ໂຄສົກຄູ່ ສຳລັບງານມອບລາງວັນ Golden Globes ຊານດຣາ ໂອຮ໌ ກ່າວວ່າ ນາງ
ລັງເລໃນໃນການຮັບເອົາໜ້າທີ່ຂອງການເປັນຄູ່ໂຄສົກໃນງານສະແດງປີນີ້ກັບ ແອນດີ
ແຊມເບີກ ແຕ່ເຖິງໃດກໍດີຜູ້ກ່ຽວກໍໄດ້ຮັບເອົາໜ້າທີ່ທີ່ຖືກມອບໝາຍ.
“ຂ້າພະເຈົ້າເວົ້າວ່າ ຈະຮັບເອົາ ດ້ວຍຄວາມຢ້ານ ຢູ່ເທິ່ງເວທີຕອນຄ່ຳຄືນນັ້ນ ເພາະວ່າ
ຂ້າພະເຈົ້າຢາກມາຢູ່ທີ່ນີ້ເພື່ອເບິ່ງຜູ້ມາຊົມ ແລະເປັນສັກຂີພິຍານໃນຂະນະທີ່ມີການ
ປ່ຽນແປງ” ນາງໂອຮ໌ ກ່າວໃນເວລາໃກ້ໆກັບການສະແດງທີ່ຈະມີຂຶ້ນ ໃນຂະນະທີ່ນາງ
ໄດ້ເຫັນບັນດາຜູ້ຖືກສະເໜີຊື່ຈາກຄົນກຸ່ມນ້ອຍທີ່ເຂົ້າຮ່ວມ ພິທີໃຫ້ລາງວັນ Golden
Globes ປະຈຳປີ ທີ 76 ທີ່ອອກອາກາດສົດຈາກໂຮງແຮມ ເບີເວີລີ ຮຽລຕັນ ໃນລັດ
ຄາລີຟໍເນຍ.
ມີ ຮູບເງົາສາມເລື້ອງທີ່ສະແດງໂດຍສະມາຊິກຊາວອາຟຣິກັນເມຣິກັນ ໄດ້ຖືກສະເໜີ
ຢູ່ໃນຮູບພາບສະແດງທີ່ດີເລີດປະຈຳປີ “Black Klansman” If Beale Street
Could Talk” ແລະ “Black Panther” ພ້ອມດ້ວຍ “Bohemian Rhapsody”
ແລະ “A Star is Born.”
“Bohemian Rhapsody” ໄດ້ຊະນະ ແລະ Rami Malek ໄດ້ຊະນະລາງວັນ
ບົດລະຄອນທີ່ດີສຸດ ໃນບົດບາດຂອງທ່ານ ໃນນາມຫົວໜ້າຄະນະດົນຕີ Quee
n ຄືທ່ານ Freddie Mercury ຢູ່ໃນເລື້ອງ “Bohemian Rhapsody.”
ນາງໂອຮ໌ ທີ່ໄດ້ສະແດງຢູ່ໃນຮູບເງົາ blockbuster ຂອງປີນີ້ “Crazy Rich
Asians” ໄດ້ຮັບລາງວັນການສະແດງທີດີເລີດ ໂດຍນັກສະແດງຢູ່ໃນບົດລະຄອນ
ໂທລະພາບ ໃນການສະແດງຢູ່ BBC America’s “Killing Eve.”
ບັນດາໂຄສົກຂອງລາງວັນ Golden Globes ຂອງສະມາຄົມສື່ມວນຊົນຕ່າງປະ
ເທດໂຮລລີວູດ ຊຶ່ງໄດ້ໃຫ້ກຽດແກ່ຮູບເງົາທີ່ດີເລີດ ແລະໂທລະພາບ.
ການຊຸກຍູ້ທາງເພດໃຫ້ເທົ່າທຽມກັນ ໄດ້ເປັນຫລັກຖານໃຫ້ເຫັນໃນວັນອາທິດວານ
ນີ້ ໂດຍສະເພາະເວລາ ຍານາງເຣຈີນາ ຄິງ ກ່າວໃນເວລາຮັບເອົາລາງວັນແກ່ຜູ້
ສະໜັບສະໜູນທີດີເລີດແກ່ນັກສະແດງໃນບົດບາດຂອງນາງ ຢູ່ໃນຮູບເງົາ “If Beale
Street Could Talk” ກ່າວວ່າ “ໃນສອງປີຂ້າງໜ້າ ທຸກສິ່ງທຸກຢ່າງທີ່ຂ້າພະເຈົ້າສ້າງ
ຂ້າພະເຈົ້າໄດ້ເຮັດຄຳໝັ້ນສັນຍາວ່າ ທຸກສິ່ງທຸກຢ່າງທີ່ຂ້າພະເຈົ້າສ້າງແມ່ນ 50 ເປີ
ເຊັນຂອງແມ່ຍິງ.” ຝູງຊົນໄດ້ພາກັນໂຮ່ຮ້ອງ ແລະຍານາງຄິງໄດ້ທ້າທາຍ “ຜູ້ໃດຜູ້ນຶ່ງ
ຢູ່ໃນນັ້ນທີ່ມີອຳນາດຢູ່ໃນຕຳແໜ່ງ ບໍ່ພຽງແຕ່ຢູ່ໃນອຸດສາຫະກຳຂອງພວກເຮົາ ໃນ
ອຸດສາຫະກຳທັງໝົດ ກໍຈະແມ່ນເຮັດເຊັ່ນດຽວກັນ.”