ການເຕີບໂຕທາງເສດຖະກິດ ແລະການຫລຸດຜ່ອນບັນຫາທຸກຍາກໃນແຂວງສະວັນ
ນະເຂດ ໃນປີ 2019 ປະຕິບັດໄດ້ຕ່ຳກວ່າເປົ້າໝາຍເຊັ່ນດຽວກັນກັບການຈັດຕັ້ງປະຕິ
ບັດໃນທົ່ວປະເທດລາວ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກ ບາງກອກ.
ການເຕີບໂຕທາງເສດຖະກິດ ແລະການຫລຸດຜ່ອນບັນຫາທຸກຍາກໃນແຂວງສະວັນນະເຂດ ໃນປີ 2019 ປະຕິບັດໄດ້ຕ່ຳກວ່າເປົ້າໝາຍເຊັ່ນດຽວກັນກັບການຈັດຕັ້ງປະຕິບັດໃນທົ່ວປະເທດລາວ.
ທ່ານສັນຕິພາບ ພົມວິຫານ ເຈົ້າແຂວງ ແລະເລຂາພັກ ແຂວງສະຫວັນນະເຂດ ຖະແຫຼງຍອມຮັບວ່າ ການເຕີບໂຕທາງເສດຖະກິດ ແລະການຫລຸດຜ່ອນບັນຫາຄວາມຍາກຈົນຂອງປະຊາຊົນລາວ ໃນແຂວງສະຫວັນນະເຂດ ໃນປີ 2019 ຈັດຕັ້ງປະຕິບັດໄດ້ຕ່ຳກວ່າແຜນການແລະເປົ້າໝາຍທີ່ວາງໄວ້ຄືເສດຖະກິດຂະຫຍາຍໂຕເພີ້ມຂຶ້ນໃນອັດຕາສະເຫຼ່ຍ 9 ເປີເຊັນ ຂະນະທີ່ແຜນການໄດ້ວາງໄວ້ທີ່ ອັດຕາສະເຫຼ່ຍບໍ່ຫລຸດ 9.5 ເປີເຊັນ ທຽບໃສ່ປີ 2018 ໂດຍມີສາເຫດມາຈາກໄພນ້ຳຖ້ວມ ແລະຜົນກະທົບຈາກສົງຄາມການຄ້າ ທີ່ມີການປັບພາສີການຄ້າໃຫ້ສູງຂຶ້ນ ລະຫວ່າງຈີນກັບສະຫະລັດອາເມຣິການັ້ນ.
ໂດຍຈາກຜົນກະທົບດັ່ງກ່າວ ໄດ້ເຮັດໃຫ້ຍອດຜະລິດຕະພັນພາຍໃນ ຫຼື (GDP) ຂອງແຂວງສະຫວັນນະເຂດ ມີມູນຄ່າລວມ 18,890.74 ຕື້ກີບ ຄຶດສະເຫຼ່ຍເປັນລາຍຮັບຂອງປະຊາຊົນໄດ້ທີ່ 2,126 ໂດລາສະຫະລັດ ຕໍ່ຄົນຕໍ່ປີ ຊຶ່ງຕ່ຳກວ່າແຜນການວາງໄວ້ທີ່ລະດັບ 2,188 ໂດລາສະຫະລັດ ຕໍ່ຄົນຕໍ່ໄປີ ໂດຍພາກກະສິກຳຂະຫຍາຍໂຕພຽງແຕ່ 2 ເປີເຊັນເທົ່ານັ້ນ ເນຶ່ອງຈາກວ່າໄພນ້ຳຖ້ວມເຮັດໃຫ້ການຜະລິດເຂົ້ານາປີໄດ້ພຽງ 599,231 ໂຕນ ຫຼືທຽບກັບ 68.75 ເປີເຊັນ ຂອງແຜນການ ສ່ວນພາກບໍລິການກໍຂະຫຍາຍໂຕໃນອັດຕາສະເຫຼ່ຍ 10.09 ເປີເຊັນ ໂດຍຫລຸດແຜນການ 0.8 ເປີເຊັນ ແລະພາກອຸດສາຫະກໍາ ທີ່ຂະຫຍາຍໂຕໃນລະດັບ 13,46 ເປີເຊັນ ຊຶ່ງເກີນຄາດໝາຍ 0.84 ເປີເຊັນ ອັນເປັນຜົນຈາກການລົງທຶນຂອງບໍລິສັດຕ່າງຊາດໃນເຂດເສດຖະກິດພິເສດ ສະຫວັນ-ເຊໂນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໃນຄະນະຄຸ້ມຄອງເສດຖະກິດພິເສດ ສະຫວັນ-ເຊໂນ ໃຫ້ການຢືນຢັນວ່າ:
“ການລົງທຶນຂອງຕ່າງປະເທດອັນເປັນອຸດສາຫະກຳໃໝ່ທີ່ທັນສະໄໝ ມັນມີອຸດສາຫະກຳຂອງນັກທຸລະກິດຍີ່ປຸ່ນ ເປັນຕົ້ນໂຮງງານຜະລິດກ້ອງ NIKON ໂຮງງານຜະລິດອະໄຫລ່ລົດ TOYOTA ໂຮງງານຜະລິດລົດ HYUNDAI ຂອງເກົາຫຼີໃຕ້ ໂຮງງານຜະລິດອະໄຫລ່ເຮືອບິນໂບອິ້ງ 787 ໂຮງງານຜະລິດອະໄຫລ່ເຮືອບິນແອບັສຂອງຮອນແລນ ໂຮງງານຜະລິດແກ້ວແວ່ນຕາ ESSILOR ຂອງຝຣັ່ງ ຫຼືວ່າການປະຕິບັດທີ່ຫັນເປັນອຸດສາຫະກຳທັນສະໄໝຢູ່ແຂວງສະຫວັນນະເຂດນີ້ ໄດ້ຂະຫຍາຍໂຕດີຂຶ້ນ."
ສ່ວນການແກ້ໄຂປັນຫາຄວາມທຸກຍາກຂອງປະຊາຊົນໃນແຂວງສະວັນນະເຂດ ໃນປີ 2019 ທີ່ຜ່ານມາກໍສາມາດລົບລ້າງບັນຫາຍາກຈົນໄດ້ 952 ຄອບຄົວ ແລະປະກາດໃຫ້ 9 ບ້ານຫລຸດພົ້ນຈາກບັນຫາຍາກຈົນ ຈຶ່ງຍັງເຫຼືອ 7,048 ຄອບຄົວໃນ 94 ບ້ານ ທີ່ຈະຕ້ອງດຳເນີນມາດຕະການໃນທຸກວິທີທາງ ເພື່ອເຮັດໃຫ້ຫລຸດພົ້ນຈາກບັນຫາຍາກຈົນໃຫ້ໄດ້ຢ່າງສິ້ນເຊີງພາຍໃນປີ 2020 ນີ້.
ທາງດ້ານເຈົ້າໜ້າທີ່ທະນະຄານໂລກປະຈຳລາວເປີດເຜີຍວ່າ ກອງທືນລົບລ້າງຄວາມທຸກຍາກໃນລາວໄດ້ຮັບການສະໜັບສະໜູນງົບປະມານຄຶດເປັນມູນຄ່າລວມ 54 ລ້ານໂດລາສະຫະລັດ ສຳລັບນໍາໃຊ້ໃນການຈັດຕັ້ງປະຕິບັດວຽກງານພັດທະນາພື້ນຖານໂຄງຮ່າງເພື່ອແກ້ໄຂບັນຫາຄວາມຍາກຈົນຂອງປະຊາຊົນໃນເຂດຊົນນະບົດ ໃນຊ່ວງປີ 2017-2019 ໃນນີ້ ລັດຖະບານລາວໄດ້ປະກອບສ່ວນພຽງ 6 ລ້ານໂດລາສະຫະລັດ ໂດຍລາວຍັງມີຄອບຄົວຍາກຈົນເຫຼືອຢູ່ 64,593 ຄອບຄົວໃນ 1,536 ບ້ານ ທີ່ລັດຖະບານລາວຈະຕ້ອງດຳເນີນມາດຕະການລົບລ້າງໃຫ້ໄດ້ຢ່າງສິ້ນເຊີງຕາມເປົ້າໝາຍທີ່ວາງໄວ້ໃນປີ 2020.
ສ່ວນສະພາເສດຖະກິດ ແລະສັງຄົມແຫ່ງສະຫະປະຊາຊາດຄາດໝາຍໄວ້ວ່າ ລາວຈະຫລຸດພົ້ນຈາກສະພາບດ້ອຍພັດທະນາໃນປີ 2024 ເພາະລັດຖະບານລາວປະຕິບັດໄດ້ແລ້ວ 2 ໃນ 3 ເງື່ອນໄຂ ຄືຍອດລາຍຮັບແຫ່ງຊາດຕໍ່ຫົວຄົນ (GNI) ຕ້ອງບໍ່ຫລຸດ 1,242 ໂດລາສະຫະລັດ ຕໍ່ຄົນ ຊຶ່ງລັດຖະບານລາວປະຕິບັດໄດ້ທີ່ລະດັບ 1,996 ໂດລາສະຫະລັດ ຕໍ່ຄົນໃນປີ 2015 ສ່ວນດັດຊະນີຊັບສິນມະນຸດ (HAI) ຕ້ອງເຖິງອັດຕາສະເລ່ຍ 66 ເປີເຊັນ ໂດຍລັດຖະບານລາວປະຕິບັດໄດ້ທີ່ລະດັບ 72.8 ເປີເຊັນ ໃນປີ 2015 ຈຶ່ງຍັງເຫຼືອພຽງແຕ່ດັດຊະນີຄວາມອ່ອນໄຫວທາງເສດຖະກິດ (EVI) ທີ່ຕ້ອງຕ່ຳກວ່າ 32 ເປີເຊັນ ແຕ່ລັດຖະບານລາວຍັງຈັດຕັ້ງປະຕິບັດໄດ້ທີ່ລະດັບ 33.7 ເປີເຊັນ.
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ