ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ລາວ ເລັ່ງເຈລະຈາ ກັບໜ່ວຍທຸລະກິດ ເອກະຊົນໃນປະເທດ ເພື່ອສ້າງວຽກໃຫ້ແຮງງານ ລາວ ທີ່ເດີນທາງກັບ ຈາກຕ່າງປະເທດ


ແຮງງານລາວ ທີ່ເດີນທາງກັບຈາກຕ່າງປະເທດ ຍ້ອນໂຣກລະບາດໄວຣັສໂຄໂຣນາ.
ແຮງງານລາວ ທີ່ເດີນທາງກັບຈາກຕ່າງປະເທດ ຍ້ອນໂຣກລະບາດໄວຣັສໂຄໂຣນາ.

ລັດຖະບານ ລາວ ເລັ່ງເຈລະຈາກັບໜ່ວຍທຸລະກິດເອກະຊົນໃນປະເທດ ເພື່ອໃຫ້ມີການສ້າງວຽກເຮັດງານທຳ ສຳລັບຮອງຮັບການຈ້າງແຮງງານ ລາວ ທີ່ເດີນທາງກັບມາຈາກຕ່າງປະເທດໃຫ້ໄດ້ຫຼາຍຂຶ້ນ.


ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມຖະແຫຼງວ່າ ບັນຫາທີ່ຈະຕ້ອງເລັ່ງແກ້ໄຂໃນໄລຍະນີ້ຄືການເຈລະຈາກັບໜ່ວຍທຸລະກິດເອກະຊົນໃນທົ່ວປະເທດ ເພື່ອຂໍໃຫ້ສ້າງວຽກເຮັດງານທຳສຳລັບຮອງຮັບການຈ້າງແຮງງານ ລາວ ທີ່ເດີນທາງກັບມາຈາກຕ່າງປະເທດໃຫ້ໄດ້ຫຼາຍຂຶ້ນ ໂດຍສະເພາະແມ່ນແຮງງານລາວ ທີ່ເດີນທາງກັບຈາກປະເທດ ໄທ ເພາະການລະບາດຂອງເຊື້ອໄວຣັສ COVID-19 ນັ້ນຖືເປັນກຸ່ມແຮງງານທີ່ເດີນທາງກັບຄືນມາ ລາວ ຈຳນວນຫຼາຍທີ່ສຸດ ແລະ ສ່ວນໃຫຍ່ເປັນກຸ່ມແຮງງານ ລາວ ທີ່ລັກລອບທຳງານໂດຍຜິດກົດໝາຍໃນ ໄທ ອີກດ້ວຍ ສະນັ້ນຈຶ່ງຈະຕ້ອງແກ້ໄຂບັນຫາດ້ວຍການສ້າງວຽກເຮັດງານທຳໃນ ລາວ ໃຫ້ໄດ້ຫຼາຍຂຶ້ນ ທັງຍັງຈະຊ່ວຍຫຼຸດການເພິ່ງພາ ແລະ ນຳເຂົ້າແຮງງານຈາກຕ່າງປະເທດໄດ້ອີກດ້ວຍດັ່ງທີ່ທ່ານ ຄຳແພງ ໃຫ້ການຢືນຢັນວ່າ:

“ການຊ່ອຍເຫຼືອແຮງງານລາວ ໃນໄລຍະຖືກຜົນກະທົບນີ້ ພວກເຮົາເລັ່ງເຮັດໃຫ້ບັນດາແຮງງານທີ່ຢູ່ພາຍໃນປະເທດ ແລະແຮງງານລາວມາຈາກຕ່າງປະເທດໄດ້ປະກອບສ່ວນເຂົ້າໃນໂຄງການອຸດສາຫະກຳ ກະສິກຳ ປູກຝັງ ລ້ຽງສັດ ການບໍລິການໂຮງແຮມ ເຮືອນພັກ ຮ້ານອາຫານ ຫຼືວ່າແຫລ່ງທ່ອງທ່ຽວອື່ນໆໃຫ້ຫຼາຍຂຶ້ນ ສະນັ້ນ ເຮົາກະສິໄດ້ລົງໄປປຶກສາຫາລືສົມທົບກັບທາງພາກທຸລາະກິດຢູ່ໃນທົ່ວປະເທດ ເຮັດແນວໃດໃຫ້ແຮງງານລາວ ໄດ້ປະກອບສ່ວນຢ່າງຕັ້ງໜ້າເພື່ອຫລີກລ່ຽງເອົາແຮງງານຈາກຕ່າງປະເທດເຂົ້າມາເຮັດວຽກຢູ່ລາວ.”

ໂດຍນັບແຕ່ເດືອນມີນາ 2020 ເປັນຕົ້ນມາ ກໍປາກົດວ່າ ມີແຮງງານລາວ ທີ່ເດີນທາງກັບມາຈາກປະເທດໄທ ຫຼາຍກວ່າ 3 ແສນຄົນ ສ່ວນກະຊວງແຮງງານໄທ ກໍລາຍງານວ່າ ໃນປັດຈຸບັນຍັງມີແຮງງານລາວທຳງານຢູ່ໃນໄທຢ່າງຖືກຕ້ອງຈຳນວນ 277,845 ຄົນ ໃນຂະນະທີ່ເຄືອຂ່າຍໃຫ້ການຊ່ອຍເຫຼືອແຮງງານຕ່າງຊາດໃນໄທປະເມີນວ່າ ມີແຮງງານລາວຢູ່ໃນໄທກວ່າ 6 ແສນຄົນໃນນີ້ ເປັນແຮງງານຜິດກົດໝາຍກວ່າ 330,000 ຄົນ ແລະເກີນກວ່າ 60 ເປີເຊັນ ເປັນເພດຍິງທີ່ມີຄວາມສ່ຽງສູງທີ່ຈະຕົກເປັນເຍື່ອຂອງການຄ້າມະນຸດໃນໄທອີກດ້ວຍ.

ສ່ວນສະພາອຸດສາຫະກຳແລະການຄ້າແຫ່ງຊາດລາວ ປະເມີນວ່າ ສະເພາະທຸລະກິດໃນພາກບໍລິ ການທ່ອງທ່ຽວ ຈະມີການເລີກຈ້າງງແຮງານກວ່າ 8 ໝື່ນຄົນ ແລະສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ຄາດວ່າ ພາກບໍລິການໃນລາວ ຈະສູນເສຍລາຍຮັບກວ່າ 350 ລ້ານໂດລາ ເພາະການປິດດ່ານຊາຍແດນໃນທົ່ວປະເທດນັ້ນ ເຮັດໃຫ້ບໍ່ມີນັກທ່ອງທ່ຽວຕ່າງຊາດເດີນທາງເຂົ້າມາໃນລາວ ນັບຈາກທ້າຍເດືອນມີນາ 2020 ເປັນຕົ້ນມາ ທັງຍັງຈະຕ້ອງສູນເສຍລາຍໄດ້ເພີ້ມຂຶ້ນອີກ ຖ້າຫາກນານາຊາດຍັງຕ້ອງປະເຊີນກັບການລະບາດຂອງໄວຣັສ Covid-19 ຕໍ່ໄປ ທັງນີ້ສະພາອຸດສາ ຫະກຳແລະການຄ້າສະຫະພາບ ຢູໂຣບ ປະຈຳລາວ ຄາດການວ່າ ການລະບາດຂອງໄວຣັສ Covid-19 ຈະເຮັດໃຫ້ກວ່າ 70 ເປີເຊັນຂອງຫົວໜ່ວຍທຸລະກິດໃນລາວ ຕ້ອງສູນເສຍລາຍໄດ້ເກີນກວ່າ 50 ເປີເຊັນຂອງລາຍໄດ້ທັງໝົດໃນປີ 2020 ຊຶ່ງຈະເຮັດໃຫ້ຫົວໜ່ວຍທຸລະກິດເຫຼົ່ານີ້ ບໍ່ມີເງິນສຳລັບຈ້າງແຮງງານເພີ້ມຂຶ້ນແຕ່ຢ່າງໃດ.

ທາງດ້ານ ທ່ານອຸເດດ ສຸວັນນະວົງ ປະທານສະພາອຸດສາຫະກຳແລະການຄ້າແຫ່ງຊາດ ຢືນຢັນວ່າ ການລະບາດຂອງໄວຣັສ Covid-19 ທີ່ເຮັດໃຫ້ມີຄຳສັ່ງຂອງນາຍົກລັດຖະມົນຕີ ກ່ຽວກັບ ມາດຕະການສະກັດກັ້ນການລະບາດຂອງ Covid-19 ດ້ວຍການປິດດ່ານຊາຍແດນແລະຫ້າມການສັນ ຈອນໄປມາໃນທົ່ວປະເທດລາວ ລວມເຖິງການໃຫ້ປິດກິດຈະການຊົ່ວຄາວຂອງຫົວໜ່ວຍທຸລະກິດຕ່າງໆ ໃນຊ່ວງວັນທີ 1 ເມສາ ຫາ 3 ພຶດສະພາ 2020 ນອກຈາກຈະສົ່ງຜົນກະທົບຕໍ່ລາຍໄດ້ຂອງບັນດາຫົວໜ່ວຍທຸລະກິດໃນລາວ ຢ່າງກວ້າງຂວາງແລ້ວ ຍັງໄດ້ສົ່ງຜົນກະທົບຢ່າງໜັກຕໍ່ແຮງງານທີ່ບໍ່ມີປະກັນສັງຄົມອີກດ້ວຍ ເພາະວ່າມີແຮງງານ 9 ໝື່ນກວ່າຄົນໃນກຳລັງແຮງງານກວ່າ 2 ລ້ານຄົນທີ່ເປັນລູກຈ້າງຂອງຫົວໜ່ວຍທຸລະກິດໃນທົ່ວປະເທດ ທີ່ໄດ້ຮັບການຄຸ້ມຄອງໃນລະບົບປະກັນສັງຄົມ ສ່ວນທີ່ເຫຼືອອີກກວ່າ 1.9 ລ້ານຄົນນັ້ນ ກໍຄືກຳລັງແຮງງານທີ່ເຂົ້າບໍ່ເຖິງລະບົບປະກັນສັງຄົມ ໂດຍເມື່ອລວມກັບແຮງງານລາວ ກວ່າ 3 ແສນຄົນທີ່ກັບມາຈາກ ໄທ ດ້ວຍແລ້ວ ກໍຈະເຮັດໃຫ້ມີແຮງງານລາວ ຫຼາຍກວ່າ 2.2 ລ້ານຄົນທີ່ມີຄວາມສ່ຽງທີ່ຈະຖືກເລີກຈ້າງ ແລະ ບໍ່ມີງານທຳໃນໄລ ຍະຕໍ່ໄປ.

XS
SM
MD
LG