ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ຊາ​ຊົນ ຫຼົບ​ໜີ​ ສົງ​ຄາມ ການ​ປະ​ຫັດ​ປະ​ຫານ ແລະ ຄວາມ​ຂັດ​ແຍ້ງ ຫຼາຍ​ເປັນ​ສະ​ຖິ​ຕິ


UN Report: More Than 70 Million People Flee War, Persecution
please wait

No media source currently available

0:00 0:02:52 0:00

ຊົມ​ວິ​ດີ​ໂອ ກ່ຽວ​ກັບ ຂ່າວນີ້.

ອົງ​ການ​ອົບ​ພະ​ຍົບ​ຂອງ ສະ​ຫະ​ປະ​ຊາ​ຊາດ ໄດ້​ລາຍງ​ານ​ວ່າ ປະ​ຊາ​ຊົນ 71 ລ້ານ​ຄົນ
ໃນທົ່ວໂລກ ຕອນນີ້ໄດ້ຖືກບັງຄັບ ໃຫ້ຫຼົບໜີຈາກທີ່ຢູ່ ຍ້ອນສົງຄາມ, ການປະຫັດປະ
ຫານ ແລະ ຄວາມຂັດແຍ້ງ, ເປັນຕົວເລກທີ່ສູງທີ່ສຸດນັບຕັ້ງແຕ່ອົງການອົບພະຍົບ
ຂອງ ສະຫະປະຊາຊດ ຫຼື UNHCR ໄດ້ສ້າງຕັ້ງຂຶ້ນເກືອບ 70 ປີທີ່ຜ່ານມາ.

ອົງ​ການ​ດັ່ງ​ກ່າວ​ໄດ້​ເອີ້ນ​ຕົວ​ເລກ 70 ລ້ານ 8 ແສນ​ນັ້ນ​ວ່​າ ມີ​ຂອບ​ເຂດ ຍ້ອນ​ວ່າ ວິ​ກິດ
ການໃນປະເທດ ເວເນຊູເອລາ ບໍ່ໄດ້ລວມຢູ່ນຳ. ອົງການທີ່ວ່ານັ້ນໄດ້ຄາດຄະເນວ່າ
ປະຊາຊົນ ເວເນຊູເອລາ ປະມານ 4 ລ້ານຄົນ ໄດ້ຫຼົບໜີອອກຈາກປະເທດຂອງເຂົາ
ເຈົ້າ, ແຕ່ຄົນສ່ວນຫຼາຍແມ່ນບໍ່ໄດ້ຂໍລີ້ໄພຢ່າງເປັນທາງການ, ເຮັດໃຫ້ເຂົາເຈົ້າບໍ່ສາ
ມາດທີ່ຈະຖືກນັບເຂົ້າໃນຈຳນວນອົບພະຍົບ.

ປີ​ກາຍນີ້, ລາຍ​ງານ​ໄດ້​ເວົ້າ​ວ່າ, ສົງ​ຄາມ ແລະ ການ​ຂັດ​ແຍ້​ງ​ກັນ​ໄດ້​ບັງ​ຄັບ​ປະ​ຊາ​ຊົນ​
ເກືອບ 26 ລ້ານຄົນ, ເຊິ່ງເຄິ່ງນຶ່ງແມ່ນເດັກນ້ອຍນັ້ນ, ຕ້ອງຫຼົບໜີອອກຈາກປະເທດ
ຂອງເຂົາເຈົ້າ. ປະຊາຊົນຫຼາຍກວ່າ 41 ລ້ານຄົນ ແມ່ນບໍ່ມີທີ່ຢູ່ອາໄສ, ຫຼົບໜີອອກ
ຈາກບ້ານເຮືອນຂອງເຂົາເຈົ້າ, ແຕ່ຍັງຢູ່ໃນປະເທດຂອງເຂົາເຈົ້າ.

ລາຍ​ງານ​ໄດ້​ເວົ້າ​ວ່າ ຕົວ​ເລກຫຼາຍກວ່າສອງ​ສ່ວນ​ສາມ​ຂອງ ອົບ​ພະ​ຍົບ​ທັງ​ໝົດ​ໃນ​ທົ່ວ
ໂລກ ໄດ້ມາຈາກພຽງຫ້າປະເທດຄື ຊີເຣຍ, ອັຟການິສຖານ, ຊູດານໃຕ້, ມຽນມາ ແລະ
ໂຊມາເລຍ.

​ນັບເປັນ​ປີ​ທີ​ຫ້າ​ຕິດ​ຕໍ່​ກັນ, ​ທີ່ປະ​ເທດ ເທີ​ກີ ໄດ້​ຮັບ​ເອົາ​ອົບ​ພະ​ຍົບ​ຈຳ​ນວນຫຼາຍ​ທີ່​ສຸດ,
ຕາມດ້ວຍ ປາກິສຖານ, ອູການດາ, ຊູດານ ແລະ ເຢຍຣະມັນ.

​ຂ້າ​ຫຼວງ​ໃຫຍ່​ດ້ານ​ອົບ​ພະ​ຍົບ ຂອງ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ ຟີ​ລິບ​ໂປ ກ​ຣານ
ດີ ໄດ້ກ່າວວ່າ ຕົວເລກສະຖິຕິໄດ້ສະແດງໃຫ້ເຫັນວ່າ ປະເທດທີ່ຮັ່ງມີ ບໍ່ໄດ້ແບກຮັບ
ພາລະ ອົບພະຍົບທີ່ໃຫຍ່ທີ່ສຸດ.

ທ່ານ ກ​ຣານ​ດີ ໄດ້​ກ່າວ​ວ່າ “ເມື່ອ​ເຈົ້າ​ເວົ້າ​ວ່າ ຢູ​ໂຣບ ມີ​ໄພ​ສຸກ​ເສີນ ກ່ຽວ​ກັບ ອົບ​ພະ​ຍົບ
ຫຼື ສະຫະລັດ ຫຼື ອອສເຕຣເລຍ, ມັນບໍ່ແມ່ນ. ອົບພະຍົບສ່ວນໃຫຍ່ແທ້ຈິງແລ້ວແມ່ນຢູ່
ໃນປະເທດຕ່າງໆ ທີ່ຕັ້ງຢູ່ໃກ້ກັບບ່ອນທີ່ເກີດສົງຄາມ, ແລະ ໂຊກບໍ່ດີ, ນັ້ນກໍໝາຍ
ຄວາມວ່າ ສ່ວນໃຫຍ່ແມ່ນຢູ່ໃນບັນດາປະເທດທີ່ທຸກຍາກ ຫຼື ໃນປະເທດທີ່ມີລາຍໄດ້
ປານກາງ. ນັ້ນແມ່ນບ່ອນທີ່ມີວິກິດການ. ນັ້ນແມ່ນບ່ອນທີ່ພວກເຮົາຕ້ອງເພັ່ງເລັງໃສ່.”

ອ່ານ​ຂ່າວ​ນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG