ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານ ໄບເດັນ ເວົ້າວ່າ ການບຸກລຸກ ຢູເຄຣນ ຍັງມີຄວາມເປັນໄປໄດ້ສູງ, ຮຽກຮ້ອງການເຈລະຈາທາງການທູດ


ລົດທະຫານ ແລະ ລົດຖັງຂອງ ໂປແລນ, ອິຕາລີ ແລະ ສະຫະລັດ ຂັບເຄື່ອນໃນລະຫວ່າງການຊ້ອມລົບ ຂອງອົງການ NATO, ໃນເມືອງ ຄາດາກາ, ປະເທດ ລັດເວຍ. 13 ກັນຍາ, 2021.
ລົດທະຫານ ແລະ ລົດຖັງຂອງ ໂປແລນ, ອິຕາລີ ແລະ ສະຫະລັດ ຂັບເຄື່ອນໃນລະຫວ່າງການຊ້ອມລົບ ຂອງອົງການ NATO, ໃນເມືອງ ຄາດາກາ, ປະເທດ ລັດເວຍ. 13 ກັນຍາ, 2021.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ກ່າວໃນວັນອັງຄານວານນີ້ວ່າ ວໍຊິງຕັນ ເຊື່ອວ່າການບຸກລຸກ ຢູເຄຣນ ໂດຍ ຣັດເຊຍ ແມ່ນ “ຍັງມີຄວາມເປັນໄປໄດ້ສູງຫຼາຍ,” ແລະ ທ່ານໄດ້ຂໍຮ້ອງປະທານາທິບໍດີ ຣັດເຊຍ ທ່ານ ວລາດີເມຍ ປູຕິນ ໃຫ້ສືບຕໍ່ການເຈລະຈາ ຫຼື ສ່ຽງປະເຊີນກັບຜົນຕາມມາທີ່ຮ້າຍແຮງ.

ທ່ານ ໄບເດັນ ໄດ້ກ່າວວ່າ “ສົງຄາມໂລກຄັ້ງທີສອງແມ່ນສົງຄາມທີ່ມີຄວາມຈຳເປັນ, ແຕ່ຖ້າ ຣັດເຊຍ ໂຈມຕີ ຢູເຄຣນ, ມັນຈະເປັນການເລືອກເຮັດສົງຄາມ ຫຼື ສົງຄາມທີ່ບໍ່ມີສາເຫດ ຫຼື ເຫດຜົນ. ຂ້າພະເຈົ້າເວົ້າສິ່ງນີ້ ບໍ່ແມ່ນເພື່ອຍຸແຍ່ ແຕ່ເວົ້າຄວາມຈິງ, ເພາະວ່າຄວາມຈິງແມ່ນສຳຄັນ. ການມີຄວາມຮັບຜິດຊອບແມ່ນສຳຄັນ. ຖ້າ ຣັດເຊຍ ທຳການບຸກລຸກໃນບໍ່ເທົ່າໃດວັນ ແລະ ອາທິດຂ້າງ ໜ້າ, ຄວາມເສຍຫາຍດ້ານມະນຸດສຳລັບ ຢູເຄຣນ ຈະໃຫຍ່ຫຼວງ, ແລະ ຄວາມເສຍຫາຍດ້ານຍຸດ ທະສາດສຳລັບ ຣັດເຊຍ ກໍຈະໃຫຍ່ຫຼວງເຊັ່ນກັນ. ຖ້າ ຣັດເຊຍ ໂຈມຕີ ຢູເຄຣນ, ມັນຈະຖືກກ່າວປະນາມຈາກສາກົນຢ່າງຖ້ວມລົ້ນ. ໂລກຈະບໍ່ລືມວ່າ ຣັດເຊຍ ໄດ້ເລືອກຄວາມຕາຍ ແລະ ການທຳ ລາຍທີ່ບໍ່ຈຳເປັນ. ການບຸກລຸກ ຢູເຄຣນ ຈະພິສູດໃຫ້ເຫັນວ່າເປັນບາດແຜທີ່ກໍ່ໃຫ້ເກີດຂຶ້ນກັບຕົນ ເອງ. ສະຫະລັດ ແລະ ພັນທະມິດຂອງພວກເຮົາ ແລະ ບັນດາຄູ່ຮ່ວມຈະຕອບໂຕ້ຢ່າງເດັດຂາດ.”

ໃນວັນອັງຄານທີ່ຜ່ານມາ, ທ່ານ ປູຕິນ ໄດ້ກ່າວທ່ານພ້ອມທີ່ຈະເຈລະຈາກັບ ສະຫະລັດ ແລະ ພັນທະມິດອົງການ NATO ກ່ຽວກັບ ການສົ່ງລູກສອນໄຟ ແລະ ການຊ້ອມທະຫານໃນ ຢູໂຣບ, ຫຼັງຈາກ ມົສກູ ໄດ້ປະກາດການຖອນກອງທະຫານຈຳນວນນຶ່ງຂອງເຂົາເຈົ້າຈາກເຂດຊາຍແດນ ຢູເຄຣນ.

ທ່ານ ໄບເດັນ ໄດ້ກ່າວໂດຍກ່າວຢໍ້າ ການສະແດງຄວາມສົງໄສໂດຍ ຢູເຄຣນ ແລະ ບັນດາເຈົ້າ ໜ້າທີ່ອົງການ NATO ວ່າ “ນັ້ນຈະເປັນສິ່ງທີ່ດີ, ແຕ່ພວກເຮົາຍັງບໍ່ໄດ້ຢືນຢັນສິ່ງນັ້ນເທື່ອ. ພວກເຮົາຍັງບໍ່ໄດ້ຢືນຢັນວ່າ ໜ່ວຍທະຫານ ຣັດເຊຍ ໄດ້ກັບຄືນສູ່ຖານທັບຂອງເຂົາເຈົ້າເທື່ອ. ແນ່ນອນ, ບັນ ດານັກວິເຄາະຂອງພວກເຮົາໄດ້ລະບຸວ່າ ເຂົາເຈົ້າຍັງຄົງຢູ່ໃນຕຳແໜ່ງທີ່ເປັນໄພຂົ່ມຂູ່ຄືເກົ່າ. ແລະ ຂໍ້ເທັດຈິງແມ່ນຍັງຄົງເວົ້າວ່າຕອນນີ້ ຣັດເຊຍ ມີກອງທະຫານຫຼາຍກວ່າ 150,000 ຄົນຢູ່ອ້ອມ ຢູເຄຣນ ແລະ ເບລາຣຸສ ແລະ ຢູ່ຕາມເຂດຊາຍແດນຂອງ ຢູເຄຣນ.”

ແລະ ຖ້າ ຣັດເຊຍ ດຳເນີນການ, ທ່ານກ່າວວ່າ, ແມ່ນກະທັ້ງຜ່ານການບຸກລຸກທາງອອນໄລນ໌, ທ່ານ ໄບເດັນ ໄດ້ເຕືອນ ກ່ຽວກັບ ຜົນຕາມມາທີ່ຮ້າຍແຮງ.

ທ່ານ ໄບເດັນ ໄດ້ກ່າວວ່າ “ພວກເຮົາບໍ່ໄດ້ພະຍາຍາມປະເຊີນໜ້າໂດຍກົງກັບ ຣັດເຊຍ, ຂ້າພະເຈົ້າໄດ້ໃຫ້ຄວາມກະຈ່າງແຈ້ງແລ້ວວ່າ ຖ້າ ຣັດເຊຍ ແນເປົ້າໃສ່ຄົນ ອາເມຣິກັນ ໃນ ຢູເຄຣນ, ພວກເຮົາຈະຕອບໂຕ້ຢ່າງເດັດດ່ຽວ. ຖ້າ ຣັດເຊຍ ໂຈມຕີ ສະຫະລັດ ຫຼື ພັນທະມິດຂອງພວກເຮົາ ຜ່ານກົນ ລະຍຸດນອກກົດ ເກນຄືການກໍ່ກວນໂຈມຕີທາງໄຊເບີຕໍ່ບັນດາບໍລິສັດຂອງພວກເຮົາ, ຫຼື ພື້ນຖານ ໂຄງລ່າງທີ່ສຳຄັນ, ພວກເຮົາແມ່ນໄດ້ກຽມພ້ອມທີ່ຈະຕອບໂຕ້.”

ໂຄສົກທຳນຽບຂາວ ທ່ານນາງ ເຈັນ ຊາກີ ໄດ້ກ່າວວ່າ ວໍຊິງຕັນ ແລະ NATO ຫວັງທີ່ຈະເຫັນການຫຼຸດການມີໜ້າ ຂອງກອງທະຫານທີ່ມີຄວາມໝາຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG