ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຍອດຜູ້ເສຍຊີວິດສູງສຸດ ຍ້ອນໂຣກລະບາດ COVID-19 ຮອດ 900,000 ຄົນແລ້ວ


ເຈົ້າໜ້າທີ່ຂົນສົບຜູ້ເສຍຊີວິດຍ້ອນໂຣກລະບາດ COVID-19 ໃນນະຄອນຫຼວງ ນິວ ເດລີ, ອິນເດຍ.
ເຈົ້າໜ້າທີ່ຂົນສົບຜູ້ເສຍຊີວິດຍ້ອນໂຣກລະບາດ COVID-19 ໃນນະຄອນຫຼວງ ນິວ ເດລີ, ອິນເດຍ.

ດ້ວຍຕົວເລກຜູ້ເສຍຊີວິດສູງສຸດຍ້ອນໂຣກລະບາດ COVID-19 ຕອນນີ້ໄດ້ກາຍ 900,000 ຄົນແລ້ວນັ້ນ, ຜູ້ຊ່ຽວຊານດ້ານໂຣກຕິດຕໍ່ລະດັບສູງໃນ ສະຫະລັດ ເວົ້າວ່າການຢຸດການທົດລອງຢາວັກຊີນຂັ້ນສຸດທ້າຍໃນໂລກໄວ້ຊົ່ວຄາວຂອງບໍລິສັດຜະລິດຢາ AstraZeneca ໄດ້ຊີ້ໃຫ້ເຫັນຄວາມມີປະສິດທິພາບຂອງມາດຕະການປ້ອງກັນທີ່ໄດ້ຖືກນຳໃຊ້ໃນການທົດລອງ.

ດຣ. ແອນໂທນີ ຟາວຈີ, ຫົວໜ້າຂອງສະຖາບັນໂຣກພູມແພ້ ແລະ ໂຣກຕິດຕໍ່ແຫ່ງຊາດ ໄດ້ກ່າວໃນການສຳພາດໃນລາຍການ This Morning ຂອງໂທລະ ພາບ CBS ວ່າ “ມັນສຳຄັນທີ່ຈະຊີ້ໃຫ້ເຫັນວ່າ ນັ້ນແມ່ນເຫດຜົນທີ່ເຈົ້າຕ້ອງໄດ້ທຳການທົດລອງໃນຫຼາຍຂັ້ນຕອນ, ເພື່ອພິຈາລະນາວ່າ, ຢາທີ່ຢູ່ໃນຂັ້ນທົດລອງພວກນີ້ແມ່ນປອດໄພ.”

ບໍລິສັດການຢາ ອັງກິດ ແລະ ສວີເດັນ ດັ່ງກ່າວໄດ້ຢຸດການທົດລອງຂອງເຂົາເຈົ້າ ໄວ້ຊົ່ວຄາວຍ້ອນອາສາສະໝັກຄົນນຶ່ງບໍ່ສະບາຍຫຼັງຈາກໄດ້ຮັບຢາທົດລອງນັ້ນ.

ດຣ. ຟາວຈີ ໄດ້ກ່າວວ່າ “ມັນໂຊກບໍ່ດີທີ່ມັນໄດ້ເກີດຂຶ້ນ, ແລະ ຫວັງວ່າເຂົາເຈົ້າຈະສາມາດດຳເນີນການຕໍ່ໄປພ້ອມກັບການທົດລອງອື່ນໆທີ່ຍັງເຫຼືອຢູ່. ແຕ່ເຈົ້າຈະບໍ່ຮູ້. ເຂົາເຈົ້າຕ້ອງໄດ້ທຳການສືບ ສວນສອບສວນມັນຕໍ່ໄປ.”

ບໍລິສັດດັ່ງກ່າວໄດ້ອອກຖະແຫຼງການສະບັບນຶ່ງໃນວັນອັງຄານວານນີ້ເວົ້າວ່າ ການຢຸດການທົດ ລອງແມ່ນການດຳເນີນການທີ່ຖືກປະຕິບັດ “ເປັນປະຈຳ“, ເຊິ່ງມັນຕ້ອງໄດ້ເກີດຂຶ້ນບໍ່ວ່າມັນຈະມີຄວາມເປັນໄປໄດ້ໃນການເຈັບປ່ວຍທີ່ບໍ່ສາມາດອະທິບາຍໄດ້ ໃນນຶ່ງຂອງການທົດລອງນັ້ນຫຼືບໍ່, ໃນຂະນະທີ່ເຂົາເຈົ້າໄດ້ທຳການສືບສວນສອບສວນຢູ່ນັ້ນ, ເພື່ອຮັບປະກັນວ່າພວກເຮົາຮັກສາຄວາມຊື່ສັດຂອງການທົດລອງຕ່າງໆ.”

ບໍລິສັດ AstraZeneca ໄດ້ພັດທະນາຢາວັກຊີນ AZD1222, ດ້ວຍການຮ່ວມມືກັບມະຫາວິທະ ຍາໄລ ອັອກສຝອດ ຂອງ ອັງກິດ. ຢາວັກຊີນທີ່ວ່ານັ້ນແມ່ນກຳລັງຖືກທົດລອງຢ່າງກວ້າງຂວາງໃນຂັ້ນຕອນທີສອງ ແລະ ຂັ້ນຕອນທີສາມໃນຫຼາຍປະເທດລວມມີ ສະຫະລັດ, ອັງກິດ, ບຣາຊິລ, ອາຟຣິກາໃຕ້ ແລະ ອິນເດຍ. ຢາວັກຊີນ AZD1222 ແມ່ນນຶ່ງໃນຢາວັກຊີນ COVID-19 ທີ່ກຳລັງດຳເນີນການຢູ່ຂັ້ນຕອນສຸດທ້າຍຂອງການທົດລອງຂັ້ນທີ 3 ໃນ ສະຫະລັດ.

ບໍລິສັດດັ່ງກ່າວບໍ່ໄດ້ເປີດເຜີຍອາການບໍ່ສະບາຍຂອງຜູ້ເຂົ້າຮ່ວມນັ້ນ, ແຕ່ໜັງສືພິມ New York Times ໄດ້ລາຍງານວ່າອາສາສະໝັກຄົນດັ່ງກ່າວ, ທີ່ອາໄສຢູ່ ອັງກິດ, ຖືກກວດມີອາການອັກເສບຢູ່ສອງຂ້າງຂອງພາກສ່ວນນຶ່ງຂອງໄຂກະດູກສັນຫຼັງ, ເປັນອາການອັກເສບທີ່ມີຜົນກະທົບຕໍ່ໄຂກະດູກສັນຫຼັງ ແລະ ມັກຈະເກີດ ຂຶ້ນຍ້ອນການຕິດໄວຣັສ. ແຕ່ໜັງສືພິມ New York Times ເວົ້າວ່າ ມັນບໍ່ເປັນທີ່ ຮູ້ຈັກວ່າມັນມີການເຊື່ອມໂຍງໂດຍກົງກັບຢາວັກຊີນ AZD1222 ຫຼືບໍ່.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG