ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຣ​ເມເນຍ ​ແລະ ​ສຫລ ​ເປີດ​ຖານທັບ ຕໍ່ຕ້ານ ລູກສອນໄຟ (ວີດີໂອ)


Groundbreaking Ceremony for US Missile Defense Facility Held in Romania
please wait

No media source currently available

0:00 0:03:23 0:00
ລິງໂດຍກົງ
ໂຣ​ເມເນຍ ​ແລະ ​ສະຫະລັດ ​ໄດ້ທຳ​ພິທີ ເປີດ​ຖານທັບ​ ແຫ່ງ​ນຶ່ງ​
ຢ່າງ​ເປັນ​ທາງ​ການ​ ຊຶ່ງ​ຈະ​ໃຊ້​ເປັນ​ພາກສ່ວນ​ນຶ່ງຂອງຖານ​ປະຕິ
ບັດ​ງານລະ​ບົບ​ຕໍ່​ຕ້ານ​ລູກ​ສອນ​ໄຟ ອົງການ​ເນ​ໂຕ້ ​ເພື່ອ​ປ້ອງ​ກັນ​
ບໍ່​ໃຫ້​ພາກ​ພື້ນ​ຢູ​ໂຣບ ຖືກ​ໂຈມ​ຕີ. ​ຣັດ​ເຊຍ​ ​ໄດ້​ຄັດຄ້ານ​ຢ່າງແຂງ​
ຂັນ​ຕະ ຫຼອດ​ມາທີ່​ຈະ​ໃຫ້​ຕິດ​ຕັ້ງ​ລະບົບ​ລູກ​ສອນໄຟ​ຂອງ​ສະຫະ
ລັດຢູ່​ໃກ້​ຊາຍ​ແດນ​ຂອງ​ຕົນ ນັກວິ​ເຄາະ ຣັດ​ເຊຍ ​ກ່າວ​ຕໍ່​ວີໂອ​ເອ
ວ່າ ​ແນ່ນອນ​ວ່າ Moscow ຈະ​ທໍາ​ການ​ຕອບ​ໂຕ້ ໃນ​ເລື່ອງນີ້​ໃຫ້​
ໄດ້. Zlatica Hoke ມີ​ລາຍ​ງານເລື່ອງນີ້​ ຊຶ່ງ ສິງ ບູ​ລົມມະ​ວົງ
ຈະນໍ​າມາ ສະ​ເໜີທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.


ຖານ​ປະຕິບັດ​ງານ ​ຕໍ່​ຕ້ານ​ລູກ​ສອນ​ໄຟ​ພາກ​ພື້ນ​ດິນດັ່ງກ່າວ​ນີ້ ​ແມ່ນ​ຕັ້ງ​ຢູ່​ທີ່ ອະດີດຖານ​ທັບ​ອາກາດແຫ່ງ​ນຶ່ງຂອງ​ໂຣ​ເມເນຍ ​ໃກ້ກັບ​ບ້ານ Deveselu ຫ່າງ​ຈາກ​ນະ​ຄອນ​ຫຼວງ Bucharest ​ໄປ​ທາງ​ກໍ້າ​ຕາ​ເວັນ​ອອກ 180 ກິ​ໂລ​ແມັດ. ທ່ານ James Miller ຮອງ​ລັດ ຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ຮັບ​ຜິດ​ຊອບກ່ຽວ​ກັບດ້ານ​ນະ​ໂຍບາຍ​ໄດ້​ເຂົ້າຮ່ວມ​ໃນ​ພິທີ​ເປີດ​ຖານ​ປະຕິ​ບັດ​ງານ​ດັ່ງກ່າວ ​ເມື່ອ​ວັນ​ຈັນ​ຕົ້ນ​ອາທິດ​ນີ້.

ຮອງ​ລັດຖະມົນຕີ ມິລ​ເລີ ​ເວົ້າ​ວ່າ: “​ເວລາໂຄງການ​ຕິດ​ຕັ້ງ​ຂັ້ນ​ສອງຢູ່​ທີ່​ນີ້ ​ສໍາ​ເລັດ ລົງ​ໃນ​ປີ 2015 ຕາມ​ກໍານົດ​ແລ້ວ ພາກ​ພື້ນ​ຢູ​ໂຣບຈະ​ປອດ​ໄພ​ຫຼາຍຂຶ້ນ ກໍາ​ລັງ​ທະຫານ​ສະຫະລັດ​ຈະ​ໄດ້​ຮັບການ​ປົກ​ປ້ອງ​ດີກ​ວ່າ​ເກົ່າ ປະ​ເທດ​ໂຣເມ​ເນຍ ຈະ​ ປອດ​ໄພຂຶ້ນ​ຕື່ມ ​ແລະ​ພັນທະ​ມິດ​ເນ​ໂຕ້ກໍ​ຈະ​ເຂັ້ມ​ແຂງ​ກວ່າເກົ່າ.”

ທ່ານ Traian Basescu ປະທານາທິບໍດີ ​ໂຣ​ເມ​ເນຍ ກໍ​ໄດ້​ເຂົ້າຮ່ວມ​ໃນ ພິທີ​ເປີດ​ຖານ​ປະຕິບັດ​ງານ​ດັ່ງກ່າວ​ນີ້ ​ເຊັ່ນ​ກັນ.

ປະທານາທິບໍດີ Basescu ​ເວົ້າ​ວ່າ: “ໂຣ​ເມ​ເນຍ ​ໄດ້​ເຂົ້າຮ່ວມໃນ​ກຸ່ມປະ​ເທດ ສະ ມາຊິກ ຂອງ​ອົງການ​ເນໂຕ້ ​ທີ່ຈະ​ຮັບປະກັນ​ ການ​ແກ້​ໄຂທີ່​ວ່າ​ສົມ ບູນ​ທີ່ສຸດ​ອັນ ນຶ່ງ ​ເພື່ອ​ພິທັກ​ປົກ​ປ້ອງ​ປະຊາຊົນ​ຢູ​ໂຣບແລະ​ອາ​ເມຣິກັນ​ຈາກ ໄພ​ຂົ່ມຂູ່ທີ່​ແທ້​ຈິງ ໃນການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ນີປະ​ນາ​ວຸດ​ນັ້ນ.”

ແຜນການປ້ອງກັນ​ຂ​ອງ​ສະຫະລັດ​ໃນພາກ​ພື້ນ​ຢູ​ໂຣບ ແມ່ນ​ຮຽກ​ຮ້ອງໃຫ້​ມີ ການ​ນຳ​ໃຊ້​ຖານ​ປະ​ຕິ​ບັດ​ງານຢູ່​ໃນ​ໃນ​ສາທາລະນະ Czech ​ແລະ​ໂປ​ແລນ​ ພ້ອມ​ກັບ​ໃຫ້​ມີ​ການ​ຕິດ​ຕັ້ງ​ ລະ​ບົບ​ເຣດ້າປ້ອງ​ກັນ​ລູກ​ສອນ​ໄຟ ​ຢູ່​ໃນ​ປະ​ເທດ​ເທີ​ກີ. ບັນດາ​ເຈົ້າໜ້າ​ທີ່​ສະຫະລັດ ​ແລະ​ເນ​ໂຕ້ ເວົ້າ​ໄວ້ວ່າ ລະບົບຕໍ່​ຕ້ານ ລູກ​ສອນ​ໄຟດັ່ງກ່າວແມ່ນມີ​ຈຸດ​ປະ​ສົງ​ຢ່າງເປັນ​ການສະ​ເພາະ​ເຈາ​ະຈົງເພື່ອປ້ອງ​ກັນ​ພາກ​ພື້ນ​ຢູ​ໂຣບ​ຈາ​ກການ​ໂຈມ​ຕີ ທີ່​ອາດ​ມີ​ຂຶ້ນ​ຈາກອີຣ່ານແລະເກົາ ຫຼີ​ເໜືອ​ນັ້ນ.

ທ່ານ Vladimir Putin ປະທານາທິບໍດີ ຣັດ​ເຊຍ ​ໄດ້​ຄັດຄ້ານ​ແຜນການ ດັ່ງກ່າວ​ນີ້​ຢ່າງ​ແຂງ​ຂັນຕະຫຼອດໄລຍະ​ຫຼາຍ​ປີຜ່ານມາ ​ໂດຍ​ກ່າວ​ວ່າມັນເປັນ​ການ​ບ່ອນ​ທໍາລາຍ​ສະມັດ ຖະພາບ​ໃນ​ການ​ຍັບ​ຢັ້ງ​ການ​ໂຈມ​ຕີຂອງ​ຣັດ​ເຊຍ​.

ປະທານາທິບໍດີ ພູ​ຕິນ ​ເວົ້າ​ວ່າ:​ພວກ​ເຮົາຄິດ​ວ່າ ມັນ​ບໍ່​ມີ​ເຫດຜົນ​ຫຍັງເລີຍ ທີ່​ຈະ​ຕິດ​ຕັ້ງ​ລະບົບ​ຕໍ່​ຕ້ານລູກ​ສອນ​ໄຟ​ຢູ່​ໃນ​ພາກ​ພື້ນ​ຢູ​ໂຣບ ​ແລະບັນດາ​ນັກ ຊ່ຽວ ຊານປະ​ຈໍາ​ກອງທັບ​ຂອງ​ພວກ​ເຮົາ ​ເຊື່ອ​ວ່າ ລະບົບ​ດັ່ງກ່າວ ​ແນ່ນອນ​ວ່າ​ຈະ​ກວມ​ເອົາ​ ອານາ​ເຂດ​ຂອງ​ສະຫະພັນຣັດ​ເຊຍ ​ໄປ​ຈົນເຖິງ​ເຂດ​ສາຍ​ພູ Urals ໃນ​ພາກຕາ​ເວັນ​ອອກ​ຂອງ​ຣັດ​ເຊຍນັ້ນນໍາ​.”

​ແຜນການ​ປ້ອງ​ກັນ​ຕ່າງ​ໆ​ຂອງ​ເນ​ໂຕ້ ​ໄດ້​ປັບ​ປ່ຽນມາ​ຫຼາຍ​ຄັ້ງ​ຫຼາຍ​ຄາວ​ແລ້ວ ​ເພື່ອລົດ​ຄວາມ​ເປັນ​ຫ່ວງ​ຂອງ​ຣັດ​ເຊຍ​ລົງ ​ແຕ່​ສະຫະລັດ​ໄດ້​ປະຕິ​ເສດ​ຕໍ່ຄໍາ ຮຽກຂອງ​ຣັດ​ເຊຍ​ເຊັ່ນ​ກັນ ທີ່​ຢາກ​ໃຫ້​ຮັບປະກັນໃນ​ແງ່ກົດໝາຍວ່າ ຖານ​ປະ ຕິ​ບັດ​ງານ​ຕໍ່​ຕ້ານ​ລູກ​ສອນ​ໄຟຂອງ​ສະຫະລັດຢູ່​ໃນ​ພາກ​ພື້ນ​ຢູ​ໂຣບ ຈະ​ບໍ່​ແນ​ເປົ້າໝາຍ​ເຈາະ​ຈົງ​ໃສ່​ກໍາລັງ​ປ້ອງ​ກັນ​ນີວ​ເຄຼຍຂອງ​ຣັດ​ເຊຍ​ນັ້ນ ​ແຕ່​ຢ່າງ​ໃດ.

ທ່ານ Peter Eltsov ນັກວິ​ເຄາະ​ຣັດ​ເຊຍ ກ່າວ​ຕໍ່ວີ​ໂອ​ເອວ່າ ປະຊາຊົນ​ສ່ວນ​ຫຼາຍ​ໃນ ຣັດ​ເຊຍພາກັນ​ຄິດ​ວ່າ ລະບົບ​ຕໍ່​ຕ້ານ​ລູກ​ສອນ​ໄຟຂອງສະຫະ ລັດດັ່ງກ່າວນີ້ ທີ່​ຈິງ​ແລ້ວ​ແມ່ນແນ​ໃສ່ປະ​ເທດຂອງ​ເຂົາ​ເຈົ້າ​ໂດຍເປັນ​ການ​ສະ​ເພາະນັ້ນ​ເອງ.

ທ່ານ Eltsov ​ເວົ້າ​ວ່າ: “ຂ້າພະ​ເຈົ້າຄິດ​ວ່າ ຊາວ​ຣັດ​ເຊຍ​ໂດຍ​ສ່ວນ​ໃຫຍ່ ​ໃນ​ທຸກ​ມື້ນີ້ຍັງ​ມີ​ຄວາມເຊື່ອ​ໝັ້ນວ່າ ລະບົບ​ດັ່ງກ່າວ​ນີ້ ບໍ່​ແມ່ນ​ເພື່ອ​ຕໍ່ຕ້ານ​ອິຣ່ານ ຫຼືຕໍ່ ຕ້ານ​ເກົາຫຼີ​ເໜືອ​ແຕ່​ຢ່າງ​ໃດ​ເລີຍ ​ຍ້ອນ​ວ່າ​ມັນຕັ້ງ​ຢູ່​ໃກ້​ເຂດ​ຊາຍ​ແດນຣັດ​ເຊຍ ສະ​ນັ້ນ​ຫຼາຍໆ​ຄົນ​ໃນຣັດ​ເຊຍ ຄວາມຈິງ​ແລ້ວ​ຈະ​ສະໜັບສະ ໜຸນ​ການຕອບ​ໂຕ້​ຢ່າງ​ໃດ​ຢ່າງ​ນຶ່ງ​ຂອງ​ທ່ານພູ​ຕິນ ​ແລະ​ລັດຖະບານ​ຂອງ​ທ່ານ.”

ບັນດາ​ເຈົ້າໜ້າ​ທີ່​ໃນ Moscow ​ເວົ້າແລ້ວ​ວ່າ ພວກ​ເຂົາ​ເຈົ້າຈະ​ຕອບ​ໂຕ້ ຢ່າງ​ເດັດດ່ຽວ ຕໍ່​ການ​ຕິດ​ຕັ້ງ​ຖານ​ປະຕິບັດ​ງານ​ໃດໆກໍ​ຕາມຢູ່​ໃກ້​ເຂດ​ຊາຍ​ແດນ ຫຼືເຂດຊາຍ​ຝັ່ງ​ທະ​ເທ ຂອງຣັດ​ເຊຍ​. ທ່ານ Eltsov ​ເວົ້າ​ອີກ​ວ່າ ການ​ຕິຕຽນ​ທາງ​ປາກ​ເປົ່າເຫຼົ່າ​ນີ້ ມີ​ທ່າ​ທາງ​ວ່າ​ອາດຈະ​ຕິດຕາມ​ມາ​ໂດຍ​ການ​ເຄຶ່ອນ​ໄຫວທາງ​ການ​ເມືອງ ​ແລະ​ການ​ທະຫານ.

ທ່ານ Eltsov ​ເວົ້າ​ວ່າ: “​ພວກ​ເຂົາ​ເຈົ້າອາດ​ຈະພະຍາ​ຍາມ​ເສີມ​ກອງກຳລັງ ຢູ່​ໃນ​ເຂດ Kaliningrad ຊຶ່ງ​ເປັນ​ເຂດ​ຢູ່​ໃກ້​ຢູ​ໂຣບທີ່​ສຸດ ນອກ​ນີ້​ແລ້ວ​ເຂົາ​ເຈົ້າຍັງ​ອາດພະຍາຍາມດຳ​ເນີນ​ການຢ່າງ​ໃດ​ຢ່າງ​ນຶ່ງ​ກັບ​ບັນດາ​ປະ​ເທດອາ​ເມຣິກາ​ໃຕ້ ຊຶ່ງ​ເປັນກຸ່ມ​ປະ​ເທດ​ທີ່​ບໍ່​ມັກ​ລັດຖະບານ​ສະຫະລັດ​ຢູ່​ແລ້ວ ​ດ້ວຍ ການ​ຊ້ອມ​ລົບ​ຮ່ວມຈຳນວນ​ນຶ່ງ. ​ແລະແນ່ນອນ​ວ່າ ມັນ​ອາດ​ມີຜົນ​ກະທົບ​ຕໍ່​ນະ​ໂຍບາຍ​ຂອງ ຣັດ​ເຊຍ​ໃນ​ຊີ​ເຣຍ​ ຄືໃຫ້ການ​ສະໜັບສະໜຸນ​ປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad ຫຼາຍ​ຂຶ້ນ ແລະເພີ່ມໃຫ້ການສະໜັບສະ ໜຸນ ແກ່ພວກ​ລັດຖະບານ​ໃດໆ​ກໍ​ຕາ​ມໃນ​ໂລກ ​ທີ່​ຕໍ່ຕ້ານ​ອາ​ເມຣິກັນ.”

ການ​ພັດທະນາ​ລະບົບຕໍ່ຕ້ານລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ຂອງສະຫະລັດ​ແລະ ອົງການເນ​ໂຕ້ ​ແມ່ນ​ໄດ້ວາງ​ແຜນ​ໄວ້​ສີ່​ຂັ້ນຕອນ ຄື​ຂັ້ນ​ສຸດ​ທ້າຍ ຈະ​ສໍາເລັດ​ລົງ​ໃນ​ປີ 2020 ຕາມ ວັນ ເວລາ​ທີ່​ກໍາໜົດ​ໄວ້.
XS
SM
MD
LG