ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະຊາຊົນ ເຢຍລະມັນ ຫຼາຍພັນຄົນ ເດີນຂະບວນ ຕໍ່ຕ້ານຂໍ້ຕົກລົງ ການຄ້າເສລີ


ປະຊາຊົນເດີນຂະບວນປະທ້ວງຕໍ່ຕ້ານຂໍ້ຕົກລົງການຄ້າ TTIP and CETA ໃນເມືອງ Leipzig, ເຢຍລະມັນ. 17 ກັນຍາ, 2016.
ປະຊາຊົນເດີນຂະບວນປະທ້ວງຕໍ່ຕ້ານຂໍ້ຕົກລົງການຄ້າ TTIP and CETA ໃນເມືອງ Leipzig, ເຢຍລະມັນ. 17 ກັນຍາ, 2016.

ປະຊາຊົນຈຳນວນຫຼວງຫຼາຍໄດ້ເດີນຂະບວນຜ່ານເມືອງຕ່າງໆໃນປະເທດ ເຢຍລະມັນ ເພື່ອປະທ້ວງຕໍ່ແຜນການຂໍ້ຕົກລົງການຄ້າເສລີ ສະຫະພາບ ຢູໂຣບ ກັບ ສະຫະລັດ ແລະ ການາດາ.

ພວກຕ້ານພາຄີຂ້າມມະຫາສະໝຸດ ແອັດລັງຕິກ ແລະ ຄູ່ຮ່ວມການລົງທຶນ ຫຼື TTIP ແລະ ຂໍ້ຕົກລົງເສດຖະກິດ ແລະ ການຄ້າຮອບດ້ານລະຫວ່າງ ການາດາ ແລະ EU ກ່າວວ່າ ຂໍ້ຕົກລົງດັ່ງກ່າວຈະທຳລາຍປະຊາທິປະໄຕ ແລະ ຫຼຸດຜ່ອນຄວາມປອດໄພທາງອາຫານ, ສິ່ງແວດລ້ອມ ແລະ ມາດຕະຖານແຮງງານ.

ໃນນະຄອນຫຼວງ ເບີລິນ, ພວກປະທ້ວງໄດ້ຍົກປ້າຍຂໍ້ຄວາມວ່າ “ຈົ່ງຍຸຕິ CETA ຈົ່ງຍຸຕິ TTIP” ແລະ “ຈົ່ງຍົກສູງປະຊາຊົນເໜືອຜົນກຳໄລ.”

ກຸ່ມພັນທະມິດແຫ່ງສິ່ງແວດລ້ອມ, ສະຫະພັນແຮງງານ ແລະ ບັນດາພັກການເມືອງຝ່າຍ ຄ້ານ ທີ່ໄດ້ຮຽກຮ້ອງໃຫ້ມີການປະທ້ວງໄດ້ກ່າວວ່າ ປະຊາຊົນ 320,000 ຄົນໄດ້ເຂົ້າຮ່ວມ ໃນການຊຸມນຸມທີ່ຈັດຂຶ້ນໃນນະຄອນຫຼວງ ເບີລິນ, ເມືອງ Cologne, Frankfurt, Hamburg, Leipzig, Munich ແລະ Stuttgard.

ຕຳຫຼວດໄດ້ຕັ້ງຕົວເລກຜູ້ປະທ້ວງໄວ້ວ່າມີ ປະມານ 180,000 ຄົນ ແລະ ໄດ້ກ່າວວ່າການ ເດີນຂະບວນດັ່ງກ່າວແມ່ນສະຫງົບດີ.

ການປະທ້ວງຕ່າງໆທີ່ນ້ອຍກວ່າກໍຍັງໄດ້ຖືກວາງແຜນວ່າຈະມີຂຶ້ນໃນຕົວເມືອງອື່ນໆໃນ ຢູໂຣບ, ລວມມີນະຄອນຫຼວງ Vienna ແລະ Salzburg ໃນປະເທດ ອອສເຕຣຍ ແລະ ເມືອງ Gothenburg ແລະ ນະຄອນຫຼວງ Stockholm ໃນປະເທດ ສວີິເດັນ.

ພວກຜູ້ສະໜັບສະໜູນຂອງຂໍ້ຕົກລົງດັ່ງກ່າວໄດ້ຢືນຢັນວ່າ ຂໍ້ຕົກລົງການຄ້ານັ້ນຈະຊ່ວຍ ຂະຫຍາຍເສດຖະກິດໂລກ.

Large numbers of people marched through major German cities Saturday to protest against planned European Union free trade deals with the United States and Canada.

Opponents of the Transatlantic Trade and Investment Partnership (TTIP) and the Canada-EU Comprehensive Economic and Trade Agreement (CETA) have said the pacts would undermine democracy and lower food safety, environmental and labor standards.

In Berlin, demonstrators waved banners reading "Stop CETA - Stop TTIP" and "People over profits".

An alliance of environmental groups, labor unions and opposition parties that called the protests said 320,000 people took part in rallies organized in Berlin, Cologne, Frankfurt, Hamburg, Leipzig, Munich and Stuttgart.

Police put the figure at around 180,000 and said the marches had been peaceful.

Smaller protests were also planned in other European cities, including Vienna and Salzburg in Austria and Gothenburg and Stockholm in Sweden.

Supporters of the deals have maintained that such trade pacts would boost the global economy.

XS
SM
MD
LG