ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການລັດຖະບານ ທີ່ຮັບຜິດຊອບ ວຽກງານການໂອນອໍານາດ ບໍ່ຮັບຮູ້ ໄຊຊະນະການເລືອກຕັ້ງ ຂອງທ່ານ ໄບເດັນ


ທ່ານໂຈ ໄບເດັນ ຜູ້ທີ່ຄາດວ່າ ຈະເປັນປະທານາທິບໍດີທີ່ໄດ້ຮັບການເລືອກໃໝ່ກ່າວຄໍາປາໄສໃນວັນທີ 9 ພະຈິກ, 2020 ຢູ່ໂຮງສະແດງລະຄອນ Queen ໃນເມືອງວິລມິງຕັນ, ລັດເດລາແວ
ທ່ານໂຈ ໄບເດັນ ຜູ້ທີ່ຄາດວ່າ ຈະເປັນປະທານາທິບໍດີທີ່ໄດ້ຮັບການເລືອກໃໝ່ກ່າວຄໍາປາໄສໃນວັນທີ 9 ພະຈິກ, 2020 ຢູ່ໂຮງສະແດງລະຄອນ Queen ໃນເມືອງວິລມິງຕັນ, ລັດເດລາແວ

ໂດຍທີ່ປະທານາທິບໍດີສະຫະລັດ, ທ່ານ ດໍໂນລ ທຣໍາ ປະຕິເສດທີ່ຈະຍອມຮັບເອົາຄວາມເສຍໄຊໃນການເລືອກຕັ້ງຂອງທ່ານ ແລະອ້າງວ່າ ມີການສໍ້ໂກງໃນການນັບຄະແນນສຽງ, ຄະນະລັດຖະບານຂອງທ່ານປາກົດວ່າ ຍັງບໍ່ທັນໄດ້ເລີ່ມຕົ້ນໃຫ້ການຊ່ວຍເຫຼືອແກ່ຜູ້ທີ່ຄາດວ່າ ຈະເປັນປະທານາທິບໍດີທີ່ໄດ້ຮັບການເລືອກໃໝ່, ທ່ານໂຈ ໄບເດັນເທື່ອ ຢູ່ໃນໄລຍະເລີ່ມຕົ້ນຂອງການເຂົ້າຄຸ້ມຄອງລັດຖະບານ.

ອົງການຂອງລັດຖະບານແຫ່ງນຶ່ງ ໃນນະຄອນຫຼວງວໍຊິງຕັນ ຊຶ່ງກໍຄື ອົງການບໍລິຫານການບໍລິການທົ່ວໄປ ຫລື GSA, ມີຄວາມຮັບຜິດຊອບໃນການຮັບຮູ້ຢ່າງເປັນທາງການຕໍ່ທ່ານໄບເດັນ ໃນຖານະເປັນປະທານາທິບໍດີຄົນໃໝ່ ແລະເລີ່ມຕົ້ນການໂອນອຳນາດທີ່ຈະມີຂຶ້ນຢ່າງເປັນທາງການເມື່ອເພິ່ນສາບານຕົວເຂົ້າຮັບຕຳແໜ່ງໃນວັນທີ 20 ມັງກອນ. ອົງການລັດຖະບານດັ່ງກ່າວ ຊ່ວຍຈັດບ່ອນເຮັດວຽກໃນຫ້ອງການໃຫ້ແກ່ທີມງານໂອນອໍານາດຂອງທ່ານໄບເດັນ ແລະຊ່ວຍໃນວຽກງານອື່ນໆທີ່ຈຳເປັນ.

ແຕ່ຜູ້ບໍລິຫານຂອງ GSA ທີ່ໄດ້ຮັບການແຕ່ງຕັ້ງຈາກທ່ານທຣໍາ, ທ່ານນາງ ເອມມີລີ ເມີຟີ (Emily Murphy), ບໍ່ໄດ້ເລີ່ມຕົ້ນຂັ້ນຕອນທີ່ວ່ານີ້ເລີຍ.

ໂຄສົກຂອງ GSA ກ່າວວ່າ ອົງການດັ່ງກ່າວຈະບໍ່ເລີ່ມຕົ້ນຂັ້ນຕອນການໂອນວຽກຈົນກວ່າວ່າ ໄຊຊະນະຂອງທ່ານ ໄບເດັນ ຈະໄດ້ຮັບການຢັ້ງຢືນຢ່າງຖືກ ຕ້ອງຕາມກົດໝາຍ, ແຕ່ວ່າມັນຍັງບໍ່ຈະແຈ້ງວ່າມັນອາດຈະເກີດຂຶ້ນໃນຕອນໃດ ເພາະການນັບບັດລົງຄະແນນສຽງຍັງດຳເນີນຢູ່ໃນທົ່ວປະເທດ.

ຜົນການເລືອກຕັ້ງຈະໄປຝ່າຍທ່ານ ໄບເດັນ ຫຼື ທ່ານ ທຣໍາ ນັ້ນແມ່ນຍັງບໍ່ແນ່ນອນຢູ່ໃນພຽງແຕ່ລັດຈຳນວນໜ້ອຍນຶ່ງເທົ່ານັ້ນ, ແລະບັນດາອົງການຂ່າວສຳຄັນຕ່າງໆ ໄດ້ຄາດຄະເນວ່າທ່ານໄບເດັນ ເປັນຜູ້ຊະນະ.

ທ່ານ ທຣໍາ ໄດ້ປະຕິເສດທີ່ຈະຍອມຮັບເອົາຜົນການເລືອກຕັ້ງ, ແລະຄະນະໂຄສະນາຫາສຽງຂອງທ່ານ ໄດ້ຍື່ນຄຳຟ້ອງຮ້ອງໃນຫຼາຍຄະດີ, ໂດຍກ່າວອ້າງແບບບໍ່ມີຫຼັກຖານຈົນມາເຖິງມື້ນີ້ ວ່າມີຄວາມຜິດພາດໃນການປ່ອນບັດລົງຄະ ແນນສຽງໃນວັນອັງຄານທີ່ຜ່ານມາ ແລະໃນຫລາຍມື້ຕໍ່ມາຢູ່ໃນການນັບຄະແນນສຽງທີ່ເຮັດໃຫ້ທ່ານເສຍໄຊໃນການເລືອກຕັ້ງນັ້ນ.

ທ່ານ ທຣໍາ ຫວັງວ່າ ການຟ້ອງຮ້ອງຈະຊ່ວຍໃຫ້ທ່ານສາມາດຕ່າວປີ້ນເອົາຄະແນນສຽງສ່ວນຫຼາຍທີ່ຄາດຄະເນວ່າທ່ານ ໄບເດັນໄດ້ໄປໃນການນັບຄະແນນສຽງຈາກຜູ້ແທນການເລືອກຕັ້ງ ໃນລັດທີ່ຕັດສິນການເປັນປະທານາທິບໍດີສະຫະລັດ ຊຶ່ງບໍ່ແມ່ນການລົງຄະແນນສຽງທີ່ໄດ້ຮັບຄວາມນິຍົມທົ່ວປະເທດນັ້ນຄືນມາ, ເຖິງແມ່ນວ່າທ່ານ ໄບເດັນໄດ້ຄະແນນນຳໜ້າໃນດ້ານນັ້ນເຊັ່ນກັນກໍຕາມ.

ຜູ້ນຳສຽງສ່ວນຫຼາຍຂອງສະພາສູງທ່ານ ມິດຈ໌ ແມັກຄອນແນງ (Mitch McConnell) ກ່າວໃນວັນຈັນວານນີ້ວ່າ ທ່ານທຣໍາ ແມ່ນ “ມີສິດ 100 ເປີເຊັນ ໃນການທີ່ຈະທໍາການກ່າວຫາກ່ຽວກັບຄວາມຜິດພາດນັ້ນ ແລະຊັ່ງນໍ້າໜັກທາງເລືອກໃນທາງກົດໝາຍຂອງເພິ່ນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG