ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກ ກຣິສ ເດີນທາງໄປຍັງ ນະຄອນຫຼວງ ອັງກາຣາ ທ່າມກາງ ຄວາມເຄັ່ງຕຶງທີ່ ກຳລັງຟົດເດືອດຢູ່

ນາຍົກລັດຖະມົນຕີ ກຣິສ ກ່າວຄຳປາໄສ ຈາກເມືອງ ອີທາກາ (Ithaca) ຢູ່ທາງພາກຕາເວັນຕົກ ຂອງເກາະກຣິສ, ວັນທີ 21 ສິງຫາ 2018.
ນາຍົກລັດຖະມົນຕີ ກຣິສ ກ່າວຄຳປາໄສ ຈາກເມືອງ ອີທາກາ (Ithaca) ຢູ່ທາງພາກຕາເວັນຕົກ ຂອງເກາະກຣິສ, ວັນທີ 21 ສິງຫາ 2018.

ນາຍົກລັດຖະມົນຕີ ຂອງ ກຣິສ ທ່ານ ອາເລັກສິດ ຊິບປຣັສ ກຳລັງມຸ້ງໜ້າໄປຍັງນະຄອນ
ຫຼວງ ອັງກາຣາ ຂອງເທີກີ ໃນວັນອັງຄານມື້ນີ້ ໃນຄວາມພະຍາຍາມ ຄັ້ງຫຼ້າສຸດ ເພື່ອປັບ
ປຸງສາຍສຳພັນ ກັບປະເທດຄູ່ແຂ່ງ ຢູ່ໃນພາກພື້ນ.

“ເງື່ອນໄຂຕ່າງໆ ຕ້ອງຖືກສ້າງຂຶ້ນມາຈາກ ສາຍສຳພັນລະຫວ່າງ ກຣິສ ແລະເທີກີ
ເພື່ອທີ່ບາດກ້າວແຫ່ງປະຫວັດສາດ ຈະເກີດຂຶ້ນໄດ້”
ທ່ານ ຊິບປຣັສ ໄດ້ກ່າວໃນການ
ໃຫ້ສຳພາດ ກັບອົງການຂ່າວຂອງເທີກີ.

ນາຍົກລັດຖະມົນຕີ ກຣິສ ທ່ານ ອາເລັກສິດ ຊິບປຣັສ, ຂວາ, ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຮ່ວມກັບ ປະທານາທິບໍດີ ຂອງເທີກີ ທ່ານ ໄຕຢິບ ເອີໂດອານ ຢູ່ທີ່ ທຳນຽບ ແມັກຊີໂມສ ຫຼື Maximos Mansion ໃນນະຄອນ ເອເທັນ, ວັນທີ 7 ທັນວາ 2017.

​ບັນຫາຂັດແຍ້ງໃນດ້ານເຂດນ້ຳແດນດິນ ແລະປະຫວັດສາດ ໄດ້ທຳລາຍສາຍສຳພັນ
ຂອງທັງສອງປະເທດ ແລະໄດ້ກົດດັນ ທັງສອງປະເທດ ສະມາຊິກ ອົງການເນໂຕ້ ຈົນ
ເກືອບເກີດສົງຄາມ ມາໄດ້ຫຼາຍກວ່ານຶ່ງຄັ້ງຜ່ານມາ.

ປະທານາທິບໍດີ ເທີກີ ທ່ານ ໄຕຢິບ ເອີໂດອານ ຈະເປັນເຈົ້າພາບຕ້ອນຮັບ ທ່ານ ຊິບປຣັສ
ໃນນະຄອນຫຼວງ ອັງກາຣາ. ຜູ້ນຳທັງສອງ ໄດ້ສ້າງສາຍສຳພັນ ລະຫວ່າງປະເທດ ທີ່ກຳ
ລັງຮ່ວມມືກັນ ອັນເປັນຄວາມພະຍາຍາມ ໃນການສ້າງພື້ນຖານ ຂອງຄວາມເຂົ້າອົກ
ເຂົ້າໃຈກັນແບບຍືນຍົງ.

ກຳປັ່ນ ຂອງໜ່ວຍຍາມຝັ່ງ ຂອງເທີກີ ກຳລັງລາດຕະເວນ ຢູ່ໃນທະເລ ເອຈຽນ (Aegean Sea) ຢູ່ນອກຝັ່ງຂອງເທີກີ, ວັນທີ 20 ເມສາ 2016.
ກຳປັ່ນ ຂອງໜ່ວຍຍາມຝັ່ງ ຂອງເທີກີ ກຳລັງລາດຕະເວນ ຢູ່ໃນທະເລ ເອຈຽນ (Aegean Sea) ຢູ່ນອກຝັ່ງຂອງເທີກີ, ວັນທີ 20 ເມສາ 2016.

ສາສະດາຈານ ດ້ານສາຍສຳພັນລະຫວ່າງປະເທດ ທ່ານ ເຊີຣຮັດ ກູເວັກ ຈາກ ມະຫາ-
ວິທະຍາໄລ ຄາເດຍ ຮາສ ຂອງອິສຕານບູລ ກ່າວວ່າ “ພວກເພິ່ນທັງສອງ ແມ່ນຢູ່ຫ່າງ
ກັນຫຼາຍ. ທ່ານ ຊິບປຣັສ ເປັນນັກການເມືອງໃນທາງໂລກ ທີ່ບໍ່ນັບຖືສາສະໜາ ແທ້ໆ
ເລີຍ ໃນຂະນະທີ່ ທ່ານ ເອີໂດອານ ແມ່ນເປັນຄົນທີ່ນັບຖືສາສະໜາຢ່າງເລີກເຊິ່ງ.
ເພາະສະນັ້ນ ມຸມມອງໂລກ ຂອງພວກເພິ່ນ ໃນທີ່ສຸດ ກໍຈະມາປະທະກັນ ຢ່າງຫລີກ
ລ່ຽງບໍ່ໄດ້.”

ທ່ານ ກູເວັກ ໄດ້ກ່າວອີກວ່າ “ສິ່ງທີ່ນຳພວກເພິ່ນມາຫາກັນ ບໍ່ແມ່ນເຫດຜົນທີ່ຍືນຍົງ
ແຕ່ເປັນພຽງເຫດຜົນຊົ່ວຄາວ ເພາະວ່າ ພວກເພິ່ນ ແມ່ນກຳລັງຮັບມືກັບ ບັນຫາຢູ່ໃນ
ປະເທດທີ່ຄ້າຍຄືກັນ ຊຶ່ງນຳມາ ຊຶ່ງຄວາມເຫັນອົກເຫັນໃຈຮ່ວມກັນ ເພື່ອກັນແລະກັນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG