ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມບໍ່ຫວັງຜົນກຳໄລ ຝຶກງານໃຫ້ຜູ້ຍົກຍ້າຍຖິ່ນຖານ ເພື່ອຊ່ວຍແກ້ໄຂບັນຫາ ການຂາດແຄນກຳມະກອນກໍ່ສ້າງ ໃນ ສະຫະລັດ


Group Trains Migrants to Help Solve US Construction Labor Shortage
please wait

No media source currently available

0:00 0:03:09 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ສະ​ຫະ​ລັດ ແມ່ນ​ມີ​ຄວາມ​ຕ້ອງ​ການ​ກຳ​ມະ​ກອນ​ກໍ່​ສ້າງ​ຢ່າງ​ແຮງ, ກຸ່ມ​ອຸດ​ສາ​ຫະ​ກຳ​ນັກ​ກໍ່​ສ້າງ​ກ່າວ. ອົງ​ການ​ທີ່ບໍ່​ຫວັງ​ຜົນ​ກຳ​ໄລ​ໂຕ້​ຖຽງ​ວ່າ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ທີ່​ໄດ້​ມາ​ຮອດ​ໃໝ່ ທີ່​ເຕັມ​ຢູ່​ໃນ​ຕົວ​ເມືອງ​ຕ່າງໆ​ຂອງ ສະ​ຫະ​ລັດ ເມື່ອບໍ່​ດົນ​ມ​ານີ້​ອາດ​ສາ​ມາດ​ຊ່ວຍ​ໄດ້. ແຕ່ບໍ່​ແມ່ນ​ໝົດ​ທຸກ​ຄົນ​ໄດ້ມີ​ຄວາມ​ເຫັນ​ພ້ອມ. ນັກ​ຂ່າວ​ວີ​ໂອ​ເອ ໂຈ​ຕີ ເຣ​ຄີ ມີ​ລາຍ​ງານ​ຈາກ​ນະ​ຄອນ ນິວຢອກ.

ມັນ​ແມ່ນ​ຕອນ​ເຊົ້າ​ວັນ​ອັງ​ຄານ​ຢູ່ສູນ​ວຽກ​ງານ​ຊຸມ​ຊົນ​ ລາ ໂຄ​ລ​ເມ​ນາ ຂອງເກາະ ສ​ເຕ​ເທັນ. ອົງ​ການ​ທີ່ບໍ່​ຫວັງ​ຜົນ​ກຳ​ໄລ​ຂອງ​ນະ​ຄອນ ນິວຢອກ ດັ່ງ​ກ່າວ​ໄດ້​ຊ່ວຍ​ເຫຼືອ​ກຳ​ມະ​ກອນ​ຄົນ​ເຂົ້າ​ໃຫ້​ໄດ້​ຮັບ​ການ​ຝຶກ​ງານ.

ມັນ​ບໍ່​ມີ​ຮາງ, ສະ​ນັ້ນ​ພວກ​ເຮົາ​ຈຶ່ງບໍ່​ສາ​ມາດ​ເຫັນ​ວ່າ​ມັນ​ມີ​ສາຍ​ຄ້ອງບໍ່..

ນາງ ມາ​ຣີ​ລີນ ວີ​ຢາ​ມາ ຊາວ ເອ​ກົວ​ດໍ ອາ​ຍຸ 20 ແມ່ນ​ນຶ່ງ​ໃນ​ຜູ້​ທີ່​ໄດ້​ເດີນ​ທາງ​ມາ​ຮອດ​ໃໝ່ຫຼາຍ​ຄົນ​ທີ່​ຖືກ​ເລືອກ​ຈາກ​ລາຍ​ຊື່​ລໍ​ຖ້າ​ທີ່​ຍາວ​ ສຳ​ລັບ​ການ​ຝຶກ​ຊ້ອມ​ຄວາມ​ປອດ​ໄພ​ຢູ່​ສະ​ຖານ​ທີ່​ກໍ່​ສ້າງ. ກົດ​ລະ​ບຽບ​ຂອງ​ນະ​ຄອນ ນິວຢອກ ໄດ້ຮຽກ​ຮ້ອງ​ໃຫ້ມີ​ການ​ເຂົ້າ​ຮຽນ​. ອົງ​ການ ລາ ໂຄ​ລ​ເມ​ນາ ກ່າວ​ວ່າ​ປົກ​ກະ​ຕິ​ມັນ​ມີ​ລາ​ຄາ​ລະ​ຫວ່າງ 600 ຫາ 1,000 ໂດ​ລາ, ແຕ່​ອົງ​ການ​ດັ່ງ​ກ່າວ​ໄດ້​ສະ​ໜອງ​ໃຫ້​ເຂົາ​ເຈົ້າ​ໂດຍບໍ່​ເສຍ​ຄ່າ​ໃຊ້​ຈ່າຍ ແລະ ໃຊ້ພາ​ສາ ສ​ເປນ.

​ນາງ ມາ​ຣີ​ລີນ ກ່າວ​ວ່າ “ໂຄງ​ການນີ້​ໄດ້​ຊ່ວຍ​ຂ້ອຍ​ໂດຍ​ໃຫ້​ຂ້ອຍ​ມີ​ໂອ​ກາດ. ຂ້ອຍ​ຈະ​ເຂົ້າ​ຮຽນ​ເພື່ອ​ໃຫ້​ໄດ້​ເຮັດ​ວຽກ​ກໍ່​ສ້າງ.”

ອຸດ​ສາ​ຫະ​ກຳ​ການ​ກໍ່​ສ້າງ​ໄດ້​ນຳ​ເອົາ​ແຮງ​ງານ​ເພີ່ມ​ເຕີມ​ເຂົ້າ​ມາຫຼາຍກວ່າ​ເຄິ່ງ​ລ້ານ​ຄົນ​ໃນ​ປີ 2024 ເພື່ອ​ບັນ​ລຸ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ, ອີງ​ຕາມ​ກຸ່ມ​ນັກ​ກໍ່​ສ້າງ ແລະ ສັນ​ຍາ​ຈ້າງ. ນັ້ນ​ແມ່ນ​ຢູ່​ໃນ​ລະ​ດັບ​ສູງ​ສຸດ​ຂອງ​ລະ​ດັບ​ການ​ເຕີບ​ໂຕ​ທີ່​ທຳ​ມະ​ດາ​ຂອງ​ອຸດ​ສາ​ຫະ​ກຳ​ດັ່ງ​ກ່າວ ເຊິ່ງ​ແມ່ນ​ກຳ​ມະ​ກອນ​ປະ​ມານ 200,000 ຫາ 300,000 ຄົນ​ຕໍ່​ປີ.

ທ່ານ ອາ​ເນີ​ບານ ບາ​ຊູ, ຫົວ​ໜ້າ​ນັກ​ເສດ​ຖະ​ສາດ​ຂອງ​ກຸ່ມ​ນັກ​ກໍ່​ສ້າງ ແລະ ສັນ​ຍາ​ຈ້າງ​ກ່າວ​ວ່າ “ໂຣກ​ລະ​ບາດ​ໄດ້​ເຮັດ​ໃຫ້ຫຼາຍ​ຄົນ​ອອກ​ບຳ​ນານ​ກ່ອນ​ກຳ​ນົດ… ແລະ ດ້ວຍ​ການ​ທີ່ບໍ່​ມີ​ກຳ​ມະ​ກອນ​ໄວ​ໜຸ່ມ​ເຂົ້າ​ມາ​ຢ່າງ​ພຽງ​ພໍ, ຄົນ​ໄວ​ໜຸ່ມ​ທີ່​ເຂົ້າ​ມາ​ໃນ​ການ​ຄ້າ​ການ​ກໍ່​ສ້າງ, ເຈົ້າ​ຈະ​ມີ​ຄວາມ​ຂາດ​ແຄນ​ດ້ານ​ໂຄງ​ຮ່າງ.”

ເປັນ​ການ​ຂາດ​ແຄນ​ທີ່​ອົງ​ການ ລາ​ ໂຄ​ລ​ເມ​ນາ ເຊື່ອ​ວ່າ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ແມ່ນ​ສາ​ມາດ​ແກ້​ໄຂ​ໄດ້.

ທ່ານ​ນາງ ອາ​ເລັດ ເຊ​ເປ​ດາ, ຮອງ​ຜູ້​ອຳ​ນວຍ​ການ​ອົງ​ການ ລາ ໂຄ​ລ​ເມ​ນາ ກ່າວ​ວ່າ “ຊຸມ​ຊົນ​ຂອງ​ພວກ​ເຮົາ​ແມ່ນ​ມີ​ຄວາມ​ກະ​ຕື​ລື​ລົ້ນ​ທີ່​ຈະ​ເຮັດ​ວຽກ, ເພື່ອ​ຍ້າຍ​ເຂົ້າ​ໄປ​ໃນ​ສະ​ຖານ​ທີ່​ເຮັດ​ວຽກ ແລະ ເຮັດ​ໃຫ້​ດີກວ່າ​ເກົ່າ​ສຳ​ລັບ​ເຂົາ​ເຈົ້າ​ເອງ.”

ແຕ່​ທ່ານ​ນາງ ເຊ​ເປ​ດາ ກ່າວ​ວ່າ ອົງ​ການ​ທີ່ບໍ່​ຫວັງ​ຜົນ​ກຳ​ໄລ​ນັ້ນ​ຕ້ອງ​ການ​ເງິນ​ທຶນ​ລັດ​ຖະ​ບານ​ກາງ ຫຼື ລັດ ເພື່ອ​ສືບ​ຕໍ່​ສະ​ໜອງ​ການ​ຝຶກ​ງານ​ໂດຍບໍ່​ເສຍ​ຄ່າ​ໃຊ້​ຈ່າຍໃຫ້​ຜູ້​ສະ​ໝັກ​ທີ່​ເປັນ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ທີ່​ມີ​ຈຳ​ນວນຫຼາຍ​ຂຶ້ນ.

ທ່ານ​ນາງ ອາ​ເລັດ ເຊ​ເປ​ດາ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ​ມັນ​ເປັນ​ຜົນ​ປະ​ໂຫຍດ​ສຳ​ລັບ​ທຸກ​ຄົນ ແລະ ຄວນ​ເປັນ​ການ​ລົງ​ທຶນ​ໃນ​ລະ​ດັບ​ລັດ. ຂ້າ​ພະ​ເຈົ້າ​ຄິດ​ວ່າ​ມັນ​ອາດ​ຈະ​ແກ້​ໄຂ​ບາງ​ບັນ​ຫາ​ທີ່​ລັດ​ມີ ກ່ຽວ​ກັບ ການ​ໃຊ້​ເງິນ​ໃນ​ການ​ບໍ​ລິ​ການ​ສັງ​ຄົມ. ຖ້າ​ຄົນ​ມີ​ວຽກ​ເຮັດ​ງານ​ທຳ, ແລ້ວ​ເຂົາ​ເຈົ້າ​ກໍ​ຈະ​ສາ​ມາດ​ໃຊ້​ຈ່າຍ​ໃນ​ສິ່ງ​ອື່ນໆ.”

ແຕ່​ນັກ​ການ​ເມືອງ​ໃນ​ທ້ອງ​ຖິ່ນ​ບາງ​ຄົນ​ເຊື່ອ​ວ່າ​ການ​ໃຊ້​ເງິນ​ຂອງ​ຜູ້​ຈ່າຍ​ພາ​ສີ​ໃສ່​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ທີ່​ເດີນ​ທາງ​ມາ​ຮອດ​ໃໝ່​ແມ່ນບໍ່​ຍຸດ​ຕິ​ທຳ​ຕໍ່​ປະ​ຊາ​ຊົນ ອາ​ເມ​ຣິ​ກັນ.

ທ່ານ ວີ​ໂຕ ຟອ​ສ​ແຊ​ລ​ລາ, ປະ​ທານ​ເຂດ ເກາະ ສ​ເຕ​ເທັນ ກ່າວ​ວ່າ “ຂ້າ​ພ​ະ​ເຈົ້າ​ບໍ່​ເຫັນ​ຄົນ​ໃດ​ທີ່​ມີ​ຄວາມ​ຄິດ​ສົມ​ເຫດ​ສົມ​ຜົນ​ຈະ​ຄິດ​ວ່າ​ມັນ​ແມ່​ນ​ນະ​ໂຍ​ບາຍ​ທີ່​ດີ​ສຳ​ລັບ​ ສະ​ຫະ​ລັດ. ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ, ມັນ​ມີ​ຄົນ​ຜູ້​ທີ່​ຢາກ​ເຮັດ​ວຽກ, ແຕ່​ມັນ​ມີ​ຄົນ​ຈຳ​ນວນຫຼາຍ​ຜູ້​ທີ່​ເປັນ​ຄົນສັນ​ຊາດ ອາ​ເມ​ຣິ​ກັນ ຜູ້​ທີ່​ຢາກ​ເຮັດ​ວຽກຄື​ກັນ. ລອງ​ຊ່ອຍ​ເຂົາ​ເຈົ້າ​ເບິ່ງ.”

ເຈົ້າ​ຄອງ​ນະ​ຄອນ ທ່ານ ເອ​ຣິກ ອາ​ດາມ​ສ໌ ເວົ້າ​ວ່າ​ນະ​ຄອນ​ ນິວຢອກ ແມ່ນ​ພ້ອມ​ທີ່​ຈະ​ໃຊ້​ເງິນຫຼາຍກວ່າ 12 ຕື້​ໂດ​ລາ​ໄປ​ຈົນ​ຮອດ​ເດືອນ​ມິ​ຖຸ​ນາ 2025 ເພື່ອຫຼຸດ​ຜ່ອນ​ວິ​ກິດ​ການ​ຜູ້​ຂໍ​ລີ້​ໄພ.

ທ່ານ ຟອ​ສ​ແຊ​ລ​ລາ ກ່າວ​ວ່າ​ມັນຮັບ​ເອົາ​ບໍ່​ໄດ້.

ທ່ານ ຟອ​ສ​ແຊ​ລ​ລາ ກ່າວ​ວ່າ “ເວ​ລາ​ທີ່​ພວກ​ເຮົາ​ຂໍ​ລາ​ຄາ​ໃນ​ຕອນ​ທຳ​ອິດ​ດົນ​ກວ່າ​ນຶ່ງ​ປີ​ເຄິ່ງ​ທີ່​ຜ່ານ​ມາ, ລາ​ຄາ​ແມ່ນ​ເກືອບ​ເປັນ​ເທົ່າ​ກັບ​ຫ້າ​ຮ້ອຍ​ລ້ານ​ໂດ​ລາ ເພື່ອຮັບ​ຮອງວິ​ກິດ​ການ​ຄົນ​ເຂົ້າ​ເມືອງ​ໃນ​ນະ​ຄອນ ນິວຢອກ. ຕອນນີ້, ພວກ​ເຮົາ​ກະ​ປະ​ມານ 10, 12 ຕື້​ໂດ​ລາ​ໃນ​ພຽງ​ປີ​ເຄິ່ງ, ເຊິ່ງ​ໝາຍ​ເຖິງ​ປະ​ມານ 143,000 ໂດ​ລາ​ຕໍ່​ຜູ້​ຍົກ​ຍ້າຍ​ຄົນ​ນຶ່ງ​ຕໍ່​ປີ.”

ບັນ​ດາ​ນັກ​ຊ່ຽວ​ຊານ​ຈາກ​ອຸດ​ສາ​ຫະ​ກຳ​ການ​ກໍ່​ສ້າງ, ແນວ​ໃດ​ກໍ​ຕາມ, ເຫັນ​ດີ​ກັບ​ຄວາມ​ເຫັນ​ຂອງ​ອົງ​ການ ລາ ໂຄ​ລ​ເມ​ນາ​ ວ່າ​ການ​ລົງ​ທຶນ​ໃນ​ຜູ້​ທີ່​ມາ​ຮອດ​ ອາ​ເມ​ຣິ​ກາ ໃໝ່ແມ່ນ​ການ​ລົງ​ທຶນ​ໃນ​ອະ​ນາ​ຄົດ.

ທ່ານ ອາ​ເນີ​ບານ ບາ​ຊູ ກ່າວ​ວ່າ “ເວ​ລາ​ເຈົ້າ​ມີ​ໜີ້​ສິນ​ແຫ່ງ​ຊາດ​ຂະ​ໜາດ​ໃຫຍ່ ແລະ ເຈົ້າ​ມີ​ກຳ​ລັງ​ແຮງ​ງານ​ທີ່​ອາດ​ເປັນ​ໄປ​ໄດ້​ຢ່າງຫຼວງຫຼາຍ​ໃນ​ປະ​ເທດ, ເຈົ້າ​ຕ້ອງ​ເລີ່ມ​ຄິດ ກ່ຽວ​ກັບ ການ​ໃຊ້​ກຳ​ລັງ​ແຮງ​ງານ​ທີ່​ອາດ​ເປັນ​ໄປ​ໄດ້​ນັ້ນ​ໃຫ້​ມີ​ປະ​ສິດ​ທິ​ພາບຫຼາຍກວ່າ​ເກົ່າ.”

ບັນ​ດາ​ນັກ​ຊ່ຽວ​ຊານ​ສ່ວນຫຼາຍ​ເວົ້າ​ວ່າ ຄ່າ​ໃຊ້​ຈ່າຍ​ເບື້ອງ​ຕົ້ນ​ສຳ​ລັບ​ການ​ລວມ​ເອົາ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ເຂົ້າ​ໃນ​ຊຸມ​ຊົນ​ນຶ່ງ​ອາດ​ຈະ​ສູງ, ແຕ່​ຜົນ​ປະ​ໂຫຍດ​ໄລ​ຍະ​ຍາວ​ໃນ​ສັງ​ຄົມ ແລະ ເສດ​ຖະ​ກິດ​ມັກ​ຈະ​ສູງກວ່າ​ການ​ລົງ​ທຶນ​ທີ່​ວ່າ​ນັ້ນ.

It’s a Tuesday morning at La Colmena Staten Island Community Job Center. The New York City nonprofit helps immigrant workers gain job training.

There were no railings, so we couldn't see if they had the harness…

Twenty-year-old Ecuadorian Marilyn Villamar ((pron. MAR-ee-leen bee-yah-MAR)) is among a handful of new arrivals chosen from a lengthy wait list for construction site safety training. New York City regulations require the classes. La Colmena says they normally cost between $600 and $1,000, but the organization offers them for free and in Spanish.

“This program has helped me by giving me an opportunity. // I am going to enter to get a job in construction.”

The construction industry will have to bring in more than half a million additional laborers in 2024 to meet demand, according to the trade group Associated Builders and Contractors. That’s on top of the industry’s normal pace of growth of around 200,000 to 300,000 workers per year.

“The pandemic induced many people to retire prematurely //… and (with) not enough inflow from younger workers, younger people into the construction trades, you're going to have a structural shortfall.”

A shortfall that La Colmena believes migrants can help address.

“Our community is eager to go to work, to move into the workplace and do better for themselves.”

But Cepeda says the nonprofit needs federal or state funding to continue to provide the training for free to the growing number of migrant applicants.

“I think it is a win-win for everybody and should be an investment at the state level. I think it might even address some of the concerns the state has about spending money in social services; if people have jobs, then they can afford other things.”

But some local politicians believe that spending taxpayers’ money on newly arrived ((Mandatory Courtesy Reuters)) migrants is unfair to American citizens.

“I don’t see how anybody in their right mind thinks it’s a good policy for the United States. I get it, there are people who want to work, but there are a lot of people who are American citizens who want to work, too. Let’s try to help them.”

Mayor Eric Adams says New York City is poised to spend more than $12 billion through June of 2025 to mitigate the asylum seeker crisis.

Fossella says it’s unacceptable.

“When we first asked for an estimate more than a year and a half ago, the estimate was going to be about half a billion dollars to accommodate the migrant crisis in New York City. Now, they’re estimating 10, 12 billion dollars in just a year and a half, which translates to about $143,000 per migrant per year.”

Experts from the construction industry, however, share La Colmena’s sentiment, ((Mandatory Courtesy Reuters)) that an investment in newcomers to America is an investment in the future.

“When you've got a massive national debt and you've got a lot of potential workforce in the country, you need to start thinking about using that potential workforce more effectively.”

Most experts say the initial cost for migrant integration in a community can be high, but the long-term social and economic benefits often outweigh those investments.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG