ດ້ວຍຄວາມໜານຶ່ງອາຕອມ, ກຣາຟີນ ແມ່ນນຶ່ງໃນວັດຖຸມະຫັດສະຈັນທັງຫຼາຍທີ່ຫຼາຍ
ຄົນເວົ້າວ່າ ມັນແມ່ນວັດຖຸແຫ່ງອະນາຄົດ. ຕອນນີ້ອະນາຄົດອາດຈະຢູ່ທີ່ນີ້ແລ້ວ ໃນ
ຂະນະທີ່ຄວາມສາມາດຂອງ ກຣາຟີນ ໄດ້ຖືກຮັບຮູ້ວ່າເປັນກຸນແຈໄປສູ່ເຄືອຂ່າຍ 5G
ທີ່ມີຄວາມໄວຢ່າງມີປະສິດທິພາບ, ແລະ ອະນາຄົດຂອງການໂທລະຄົມມະນາຄົມ.
ນັກຂ່າວວີໂອເອ ເຄວິນ ອີນິກສ໌ ມີລາຍງານ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດ
ມາສະເໜີທ່ານໃນອັນດັບຕໍ່ໄປ.
ນີ້ແມ່ນແຜ່ນອາຕອມຄາບອນ ທີ່ເປັນຮູບຫົກຫຼ່ຽມເອີ້ນວ່າ ກຣາຟີນ. ມັນໜາພຽງນຶ່ງ
ອາຕອມ, ແຕ່ແຂງແຮງກວ່າເຫຼັກ.
ມັນນຳພາກະແສໄຟຟ້າ ແລະ ຄວາມຮ້ອນຢ່າງມີປະສິດທິພາບ, ແລະ ຄວາມສາມາດ
ຂອງມັນແມ່ນໄດ້ຮັບຮູ້ຢ່າງຊ້າໆ ຄືຄວາມກ້າວໜ້າໃໝ່.
ທ່ານ ຄອສຕີຢາ ໂນໂວເຊລອຟ, ຜູ້ທີ່ໄດ້ຊະນະລາງວັນໂນແບລ ສຳລັບວຽກງານຂອງ
ລາວ ກ່ຽວກັບ ກຣາຟີນ ເວົ້າວ່າ ການນຳໃຊ້ທີ່ດີທີ່ສຸດຢ່າງນຶ່ງກໍແມ່ນການຄົມມະນາ
ຄົມ ຍ້ອນວ່າ ກຣາຟີນ ແມ່ນໂປ່ງໃສຢ່າງສິ້ນເຊີງ ແລະ ສາມາດສົ່ງຂໍ້ມູນຜ່ານເທັກໂນ
ໂລຈີສົ່ງຂໍ້ມູນໄດ້ໄວ ແລະ ມີປະສິດທິພາບຢ່າງໜ້າເຫຼືອເຊື່ອ.
ທ່ານ ຄອສຕີຢາ ໂນໂວເຊລອຟ ຈາກມະຫາວິທະຍາໄລ ແມນເຊັສເຕີ ກ່າວວ່າ “ມັນມີ
ແຕ່ເຮັດໃຫ້ເຈົ້າດັນສັນຍານຂໍ້ມູນເຂົ້າໃຫ້ເປັນສິ່ງທີ່ແນມເຫັນໄດ້. ແລະ ເວົ້າແທ້ໆ, ຂ້າ
ພະເຈົ້າບໍ່ຄິດວ່າ ຈະມີວັດຖຸອື່ນ ນອກຈາກ ກຣາຟີນ ທີ່ສາມາດເຮັດໄດ້ແບບດຽວກັນນີ້,
ສາມາດປ່ຽນສະຖານະພາບ ໃນການແນມເຫັນໄດ້ຂອງມັນ ໃນລະດັບດຽວກັນ. ສະ
ນັ້ນຂະພະເຈົ້າຄິດວ່າ ມັນຄົງຈະແມ່ນນຶ່ງໃນສິ່ງທີ່ໜ້າຕື່ນເຕັ້ນທີ່ສຸດ ແລະ ພ້ອມກັນນັ້ນ
ມັນກໍເປັນສິ່ງທີ່ເໝືອນຂອງຈິງ.”
ກຣາຟີນ ທີ່ມີນ້ຳໜັກເບົາກໍສາມາດໃຊ້ກັບທຸກຢ່າງໄດ້ງ່າຍໆ ນັບຈາກ ເກີບ ຫາເຄື່ອງ
ນຸ່ງ ເຖິງລົດຍົນ, ແລະ ນັ້ນຈະເຮັດໃຫ້ມັນແຂງແກ່ນຫຼາຍ, ຍືດຍຸ່ນໄດ້ ທັງ ສະຫຼາດນຳ.
ແລະ ຄວາມສາມາດຂອງມັນ ທີ່ຈະເຄື່ອນຂໍ້ມູນໄດ້ຢ່າງວ່ອງໄວນັ້ນ ແມ່ນຈະເປັນພາກ
ສ່ວນຂອງສິ່ງທີ່ເຮັດໃຫ້ເຄືອຂ່າຍ 5G ສຸດຍອດຄວາມໄວ ທີ່ຈະມີຂຶ້ນໃນໄວໆນີ້.. ມີ
ຄວາມເປັນໄປໄດ້.
ທ່ານ ຄອສຕີຢາ ກ່າວວ່າ “ພວກເຮົາເລີ່ມທີ່ຈະເຫັນມັນຄັ້ງທຳອິດ ໃນການປະສົມວັດ
ຖຸທີ່ແຂງ, ໃນອຸບປະກອນກິລາ. ຕອນນີ້ມັນຖືກນຳໄປໃຊ້ ກັບລົດທີ່ທັນສະໄໝ. ແຕ່
ຕອນນີ້ ພວກເຮົາເລີ່ມທີ່ຈະເຫັນມັນຖືກໃຊ້ສຳລັບເຄື່ອງອີເລັກໂທຣນິກ, ສຳລັບອີ
ເລັກໂທຣນິກການພິມ. ແລະ ຂ້າພະເຈົ້າຄິດວ່າມັນໄດ້ພັດທະນາໃນລະດັບທີ່ດີຫຼາຍ
ສຳລັບວັດຖຸໃໝ່.”
ກຣາຟີນ ຍັງເຮັດໃຫ້ການສ້າງແທ່ນພະລັງງານແສງອາທິດທີ່ມີປະສິດທິພາບ ກວ່າ
ເກົ່າມີຄວາມເປັນໄປໄດ້, ແລະ ມັນຈະເຮັດໃຫ້ເຄື່ອງອີເລັກໂທຣນິກສະຫຼາດ ສະຫຼາດ
ຂຶ້ນກວ່າເກົ່າ.
ແຕ່ ກຣາຟີນ ກໍຍັງອາດຈະເຮັດໃຫ້ຄົນເກັ່ງຂຶ້ນກວ່າເກົ່າໃນໄວໆນີ້.
ທ່ານ ຄອສຕີຢາ ກ່າວວ່າ “ຂ້າພະເຈົ້າຄິດວ່າ ພວກເຮົາຈະໄດ້ເຫັນການນຳໃຊ້ທີ່ໜ້າ
ສົນໃຈກວ່າເກົ່າ, ຄືການໃຊ້ໃນເທັກໂນໂລຈີ ຊີວະພາບ ແລະ ເທັກໂນໂລຈີເຫຍື່ອຫຸ້ມ
ແຊລ. ສະນັ້ນສິ່ງດັ່ງກ່າວຈຶ່ງແມ່ນຂ້ອນຂ້າງຈະເປັນຕາຕື່ນເຕັ້ນ ແຕ່ມັນຕ້ອງໄດ້ໃຊ້
ເວລາຕື່ມອີກໜ້ອຍນຶ່ງ ເພື່ອຄວາມຊຳນານ.”
ທ່ານ ໂນໂວເຊລອຟ ກ່າວວ່າ ວົງຈອນກຣາຟີນ ແມ່ນລະອຽດອ່ອນຫຼາຍ, ເຄື່ອງກວດ
ສອບທີ່ບາງ ເທົ່າກັບອາຕອມນີ້ ສາມາດອ່ານ ແລະ ວາດພາບກິດຈະກຳຂອງສະໝອງ
ແລະ ສົ່ງຂໍ້ມູນນັ້ນໄປຫາບັນດາທ່ານໝໍ ຫຼື ໂທລະສັບໄດ້ ໃນກໍລະນີສຸກເສີນທາງດ້ານ
ການແພດ.
At one atom thick, graphene is one of those miracle materials that many say is the stuff of the future. Now the future may be here as graphene's potential is being realized as the key to quick efficient 5G networks, and the future of telecommunications. VOA's Kevin Enochs reports.
This is the hexagonal lattice of carbon atoms called graphene.It's a single atom thick, but stronger than steel.
It conducts electricity and heat efficiently, and has been slowly realizing its potential as a game changer.
Kostya Novoselov - who won the Nobel Prize for his work on graphene - says one great application is in communications because graphene is completely transparent and can transmit information via optical circuits incredibly quickly and efficiently.
"It just allows you to push the signal processing into the optical domains. And, honestly, I don't think that any other material apart from graphene can do the same; can change its optical state at the same pace. So I think that's probably one of the most exciting and at the same time realistic applications."
Lightweight graphene can be easily incorporated into everything from shoes to clothing to cars, and that will make them strong, flexible, and smart.
And its ability to move information quickly is going to be part of what makes the superfast 5G networks that are coming soon... possible.
"We started to see it first in composite material applications, in sports goods. Now it goes into advanced cars. But now we're already starting to see it being used for electronics, for printed electronics. And I think it develops with a very good pace for a new material..."
Graphene also is making more efficient solar panels possible, and it's making smart electronics smarter, and faster.
But graphene even might soon be making people better.
"I think we will see more interesting applications, like applications in bio-technology and membrane technology. So those are quite exciting but they need a little bit more time to mature."
Novoselov says graphene circuits are so sensitive, an atom thin probe can read and map brain activity and send that information to doctors or a phone in case of a medical emergency.