ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສຫລ ສະຫລຸບວ່າ ມີການລະເມີດສິດທິມະນຸດຢູ່ທົ່ວໂລກ ໃນປີ 2020


ຊາວວີເກີຈາກຂະບວນການປຸກລະດົມເທີກິສຕັງຕາເວັນອອກແຫ່ງຊາດ (East Turkistan National Awakening Movement) ຈັດການໂຮມຊຸມນຸມຢູ່ນອກ ກະຊວງການຕ່າງປະເທດສະຫະລັດເພື່ອຮຽກຮ້ອງໃຫ້ປະທານາທິບໍດີສະຫະລັດ ເພີ້ມຄວາມກົດດັນຕໍ່ພັກຄອມມີວນີສຈີນໃນວັນທີ 5 ກຸມພາ 2021 ທີ່ນະຄອນວໍຊິງຕັນ
ຊາວວີເກີຈາກຂະບວນການປຸກລະດົມເທີກິສຕັງຕາເວັນອອກແຫ່ງຊາດ (East Turkistan National Awakening Movement) ຈັດການໂຮມຊຸມນຸມຢູ່ນອກ ກະຊວງການຕ່າງປະເທດສະຫະລັດເພື່ອຮຽກຮ້ອງໃຫ້ປະທານາທິບໍດີສະຫະລັດ ເພີ້ມຄວາມກົດດັນຕໍ່ພັກຄອມມີວນີສຈີນໃນວັນທີ 5 ກຸມພາ 2021 ທີ່ນະຄອນວໍຊິງຕັນ

ການລະເມີດສິດທິມະນຸດມີຫຼາຍຂຶ້ນໃນທົ່ວໂລກ ໃນປີ 2020, ອີງຕາມການສະຫລຸບຂອງກະຊວງການຕ່າງປະເທດສະຫະລັດໃນວັນອັງຄານວານນີ້ ຢູ່ໃນການທົບທວນປະຈຳປີຂອງຕົນ ກ່ຽວກັບວິທີທີ່ລັດຖະບານໃນໂລກປະຕິບັດຕໍ່ປະຊາຊົນຂອງພວກເຂົາເຈົ້າ.

ລັດຖະມົນຕີການຕ່າງປະເທດ, ທ່ານແອນໂທນີ ບລິງເຄັນ (Antony Blinken) ກ່າວຕໍ່ບັນດານັກຂ່າວວ່າ “ສາຍແນວໂນ້ມກ່ຽວກັບສິດທິມະນຸດສືບຕໍ່ກ້າວໄປໃນທິດທາງທີ່ບໍ່ຖືກຕ້ອງ.”

ໃນການໃຫ້ຄຳເຫັນກ່ຽວກັບບົດລາຍງານດັ່ງກ່າວນັ້ນ, ທ່ານ ບລິງເຄັນ ຍັງກ່າວວ່າ ການແຜ່ລະບາດຂອງໄວຣັສໂຄໂຣນາ ເຮັດໃຫ້ມີ "ສິ່ງທ້າທາຍທີ່ເປັນເອກະ ລັກຂອງມັນ" ໃນທົ່ວໂລກ, ໂດຍທີ່ລັດຖະບານຈຳນວນນຶ່ງ ໄດ້ໃຊ້ "ວິກິດການດັ່ງກ່າວເປັນຂໍ້ອ້າງເພື່ອຈຳກັດສິດທິ ແລະສັງລວມການປົກຄອງ ແບບຜະເດັດ ການ."

ຫົວໜ້ານັກການທູດສະຫະລັດໄດ້ກ່າວກ່ຽວກັບສິດທິມະນຸດໃນແຕ່ລະປະເທດວ່າ "ແມ່ຍິງແລະເດັກນ້ອຍໄດ້ປະເຊີນກັບຄວາມສ່ຽງທີ່ສຸດຍ້ອນວ່າອັດຕາສ່ວນຂອງຄວາມຮຸນແຮງທາງເພດ ແລະຄວາມຮຸນແຮງໃນຄອບຄົວເພີ່ມຂຶ້ນຍ້ອນການປິດເມືອງ ແລະບໍ່ມີການປົກປ້ອງທາງດ້ານສັງຄົມ.

ທ່ານກ່າວອີກວ່າ “ປະຊາກອນທີ່ດ້ອຍໂອກາດອື່ນໆ,” ລວມທັງຜູ້ເຖົ້າຜູ້ແກ່, ຜູ້ທີ່ພິການ ແລະຊຸມຊົນຍິງ ແລະຊາຍທີ່ຮັກເພດຊາຍ, ຊຸມຊົນທີ່ປ່ຽນເພດໄດ້ປະສົບກັບຄວາມສ່ຽງຫລາຍເປັນການສະເພາະ.”

ບົດລາຍງານດັ່ງກ່າວໄດ້ຮັບອະນຸຍາດຈາກລັດຖະສະພາເພື່ອປະເມີນສະພາບໃນປະເທດທີ່ສະຫະລັດ ກຳລັງສົ່ງການຊ່ວຍເຫຼືອແກ່ຕ່າງປະເທດໄປໃຫ້, ບໍ່ໄດ້ວິ ເຄາະສະພາບສິດທິມະນຸດໃນສະຫະລັດ, ເຊັ່ນວ່າ ການປະທ້ວງຢູ່ຕາມຖະໜົນຫົນທາງໃນປີກາຍນີ້ ເພື່ອຕໍ່ຕ້ານການທາລຸນຂອງຕຳຫຼວດຕໍ່ຄົນຊົນສ່ວນນ້ອຍ ຫຼື ຄຳຕໍາໜິແບບບໍ່ມີມູນເຫດຂອງອະດີດປະທານາທິບໍດີ ດໍໂນລ ທຣໍາວ່າ ການປ່ອນບັດເລືອກຕັ້ງມີຄວາມບໍໍ່ຖືກຕ້ອງພາໃຫ້ທ່ານເສຍໄຊໃນການເລືອກຕັ້ງຄືນ ໃໝ່ຂອງທ່ານໃຫ້ແກ່ທ່ານ ໄບເດັນທີ່ມາຈາກພັກເດໂມແຄຣັດນັ້ນ.

ທ່ານບລິງເຄັນ ກ່າວວ່າ ຄະນະລັດຖະບານໃໝ່ຂອງທ່ານໄບເດັນ "ໄດ້ເອົາໃຈ ໃສ່ ຕໍ່ດ້ານສິດທິມະນຸດ ໂດຍເອົາມັນມາຢູ່ໃນແຖວໜ້າ ແລະເປັນສູນກາງຂອງນະ ໂຍບາຍການຕ່າງປະເທດຂອງຕົນ", ໃນຂະນະທີ່ຮັບຮູ້ວ່າ "ມີວຽກທີ່ຕ້ອງໄດ້ເຮັດຢ່າງຫລວງຫລາຍຢູ່ພາຍໃນປະເທດ", ໃນຂະນະທີ່ປະເທດກໍາລັງພະຍາ ຍາມ “ເຮັດໃຫ້ໄດ້ຕາມອຸດົມຄະຕິ ແລະຫຼັກການສູງສຸດຂອງພວກເຮົາ."

"ພວກເຮົາທຸກຄົນມີວຽກທີ່ຕ້ອງໄດ້ເຮັດ, ແລະພວກເຮົາຕ້ອງໃຊ້ເຄື່ອງມືທຸກໆອັນທີ່ມີຢູ່ເພື່ອສົ່ງເສີມໂລກທີ່ມີຄວາມສະຫງົບສຸກແລະຍຸດຕິທຳ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG