ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຣິສ ຈັດການເລືອກຕັ້ງ ຄັ້ງທຳອິດ ລຸນຫຼັງ ການຊ່ອຍເຫຼືອດ້ານການເງິນ ຈາກນານາຊາດ


ນາຍົກລັດຖະມົນຕີ ຂອງກຣິສ ທ່ານ ແລະຜູ້ນຳພັກ ຊີຣີຊາ ປ່ອນບັດເລືອກຕັ້ງຂອງທ່ານອາແລັກຊິສ ຊີປຣັສ ຢູ່ທີ່ໜ່ວຍເລືອກຕັ້ງ ໃນນະຄອນຫຼວງເອເທັນ, ວັນອາທິດ ທີ 7 ກໍລະກົດ 2019.
ນາຍົກລັດຖະມົນຕີ ຂອງກຣິສ ທ່ານ ແລະຜູ້ນຳພັກ ຊີຣີຊາ ປ່ອນບັດເລືອກຕັ້ງຂອງທ່ານອາແລັກຊິສ ຊີປຣັສ ຢູ່ທີ່ໜ່ວຍເລືອກຕັ້ງ ໃນນະຄອນຫຼວງເອເທັນ, ວັນອາທິດ ທີ 7 ກໍລະກົດ 2019.

ກຣິສ ກຳລັງມີການປ່ອນບັດເລືອກຕັ້ງ ໃນວັນອາທິດມື້ນີ້ ຊຶ່ງເປັນການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ເທື່ອທຳອິດ ນັບຕັ້ງແຕ່ປະເທດດັ່ງກ່າວ ໄດ້ຮັບການຊ່ອຍເຫຼືອທາງດ້ານ
ການເງິນຈາກນານາຊາດ.

ການຢັ່ງຫາງສຽງຄວາມຄິດເຫັນຂອງປະຊາຊົນ ເມື່ອມໍ່ໆມານີ້ ໄດ້ບົ່ງຊີ້ວ່າ ນາຍົກລັດ
ຖະມົນຕີ ອາແລັກຊິສ ຊີປຣັສ ນິຍົມຝ່າຍຊາຍ ເປັນໄປໄດ້ສູງວ່າ ຈະເສຍໄຊໃຫ້ແກ່ຜູ້ນຳ
ພັກຝ່າຍຄ້ານອະນຸລັກນິຍົມ ທ່ານ ກີຣາຍໂຄສ ມິດໂຊຕາກິສ.

ມັນເປັນພຽງການເລີ້ມຕົ້ນໃໝ່ຂອງກຣິສ ທີ່ຈະຟື້ນຟູຈາກວິກິດການທາງດ້ານການເງິນ
ຂະໜາດໃຫຍ່ ຊຶ່ງປະກອບດ້ວຍ ລະດັບການວ່າງງານ ແລະລະດັບຄວາມທຸກຍາກທີ່
ສູງຂຶ້ນນັບມື້. ປະເທດດັ່ງກ່າວ ໄດ້ຖືກກົດດັນໃຫ້ຍອມຮັບເອົາ ມາດຕະການຊ່ອຍເຫຼືອ
ທາງດ້ານການເງິນຫຼາຍຊຸດຕິດຕໍ່ກັນ ທີ່ກຳນົດໃຫ້ຕັດການໃຊ້ຈ່າຍລົງຢ່າງຫຼວງຫຼາຍ
ແລະໃຫ້ປະຕິຮູບພາກສ່ວນອື່ນໆ.

ທ່ານທອມມັສ ເຈີຣາກິສ ຈາກສຳນັກງານຢັ່ງຫາງສຽງ ຊື່ວ່າ MARC ໄດ້ກ່າວຕໍ່ອົງການ
ຂ່າວຣອຍເຕີວ່າ ເສດຖະກິດ ເປັນເລື້ອງຫຼັກຂອງການເລືອກຕັ້ງນີ້. ທ່ານເຈີຣາກິສ ໄດ້
ກ່າວວ່າ “ພວກຜູ້ມີສິດປອດບັດ ຢາກຮູ້ວ່າ ລັດຖະບານ ສາມາດໃຫ້ຍັງຕໍ່ຊາວກຣິສ ທີ່ດີກວ່າເກົ່າໃນວັນຂ້າງໜ້າ.”

Greece is voting Sunday in its first parliamentary elections since the country's international bailouts.

Recent opinion polls indicate leftist Prime Minister Alexis Tsipras is likely to lose to conservative opposition party leader Kyriakos Mitsotakis.

Greece is just beginning to recover from a massive financial crisis that included soaring unemployment and steep poverty levels. The country was forced to accept a series of financial bailouts that required deep spending cuts and other reforms.

Thomas Gerakis of pollsters MARC told Reuters that the economy is the election's main issue."Voters want to know the government can give Greeks a better tomorrow," Gerakis said.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG