ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ລັດຖະບານ ລາວ ໃຫ້ການສົ່ງເສີມການລົງທຶນເຂົ້າໃນໂຄງການ Lao Logistic Link ເຊື່ອມຕໍ່ ຫວຽດນາມ ແລະ ຈີນ ດ້ວຍທາງລົດໄຟ


ລົດໄຟເດີນທາງຢູ່ລາງລົດໄຟ ລາວ-ຈີນ.
ລົດໄຟເດີນທາງຢູ່ລາງລົດໄຟ ລາວ-ຈີນ.

ລັດຖະບານ ລາວ ໃຫ້ການສົ່ງເສີມການລົງທຶນເຂົ້າໃນໂຄງການ Lao Logistic Link ເຊື່ອມຕໍ່ ຫວຽດນາມ ແລະ ຈີນ ດ້ວຍທາງລົດໄຟ ໂດຍແນໃສ່ການພັດທະນາ ລາວ ໃຫ້ເປັນສູນກາງການເຊື່ອມຕໍ່ຄົບວົງຈອນ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຜນການ ແລະ ການລົງທຶນເປີດເຜີຍວ່າບໍລິສັດ ວຽງຈັນ Logistics Park ໄດ້ຮັບອະນຸຍາດໃຫ້ເປັນຜູ້ລົງທຶນພັດທະນາໂຄງການ Lao Logistic Link ເຊື່ອມຕໍ່ ລາວ ກັບ ຈີນ ແລະ ຫວຽດນາມດ້ວຍທາງລົດໄຟ ໂດຍແນໃສ່ການພັດທະນາ ລາວ ໃຫ້ເປັນສູນກາງການເຊື່ອມຕໍ່ດ້ານ Logistic ລະຫວ່າງປະເທດໃຫ້ໄດ້ຢ່າງຄົບວົງຈອນ ຄືການເຊື່ອມຕໍ່ທ່າເຮືອໃນ ຫວຽດນາມ ແລະ ການເຊື່ອມຕໍ່ທາງລົດໄຟ ຫວຽດນາມ-ລາວ-ຈີນ ໄປຍັງເອເຊຍກາງ ແລະ ຢູໂຣບ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງ ລາວ ໄດ້ຢືນຢັນວ່າ

“Lao Logistic Link ນີ້ກະປະກອບມີທ່າເຮືອ ຫວຸງ ອ່າງ ຢູ່ ຫວຽດນາມ ມີເສັ້ນທາງລົດໄຟ ລາວ-ຫວຽດ ມີເຂດ Logistic ຢູ່ແຂວງຄຳມ່ວນ ແລ້ວກະທ່າບົກ ຢູ່ນະຄອນຫຼວງວຽງຈັນ ກະແມ່ນວ່າທາງຟາກຫວຽດນາມຫັ້ນ ພວກເຮົາສາມາດມີປະຕູອອກສູ່ ປາຊີຟິກ ທາງນະຄອນຫຼວງວຽງຈັນນີ້ເຊື່ອມໂຍງກໍໃຊ້ເສັ້ນທາງລົດໄຟ ລາວ-ຈີນ ໄປເຊື່ອມໂຍງໃສ່ ຈີນ ກະຄືເປັນຖານການຄ້າຂະໜາດໃຫຍ່ ໄປເຊື່ອມໂຍງຜ່ານ ກາຊັກສຖານ- ໂປແລນ ແລ້ວເຂົ້າ ດຸຍສບວກ, ເຢຍຣະມັນ ອັນນີ້ແມ່ນວ່າພວກເຮົາຈະສາມາດເຊື່ອມໂລກໄດ້ຜ່ານບັນດາໂຄງການຂອງ Lao Logistic Link.”

ທັງນີ້ກະຊວງໂຍທາທິການ ແລະ ຂົນສົ່ງຂອງ ລາວ ແລະ ຫວຽດນາມ ໄດ້ຕົກລົງຮ່ວມມືເພື່ອພັດທະນາດ້ານ Logistic ແລະ ເຊື່ອມຕໍ່ລະບົບການຂົນສົ່ງລະຫວ່າງ 2 ປະເທດຢ່າງຄົບວົງຈອນເມື່ອບໍ່ນານມານີ້ ຊຶ່ງມີການຮ່ວມມືໃນ 4 ໂຄງການດ້ວຍກັນຄືການພັດທະນາທ່າເຮືອ ຫວຸງ ອ່າງ ທີ່ແຂວງ ຮ່າຕິງ ຂອງຫວຽດນາມ, ການກໍ່ສ້າງທາງລົດໄຟຈາກນະຄອນຫຼວງວຽງຈັນ ໄປທ່າເຮືອ ຫວຸງ ອ່າງ, ການພັດທະນາເຂດ Logistic ທີ່ທ່ານາແລ້ງ ແລະ ໂຄງການກໍ່ສ້າງໂຮງໄຟຟ້າພະລັງງານຄວາມຮ້ອນຢູ່ທີ່ເມືອງ ບົວລະພາ ແຂວງຄຳມ່ວນ ທີ່ມີກຳລັງຕິດຕັ້ງລວມ 2,000 ເມກະວັດ ເພື່ອສົ່ງອອກໄປ ຫວຽດນາມ.

ທັງນີ້ ລັດຖະບານ ລາວ ໄດ້ໃຫ້ຄວາມສໍາຄັນຢ່າງຍິ່ງໃນການພັດທະນາດ້ານຄົມມະນາຄົມຂົນສົ່ງ ແລະ Logistics ເພື່ອເຊື່ອມຕໍ່ກັບຕ່າງປະເທດ ໂດຍເຫັນໄດ້ຈາກເສັ້ນທາງຄົມມະນາຄົມຂົນສົ່ງໃນລາວ ໃນໄລຍະ 5 ປີທີ່ຜ່ານມາ ຊຶ່ງໄດ້ເຮັດໃຫ້ສາມາດເຊື່ອມຕໍ່ລະຫວ່າງເມື່ອງຕ່າງໆໃນທົ່ວປະເທດ ລາວ ໄດ້ ຕະຫຼອດປີ ດ້ວຍເສັ້ນທາງທີ່ມີໄລຍະທາງລວມ 58,254 ກິໂລແມັດ ເພີ່ມຂຶ້ນເຖິງ 1,922 ກິໂລແມັດ ທຽບກັບປີ 2015 ທັງຍັງໄດ້ໃຫ້ຄວາມສໍາຄັນ ໃນການພັດທະນາການຂົນສົ່ງທາງນໍ້າອີກດ້ວຍ ໂດຍສະເພາະແມ່ນໃນຊ່ວງປີ 2021-2025 ຍັງຈະເລັ່ງການພັດທະນາທ່າເຮືອ ຫວຸງ ອ່າງ ໃຫ້ສຳເລັດດ້ວຍການຮ່ວມລົງທຶນກັບລັດຖະບານຫວຽດນາມ ໃນສັດສ່ວນ 60 ເປີເຊັນຕໍ່ 40 ເປີເຊັນ ຂອງມູນຄ່າການລົງທຶນທັງໝົດ.

ຫາກແຕ່ເນື່ອງຈາກວ່າ ລັດຖະບານລາວມີງົບປະມານຢ່າງຈໍາກັດ ສໍາລັບນໍາໃຊ້ໃນການພັດທະນາດັ່ງກ່າວ ຈຶ່ງເຮັດໃຫ້ນາຍົກລັດຖະມົນຕີລາວ ໄດ້ອອກຄໍາສັ່ງເລກທີ 99 ເມື່ອວັນທີ 20 ຕຸລາ 2020, ໂດຍໄດ້ແຕ່ງຕັ້ງຄະນະສະເພາະກິດເພື່ອຮັບຜິດຊອບໃນການສົ່ງເສີມພາກທຸລະກິດເອກະຊົນລາວ ແລະຕ່າງຊາດ ໃຫ້ເຂົ້າຮ່ວມລົງທຶນໃນໂຄງການພັດທະນາດ້ານຄົມມະນາຄົມ-ຂົນສົ່ງ ແລະ Logistics ເພື່ອເຊື່ອມໂຍງກັບຕ່າງປະເທດໃນອາຊຽນດ້ວຍກັນນັ້ນ ໂດຍລັດຖະບານລາວ ຈະໃຫ້ການສົ່ງເສີມທັງໃນຮູບແບບການຮ່ວມລົງທຶນລະຫວ່າງລັດ-ເອກະຊົນ ຫລື PPP ແລະຮູບແບບເອກະຊົນລົງທຶນ ແລະເກັບເອົາຜົນປະໂຫຍດຈົນຄົບສັນຍາສໍາປະທານ ແລ້ວຈຶ່ງໂອນໂຄງການມາໃຫ້ລັດຖະບານລາວ ຫລື BOT ເຊິ່ງລວມເຖິງໂຄງການ Lao Logistic Link ດ້ວຍນັ້ນເອງ.

ແຕ່ຢ່າງໃດກໍຕາມ ບໍລິສັດຕ່າງຊາດໄດ້ເຂົ້າມາລົງທຶນໃນລາວພຽງ 23 ໂຄງການ ແລະມີມູນຄ່າລົງທຶນ ລວມ 2,064 ລ້ານໂດລາ ເທົ່ານັ້ນ ໃນປີ 2020 ທີ່ຫຼຸດລົງເກີນກວ່າ 80 ເປີເຊັນ ທຽບກັບປີ 2019 ໂດຍມີສາເຫດມາຈາກການລະບາດໂຄວິດ-19 ແລະເຮັດໃຫ້ມີການນໍາເງິນທຶນເຂົ້າມາລາວພຽງ 17 ເປີເຊັນ ຂອງມູນຄ່າລົງທຶນທັງໝົດ ສ່ວນ ຈີນ ກໍໄດ້ເຂົ້າມາລົງທຶນໃນ ລາວ ເພີ່ມຂຶ້ນ 28 ໂຄງການ ມີມູນຄ່າການລົງທຶນລວມເກີນກວ່າ 2,500 ລ້ານໂດລາໃນປີ 2021, ອັນເຮັດໃຫ້ ຈີນ ຍັງເປັນຜູ້ລົງທຶນລາຍໃຫຍ່ສຸດໃນ ລາວ ທີ່ເປັນການລົງທຶນໃນ 821 ໂຄງການ ມີມູນຄ່າລວມກວ່າ 16,000 ລ້ານໂດລາ ທີ່ກວມເອົາເກີນກວ່າ 35 ເປີເຊັນຂອງການລົງທຶນນຈາກຕ່າງປະເທດທັງໝົດ.

ນອກຈາກນີ້, ບັນດາບໍລິສັດເອກະຊົນຈີນ ຍັງເປັນຜູ້ລົງທຶນລາຍໃຫຍ່ ທີ່ໄດ້ຄວບຄຸມໂຄງການ ສໍາປະທານຕ່າງໆ ໃນຕະຫຼອດເສັ້ນທາງລົດໄຟລາວ-ຈີນ ໃນລາວ ນັບຕັ້ງແຕ່ດ່ານບໍ່ເຕັນ ໃນແຂວງຫຼວງນໍ້າທາມາເຖິງນະຄອນຫຼວງວຽງຈັນອີກດ້ວຍ. ໂດຍຫຼ້າສຸບໍລະສັດຈາກ ຈີນ ກໍໄດ້ຮັບສໍາປະທານໂຄງການພັດທະນາເມືອງໃໝ່ທີ່ວັງວຽງ ບົນພື້ນທີ່ 7,000 ເຮັກຕາຢູ່ຝັ່ງຕາເວັນຕົກຂອງນໍ້າຊອງພາຍໃຕ້ເປົ້າໝາຍຈະພັດທະນາໃຫ້ເປັນເຂດບໍລິການຢ່າງຄົບວົງຈອນ ທີ່ສາມາດຈະເຊື່ອມໂຍງກັບໂຄງການ Lao Logistic Link ໄດ້ດ້ວຍນັ້ນເອງ.

XS
SM
MD
LG