ລັດຖະບານລາວ ຈັດສັນທີ່ດິນເຖິງ 45 ພື້ນທີ່ ເພື່ອຮອງຮັບປະຊາຊົນທີ່ຖືກຍົກຍ້າຍຈາກເຂດສຳປະທານ ໂຄງການພັດທະນາຕ່າງໆ ທີ່ລັດຖະບານລາວ ໄດ້ອະນຸມັດໃຫ້ສຳປະທານແກ່ບັນດາບໍລິສັດຕ່າງຊາດແລ້ວນັ້ນ ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານ ຈາກບາງກອກ.
ເຈົ້າໜ້າທີ່ກອງທຶນຫລຸດຜ່ອນບັນຫາທຸກຍາກແຫ່ງຊາດລາວ ເປີດເຜີຍວ່າ ລັດ ຖະບານລາວ ໄດ້ຈັດສັນທີ່ດິນເຖິງ 45 ພື້ນທີ່ ເພື່ອຮອງຮັບປະຊາຊົນທີ່ຕ້ອງຖືກຍົກຍ້າຍຈາກເຂດສຳປະທານໂຄງການພັດທະນາຕ່າງໆ ທີ່ລັດຖະບານລາວ ໄດ້ອະນຸຍາດໃຫ້ສຳປະທານແກ່ບັນດາບໍລິສັດຕ່າງຊາດໄປແລ້ວນັ້ນ ຊຶ່ງໃນນີ້ແບ່ງ 20 ພື້ນທີ່ທີ່ຈະພັດທະນາໃຫ້ເປັນຕົວເມືອງໃໝ່ໃນເຂດຊົນນະບົດ ແລະ 25 ພື້ນທີ່ ທີ່ຈະພັດທະນາໃຫ້ເປັນເຂດທີ່ຢູ່ອາໄສຢ່າງຖາວອນ ຊຶ່ງໄດ້ຮັບການຊ່ອຍເຫຼືອ ແລະກູ້ຢືມຈາກທະນາຄານໂລກໃນມູນຄ່າລວມ 33 ລ້ານໂດລາ ສຳລັບການຈັດຕັ້ງປະຕິບັດໃນຊ່ວງປີ 2023 ຫາ 2025 ທັງຍັງຕ້ອງການເງິນທຶນອີກຫຼາຍກວ່າ 100 ລ້ານໂດລາ ສຳລັບການຈັດຕັ້ງປະຕິບັດໃນຊ່ວງປີ 2026 ຫາ 2029 ເຮັດໃຫ້ຈະຕ້ອງເຈລະຈາ ເພື່ອຂໍການຊ່ອຍເຫຼືອ ຈາກຕ່າງປະເທດເພີ້ມຂຶ້ນອີກ ດັ່ງທີ່ເຈົ້າໜ້າທີ່ກະຊວງກະສິກຳແລະປ່າໄມ້ ໄດ້ໃຫ້ການຢືນຢັນວ່າ:
“ກະຊວງກະສິກຳແລະປ່າໄມ້ ກະໄດ້ຖືກມອບໝາຍສືບຕໍ່ຮ່ວມມືກັບທະນາຄານໂລກ ໃນການຍາດແຍ່ງທຶນຮອນ ເພື່ອເຂົ້າມາພັດທະນາວຽກງານການພັດທະ ນາຊົນນະບົດ ເພື່ອແກ້ໄຂຄວາມທຸກຍາກນີ້ ໃຫ້ໄປຕາມເຂດຈຸດສຸມຕ່າງໆ ທີ່ລັດຖະບານໄດ້ກຳນົດ ກໍຄືທ້ອງຖິ່ນໄດ້ສົມທົບກັນຫັ້ນ ທີ່ມາຮອດປັດຈຸບັນນີ້ ພວກເຮົາກໍກຳນົດວ່າ ມີ 20 ຈຸດສຸມພັດທະນາຊົນນະບົດໃໝ່ ແລ້ວກະມີ 25 ຈຸດສຸມ ສຳລັບຈັດສັນພູມລຳເນົາ ແລະອາຊີບຫັ້ນ.”
ສ່ວນຜູ້ຊ່ຽວຊານດ້ານສິ່ງແວດລ້ອມທຳມະຊາດ ກໍໃຫ້ທັດສະນະວ່າ ການພັດທະນາ ສປປ ລາວ ໃຫ້ເປັນຜູ້ສົ່ງອອກໄຟຟ້າຂອງອາຊຽນ (Battery of ASEAN) ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະສັງຄົມລາວຢ່າງກວ້າງຂວາງໃນໄລຍະກວ່າ 10 ປີມານີ້ ຊຶ່ງເຫັນໄດ້ຈາກການທີ່ປະຊາຊົນລາວ ຍັງມີຊີວິດການເປັນຢູ່ທີ່ຍາກຈົນ ຄິດເປັນ 27 ເປີເຊັນຂອງຈຳນວນປະຊາກອນລາວທັງໝົດ ເຖິງແມ່ນວ່າ ລາວຈະມີລາຍໄດ້ຈາກການສົ່ງອອກໄຟຟ້າໄປຕ່າງ ປະເທດ ເພີ້ມຂຶ້ນທຸກປີ ເຊັ່ນໃນປີ 2022 ທີ່ຜ່ານມາ ຊຶ່ງລາວມີລາຍໄດ້ຈາກການສົ່ງອອກໄຟຟ້າເຖິງ 2,358 ລ້ານໂດລາ ຫາກແຕ່ວ່າ ລາຍໄດ້ສ່ວນວໃຫຍ່ນັ້ນ ບໍ່ໄດ້ຖືກນຳໃຊ້ໃນໂຄງການພັດທະນາຕ່າງໆ ເພື່ອແກ້ໄຂບັນຫາຍາກຈົນຂອງປະຊາຊົນລາວ ແຕ່ຢ່າງໃດ ເພາະບັນດາຜູ້ລົງທຶນໃນໂຄງການເຂື່ອນໄຟຟ້າຕ່າງໆນັ້ນ ຈະຕ້ອງນຳໃຊ້ລາຍໄດ້ສ່ວນໃຫຍ່ເພື່ອຊຳລະໜີ້ເງິນກູ້ ຈາກຕ່າງປະເທດເປັນດ້ານຫລັກ ສ່ວນປະຊາຊົນທີ່ຖືກຍົກຍ້າຍໄປຢູ່ເຂດຈັດສັນໃໝ່ທີ່ເຖິງແມ່ນວ່າ ຈະມີຖະໜົນ ໄຟຟ້າ ນ້ຳປະປາ ສຸກສາລາ ແລະໂຮງຮຽນໃໝ່ກໍຕາມ ແຕ່ວ່າ ວິຖີຊີວິດທາງສັງຄົມວັດທະນະທຳຂອງຊຸມຊົນນັ້ນ ກໍຖືກທຳລາຍໄປຢ່າງສິ້ນເຊີງແລ້ວ ທັງຍັງປາກົດວ່າ ປະຊາຊົນສ່ວນຫຼາຍຍັງບໍ່ໄດ້ຮັບການຈັດສັນທີ່ດິນທຳກິນອີກດ້ວຍ ດັ່ງທີ່ປະຊົນລາວ ທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນຫລວງພະບາງໃນລາວ ໄດ້ໃຫ້ການຢືນຢັນວ່າ:
“ປະຊາຊົນຜູ້ທຸກຍາກອີ່ຫຼີວ່າຊັ້ນສະເນາະ ບໍ່ມີທີ່ດິນທຳມາຫາກິນນີ້ ກະຢາກໃຫ້ທາງລັດຖະບານ ນີ້ແຫຼະຊ່ວຍເຫຼືອ ແບ່ງປັນດິນຂອງລັດ ດິນສ່ວນລວມບໍ່ ດິນແນວໃດກະໄດ້ຫັ້ນແຫຼະ ເພາະວ່າ ຄົນເຮົາມັນບໍ່ມີທີ່ດິນມັນກະແຮງຍາກຂຶ້ນຕື່ມເດ້ ເສດຖະກິດບໍ່ດີຄືທຸກມື້ນີ້ ຫາເງິນ ຫາຄຳບໍ່ໄດ້ ກະສິບໍ່ມີແນວຢູ່ແນວກິນຫັ້ນແຫລະ ກໍຄວນຈັດສັນໃຫ້ພວກເຂົາເຮັດຢູ່ເຮັດກິນ ມີໄຮ່ມີນາຫັ້ນແຫຼະ ບໍ່າມີດິນເຮັດນາເຮັດສວນ ກະແຮງທຸກ ແຮງຍາກຕື່ມ.”
ໂດຍຕົວຢ່າງທີ່ຊັດເຈນ ຄືປະຊາຊົນລາວ ທີ່ຖືກກະທົບຈາກເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກໃນເດືອນກໍລະກົດ 2018 ທີ່ການຊ່ອຍເຫຼືອໄດ້ດຳເນີນໄປຢ່າງຊັກຊ້າຫຼາຍ ຊຶ່ງເຫັນໄດ້ຈາກການສ້າງທີ່ຢູ່ອາໄສໃໝ່ໃນເຂດຈັດສັນໃໝ່ທີ່ຫາກໍແລ້ວສຳເລັດ ໃນເດືອນທັນວາ 2022 ທີ່ຜ່ານມາ ໃນຂະນະທີ່ກຸ່ມລົງທຶນໄດ້ສ້ອມແປງເຂື່ອນ ແລະຜະລິດໄຟຟ້າສົ່ງອອກນັບແຕ່ທ້າຍປີ 2019 ເປັນຕົ້ນມາ.
ທັງນີ້ ໄພນ້ຳຖ້ວມຄັ້ງໃຫຍ່ທີ່ເກີດຈາກເຂື່ອນເຊປຽນແຕກ ເມື່ອວັນທີ 23 ກໍລິກົດ 2018 ໄດ້ເຮັດໃຫ້ນາເຂົ້າເສຍຫາຍກວ່າ 8,500 ເຮັກຕາ ປະຊາຊົນຖືກກະທົບ 7,095 ຄົນໃນ 1,618 ຄອບຄົວໂດຍກຸ່ມລົງທຶນໄດ້ຈ່າຍເງະນຊົດເຊີຍໃຫ້ປະຊາຊົນ ທີ່ຖືກກະທົບໃນມູນຄ່າລວມ 123 ຕື້ກີບສຳບັບການເສຍຫາຍທີ່ເກີດກັບພາຫະນະ ທຸລະກິດໃນຄົວເຮືອນ ເຄື່ອງໃຊ້ໃນຄົວເຮືອນ ເຄື່ອງມືກະສິ ກຳ ແລະສັດລ້ຽງ ສ່ວນການເສຍຫາຍຂອງສິ່ງປູກສ້າງ ແລະຂອງມີຄ່າອື່ນໆ ຍັງບໍ່ມີການຊົດເຊີຍແຕ່ຢ່າງໃດ.