”

ທ່ານ ມອຍລານ ຕ້ອງການໃຫ້ລັດຖະສະພາຈັດສັນງົບປະມານເພີ້ມຕື່ມຈໍານວນ 5 ລ້ານໂດລາ ສໍາລັບເຈົ້າໜ້າທີ່ກວດຄົນເຂົ້າເມືອງ. ທ່ານ​ຍັງ​ຕ້ອງການ​ໃຫ້​ວໍ​ຊິງ​ຕັນ​ ປິດ​ໂຄງການ​ອະນຸຍາດ​ໃຫ້​ຄົນ​ສັນຊາດ​ຈີນ ​ເຂົ້າ​ມາ​ໃນ​ເກາະ ໄຊປັນ (Saipan) ເຊິ່ງເປັນເກາະເພື່ອນບ້ານຂອງເກາະກວາມ ໂດຍບໍ່ຕ້ອງມີວີຊາ.

ທ່ານ ເຈມສ໌ ມອຍລານ ກ່າວຜ່ານຊູມວ່າ:

“ຖ້າພວກເຮົາຫາກເອົາເງິນຫຼາຍຕື້ໂດລາເຫຼົ່ານີ້ ເຂົ້າໃນການກໍ່ສ້າງດ້ານທະຫານ, ແຕ່ພວກເຮົາ ຍັງອະນຸຍາດໃຫ້ຜູ້ພະຍົບຊາວຈີນກຸ່ມນ້ອຍເຫຼົ່ານີ້ເຂົ້າມາໃນບໍລິເວນຊາຍຝັ່ງຂອງພວກເຮົາ, ນັ້ນ ແມ່ນສິ່ງທີ່ອາດຈໍາເປັນທີ່ຈະຖືກກີດກັນ, ຂັດຂວາງ ແລະການສື່ສານ ພ້ອມທັງການປົກປ້ອງປະຊາຊົນໃນໝູ່ເກາະກວາມ ແລະເພື່ອປະເທດຊາດ.”

ບັນດາ​ຜູ້​ສະໜັບສະໜູນ​ຊາວ​ອາ​ເມຣິກັນ​ເຊື້ອສາຍ​ເອ​ເຊຍ ອອກມາ​ເຕືອນກ່ຽວກັບການກຳນົດບຸກຄົນຕາມເຊື້ອ​ຊາດ ເຊັ່ນຈຳພວກ​ທີ່ມີມູນເຊື້ອຈາກ​ຈີນນັ້ນ.

ທ່ານ ໂຣແລນ ຫວງ (Roland Hwang), ຜູ້ສະໜັບສະໜູນຊາວອາເມຣິກັນ ເຊື້ອສາຍເອເຊຍປາຊີຟິກ OCA ກ່າວວ່າ:

“ຂ້າພະເຈົ້າຄິດວ່າ ບັນຫາຂອງ (ການຕີລວດກວດພຽງ) ທັດສະນະຄະຕິຕາຍໂຕ ແລະການມີສ່ວນຮ່ວມຫຼາຍເກີນໄປ ເຂົ້າໃສ່ໃນຄໍານິຍາມຂອງຜູ້ທີ່ອາດຈະເປັນຜູ້ຍົກຍ້າຍຖິ່ນຖານບາງສ່ວນນັ້ນ, ຜູ້ທີ່ສາມາດຊື້ຊັບສິນ, ຜູ້ທີ່ຢູ່ພາຍໃຕ້ກົດລະບຽບເຫຼົ່ານີ້ ທີ່ພະຍາຍາມໄຈ້ແຍກພວກເຂົາ ແມ່ນສາເຫດທີ່ເຮັດໃຫ້ເກີດຄວາມເປັນຫ່ວງ.”

ແຕ່ ທ່ານ ຊຣາຍເວີ ກ່າວວ່າ ບົດບາດຂອງເກາະກວາມ ໃນດ້ານຄວາມຫມັ້ນຄົງແຫ່ງຊາດຂອງສະຫະລັດ ແມ່ນມີຄວາມສໍາຄັນເກີນໄປ, ແລະບັນຫາຕ່າງໆເຊັ່ນຄວາມໝັ້ນຄົງທາງຊາຍແດນ ຕ້ອງເປັນສ່ວນນຶ່ງຂອງການໂອ້ລົມສົນທະນາກັນ.

ທ່ານ ແຣນດີ ຊຣາຍເວີ , ອະດີດຜູ້ຊ່ວຍລັດຖະມົນຕີການຕ່າງປະເທດ ຮັບຜິດຊອບວຽກງານດ້ານຄວາມໝັ້ນຄົງ ໃນຂົງເຂດ ອິນໂດ-ປາຊີຟິກ ກ່າວຜ່ານຊູມວ່າ:

“ເກາະກວາມ ຈະເປັນສະຖານທີ່ສຳຄັນຍິ່ງເກືອບທຸກເຫດການສຸກເສີນໃດໆ ໃນບໍລິເວນເຂດປາຊີຟິກຕາເວັນຕົກ. ແຕ່ ​ຖ້າ​ຫາກພວກທ່ານ​ເບິ່ງບໍລິເວນທີ່ຢູ່ໃກ້​ຄຽງຂອງຕົນກັບເກາະ ​ໄຕ້​ຫວັນ​, ແລ້ວທ່ານກໍ​ເບິ່ງ​ປະ​ເພດ​ຂອງ​ການ​ສະ​ຫນັບ​ສະ​ຫນູນທີ່ເກາະ ກວາມ ຈະ​ສະ​ຫນອງ​ໃຫ້​, ມັນ​ກໍເປັນ​ສິ່ງ​ສໍາ​ຄັນ​ຢ່າງ​ແທ້​ຈິງ ​ດັ່ງ​ທີ່​ພວກ​ເຮົາ​ໄດ້ສະແດງທ່າທີເມື່ອໄວໆມານີ້.​”

ທ່ານ ຊຣາຍເວີ ກ່າວ​ວ່າ ຜົນເສຍຫາຍຈາກການ​ບໍ່​ມີ​ຄວາມ​ກັງ​ວົນ, ອາດ​ຈະ​ເປັນ​ການ​ລະ​ເມີດ​ໃນດ້ານຂອງຄວາມໝັ້ນຄົງ​ຊາດ ຫຼື ​ຄວາມ​ໝັ້ນຄົງ​ຂອງ​ບັນ​ດາ​ປະເທດພັນ​ທະ​ມິດ​ຂອງ​ສະ​ຫະ​ລັດ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

Last year, Congress called for an investigation into 100 reported incidents of Chinese nationals attempting to enter U.S. military bases and other sensitive sites around the world. Officials on the island of Guam – which hosts some of the most strategically important U.S. bases in the Pacific – says they too are at risk and are asking for help in protecting their shores. VOA’s Jessica Stone reports.

Construction crews are hard at work on the strategic U.S. territory of Guam. By 2028, Washington will spend $9 billion to relocate US Marines from Japan, build an integrated missile defense system, and add command functions for the Army, Navy and Air Force. (3)

Guam is the closest US territory to Asia, and its military installations form a critical component of American defense strategy in the Pacific.

Former Assistant Secretary of Defense for Indo-Pacific Affairs Randy Schriver says that makes Guam – a target for Beijing.

“So as our buildup happens, the Chinese are trying to hold it at risk through new capabilities and we're responding with, with more missile defense.”

More missile defense… but not additional border defense. A Guam Customs spokesperson tells VOA, the agency has 140 officers to enforce immigration and customs with no additional staff to patrol the 125 kilometers of shorelines.

Since 2022 at least 118 undocumented Chinese migrants have been caught entering Guam Illegally. While almost all come to find jobs or file for asylum, Guam delegate James Moylan says the fact that they’re getting in is cause for concern.

Moylan says it’s cause for concern.

Guam is so strategically important. We're so small, we should be able to control our borders and illegal Chinese migrants from coming in.”

Moylan wants Congress to allocate an additional 5 million dollars for more immigration agents. He also wants Washington to close a program allowing Chinese nationals to come visa-free to Guam’s neighboring island – Saipan.

Rep. James Moylan, Guam Delegate.

“If, we're putting all these billions of dollars into the military buildup, but yet we're allowing small groups of Chinese migrants to come land in our shore, that's all that probably could be necessary to disturb - the disruption - and communication and the defense for the people of Guam and for the nation.”

Asian American advocates caution against racially profiling those of Chinese heritage.

Roland Hwang; OCA-Asian Pacific American Advocates

“I think the issue of stereotyping and over-inclusiveness into certain definitions of who may migrate, who can buy property, who are subjected to these regulatory attempts is a cause for concern.”

But Schriver says Guam’s role in US national security is too important, and issues like border security must be part of the conversation.

Randy Schriver; Former Assistant Secretary of Defense for Indo-Pacific Security Affairs.

"Guam would be critical in virtually any contingency in the western Pacific. But if you look at its proximity to Taiwan, and you look at the types of support Guam would provide, it's absolutely critical as we're currently postured."

Schriver says the cost of not being concerned – could be a breach of national security or the security of US allies.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG