ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໗ ພຶດສະພາ ໒໐໒໔

ເຮືອ Energy Observer ໃຊ້ພະລັງງານ ‘ສີຂຽວ’ ຈອດຢູ່ທ່າເຮືອ ໃນນະຄອນນິວຢອກ ສຳລັບ ວັນແຫ່ງໂລກ ຫຼື Earth Day


ວີດີໂອ ກ່ຽວກັບລາຍງານນີ້
please wait

No media source currently available

0:00 0:03:16 0:00

ວີດີໂອ ກ່ຽວກັບລາຍງານນີ້

ກ່ອນຈະມີການສ້າງເຄື່ອງຈັກໃດໆ, ມະຫາສະໝຸດ ແມ່ນເຕັມໄປດ້ວຍເຮືອທີ່ປ່ອຍອາຍພິດຕ່ຳ ເອີ້ນວ່າ ເຮືອໃບ. ໃນປະຈຸບັນ, ເຮືອພະລັງງານຫ້ອງທົດລອງ ທີ່ປ່ອຍອາຍພິດເປັນສູນ ລຸ້ນຍຸກຕໍ່ໄປນີ້ ທີ່ເອີ້ນວ່າ: ເຮືອພະລັງງານນັກສັງເກດການ ຫຼື Energy Observer ໄດ້ເຂົ້າມາປະຈຳການຢູ່ທ່າເຮືອ ນະຄອນນິວຢອກ ເມື່ອບໍ່ດົນມານີ້ ເພື່ອສະແດງຕໍ່ສາທາລະນະ ໄດ້ເຫັນເຖິງສິ່ງທີ່ທີມງານນີ້ ຫວັງໄວ້ ຄືເຮືອແຫ່ງອະນາຄົດລຸ້ນຍຸກຕໍ່ໄປ ທີ່ເປັນມິດຕໍ່ໂລກ.

ມັນຖືກເອີ້ນວ່າ Energy Observer ແລະຜູ້ສ້າງມັນຂຶ້ນມາ ກ່າວວ່າ ມັນເປັນເຮືອລຳທຳອິດຂອງໂລກ ທີ່ເພິ່ງພາຕົນເອງ, ປ່ອຍອາຍພິດເທົ່າສູນ. ພາລະກິດຂອງມັນຄື: ເພື່ອທົດລອງເຕັກໂນໂລຈີລຸ້ນໃໝ່ໃນການຜະລິດພະລັງງານທີ່ປ່ອຍອາຍຄາບອນຕ່ຳ, ຊຶ່ງເມື່ອບໍ່ດົນມານີ້ ເຮືອລຳນີ້ ໄດ້ຈອດຢູ່ທ່າເຮືອ ໃນນະຄອນ ນິວຢອກ. ກັບຕັນຂອງເຮືອ ທ່ານ ຊອນ ບາສຕິສເຕ ແຊນເຊສ໌ ກ່າວວ່າ ການແລ່ນເຮືອ Energy Observer ນີ້ ເປັນປະສົບການທີ່ພິເສດ.

ທ່ານ ບາສຕິສເຕ ຊານເຊສ໌ ກັບຕັນເຮືອ Energy Observer ເວົ້າວ່າ “ສຳລັບຂ້ອຍແລ້ວ, ເມື່ອເຈົ້າ ໄດ້ຂັບເຮືອຂ້າມຟາກ, ເຮືອສຳລານ ແລະ ເຮືອບັນທຸກສິນຄ້າ; ມັນແຕກຕ່າງກັນທັງໝົດເລີຍ ເນື່ອງຈາກວ່າ ເມື່ອເຈົ້າມາຮອດຈຸດໝາຍກັບເຮືອລຳນີ້ ເຈົ້າຈະບໍ່ໄດ້ກິ່ນເໝັນໃດໆ, ບໍ່ມີສຽງດັງ. ສະນັ້ນ, ເຈົ້າຈະຮູ້ສືກດີຫຼາຍທີ່ໄດ້ຂັບເຮືອລຳນີ້ ຍ້ອນວ່າ ເຈົ້າບໍ່ໄດ້ສ້າງຜົນກະທົບທີ່ບໍ່ດີຕໍ່ທຳມະຊາດ!”

ເຮືອ Energy Observer ໄດ້ແລ່ນອອ້ມໂລກ ມາຕະຫຼອດໄລຍະເຈັດປີທີ່ຜ່ານມາ ແລະ ກວມເອົາໄລຍະທາງເກືອບຮອດ 105,000 ກິໂລແມັດໃນທະເລ ໂດຍບໍ່ໄດ້ຕື່ມນ້ຳມັນກາຊ້ວນ ຫຼື ເຊື້ອໄຟ ຈັກຢອດເລີຍ; ເຮືອລຳນີ້ ປະກອບດ້ວຍ ແຝງໂຊລາເຊລ ຫຼາຍກວ່າ 200 ຕາລາງແມັດ ແລະ ສ່ວນທີ່ເຫຼືອແມ່ນ ພະລັງງານລົມ ແລະ ນ້ຳ.

ທ່ານ ລຸກ ບູເຊີຣີ, ວິສະວະກອນ ລະບົບທຳງານ ຂອງເຮືອ Energy Observer ກ່າວວ່າ “ແລະ ທີ່ນີ້ ເຮົາຢູ່ດ້ານໜ້າຂອງປີກນຶ່ງ ໃນຈຳນວນສອງປີກຂອງມະຫາສະໝຸດ, ສິ່ງເຫຼົ່ານີ້ຄືໃບເຮືອ, ແຕ່ເປັນແບບອັດຕະໂນມັດ. ເຈົ້າບໍ່ຕ້ອງຜູກເຊືອກໃບເຮືອໃສ່ເສົາກະໂດງທັງໝົດ, ໃບເຮືອໝູນໄດ້ 360 ອົງສາຢ່າງບໍ່ຈຳກັດ.”

ເຮືອ Energy Observer ກໍໄດ້ພົບກັບທ້ອງຟ້າຄຶ້ມຫຼາຍມື້ ແລະ ເມື່ອບໍ່ມີແສງແດດ, ເຮືອລຳນີ້ ອາໃສພະລັງງານຈາກທາດ ໄຮໂດຣເຈັນ ທີ່ເປັນ ພະລັງງານເຊລ.

ທ່ານ ບູເຊີຣີ, ກ່າວວ່າ “ມັນຄືກັບ ເຄື່ອງປັ່ນໄຟຟ້າ, ແທນທີ່ມັນຈະໃຊ້ນ້ຳມັນກາຊ້ວນ ແຕ່ມັນໃຊ້ທາດໄຮໂດຣເຈັນ. ທາດໄຮໂດຣເຈັນ ເປັນການເອົານ້ຳອອກມາຈາກອາກາດ ... ຂໍໂທດ ເອົາທາດອົກຊີເຈັນ ອອກມາຈາກອາກາດ ແລະ ທາດໄຮໂດເຈັນ ທີ່ເຮົາສະໜອງໃຫ້ນັ້ນ, ແລ້ວມັນກໍຈະດຳເນີນການກົງກັນຂ້າມກັບການສ້າງໄຟຟ້າ ຊຶ່ງໝາຍຄວາມວ່າ ຈາກທາດໄຮໂດເຈນ ແລະ ອົກຊີແຊນ, ເຮົາຈະມີໄຟຟ້າ ແລະ ນ້ຳ, ນ້ຳອຸ່ນ ແລະ ຄວາມຮ້ອນ, ສະນັ້ນ, ພະລັງງານໄຟຟ້ານີ້ ຈະໃຊ້ເພື່ອສາກແບັດເຕີລີ້ ແລະ ສິ່ງທີ່ຊູຊີບເທິງເຮືອ.”

ເຮືອລຳນີ້ ໄດ້ເດີນທາງອອກຈາກ ເມືອງ Spitsbergen ຂອງປະເທດນໍເວ ໄປຍັງເຂດອາກາດຮ້ອນ ທີ່ເກາະ ຮາວາຍ ແລະໄດ້ພັກຈອດປະມານ 50 ເທື່ອ ຕະຫຼອດໄລຍະການເດີນທາງຂອງມັນ. ໃນຂະນະຢູ່ໃນ ນະຄອນນິວຢອກ ເຮືອ Energy Observer ລຳນີ້ ກໍໄດ້ຮັບໃບຮັບຮອງ ເນື່ອງໃນວັນແຫ່ງໂລກ ຫຼື Earth Day ທີ່ຜ່ານມາ ຈາກອົງການສະຫະປະຊາຊາດ ເພື່ອສະແດງເຖິງການປະກອບສ່ວນເຂົ້າໃນການປົກປ້ອງໂລກຂອງມັນນັ້ນ.

ທ່ານນາງ ບີອາທຣິສ ຄໍເດຍໂນ, ນັກວິທະຍາສາດ ປະຈຳການຢູ່ເທິງເຮືອ Energy Observer ກ່າວວ່າ “ພາລະກິດອັນດັບນຶ່ງຂອງເຮົາ ແມ່ນສຳເລັດຜົນ ໃນສິ່ງທີ່ເຮົາໄດ້ທົດລອງ ແລະ ພິສູດໄດ້ໃນສິ່ງ ທີ່ເຮົາຢາກພິສູດນັ້ນ. ແຕ່ການປູກຈິດສຳນຶກນັ້ນ ບໍ່ມີວັນສິ້ນສຸດເລີຍ, ດັ່ງນັ້ນ ພວກເຮົາຈະດຳເນີນຕໍ່ໄປເລື້ອຍໆ. ແລະເຮົາຈະກ້າວໄປສູ່ການຜະລິດກຳປັ່ນຂົນສົ່ງສິນຄ້າຂະໜາດໃຫຍ່ຂຶ້ນກວ່ານີ້ ທີ່ປ່ອຍອາຍຄາບອນຕ່ຳ-ມັນຈະເປັນໂຄງການໃໝ່ອັນຕໍ່ໄປຂອງພວກເຮົາ.”

ການຢຸດແວ່ແຫ່ງຕໍ່ໄປຂອງເຮືອລຳນີ້ ແມ່ນທ່າເຮືອ ບອສຕັນ ແລະຕໍ່ຈາກນັ້ນ ບາງເທື່ອ ຫຼັງຈາກຈົບການແຂ່ງຂັນກິລາໂອລິມປິກ ລະດູຮ້ອນ ຢູ່ນະຄອນຫຼວງປາຣີ ແລ້ວ ເຮືອລຳນີ້ ກໍຈະກະສຽນອາຍຸ..........ໃນຂະນະທີ່ທີມນັກວິທະຍາສາດ ຈະເດີນໜ້າເຂົ້າສູ່ໂຄງການຕໍ່ໄປ.

Before the creation of engines, the ocean was full of low emission vessels, they were called sailboats. Now a next generation zero-emissions laboratory vessel called the Energy Observer recently docked in New York City to show off what this team hopes is the next generation of earth friendly boats. Elena Wolf has the story, narrated by Anna Rice.

It’s called the Energy Observer – and its creators say it is the world’s first self-sufficient, zero-emissions vessel. Its mission: to test new low-carbon energy production technologies. The boat was recently in New York City. Its captain,

Jean Baptiste Sanchez, says sailing Energy Observer is a unique experience.

(Jean Baptiste Sanchez, Energy Observer Captain)

“For me, when you have sailed on a ferry boat and cruise liners and supply boats, it’s totally different. Because when you arrive on this boat, you don’t have any bad smell, no noise – so, it’s very cool to sail on this boat because you don’t make any bad impact on nature!”

Energy Observer has been sailing around the world for the last seven years. And covered nearly 65,000 nautical miles without a drop of diesel or fuel – the boat is covered with more than 200 square meters of solar cells, and the rest is wind and water.

(Luc Bourserie, Energy Observer System Engineer)

“And here we are in front of one of our two ocean wings. These are sails, but automated. You don’t have the strings to all the masts, the sails turn 360 degrees infinitely…”

Energy Observer has seen its share of cloudy days, and when there’s no sun the boat relies on hydrogen fuel cells.

(Luc Bourserie, Energy Observer System Engineer)

“It’s like a generator, but instead of diesel it uses hydrogen. Hydrogen takes the water from the air... sorry takes the oxygen from the air and the hydrogen that we provide, and it will do the reverse operation the electrolysis, which means that from hydrogen and oxygen, we’ll have electricity and water, warm water and also heat. So this electricity we use to charge the batteries and life on board.”

The vessel sailed from Norwegian Spitsbergen to tropical Hawaii, making some 50 stops along the course of its journey. While in New York Energy Observer received a

UN certificate on Earth Day – for its contributions to protecting the planet.

(Beatrice Cordiano, Energy Observer On-Board Scientist)

“Our first mission is complete in the sense that we tested and proved what we wanted to. But raising awareness never ends, so we will keep on doing it. And we will move to a larger scale building lowest carbon cargo ships – it’s going to be our new project!”

The ship’s next stop is Boston, and then, sometime after the Paris Olympics this summer...

Retirement... as the scientists move onto the next project.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG