ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າແຂວງ ແຂວງຊຽງຂວາງ ເຊື່ອວ່າ UNESCO ຈະຮັບຮອງເອົາ ທົ່ງໄຫຫີນ ເປັນມໍລະດົກໂລກ


ໄຫຫີນ ຢູ່ໃນແຂວງຊຽງຂວາງ ໄດ້ຖືກນຳສະເໜີ ຕໍ່ອົງການ UNESCO ເພື່ອພິຈາລະນາ ຮັບຮອງເອົາເປັນມໍລະດົກໂລກ ທາງປະຫວັດສາດ.
ໄຫຫີນ ຢູ່ໃນແຂວງຊຽງຂວາງ ໄດ້ຖືກນຳສະເໜີ ຕໍ່ອົງການ UNESCO ເພື່ອພິຈາລະນາ ຮັບຮອງເອົາເປັນມໍລະດົກໂລກ ທາງປະຫວັດສາດ.

ເຈົ້າແຂວງຊຽງຂວາງ ເຊື່ອວ່າ ຄະນະຊ່ຽວຊານ ຂອງອົງການ UNESCO ຈະຮັບຮອງ
ທົ່ງໄຫຫີນເປັນມໍລະດົກໂລກ ທາງປະຫວັດສາດ ຊຶ່ງຈະສົ່ງຜົນດີ ຕໍ່ການພັດທະນາ
ເສດຖະກິດ ແລະການທ່ອງທ່ຽວ ໃນແຂວງຊຽງຂວາງ.

ທ່ານບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງ ຖະແຫລງຢືນຢັນວ່າ ການເດີນທາງມາ
ເກັບກຳຂໍ້ມູນ ແລະກວດກາຄວາມພ້ອມໃນດ້ານຕ່າງໆຂອງທົ່ງໄຫຫີນ ໂດຍຄະນະ
ຊ່ຽວຊານ ອົງການ UNESCO ໃນເດືອນສິງຫາ 2018 ນີ້ ໂດຍຖ້າຫາກວ່າ ບໍ່ມີບັນຫາ
ຂັດຂ້ອງກໍເຊື່ອໝັ້ນວ່າ ຄະນະຊ່ຽວຊານຂອງ UNESCO ຈະໃຫ້ຄຳຕອບກ່ຽວກັບການ
ຮັບຮອງສະຖານະ ໃນການເປັນມໍລະດົກໂລກ ຂອງທົ່ງໄຫຫີນຢ່າງເປັນທາງການ ພາຍ
ໃນປີ 2019 ຊຶ່ງຈະສົ່ງຜົນດີຕໍ່ການພັດທະນາເສດຖະກິດ ແລະການທ່ອງທ່ຽວໃນແຂວງ
ຊຽງຂວາງດ້ວຍ ດັ່ງທີ່ ທ່ານບຸນຕົ້ນ ໄດ້ໃຫ້ການຢືນຢັນວ່າ:

“ໄຫຫີນນີ້ ກໍກະກຽມເປັນມໍລະດົກໂລກ ລັດຖະບານເຮົາ ກໍສະເໜີເຖິງອົງການ
UNESCO ແລ້ວ ຕາມຂ່າວບໍ່ເປັນທາງການ ຄັນວ່າຮັບເຖິງຂັ້ນນີ້ແລ້ວ ກໍບໍ່ເກີນປີ
ກວ່າ ຕາມທີ່ເຄີຍເປັນມາເນາະ ຄັນວ່າເຂົາເຈົ້າຮັບ ຈັ່ງຊີ້ ບາງເທື່ອກໍຢູ່ໃນ 2019 ນີ້
ຈະເປີດເປັນມໍລະດົກໂລກຫັ້ນ ກໍຈະເສີມໃຫ້ແກ່ການທ່ອງທ່ຽວແຂວງຊຽງຂວາງນີ້
ກໍຈະເພີ້ມຂຶ້ນ.”

ການສໍາຫລວດ ທົ່ງໄຫຫີນຂອງຄະນະຊ່ຽວຊານ ຈາກອົງການ UNESCO ເພື່ອເກັບກຳຂໍ້ມູນ ແລະກວດກາຄວາມພ້ອມໃນດ້ານຕ່າງໆຂອງທົ່ງໄຫຫີນ.
ການສໍາຫລວດ ທົ່ງໄຫຫີນຂອງຄະນະຊ່ຽວຊານ ຈາກອົງການ UNESCO ເພື່ອເກັບກຳຂໍ້ມູນ ແລະກວດກາຄວາມພ້ອມໃນດ້ານຕ່າງໆຂອງທົ່ງໄຫຫີນ.

ການສະເໜີໃຫ້ UNESCO ພິຈາລະນາ ເພື່ອຮັບຮອງເອົາທົ່ງໄຫຫິນໃຫ້ເປັນມໍລະດົກ
ໂລກ ໄດ້ເລື່ອນມາແລ້ວຫຼາຍຄັ້ງ ເພາະວ່າ ທາງການລາວ ຍັງຂາດການສຶກສາໃນລາຍ
ລະອຽດ ແລະກຳນົດແຜນການຄຸ້ມຄອງ ແລະອະນຸລັກແຂດທົ່ງໄຫຫີນທີ່ຜ່ານມາ ກໍຍັງ
ຈັດຕັ້ງປະຕິບັດບໍ່ໄດ້ ຕາມເງື່ອນໄຂ ທີ່ UNESCO ກຳນົດໄວ້ ໃນຫຼາຍດ້ານ ເຊັ່ນ ການທີ່
ໄຫຫີນ ຈຳນວນຫຼາຍກວ່າ 2,000 ໜ່ວຍ ທີ່ບໍ່ໄດ້ຕັ້ງຢູ່ໃນບໍລິເວນດຽວກັນ ກໍເຮັດໃຫ້ຕ້ອງ
ໃຊ້ເວລາໃນການເກັບກຳຂໍ້ມູນ ແລະຂຶ້ນທະບຽນໄຫຫີນທຸກໆໜ່ວຍ ຢ່າງຍາວນານ ທັງກໍ
ຍັງຍາກຕໍ່ການອະນຸລັກ ແລະປົກປັກຮັກສາໄດ້ຢ່າງທົ່ວເຖິງອີກດ້ວຍ.

ແຕ່ຢ່າງໃດກໍຕາມ ເພື່ອເຮັດໃຫ້ສະດວກຕໍ່ການຄຸ້ມຄອງເຂດທົ່ງໄຫຫີນດັ່ງກ່າວ ທາງການ
ລາວ ກໍໄດ້ເລືອກເອົາສະເພາະ 11 ຈຸດເທົ່ານັນ ທີ່ຈະສະເໜີຕໍ່ UNESCO ເພື່ອຮັບຮອງ
ໃຫ້ເປັນມໍລະດົກໂລກໃນໂອກາດ ທີ່ຄະນະຊ່ຽວຊານຂອງ UNESCO ເດີນທາງມາ
ກວດກາທົ່ງໄຫຫີນ ໃນເດືອນສິງຫາ 2018 ນີ້ ໂດຍໄຫຫີນ ທັງ 11 ຈຸດດັ່ງກ່າວ ຕັ້ງຢູ່ໃນ
ເຂດເມືອງຄຳ ເມືອງແປກ ເມືອງຜາໄຊ ແລະເມືອງພູກູດ ຊຶ່ງມີໄຫຫີນ ທີ່ໄດ້ຂຶ້ນທະບຽນ
ໄວ້ແລ້ວ ຈຳນວນທັງໝົດ 999 ໜ່ວຍ.

ທັງນີ້ ໂດຍພະແນກແຜນການ ແລະການລົງທຶນ ແຂວງຊຽງຂວາງ ລາຍງານວ່າ ໃນ
ຕະຫຼອດປີ 2017 ຜ່ານມາ ມີນັກທ່ອງທ່ຽວຊາວຕ່າງຊາດ 7 ໝື່ນກວ່າຄົນ ທີ່ເດີນທາງ
ມາຢ້ຽມຊົມທົ່ງໄຫຫີນ ແລະເຊື່ອວ່າ ຈະເພີ່ມຂຶ້ນເປັນ 2-3 ເທົ່າ ຖ້າຫາກ UNESCO
ໃຫ້ການຮັບຮອງໄຫຫີນ ເປັນມໍລະດົກໂລກ ຢ່າງເປັນທາງການແລ້ວນັ້ນ.

ການກະກຽມວຽກງານໃນດ້ານຕ່າງໆ ເພື່ອສະເໜີໃຫ້ອົງການ UNESCO ພິຈາລະນາຮັບຮອງ ເຂດປ່າສະຫງວນແຫ່ງຊາດ ພູຫີນໜາມໜໍ່ ໃນແຂວງຄຳມ່ວນ ໃຫ້ເປັນມໍລະດົກໂລກທາງທຳມະຊາດນັ້ນ ໄດ້ສຳເລັດ ໃນຂັ້ນເບື້ອງຕົ້ນແລ້ວ.
ການກະກຽມວຽກງານໃນດ້ານຕ່າງໆ ເພື່ອສະເໜີໃຫ້ອົງການ UNESCO ພິຈາລະນາຮັບຮອງ ເຂດປ່າສະຫງວນແຫ່ງຊາດ ພູຫີນໜາມໜໍ່ ໃນແຂວງຄຳມ່ວນ ໃຫ້ເປັນມໍລະດົກໂລກທາງທຳມະຊາດນັ້ນ ໄດ້ສຳເລັດ ໃນຂັ້ນເບື້ອງຕົ້ນແລ້ວ.

ອີກດ້ານນຶ່ງ ທ່ານທອງໃບ ໂພທິສານ ຫົວໜ້າກົມມໍລະດົກ ກະຊວງຖະແຫລງຂ່າວ-
ວັດທະນະທຳ ແລະທ່ອງທ່ຽວ ໃຫ້ການຢືນຢັນວ່າ ການກະກຽມວຽກງານໃນດ້ານຕ່າງໆ
ເພື່ອສະເໜີໃຫ້ອົງການ UNESCO ພິຈາລະນາຮັບຮອງເຂດປ່າສະຫງວນແຫ່ງຊາດ
ພູຫີນໜາມໜໍ່ ໃນແຂວງຄຳມ່ວນ ໃຫ້ເປັນມໍລະດົກໂລກທາງທຳມະຊາດນັ້ນ ໄດ້ສຳເລັດ
ໃນຂັ້ນເບື້ອງຕົ້ນແລ້ວ ແລະຄາດວ່າ ຈະສາມາດນຳສະເໜີເອກກະສານສຳຄັນຕ່າງໆ
ເຖິງອົງການ UNESCO ໄດ້ຢ່າງເປັນທາງການໃນຕົ້ນປີ 2019 ເປັນຢ່າງຊ້າ.

ທ່ານທອງໃບ ເຊື່ອໝັ້ນວ່າ ມີໂອກາດສູງທີ່ UNESCO ຈະຮັບຮອງເຂດປ່າສະຫງວນ
ແຫ່ງຊາດ ພູຫີນໜາມໜໍ່ຂອງລາວ ໃຫ້ເປັນມໍລະດົກໂລກທາງທຳມະຊາດ ເນື່ອງຈາກ
ເປັນເຂດທີ່ຍັງມີທຳມະຊາດທີ່ສວຍງາມ ແລະປົກຫຸ້ມດ້ວຍປ່າໄມ້ ຢ່າງໜາແໜ້ນ ໃນ
ພື້ນທີ່ກວ້າງກວ່າ 82,000 ເຮັກຕາ ທັງກໍຍັງເປັນແຫລ່ງທີ່ຢູ່ອາໄສ ຂອງຊ້າງປ່າ
ຈຳນວນຫຼາຍຮ້ອຍໂຕ ແລະສັດປ່າຍຫາຍາກຫຼາຍຊະນິດອີກດ້ວຍ.

ທາງດ້ານທ່ານ ແບສຕຽນ ປູຣເຣີ (Bastian Purer) ຫົວໜ້າຄະນະທີ່ປຶກສາ ຂອງ
ອົງການປົກປັກຮັກສາລະບົບນິເວດ ປ່າໄມ້ ແລະຊີວະນານາພັນ ຂອງລັດຖະບານ
ເຢຍຣະມັນ (GIZ) ປະຈຳ ສປປ ລາວ ຊຶ່ງໄດ້ໃຫ້ການຊ່ອຍເຫຼືອແກ່ລັດຖະບານລາວ
ໃນການຕຽມຄວາມພ້ອມ ແລະແຜນການສຳສະເໜີ UNESCO ເພື່ອໃຫ້ຮັບຮອງເອົາ
ພູຫີນໜາມໜໍ່ ໃຫ້ເປັນມໍລະດົກໂລກ ທາງທຳມະຊາດນັ້ນ ກໍເຊື່ອໝັ້ນວ່າ UNESCO
ຈະໃຫ້ການຮັບຮອງຢ່າງແນ່ນອນ ເພາະ GIZ ໄດ້ໃຫ້ການຊ່ອຍເຫຼືອທາງການລາວ
ໃນການຈັດທຳແຜນການຄຸ້ມຄອງ ແຜນງານດ້ານເທັກນິກ ແລະການບໍລິຫານງານ
ພາຍໃນກົມມໍລະດົກຂອງລາວໃຫ້ໄດ້ ຕາມມາດຕະຖານຂອງ UNESCO ຊຶ່ງຈະແລ້ວ
ເສັດຢ່າງສົມບູນ ໃນປີ 2018 ເພື່ອສະເໜີ້ເຖິງ UNESCO ພາຍໃນຕົ້ນປີ 2019 ຕໍ່ໄປ.

XS
SM
MD
LG