ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບົດຮຽນ GoEnglish.Me: Renting - Advanced, Part 3


ຕຶກອາພາດທະເມັນ
ຕຶກອາພາດທະເມັນ

MC: ວີໂອເອ ພາກພາສາລາວ ຮ່ວມກັບສະຖານີວິທະຍຸແຫ່ງຊາດລາວ ພູມໃຈສະເໜີ
ລາຍການ​ຮຽນພາສາອັງກິດ GoEnglish.Me ຊຶ່ງ​ເປັນບົດ​ສົນທະນາ​ພາສາ​ອັງກິດ​ກັບ
ພາສາລາວ ລະຫວ່າງອາຈານ​ຄົນ​ອາ​ເມຣິກັນ ກັບ​ລູກສິດຄົນລາວ​ອາ​ເມຣິກັນ ເພື່ອອະທິ
ບາຍຄໍາສັບ ​ແລະສໍານວນພາສາ​ອັງກິດ​ຕ່າງໆ.

MC: ສະບາຍດີ ທ່ານນັກສຶກສາ​ທີ່​ຮັກ​ແພງ. ຂໍຕ້ອນຮັບເຂົ້າສູ່ລາຍການຮຽນພາສາອັງກິດ GoEnglish.Me ຂອງວີໂອເອ ພາກພາສາລາວ ແລະສະຖານີວິທະຍຸ ແຫ່ງຊາດລາວ. ບົດຮຽນ​ຂອງ​ເຮົາ​ມື້​ນີ້ ​ມາ​ໃນ​ຫົວ​ຂໍ້ Renting ທີ່​ແປ​ວ່າ ​ເຊົ່າຫລື​ໃຫ້​ເຊົ່າ ຕອນ​ທີສາມຫລື​ສຸດ​ທ້າຍ ຊຶ່ງ​ໃນ​ສອງ​ຕອນ​ທີ່​ຜ່ານ​ມາ​ນັ້ນ ​ເຮົາໄດ້​ພາທ່ານຕິດຕາມໄປ​ກັບ​ເຈັຟ ​ໄປຊອກ​ເຊົ່າ
ອາພາດ​ທະ​ເມັ​ນ​ຢູ່. ເພື່ອ​ບໍ່​ໃຫ້​ເສຍ​ເວລາ ​ເຊີນ​ທ່ານ​ພົບ​ກັບ​ຜູ້​ດໍາ​ເນີນ​ລາຍການ Winnie ກັບ Professor Bowman ໄດ້​ນະ​ບັດ​ນີ້ ​ເພື່ອ​ຈະ​ໄດ້​ຕິດຕາມ​ເຈັຟວ່າ ​ໄປຮອດ​ໃສ​ແລ້ວ.

Lesson: Renting - Advanced

MC: Today we’re going to learn some words that are useful when you’re looking for a roommate. ມື້​ນີ້ ​ເຮົາ​ຈະ​ພາ​ທ່ານ​ຮຽນ​ບາງ​ຄໍາ​ສັບ ທີ່​ເປັນ​ປະ​ໂຫຍດ​ໃນ
ການ​ເວົ້າ​ລົມ ​ເວລາ​ທ່ານ​ຊອກ​ຫາ​ຄົນ​ມາ​ຢູ່​ຮ່ວມ​ເຮືອນ​ເຊົ່າ ​ກັບ​ທ່ານ.

Professor: Jeff just rented an apartment, and today he is meeting Steve to see if they would get along as roommates. In this section listen for the word “compatible,” meaning “similar” or “suitable.”​ ​ ເຈັຟຫາ​ກໍ​ເຊົ່າ​ອາພາດ​ທະ​ເມິ​ນ​ໄດ້. ​ແລະ​ມື້​ນີ້ ລາວ​ກໍາລັງ​ພົບແລະ​ລົມ​ກັບ Steve ​ເພື່ອ​ເບິ່ງ​ວ່າ​ເຂົາ​ເຈົ້າ​ຈະ​ເຂົ້າກັນ​ໄດ້​ບໍ່ ​ໃນ​ຖານະ​ເພື່ອ​ນຮ່ວມອາພາດ​ທະ​ເມັນ. ​ໃນ​ຕອນ​ນີ້ ​ໃຫ້​ຟັງ​ຄໍາ​ສັບ “compatible” ທີ່​ແປ​ວ່າ “similar” ຄ້າຍຄື​ກັນ ຫລື “suitable” ເໝາະ​ສົມ​.

Jeff: Hi Steve, it’s nice to meet you. I hear that you’re looking for an apartment, and I just rented a two-bedroom downtown. I’m looking for a compatible roommate.

Steve: Great, I’m looking for a place right in that area. Your apartment sounds ideal.

Jeff: Alright. So tell me, how would you describe yourself?

Steve: I’m pretty social and outgoing, and I like making new friends. But I’m not a party animal, and I like to keep the apartment clean.

Jeff: I’m like that too. I like to invite friends over sometimes, but I don’t want to have lots of crazy parties at the apartment.

MC: It sounds like Jeff and Steve would be “compatible” roommates. ຟັງ​ເບິ່ງ ​ເຈັຟ ກັບ ສະຕີ​ວ ຄື​ຈະ​ເປັນ​ເພື່ອນ​ຮ່ວມ​ອາພາດ​ທະ​ເມິ​ນ ທີ່​ເໝາະ​ສົມ​ກັນ​ແລະ​ໄປ​ນໍາ​ກັນ​ໄດ້. But Steve said he’s not a “party animal” what does that mean Professor? ​ແຕ່​ສະຕີ​ວ​ເວົ້າ​ວ່າ ລາວ​ບໍ່​ແມ່ນ “party animal” ກໍ​ຄື ສັດ​ທີ່​ມັກ ​ສັງ​ສັນ ມັນ​ໝາຍ​ຄວາມ​ວ່າ ຈັ່ງ​ໃດ?

Professor: A “party animal” is someone who loves to go out to crazy parties all the time. A “party animal” ກໍ​ຄື​ຄົນ​ທີ່​ມັກ​ໄປ​ພາ​ຕີ້ແບບ​ໂລດ​ໂຜນ ຕະຫລອດ​ເວລາ.

Professor: Winnie, in the next section, listen for the word “laid-back,” meaning relaxed. ວິນ​ນີ່ ​ໃນ​ຕອນ​ຕໍ່​ໄປ ​ໃຫ້​ຟັງ​ຄຳ​ສັບ ທີ່​ມີ​ຄວາມ​ໝາຍວ່າ ​ເປັນ​ຄົນ
ງ່າຍໆ ບໍ່​ຫລາຍ​ເລື້ອງ ​ແບບ​ສະບາ​ຍໆ.

MC: ​ໂອ​ເຄ ​ແຕ່ກ່ອນ​ອື່ນ ​ໄປ​ຟັງ​ບົດ​ສົນທະນາ​ ພ້ອມ​ກັບ​ຄຳ​ແປ​.

Jeff: Hi Steve, it’s nice to meet you. I hear that you’re looking for an apartment, and I just rented a two-bedroom downtown. I’m looking for a compatible roommate. ສະບາຍດີ ສະ​ຕີວ. ຍິນ​ດີ​ທີ່​ໄດ້​ພົບ​ເຈົ້າ. ຂ້ອຍ​ໄດ້​ຍິນ​ວ່າ ​ເຈົ້າ
ກໍາລັງ​ຊອກ​ເຊົ່າ​ອາພາດ​ທະ​ເມັ​ນຢູ່ ​ແລະ​ຂ້ອຍກໍ​ຫາ​ກໍເຊົ່າ​ອາພາດ​ທະ​ເມັນສອງ​ຫ້ອງ​ນອນ​ໄດ້ ຢູ່​ໃຈກາງ​ເມືອງ. ຂ້ອຍ​ກໍາລັງ​ຊອກ​ຫາ​ຄົນ​ທີ່ໄປ​ນໍາ​ກັນ​ໄດ້ ໄປ​ຢູ່​ຮ່ວມ​ກັນ.

Steve: Great, I’m looking for a place right in that area. Your apartment sounds ideal. ດີ​ຫລາຍ ຂ້ອຍ​ກໍ​ກໍາລັງ​ຊອກ​ຫາ​ບ່ອນຢູ່ ຢູ່​ໃນ​ເຂດ​ນັ້ນ​ພໍດີ. ອາພາດ​ທະ​ເມັນ
ຂອງ​ເຈົ້າ ຟັງເບິ່ງ ​ແມ່ນ​ດີ​ເລີດ.

Jeff: Alright. So tell me, how would you describe yourself? ດີ​ແລ້ວ ຄັນ​ຊັ້ນ​ກະ ​ເວົ້າ​ສູ່​ຂ້ອຍ​ຟັງແດ່ ວ່າ​ເຈົ້າ​ເປັນ​ຄົນ​ແນວ​ໃດ?

Steve: I’m pretty social and outgoing, and I like making new friends. But I’m not a party animal, and I like to keep the apartment clean. ຂ້ອຍ​ເປັນ​ຄົນ​ມັກ​ສັງຄົມ ມັກ​ລົມ ​ແລະ​ມັກ​ໄປ​ຫັ້ນ​ມານີ່​ພໍ​ສົມຄວນ. ​ແລະ​ຂ້ອຍ​ກໍ​ມັກ​ສ້າງ​ ​ເພື່ອນ​ໃໝ່. ​ແຕ່​ຂ້ອຍ​ກໍ​ບໍ່​ແມ່ນ​ຄົນ​ບ້າ​ພາ​ຕີ້ ​ແລະ​ຂ້ອຍ​ກໍ​ມັກ​ຮັກສາ​ອາພາດ​ທະ​ເມັນ ​ໃຫ້​ສະອາດ​ຢູ່​ຕະຫລອດ​ເວລາ.

Jeff: I’m like that too. I like to invite friends over sometimes, but I don’t want to have lots of crazy parties at the apartment. ຂ້ອຍ​ກໍ​ມັກ​ແບບນັ້ນ​ຄື​ກັນ. ຂ້ອຍ​ມັກ​ເຊີນ​ໝູ່​ມາ​ຫລິ້ນ​ເປັນ​ບາງ​ເທື່ອ ​ແຕ່​ຂ້ອຍ​ກໍ​ບໍ່​ມັກ​ຈັດ​ພາ​ຕີ້ ຫລື​ງານ​ສັງ​ສັນ​ແບບ​ໂລດ​ໂຜນ ຢູ່​ອາພາດ​ທະ​ເມັນ ​ເລື້ອຍໆ​ດອກ.

Jeff: You know, I’m a pretty laid back person. I don’t like to have lots of arguments or worry about lots of things. For example, I like to keep the apartment clean too, but if it gets a little dirty once in a while, that’s not a big deal.

Steve: I totally agree. I really like my lifestyle to be drama-free, and I don’t want to argue about cleaning the apartment. My last roommate was a drama queen. Every time I forgot to take my shoes off, she got really mad and made a big deal out of it.

Jeff: Yeah, I really don’t want a lot of drama in the apartment. It’s important that we don’t get on each other’s nerves.

Steve: That’s right. We should try to be laid back and not do lots of things to bother one another.

MC: Jeff says he’s a pretty laid back person. Does that mean he is an easy person and does not worry about lots of things? ​ເຈັຟ​ເວົ້າ​ວ່າ ລາວ​ເປັນ​ຄົນ laid back ພໍ​ສົມຄວນ. ມັນ​ໝາຍ​ຄວາມ​ວ່າ ລາວ​ເປັນ​ຄົນ​ງ່າຍ​ໆ ​ສະບາຍໆແລະ​ບໍ່​ວິຕົກ​ທຸກ​ຮ້ອນ ກ່ຽວ​ກັບ​ເລື້ອງເລັກໆ​ນ້ອຍໆ ແມ່ນ​ບໍ່?

Professor: That’s right. ​ແມ່ນ​ແລ້ວ.

MC: And Steve replied that he totally agreed with Jeff ​ແລະ​ສະຕີ​ວຕອບ​ວ່າ ລາວ​ເຫັນ​ພ້ອມ​ນໍາ​ເຈັຟ​ຢ່າງເຕັມ​ສ່ວນ and really liked his lifestyle to be drama-free ​ແລະ​ວ່າ ​ແທ້ໆ​ແລ້ວ ລາວມັກ​ໃຫ້ການ​ດໍາລົງ​ຊີວິດ​ຂອງ​ລາວ drama-free ​ແປ​ວ່າ ​ປອດ​ລະຄອນ​ຊີວິດ​. What did he really mean? ​ແທ້ໆ​ແລ້ວ ລາວ​ໝາ​ຍ ຄວາມ​ວ່າ​ແນວໃດ.

Professor: “Drama” is a short form of the word “dramatic.” If someone is always taking small problems and acting as if they are a really big deal, you can say he “creates a lot of drama.”

“Drama” ​ເປັນຄໍາ​ນາມຂອງ “dramatic.” ຖ້າ​ຫາກ​ວ່າ ​ໃຜຜູ້​ນຶ່ງ ຍາມ​ໃດ​ກໍ​ເອົາ​ຈິງ​ເອົາ​ຈັງ
ກັບ​ບັນຫາ​ນ້ອຍໆ ​ແລະເຮັດຄື​ກັນ​ກັບມັນ​ເປັນ​ບັນຫາ​ໃຫຍ່ໆ​ອີ​ຫລີ ​ເຈົ້າ​ກໍ​ເວົ້າ​ໄດ້​ວ່າ ຄົນຜູ້
ນັ້ນ “creates a lot of drama” ກໍ​ຄື ​ເຮັດ​ໃຫ້​ເລື້ອງ​ນ້ອຍ​ເປັນ​ເລື້ອງ​ໃຫຍ່ ​ໂດຍ​ບໍ່​ຈໍາ​ເປັນ.

MC: And let me guess, a “drama queen” is someone who is always creating a lot of drama?” ​ແລະ​ຂະ​ນ້ອຍ​ຂໍ​ເດົາ​ວ່າ a “drama queen” ກໍ​ຄື​ລາຊິນີ​ລະຄອນ​ຊີວິດ ໝາຍ​ເຖິງ​ຄົນ​ທີ່ ຍາ​ມ​ໃດ​ກໍ​ເຮັດ​ໃຫ້​ເລື້ອງ​ນ້ອຍ​ເປັນ​ເລື້​ອງ​ໃຫຍ່ ຫລືເປັນຄົນ
​ຈູ້​ຈີ້ ​ແມ່ນ​ບໍ່?

Professor: Exactly. If you lived with a drama queen, he or she would probably “get on your nerves,” meaning “bother you a lot.” ຖື​ກຕ້ອງ. ຖ້າເຈົ້າ​ອາ​ໄສ​ຢູ່ເຮືອນ​ດຽວ ​ກັບລາ​ຊິ​ນີລະຄອນ​ຊີວິດ ຄົນຜູ້​ນັ້ນ​ກໍຄົງ​ຈະ “get on your nerves” ​ຫລືກວນ​ປະສາດເຈົ້າ ​ແປ​ວ່າ ລົບ​ກວນ​ເຈົ້າ​ຢ່າງ​ໃຫຍ່​ນັ້ນ​ເອງ.

Professor: Well Winnie, in this next section, listen for the word “pet peeve,” meaning “a small problem that really bothers you.” ​ເອີ ວິນ​ນີ່ ​ໃນ​ຕອນ​ຕໍ່​ໄປ​ນີ້ ​ໃຫ້ຟັງ​ຄໍາ “pet peeve” ທີ່​ໝາຍ​ເຖິງ​ບັນຫາ​ເລັກ​ນ້ອຍ ທີ່​ລົບ​ກວນ​ເຈົ້າແທ້​ໆ.

MC: ​ແຕ່​ໄປ​ຟັງ​ບົດ​ສົນທະນາ​ມື້​ກີ້​ກ່ອນ ພ້ອມ​ກັບ​ຄໍາ​ແປ.

Jeff: You know, I’m a pretty laid back person. I don’t like to have lots of arguments or worry about lots of things. For example, I like to keep the apartment clean too, but if it gets a little dirty once in a while, that’s not a big deal. ​ເອີ ຂ້ອຍ​ເປັນ​ຄົນ​ແບບ​ງ່າຍໆ​ສົມຄວນ. ຂ້ອຍ​ບໍ່​ມັກ​ຖຽງ​ກັນ​ຫລາຍ ​ຫລື​ວ່າ​ເປັນ​ຫ່ວງ​ກ່ຽວ​ກັບ​ເລື້ອງ​ນັ້ນ​ເລື້ອງ​ນີ້. ​ໂຕ​ຢ່າງ ຂ້ອຍ​ມັກ​ຮັກສາ​ອາພາດ​ທະ​ເມັນໃຫ້​ສະອາດ​ຢູ່ ​ແຕ່​ວ່າ ຖ້າ​ມັນ​ຈະຮົກ​ແດ່ ດົນໆ​ເທື່ອ​ນຶ່ງ ມັນ​ກໍ​ບໍ່​ແມ່ນ​ເລື້ອງໃຫຍ່.

Steve: I totally agree. I really like my lifestyle to be drama-free, and I don’t want to argue about cleaning the apartment. My last roommate was a drama queen. Every time I forgot to take my shoes off, she got really mad and made a big deal out of it. ຂ້ອຍ​ເຫັນ​ພ້ອມນໍາ​ທັງໝົດ​ເລີຍ. ​ແທ້ໆ​ແລ້ວ​ ຂ້ອຍມັກ​ໃຫ້ການ​ດໍາລົງ​ຊີວິດ​ຂອງ​ຂ້ອຍ ​ປອດ​ຈາກລະຄອນ​ຊີວິດ ​ແລະ​ຂ້ອຍ​ກໍ​ບໍ່​ຢາກ​ຖຽງ​ກັນ​ເລື້ອງ​ອະນາ​ໄມ​ອາພາດ​ທະ​ເມັ​ນ. ​ເພື່ອນ​ຮ່ວມ​ອາພາດ​ທະ​ເມັນຂ້ອຍ​ຄົນ​ສຸດ​ທ້າຍ​ຫັ້ນ ​ເປັນ​ຄົນ​ຈູ້​ຈີ້. ທຸກໆ​ເທື່ອ​ທີ່​ຂ້ອຍ​ລືມ​ປົດ​ເກີບ ລາວ​ຈະ​ໃຈ​ຮ້າຍເອົາແທ້​ເອົາ​ວ່າ ​ແລະ​ກໍ​ເຮັດ​ໃຫ້​ມັນເປັນ​ເລື້ອງ​ໃຫຍ່.

Jeff: Yeah, I really don’t want a lot of drama in the apartment. It’s important that we don’t get on each other’s nerves. ​ແມ່ນ ຄວາມ​ຈິງ​ແລ້ວ ຂ້ອຍ​ກໍບໍ່​ມັກ​ໃຫ້​ມີ​ເລື້ອງຈູ້​ຈີ້ຢູ່​ໃນ​ອາພາດ​ທະ​ເມັນດອກ. ມັນ​ເປັນເລື້ອງ​ສໍາຄັນ​ທີ່​ເຮົາ​ຕ້ອງ​ບໍ່​ກວນ​ປະສ​າດຂອງ​ກັນ​ແລະ​ກັນ.

Steve: That’s right. We should try to be laid back and not do lots of things to
bother one another. ​ແມ່ນ​ແລ້ວ ພວກ​ເຮົາ​ຄວນ​ພະຍາຍາມ​ເປັນ​ຄົນ​ງ່າຍໆ ສະບາຍ​ໆ ​ແລະ​ບໍ່​ຄວນ​ເຮັດ​ສິ່ງ​ໃດ​ທີ່​ລົບ​ກວນເຊິ່ງກັນ​ແລະ​ກັນ ຫລາຍເກີນ​ໄປ.

Jeff: Well I’m glad you’re laid back like me. But tell me, do you have any pet-peeves?

Steve: Actually, yes. I really hate living with mooches. They always eat all of your food and ask you to pay for everything.

Jeff: I know! Mooches really get on my nerves. My last roommate was a big mooch. Every time we went out to a restaurant, when the bill came he would always say he didn’t have any money and ask me to lend him some. And he never paid me back!

Steve: I really think it’s important for each roommate to pull his weight around the house. It’s really unfair if only one of the roommates is doing all the work.

Jeff: Exactly. We each need to pull our weight by cleaning the dishes, taking out the garbage and paying the bills. I think we would be good roommates. Do you want to move in?

Steve: Sounds great!

MC: So a “pet peeve” means “a small problem that really bothers you.” A “pet peeve” pet p-e-t ທີ່​ແປ​ວ່າ ​ສັດລ້ຽງ ​ແລະ peeve p-e-e-v-e ທີ່​ແປ​ວ່າຄວາມ​ລໍາ​ຄານ ໝາຍ​ເຖິງ​ບັນຫາ​ນ້ອຍໆ ທີ່​ເຮັດໃຫ້​ເຈົ້າ​ລໍາ​ຄານ​ແລະ​ຍາກ​ຮ້າຍ. And “mooches” m-o-o-c-h-e-s are people who like to take things from other people ​without paying for them or doing anything for them ​ແລະ ຄໍາ​ວ່າ mooches ໝາຍ​ເຖິງ​ພວກ​ຄົນທີ່​ມັກເອົາ​ຂອງ​ຄົນ​ອື່ນ ​ໂດຍ​ບໍ່​ຍອມ​ຈ່າຍ​ເງິນ​ໃຫ້​ເຂົາ​ເຈົ້າ ​ຫລື​ເຮັດ​ຫຍັງ​ຕອບ​ແທນ​ເຂົາ​ເຈົ້າ ຊຶ່ງພາສາ​ລາວ​ເອີ້ນວ່າ ພວກ​ເສືອກິນ​ຟີ. But Professor, what about people who don’t “pull their weight” ​ແຕ່​ວ່າ ອາຈານ ​ແລ້ວພວກ​ຄົນ​ທີ່ don’t “pull their weight” ​ເດ້? ​ແປ​ວ່າ​ແນວ​ໃດ ພວກ​ທີ່​ບໍ່​ອອກ​ນໍ້າໜັກ​ຂອງ​ຕົນ?

Professor: People who don’t pull their weight are those who don’t do their shares in a common task. If you had a roommate who doesn’t pull his weight around the house, you would have to do all the housework. ພວກ​ຄົນ​ທີ່ don’t pull their weight ບໍ່​ອອກ​ນໍ້າໜັກ​ຂອງ​ຕົນ ກໍ​ຄື​ບໍ່​ອອກ​ແຮງ ​ແມ່ນ​ພວກ​ທີ່​ບໍ່​ຊ່ວຍ​ເຮັດ​ພາກສ່ວນ​ຂອງ​ເຂົາ​ເຈົ້າ ​ໃນ​ວຽກ​ສ່ວນ​ລວມ. ຖ້າ​ເຈົ້າ​ມີ​ເພື່ອນ​ຮ່ວມຫ້ອງ​ອາພາດ​ທະ​ເມັ​ນ ທີ່​ບໍ່​ຍອມ​ອອກ​ເຫື່ອ​ອອກແຮງ ​ເຮັດ​ວຽກບ້ານ​ຊ່ວຍ ​ເຈົ້າ​ກໍ​ຕ້ອງ​ໄດ້​ເຮັດເອົາ​ເອງໝົດ​ຫັ້ນ​ແລ້ວ.

MC: Wow, Jeff is lucky to get Steve as a roommate. ຊັ້ນ ​ເຈັຟກໍ​ໂຊກ​ດີ ທີ່​ໄດ້​ສະຕີ​ວມາ​ຢູ່ເປັນ roommate ​ເນ​ສະ. So he will not have to do all the housework
by himself. ​ແລ້ວ​ລາວ​ກໍ​ຈະ​ບໍ່​ໄດ້​ເຮັດ​ວຽກ​ເຮືອນ​ ຄົນ​ດຽວ.

MC: ​ໄປ​ຟັງ​ບົດ​ສົນທະນາ​ບົດ​ສຸດ​ທ້າຍ ​ລະຫວ່າງ​ເຈັຟກັບ​ສະຕີ​ວອີກ​ເທື່ອ​ນຶ່ງ ພ້ອມ​ກັບ​ຄໍາ​ແປ.

Jeff: Well I’m glad you’re laid back like me. But tell me, do you have any pet-peeves? ​ເອີ້ ຂ້ອຍ​ດີ​ໃຈ ທີ່​ເຈົ້າເປັນ​ຄົນ​ງ່າຍໆ ສະບາຍໆ ຄື​ຂ້ອຍ. ​ແຕ່​ບອກ​ແດ່ວ່າ ​ເຈົ້າ​ມີ​ເລື້ອງ​ຫຍັງບໍ່ ທີ່​ເປັນ​ບັນ​ຫາ​ນ້ອຍ​ ແຕ່​ວ່າ​ລົບ​ກວນ​ເຈົ້າ​ອີ​ຫລີ​ຫັ້ນ?

Steve: Actually, yes. I really hate living with mooches. They always eat all of your food and ask you to pay for everything. ຄວາມ​ຈິງ​ກໍ​ມີ​ຢູ່. ຂ້ອຍ​ບໍ່​ມັກຢູ່​ກັບ​ພວກເສືອກິນ​ຟີ ​ທີ່​ມັກ​ແຕ່​ຢາກ​ໄດ້​ຂອງ​ຄົນ​ອື່ນ ຢາກ​ໄດ້​ແຕ່​ຂອງ​ຟີ. ຍາມ​ໃດ ​ພວກເຂົາ​ກໍ​ກິນ​ແຕ່ອາຫານ​ຂອງ​ເຈົ້າ ​ແລະ​ຂໍ​ໃຫ້​ເຈົ້າ​ຈ່າຍ​ໃຫ້​ເຂົາ​ເຈົ້າ​ທຸກ​ຢ່າງ.

Jeff: I know! Mooches really get on my nerves. My last roommate was a big mooch. Every time we went out to a restaurant, when the bill came he would always say he didn’t have any money and ask me to lend him some. And he never paid me back! ຂ້ອຍ​ຮູ້. ພວກ​ຢາກ​ໄດ້​ແຕ່​ຂອງ​ຟີ​ນີ້ ກວນ​ປະສາດ​ຂ້ອຍອີ່ຫລີ. ຣູມ​ເໝດ ຄົນ​ຫລ້າ​ສຸດ​ຂອງ​ຂ້ອຍ ​ເປັນ​ເສືອ​ກິນ​ຟີ​ໂຕ​ໃຫຍ່. ທຸກໆ​ຄັ້ງ​ທີ່​ພວກ​ເຮົາ​ອອກ​ໄປ​ກິນ​ເຂົ້າຢູ່​ຮ້ານ​ອາຫານ ​ເວລາ​ຄົນ​ເສີ​ບ​ເອົາ​ບິ​ລມາ​ໃຫ້ ຍາມ​ໃດ​ລາວ​ກໍ​ເວົ້າ​ວ່າ ລາວ​ບໍ່​ມີ​ເງິນ ​ແລະ​ຂໍ​ຢືມ​ຂ້ອຍ ​ແລ້ວ​ລາວ​ກໍ​ບໍ່​ໃຊ້​ຂ້ອຍຄືນ​ຈັກ​ເທື່ອ!

Steve: I really think it’s important for each roommate to pull his weight around the house. It’s really unfair if only one of the roommates is doing all the work. ຂ້ອຍ​ຄິດແທ້ໆ​ວ່າ ​ເປັນ​ສໍາຄັນ​ທີ່ຣູມ​ເໝດ​ແຕ່ລະຄົນ​ຈະ​ຕ້ອງ​ອອກ ​ເຫື່ອ​ອອກ​ແຮງ ​ເຮັດ​ວຽກບ້ານ​ຊ່ວຍ​ກັນ. ມັນ​ບໍ່​ຍຸດຕິ​ທໍາ​ແທ້ໆ ທີ່​ຈະ​ໃຫ້ຣູມ​ເໝດ​ຄົນ​ນຶ່ງ​ຄົນ​ດຽວ ​ເຮັດ​ວຽກ​ທັງ​ໝົດ​.

Jeff: Exactly. We each need to pull our weight by cleaning the dishes, taking out the garbage and paying the bills. I think we would be good roommates. Do you want to move in? ຖືກຕ້ອງ. ພວກ​ເຮົາ​ແຕ່ລະຄົນ ຈໍາ​ເປັນ​ຕ້ອງ​ອອກ​ແຮງ​ຊ່ວຍ​ກັນ​ເຮັດ​ວຽກບ້ານ ​ເຊັ່ນວ່າ ລ້າງ​ຖ້ວຍ ​ເອົາ​ຂີ້​ເຫຍື້ອ​ອອກ​ໄປ​ຖິ້ມ ​ແລະ​ຈ່າຍ​ຄ່າ​ບິ​ລຕ່າງໆ. ຂ້ອຍ​ຄິດ​ວ່າ ​ພວກ​ເຮົາ​ຈະ​ເປັນຣູມ​ເໝດທີ່​ດີ​ນໍາ​ກັນ. ​ເຈົ້າ​ຢາກ​ຍ້າຍ​ເຂົ້າ​ມາ​ຢູ່​ບໍ່​ລະ?

Steve: Sounds great! ຟັງ​ເຈົ້າ​ເວົ້າ ​ແມ່ນດີຫລາຍ ຕົກລົງ!

MC: ແລະນັ້ນກໍຄືລາຍການບົດຮຽນພາສາອັງກິດ GoEnglish.me ທີ່ສະຖານີວິທະຍຸ ແຫ່ງຊາດລາວ ຢູ່​ນະຄອນຫລວງ​ວຽງ​ຈັນ ຮ່ວມກັບວີໂອເອພາກພາສາລາວ ທີ່​ນະຄອນ ຫລວງ ວໍ​ຊິງ​ຕັນ ດີ​ຊີ ສະຫະລັດ ອາ​ເມຣິກາ ຈັດມາສະເໜີທ່ານ ທາງສະຖານີແຫ່ງນີ້ ເປັນປະຈໍາ. ໂປດຕິດຕາມຮຽນບົດຮຽນໃໝ່ຂອງເຮົາ ໃນໂອກາດໜ້າ. ຂອບໃຈທຸກໆ ທ່ານທີ່ຕິດຕາມຟັງ. ສະບາຍດີ.

XS
SM
MD
LG